ເຣື້ອງທີ່ເກັບບັນທຶກໄວ້
2008-09-09
ການລັກລອບ ຄ້າຂາຍ ສັຕປ່າ ຢູ່ໃນລາວ ຍັງມີ ຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ລາວມີກົດໝາຍ ຄວບຄຸມສັຕປ່າ ກໍດີ ເນື່ອງຈາກວ່າ ສ່ວນນື່ງ ແມ່ນເຈົ້າໜ້າທີ່ ປະຕິບັດ ກົດໝາຍ ຢູ່ຕາມຊາຍແດນ ເປັນຜູ້ສົມຮູ້ ຮ່ວມຄິດ ກັບພໍ່ຄ້າ ທີ່ພະຍາຍາມ ລັກລອບສົ່ງ ສັຕປ່າ ຈາກລາວ ໄປຂາຍ ໃນປະເທດເພື່ອນບ້ານ.
2008-08-25
ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສປປລາວ ສົ່ງແມ່ຍິງລາວ ໄປສັມມະນາ ແລະ ຝຶກອົບຮົມ ດ້ານການປຸງແຕ່ງສະໝຸນໄພ ແລະ ອາຫານເສີມ ທີ່ແຂວງຊຽງຮາຍ ປະເທດໄທ.
2008-08-21
ກະຊວງ ສຶກສາ ຂອງລາວ ຈະເພິ້ມ ປີຮຽນຕື່ມ ປີນຶ່ງ ໃນຂັ້ນ ມັດທະຍົມ ຕອນຕົ້ນ ໃຫ້ເປັນ ສີ່ປີ ເພິ້ມຂື້ນ ຈາກສາມປີ.
2008-08-20
ແນວລາວ ສ້າງຊາດ ວາງແຜນການ ທີ່ຈະສົ່ງເສີມ ໃຫ້ຄົນລາວ ທີ່ຢູ່ໃນຕ່າງປະເທດ ເດີນທາງ ກັບມາຢ້ຽມ ແລະ ຮ່ວມພັທນາ ປະເທດລາວ ໃຫ້ຫລາຍຂຶ້ນ ເລື້ອຍໆ.
2008-08-05
ພື້ນທີ່ ການປູກຝັງ ທີ່ແຂວງວຽງຈັນກວ່າ 1,000 ເຮັກຕາ ໄດ້ຮັບຄວາມ ເສັຽຫາຍ ຈາກພັຍນ້ຳຖ້ວມ ຢ່າງໃຫຍ່ ໃນປີນີ້.
2008-07-29
ອົງການ Room to read ຍັງສືບຕໍ່ ການປຸກສ້າງ ຫ້ອງສມຸດ ໃນ ແຂວງໄຊຍະບູຣີ ເພື່ອສົ່ງເສີມ ການອ່ານ ໃຫ້ແກ່ເດັກນ້ອຍ ນັກຮຽນ.
2008-07-23
ພະຍຸຝົນ ຕົກລົງມາ ຕິດຕໍ່ກັນ ຫຼາຍມື້ ໃນພື້ນທີ່ ເຂດທາງພາກເໜືອ ຂອງລາວ ສົ່ງຜົນກະທົບໃຫ້ ຖນົນຫຼາຍສາຍ ມີສະພາບ ດິນເຈື່ອນ ສ້າງຄວາມຍຸ້ງຍາກ ໃຫ້ແກ່ ການສັນຈອນ ໄປມາ.
2008-07-21
ຣະບົບການສຶກສາ ໃນລາວ ຍັງປະສົບກັບ ບັນຫາ ຄຸນນະພາບ ແລະ ການຫຍໍ້ທໍ້ ດ້ານຕ່າງໆ ໃນຂະນະທີ່ ຍັງມີ ການໃຫ້-ຮັບ ສິນບົນ ເພື່ອເຂົ້າສຶກສາ.
2008-07-21
ແຂວງຈໍາປາສັກ ພວມສືບຕໍ່ ເອົາໃຈໃສ່ ບັນຫາ ການກັບມາ ກືກໜັງສືຄືນ ຂອງຊາວບ້ານ ທີ່ຜ່ານການບໍາລຸງ ການສຶກສາ ຂັ້ນພື້ນຖານ ໄປແລ້ວ.
2008-07-18
ງານ ໃຫ້ລາງວັນ ສິລປິນ ນັກຮ້ອງ ຄັ້ງທໍາອິດ ໃນວົງການບັນເທີງ ແລະ ເທສການດົນຕຣີ ທີ່ສປປລາວ.
2008-07-02
ການທີ່ມີ ຊາວຈີນ ເຂົ້າມາອາໃສ ຢູ່ໃນລາວຫລາຍ ເປັນການທຳລາຍ ຊັພຍາກອນ ທັມຊາຕ ແລະ ຄວາມເປັນຢູ່ ຂອງປະຊາຊົນ ທ້ອງຖິ່ນ.
2008-06-30
ໂຮງຮຽນ ຣັຖບານ ໃນແຂວງໄຊຍະບູຣີ ໃຫ້ໂອກາດ ເດັກທຸກຈົນ ໄດ້ຮຽນໜັງສື ໂດຍການໃຫ້ທຶນ ການສຶກສາ ແກ່ພວກຂະເຈົ້າ.
2008-06-13
ນັກສະແດງ ລາວ-ອັອສເຕຣເລັຍ ມີຄວາມສຶກ ອົບອຸ່ນ ທີ່ໄດ້ກັບໄປ ປະເທດລາວ ແລະ ພູມໃຈ ທີ່ໄດ້ມີສ່ວນຮ່ວມ ໃນການສ້າງພາພຍົນ ເຣື້ອງ “ສະບາຍດີ ຫລວງພຣະບາງ”
2008-06-12
ນັກຂຽນ ຊາວລາວ ຜູ້ໜື່ງ ທີ່ອາສັຍ ຢູ່ຕ່າງປະເທດ ວ່າ ສະພາບກາຣ ໃນ ສປປລາວ ຄ້າຍໆ ຄືກັນ ກັບຢູ່ໃນ ພະມ້າ, ຊຶ່ງຖືກນໍາໄປ ລົງຂ່າວ ໃນວາຣະສານ ສະຫະຣັດ.
2008-06-10
ໃນເດືອນນີ້ ມີຊາວບ້ານ ທີ່ແຂວງສາຣະວັນ ໄດ້ຮັບ ເຄາະຮ້າຍ ຈາກລູກຣະເບີດ ທີ່ບໍ່ທັນແຕກ ແຕກໃສ່ ອີກ 5 ຄົນ ໃນຈຳນວນ 12 ຄົນ ຜູ້ທີ່ໄດ້ຮັບ ເຄາະຮ້າຍ ໃນປີນີ້ ເພາະ ຄວາມຮູ້ເທົ່າບໍ່ເຖີງການ ຂອງພວກຂະເຈົ້າ.