ເດັກນ້ອຍ ທຸກຈົນ ໄດ້ຮັບທຶນ ການສຶກສາ
2008.06.30
ເດັກດ້ອຍໂອກາດ ທາງການສຶກສາ ແລະ ເດັກທຸກຈົນ ໃນ ສປປລາວ ຍັງເປັນບັນຫາ ທີ່ບໍ່ສາມາດ ແກ້ໄຂ ໃຫ້ໝົດໄປໄດ້, ຊຶ່ງກ່ຽວກັບ ເຣື້ອງນີ້ ທາງໂຮງຮຽນສຶກສາສິງ ແຂວງໄຊຍະບູຣີ ມີນະໂຍບາຍ ໃຫ້ທຶນ ການສຶກສາ ແກ່ ເດັກນ້ອຍ ທີ່ທຸກຈົນຫລາຍ.
ອາຈານສອນ ໂຮງຮຽນ ສຶກສາສິງ ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວ ວ່າ:
“ມັນມີນະໂຍບາຍ ຖ້າຫາກວ່າ ເດັກທຸກຈົນຫລາຍ ແຕ່ວ່າ ກ່ອນຈະມີ ນະໂຍບາຍ ກໍຕ້ອງ ໄດ້ຂໍໃບຢັ້ງຢືນ ຈາກຄອບຄົວ ຫລືວ່າ ໃບຢັ້ງຢືນ ຈາກບ້ານ ທີ່ຜູ້ກ່ຽວ ອາສັຍຢູ່, ຖ້າຫາກວ່າ ຂະເຈົ້າ ທຸກຈົນແທ້ ກໍຖືວ່າ ເຮົາ ເຮັດນະໂຍບາຍ ບໍ່ຕ້ອງເສັຍຄ່າຮຽນ.”
ການທີ່ ໂຮງຮຽນດັ່ງກ່າວ ມີນະໂຍບາຍນີ້ ຂຶ້ນມາ ເພື່ອສນັບສນູນ ໃຫ້ເດັກ ທີ່ຂາດໂອກາດ ໃນການພັທນາ ດ້ານການສຶກສາ ມີໂອກາດ ໄດ້ຮຽນໜັງສື ຄືກັນກັບ ເດັກນ້ອຍ ທົ່ວໄປ, ຊຶ່ງການໄດ້ຮັບການສຶກສາ ຈະເຮັດໃຫ້ ເດັກນ້ອຍ ເຫລົ່ານັ້ນ ມີຄວາມຮັບຮູ້ ຕໍ່ການປ່ຽນແປງ ຂອງສັງຄົມ ໃນປັດຈຸບັນ.
ໃນເຣື້ອງ ການພັທນາ ຣະບົບສຶກສາ ຂອງເດັກນັກຮຽນນັ້ນ ມີການພັທນາ ກວ່າ ແຕ່ກ່ອນ ຢ່າງຫລວງຫລາຍ, ຊຶ່ງກ່ຽວກັບ ເຣື້ອງນີ້ ອາຈານ ດັ່ງກ່າວ ເວົ້າວ່າ:
“ສະພາບການ ສຶກສາ ກໍຖືວ່າ ມີການພັທນາຂຶ້ນ ມີນັກຮຽນຫລາຍ ການຮຽນ ຖືວ່າ ຣະດັບ ຕັ້ງແຕ່ ມ 1 ຈົນຮອດ ມ. 6 ມີນັກຮຽນ 2,500 ກ່ວາຄົນ ແລະ ພະນັກງານ ຄຣູອາຈານ ທີ່ນີ້ 90 ກ່ວາຄົນ.”
ສໍາລັບ ນະໂຍບາຍ ການຊ່ອຍເຫລືອ ເດັກທຸກຈົນ ແລະ ດ້ອຍໂອກາດນີ້ ມີວັດຖຸປະສົງ ເພື່ອໃຫ້ເດັກນ້ອຍ ສາມາດ ສ້າງໂອກາດ ໃນເຣື້ອງ ຂອງການສຶກສາ ເພື່ອໃຊ້ເປັນເຄື່ອງມື ໃນການພັທນາ ຄຸນນະພາບຊີວິດ, ບໍ່ແມ່ນ ການສົງເຄາະ ໃນລັກສະນະ ທີ່ເປັນ ການແກ້ໄຂ ບັນຫາ ສະເພາະໜ້າ ຫລື ສະເພາະກິດ.