ເຣື້ອງທີ່ເກັບບັນທຶກໄວ້
2024-02-09
ທາງການເມືອງຊະນະຄາມ ແຂວງວຽງຈັນໄດ້ຊີ້ແຈງ ເຖິງສາເຫດປາຕາຍ ຢູ່ຫ້ວຍນໍ້າທັມມະຊາຕ ເຂດບ້ານຄົກເຂົ້າດໍ ວ່າ ເກີດຈາກອ່າງບໍາບັດນໍ້າເສັຍ ຂອງໂຮງງານຜລິດແປ້ງມັນຕົ້ນ ແຫ່ງນຶ່ງບໍ່ສາມາດຮອງຮັບນໍ້າໄດ້ ຈຶ່ງໄຫຼລົ້ນອອກຈາອ່າງ ແລ້ວໄຫຼລົງສູ່ຫ້ວຍທັມມະຊາຕ ເຮັດໃຫ້ປາຕາຍດັ່ງກ່າວ.
2024-02-09
ການປູກຝິ່ນໃນລາວ ຍັງມີຢູ່ຫລາຍ ເປັນຕົ້ນຢູ່ແຂວງພາກເໜືອ ຊຶ່ງໃນຕົ້ນ ປີ 2024 ມີການທໍາລາຍສວນຝິ່ນ ຢູ່ພູແຊວ ເມືອງພູກູດ ແຂວງຊຽງຂວາງ ເກືອບເຖິງ 11,000 ຕາແມັດ ແລະ ຢູ່ເຂດເມືອງຫລວງນໍ້າທາ ປະມານ 2,600 ຕາແມັດ.
2024-02-08
ພົບສົບຊາຍນິຣະນາມ ຢູ່ໃນກົງເຫລັກ ໃນສະພາບຖືກເຊືອກຮັດຄໍ ໄຫຼຢູ່ກ້ອງຂົວນໍ້າຄານ ໃນເຂດບ້ານວັງເງິນ ນະຄອນຫລວງພຣະບາງ, ຂະນະນີ້ ເຈົ້າໜ້າທີ່ກຳລັງດຳເນີນການ ສືບສວນ, ສອບສວນຢູ່ ແຕ່ບາງຄຳເຫັນໃຫ້ເຫດຜົລວ່າ ອາດເປັນກຸ່ມຄົນຈີນ ເນື່ອງຈາກຄົນຈີນ ເຂົ້າມາເຮັດທຸຣະກິຈ ໃນລາວຫຼາຍຂຶ້ນ.
2024-02-08
ເຈົ້າໜ້າທີ່ແຂວງຊຽງຂວາງ ໄດ້ປ່ອຍໂຕຊາວບ້ານຊ້າງ 6 ຄົນ ຜູ້ທີ່ຖືກຈັບຍ້ອນການປະທ້ວງ ເລື່ອງຂໍ້ຂັດແຍ່ງທີ່ດິນ.
2024-02-08
ປະເທດລາວ ສົ່ງອອກສິນຄ້າກະເສດ ມີມູນຄ່າ ສູງເຖິງ 1.4 ຕື້ໂດລ້າຣ໌ສະຫະຣັຖ ແຕ່ບໍ່ແມ່ນລາຍຮັບ ທີ່ຣັຖບານລາວ ໄດ້ທັງໝົດ ເພາະສິນຄ້າເຫຼົ່ານັ້ນ ບໍ່ແມ່ນຂອງຄົນລາວ ແລະຣັຖບານລາວ ສະນັ້ນແລ້ວ ຣັຖບານ ຈະໄດ້ຮັບພຽງຄ່າຂົນສົ່ງສິນຄ້າ, ຄ່າພາສີ-ອາກອນ ແລະຄ່າເຊົ່າສັມປະທານທີ່ດິນເທົ່ານັ້ນ.
2024-02-08
ຣັຖບານມີແຜນ ຈະປັບເພີ່ມເງິນອຸດໜູນ ຂຶ້ນໃຫ້ພະນັກງານ-ຣັຖກອນ, ທະຫານ, ຕໍາຣວດ ແລະ ຄາດວ່າຈະສາມາດຮັບເງິນດັ່ງກ່າວ ບໍ່ໃຫ້ກາຍເດືອນມິຖຸນາ 2024 ນີ້ ຍ້ອນຄ່າຄອງຊີບສູງ, ແຕ່ຍັງບໍ່ມີຂໍ້ມູນ ລະບຸ ຈຳເນນເງິນອຸດໝູນ ທີ່ຈະເພີ່ມ.
2024-02-08
ຂີ້ເຫຍື້ອ ຈາກຕລາດລາວ 450 ປີ ຢູ່ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສົ່ງກິນເໝັນ ລົບກວນຊາວບ້ານໃກ້ຄຽງ ແລະ ປະຊາຊົນ ໄດ້ສ່ອງແສງ ໄປຫາເຟສບຸກເພຈ “ເຫດການບ້ານເມືອງ” ໃນວັນທີ 7 ກຸມພາ ທີ່ຜ່ານມາ ຂະນະນີ້ ພາກສ່ວນທີ່ຮັບຜິດຊອບ ກຳລັງດຳເນີນການ ແກ້ໄຂ.
2024-02-07
ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຢູ່ລະຫວ່າງການປະສານງານ ກັບທາງການມາເລເຊັຽ ເພື່ອຫາລືກ່ຽວກັບການຈັດສົ່ງ ຄົນງານລາວ ໄປເຮັດວຽກ ໃນຂແນງການປະມົງ ຢູ່ປະເທດມາເລເຊັຽ ເພື່ອໃຫ້ຄົນງານລາວ ໄດ້ຮັບສິດທິພິເສດ ແລະການປົກປ້ອງ ດ້ານແຮງງານຂະນະເຮັດວຽກ.
2024-02-07
ຕຳຣວດພະມ້າ ຊ່ອຍເຫຼືອແມ່ຍິງລາວ 1 ຄົນ ອອກມາໄດ້ແລ້ວ ພາຍຫຼັງທີ່ຖືກຄ້າມະນຸສ ໄປເປັນສາວຄາຣາໂອເກະ ເຄທີວີ ແລະ ຖືກບັງຄັບ ໃຫ້ຂາຍບໍຣິການທາງເພດ ຢູ່ຮ້ານບັນເທີງ ຂອງຄົນຈີນ ຂະນະທີ່ຍັງເຫຼືອອີກ 4 ຄົນ ທີ່ລໍຖ້າການຊ່ອຍເຫຼືອ.
2024-02-07
ປາຕາຍຫລາຍຢູ່ໜອງນໍ້າ ໃນເຂດບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ ແຕ່ຍັງບໍ່ທັນຮູ້ສາເຫດຄັກແນ່, ມີແຕ່ສົງໄສວ່າ ອາດເປັນຍ້ອນໂຮງງານ ຜລິດແປ້ງມັນຕົ້ນ ຂອງຈີນ ທີ່ຢູ່ໃນເຂດບ້ານດັ່ງກ່າວ ປ່ອຍນໍ້າເສັຍທີ່ເປັນພິດລົງໃສ່.
2024-02-07
ອົງການເພື່ອຄວາມໂປ່ງໃສສາກົລ ຫຼື Transparency International ໄດ້ເປີດເຜີຍຜົລຂອງການສຳຣວດ ດັດຊະນີການຮັບຮູ້ ເຣື່ອງການສໍ້ຣາສບັງຫຼວງ ຫຼື Corruption Perceptions Index ປະຈຳປີ 2023 ທັງໝົດ 180 ປະເທດທົ່ວໂລກ ແລະ ສປປ ລາວຕົກຢູ່ລະດັບທີ່ 136.
2024-02-07
ເຈົ້າໜ້າທີ່ຕໍາຣວດ ຢູ່ແຂວງສວັນນະເຂດ ຖືກລົງວິໄນ 5 ນາຍ ແລະ ຫົວໜ້າ ຖືກໄລ່ອອກ ສ່ວນທີ່ເຫລືອ 2 ນາຍ ຖືກປົດຕໍາແໜ່ງ ຈາກພັນໂທເປັນພັນຕຣີ ແລະ ຂັ້ນວິຊາການ 2 ນາຍ ຖືກງົດເລື່ອນຊັ້ນ ຍ້ອນພົວພັນກັບຢາເສບຕິດ.
2024-02-06
ເຂື່ອນສົ່ງຜົລກະທົບ ຕໍ່ແມ່ນໍ້າຂອງ ຢ່າງຫຼວງຫຼາຍ ແຕ່ມາຮອດປັດຈຸບັນ ການປ່ຽນແປງ ຂອງດິນຟ້າອາກາດ ກໍເຣີ່ມສົ່ງຜົລກະທົບຕໍ່ແມ່ນໍ້າຂອງ ເຊັ່ນກັນ ແລະ ຜົລກະທົບຈາກ ການປ່ຽນແປງ ຂອງດິນຟ້າອາກາດ ນັ້ນ ມັກຖືກປົກປິດຈາກຜົລກະທົບ ຂອງເຂື່ອນ.
2024-02-06
ແກ້ງຕອບແຊັດ ຫຼື ຄອລເຊັນເຕີ້ ທີ່ຕົ້ມຕຸ໋ນ ທາງອອນລາຍນ໌ ຢູ່ໃນເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງຄົງດໍາເນີນການຢູ່ ເຖິງແມ່ນວ່າ ທາງການໄດ້ປາບປາມ ໃນໄລຍະທີ່ຜ່ານມາ ແລ້ວກໍຕາມ.
2024-02-06
ຫຼາຍພາກສ່ວນ ໄດ້ເຂົ້າຮ່ວມພິທີ ເປີດສນາມບິນສາກົລບໍ່ແກ້ວ ຢູ່ບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນມື້ວັນທີ 5 ກຸມພາທີ່ຜ່ານມາ ແຕ່ສາຍການບິນລາວ ຍັງແຈ້ງປະກາດ ໂຈະຖ້ຽວບິນ ລະຫວ່າງ ສນາມບິນສາກົລວັດໄຕ ກັບສນາມບິນສາກົລບໍ່ແກ້ວ ແບບບໍ່ມີກໍານົດ.