ທ່ານ ຮຸ່ງອະລຸນ ໄດ້ຮັບ ລາງວັນ ວັນນະກັມ ຊີໄຣທ໌

ນັກຂຽນ ຊາວລາວ ໄດ້ຮັບລາງວັນ ວັນນະກັມ ສ້າງສັນ ຍອດນິຍົມ ອາຊຽນ ປະຈຳປີ 2008 ດ້ວຍບົດປະພັນ ປະເພດສັ້ນ ເຣື້ອງ “ສິ້ນໄໝຜືນເກົ່າ“.
ຈໍາປາທອງ ຣາຍງານ
2008.09.27
FT-SEAWRITE 2008 ທ່ານ ຮຸ່ງອະລຸນ ແດນວິໄລ ໄດ້ຮັບ ລາງວັນ ວັນນະກັມ ຊີໄຣທ໌ 2008
Photo by RFA

ທ່ານ ຮຸ່ງອະລຸນແດນວິໄລ ນັກຂຽນຊາວລາວໄດ້ຮັບລາງວັນ ວັນນະກັມສ້າງສັນ ຍອດນິຍົມອາຊຽນ ຫລື ລາງວັນ ນັກຂຽນ ຊີໄຣທ໌ ປະຈຳປີ 2008 ດ້ວຍບົດປະພັນ ປະເພດສັ້ນຣື້ອງສິ້ນ​ໄໝຜືນເກົ່າ“ ​ເປັນຣື້ອງລາວ ທີ່ຕ້ອງການສື່ສານ ປຽບທຽບ ໃຫ້ຄົນລູ້ຫລັງໄດ້ຮັບຮູ້ແລະເຂົ້າໃຈ ວັດທະນະທັມ ປະເພນີ ການນຸ່ງຖື ຂອງຄົນລາວ ທີ່ມີຄວາມສຳຄັນແລະສວຍງາມໂດຍຜູ້ຂຽນ ໄດ້ປຽບທຽ ບຜ່ານສິ້ນ​ໄໝ ຜືນເກົ່າ ຂອງປູ່ຍ່າຕາຍາຍ ທີ່ຄົນລຸ້ນຫລັງ ຈະມອງຂ້າມ.

ທ່ານ ຮຸ່ງອະລຸນແດນວິໄລ ຫລືໂອທອງ ຄຳອິນຊູ ຜູ້ຂຽນ ບົດປະພັນນັ້ນ ກ່າວວ່າ:

ເປັນຫຍັງ ຂ້ອຍເລືອກສິ້ນ ​ໄໝຜືນ​ເກົ່າເຂົ້າແຂ່ງຂັນ ຄື ຢາກໃຫ້​​​ເຣື້ອວັດທະນະທຳ ໄດ້ຮັບການເຜີຍແຜ່ຫລາຍ ສິ່ງທີ່ເນັ້ນ ແທ້ໆ ຢາກເວົ້າ ຣື້ອງການນຸ່ງຖືຂອງຄົນລາວ ພະຍາຍາມຢາກເນັ້ນຣື້ອງນີ້ເພາະວ່າເຫັນວ່າ ຖ້າປຽບທຽບໃສ່ ເມື່ອກ່ອນຫລາຍປີຜ່ານມາກັບດຽວນີ້ ຮູ້ສຶກວ່າໄວໜຸ່ມ ມີຄວາມສົນໃຈ ກັບສິ້ນລົດລົງ

ບົດປະພັນໃນປຶ້ມເຫລັ້ມນັ້ນ ປະກອບດ້ວຍຣື້ອສັ້ນ 10 ຣື້ອຊຶ່ງຜູ້ຂຽນ ສະສົມ ມາຈາກປະສົບການ ຊີວິດຕົວຈິງ ໃນສັງຄົມ ກ່ຽວກັບການປະຕິບັດຮີດຄອງປະເພນີແລະ ການປ່ຽນແປງຕ່າງໆ ຂອງລາວ ຈາກອະດີດເຖິງປັດຈຸບັນ ທີ່ຄົນລຸ້ນຫລັງກຳລັງຈະເບິ່ງຂ້າມໄປ. ​ເປັນບົດທີ່ສະທ້ອນ ໃຫ້ຄົນລຸ້ນຫລັງຮັບຮູ້ແລະເຂົ້າໃຈແລ້ວຫັນກັບມາເບິ່ງ ວັດທະນະທຳ ອັນດີງາມຂອງລາວ ໃຫ້ຫລາຍຂື້ນ. ມີຫລາຍຣື້ອ ທີ່ສະທ້ອນ ເຖິງສະພາບຊີວິດ ຄວາມເປັນຢູ່ຂອງຊາວລາວ ໃນປັດຈຸບັນ. ທ່ານ ກ່າວ​ຕື່ມ​ວ່າ:

ຄວາມຈິງ ຢູ່ໃນລວມເຫລັ້ມ ກໍມີຫລາຍຫົວຂໍ້ ທີ່ບໍ່ກ່ຽວກັນໂດຍສະເພາະ ກ່ຽວກັບຢາສູບເຫລົ້າ ກ່ຽວກັບ ສິ້ນແລະກ່ຽວກັບ ເຫດການ ທີ່ເກີດຂື້ນໃນສັງຄົມ ຮອດທາງຣື້ອ ການຕົວະຕົ້ມ ຫລອກລວງໃນ 10 ຣື້ອຢູ່ໃນເຫລັ້ມ ກໍມີຫົວຂໍ້ ທີ່ຫລາກຫລາຍໄປ.”

ທ່ານ ຮຸ່ງອະລຸນແດນວິໄລ ຮຽນຈົບປະລິນຍາຕຣີ ດ້ານວັນນະຄະດີແລະ ພາສາລາວ ຢູ່ມະຫາວິທະຍາໄລແຫ່ງຊາດຂອງລາວ. ທ່ານໄດ້ຂຽນ ບົດກະວີ ພື້ນບ້ານຣື້ອສັ້ນແລະ ນິທານພື້ນເມືອງ ສຳລັບເດັກນ້ອຍ ທີ່ເຜີຍແພ່ທາງໜັງສືພິມແລະວາລະສານ ມາຕັ້ງແຕ່ ປີ 1985. ປັດຈຸບັນ ເປັນຜູ້ອຳນວຍການແລະ ບັນນາທິການວາລະສານວັນນະສິນ ຂອງກະຊວງຖະແຫລງຂ່າວແລະ ວັດຖະນະທຳ ຂອງລາວ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.