ວຽດນາມເຊັນສັນຍາ ກັບລາວແລະກໍາພູຊາ

ວຽດນາມ ໄດ້ລົງນາມ ໃນຂໍ້ຕົກລົງກັບ ລາວ ແລະ ກັມພູຊາ ເພື່ອສົ່ງເສີມ ການຄ້າ ຣະຫວ່າງ ສອງຝ່າຍ ໃນປີ 2011 ແລະປີຕໍ່ໆໄປ.
ມະນີຈັນ
2010.11.02

ກົດຟັງສຽງ

ຕາມຣາຍງານຂ່າວ Asia Pulse ວັນທີ 1 ພຶສຈິກາ ນີ້. ຂໍ້ຕົກລົງ ກັບລາວ ໄດ້ເຊັນກັນ ເມື່ອວັນທີ 29 ຕຸລາ ໂດຍທ່ານ Vu Huy Hoang ຣັຖມົນຕຣີ ການຄ້າ ແລະ ອຸດສາຫະກັມ ວຽດນາມ ແລະທ່ານ ນາມ ວິຍະເກດ ຣັຖມົນຕຣີ ກະຊວງ ອຸດສາຫະກັມ ແລະ ການຄ້າຂອງລາວ ຢູ່ນອກກອງ ປະຊຸມສຸດຍອດ ອາຊຽນ ຄັ້ງທີ 17 ທີ່ກຸງຮ່າໂນ່ຍ. ນັ້ນກໍເປັນ ເອກກະສານ ເພີ້ມເຕີມ ແລະດັດແກ້ ສໍາລັບຂໍ້ຕົກລົງ ກ່ຽວກັບສິນຄ້າ ຊຶ່ງທັງສອງ ປະເທດ ລາວ-ວຽດນາມ ຈະມີການ ປະຕິບັດ ຕໍ່ກັນ ແບບພິເສດ ໃນເລື່ອງພາສີ ທີ່ໄດ້ລົງນາມ ກັນ ເມື່ອວັນທີ 17 ມົກຣາປີ 2009.

ຕາມຂໍ້ຕົກລົງ ສະບັບໃໝ່ ສິນຄ້າຈາກລາວ ແລະວຽດນາມ ຈະແບ່ງເປັນ 3 ກຸ່ມ ມີກຸ່ມ ສິນຄ້າ ທີ່ລຸດອັຕຣາ ເສັຽພາສີ 0 ເປີເຊັນ, ລຸດອັຕຣາ ເສັຽພາສີ 50 ເປີເຊັນ ແລະກຸ່ມສິນຄ້າ ທີ່ບໍ່ສັງກັດ ໃນກຸ່ມ ຍົກເວັ້ນພາສີ. ຂໍ້ຕົກລົງນັ້ນ ຍັງໄດ້ ຣະບຸເຖິງຈໍານວນ ໂຄຕາສິນຄ້າຕ່າງໆ ຊຶ່ງວຽດນາມ ຈະນໍາມາຈາກ ປະເທດລາວ ອີກດ້ວຍ.

ໃນປີ 2009 ຍ້ອນຜົລກະທົບ ຈາກວິກິດການ ການເງິນໂລກ ມູນຄ່າການຄ້າ ຣະຫວ່າງ ລາວແລະວຽດນາມ ມີພຽງ 418 ລ້ານໂດລາ ລຸດລົງ 1 ຈຸດ 2 ເປີເຊັນ ຖ້າປຽບທຽບໃສ່ ປີ 2008.  ແຕ່ໃນລະຍະ 9 ເດືອນ ທໍາອິດ ຂອງປີນີ້ ມີຮອດ 327 ລ້ານໂດລາ  ຊຶ່ງບົ່ງບອກ ເຖິງການເພີ່ມຂຶ້ນ ຂອງການຄ້າ 7 ຈຸດ 4 ເປີເຊັນຕໍ່ປີ. ວຽດນາມ ມີການເພີ່ມ ສິນຄ້າຂຶ້ນ ທັງການສົ່ງອອກ ແລະ ນໍາເຂົ້າ ຈາກລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.