ສະພາພິຈາຣະນາ ຮ່າງກົດໝາຍ ທະບຽນຄອບຄົວ

ສະພາແຫ່ງຊາດລາວ ພິຈາຣະນາດັດແປງ ຮ່າງກົດໝາຍວ່າດ້ວຍ ທະບຽນຄອບຄົວ.
ໂພໄຊສວັດ
2009.11.25

ໃນກອງປະຊຸມ ສະພາສມັຍສາມັນຄັ້ງທີ8 ຂອງສະມາຊິກ ສະພາແຫ່ງຊາດຊຸດທີ6 ມື້ທີ8 ປະຈຳວັນທີ25 ພຶສຈິກາ2009 ມີຣັຖມົນຕຣີຊ່ວຍ ວ່າການກະຊວງຍຸຕິທັມ ທ່ານ ກິດສິນ ສິນພັນງາມ ໄດ້ສເນີຜ່ານກົດໝາຍ ວ່າດ້ວຍທະບຽນຄອບຄົວ ສະບັບດັດແປງໃໝ່ ຊຶ່ງປະກອບດ້ວຍ 9ພາກ4ໝວດ ແລະ60ມາຕຣາ ໃນຈຳນວນນີ້ມີ ການດັດແປງ14ມາຕຣາ ແລະ ຈັດແຕ່ງຂື້ນໃໝ່16ມາຕຣາ ເພື່ອເຮັດໃຫ້ວຽກການທະບຽນ ແລະວຽກການພົລເມືອງ ຖືກຕ້ອງແລະ ແຈ່ມແຈ້ງກວ່າເກົ່າ.

ໃນກອງປະຊຸມມື້ນີ້ ຜູ້ແທນສະມາຊິກ ສະພາແຫ່ງຊາດ ຍານາງ ບຸນມີ ຂັນຕິວົງ ສະມາຊິກສະພາແຫ່ງຊາດ ເຂດ13 ໄດ້ສະແດງຄວາມຄິດເຫັນ ຂໍໃຫ້ສະພາ ພິຈາຣະນາດັດແປງ ບາງມາຕຣາຄືນໃໝ່. ດັ່ງຍານາງເວົ້າ ໃນຕອນນຶ່ງວ່າ:

"ແລະຢູ່ໃນການເຄື່ອນໄຫວ ກິຈກັມທະບຽນຄອບຄົວນີ້ ຂ້າພະເຈົ້າສເນີວ່າ ທາງກັມມະການ ໄດ້ຮ່າງແລະປັບປຸງ ເປັນການຍ່ອຍ ໃນທັສນະຂອງ ຂ້າພະເຈົ້າ ແລະກໍຢາກຮັກສາ ຢູ່ໃນຖ້າເປັນມາຕຣາ ຂໍໃຫ້ຢູ່ໃນ13ມາຕຣາ ແລະ ໃຫ້ອະທິບາຍ ແຕ່ລະມາຕຣາ".

ຍານາງໄດ້ສເນີ ເປັນບາງມາຕຣາ ໂດຍສະພາະການຈົດທະບຽນ ສັມມະໂນປະຊາຊົນ ການຈົດທະບຽນຄອບຄົວ ການອອກບັດປະຈຳໂຕ ປະຊາຊົນ ຄວນຈະເຮັດໃຫ້ເປັນ ໝວດໝູ່ແຍກອອກມາ ໃຫ້ແຈ່ມແຈ້ງ ເຂົ້າໃຈງ່າຍກວ່າເກົ່າ ເພື່ອທີ່ຈະງ່າຍຕໍ່ ການປະຕິບັດນຳໃຊ້.

ນອກຈາກນັ້ນສະມາຊິກສະພາ ຜູ້ອື່ນກໍສເນີມາຕຣາທີ5 ກ່ຽວກັບການ ຈົດທະບຽນນັ້ນ ເຈົ້າໜ້າທີ່ກ່ຽວຂ້ອງ ຈະຕ້ອງເຮັດໃຫ້ ມີຄວາມໂປ່ງໃສ ແລະ ຍຶດໝັ້ນໃນ ກົດໝາຍ ທະບຽນຄອບຄົວ.

ເພື່ອບໍ່ຢາກໃຫ້ ມີການເຮັດທະບຽນ ສັມມະໂນຄົວ ແລະ ການອອກບັດປະຈຳໂຕ ປະຊາຊົນແບບຜິດກົດໝາຍ ຊຶ່ງມີຂ່າວຊ່າລືວ່າ ມີຊາວຕ່າງຊາດ ມາຈ້າງເຮັດ ທາງການຈຶ່ງຕ້ອງ ແກ້ໄຂດັດແປງ ກົດໝາຍທະບຽນຄອບຄົວ ໃຫ້ເຂັ້ມງວດ ແລະ ຮັດກຸມຂື້ນກວ່າເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.