ເດັກນ້ອຍ ດ້ອຍໂອກາດ ໃນການສຶກສາ
2008.12.05
ບັນຫາການຮຽນ ການສຶກສາ ຂອງເດັກນ້ອຍລາວ ໃນເຂດຫ່າງໄກ-ສອກຫລີກ ຍັງເປັນບັນຫາ ທີ່ແກ້ໄຂ ໃຫ້ຕົກໄປ ບໍ່ໄດ້ເທື່ອ ເພາະຂຶ້ນກັບ ສະພາບເງື່ອນໄຂ ແລະ ປັດໃຈ ຕ່າງໆ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກ ສຶກສາ ເມືອງປາກລາຍ ແຂວງໄຊຍະບູລີ.
“ເຮົາຍັງມີບັນຫາ ທີ່ຄ້າງຄາຢູ່ ເວົ້າເລື່ອງ ທຶນຮອນ ນັກຮຽນ ສ່ວນຫລາຍ ມັນຈະຢູ່ໃນ ເຂດຫ່າງໄກ ສອກຫລີກ ຈະບໍ່ໄດ້ເຂົ້າໄປຮຽນ ລາຍຮັບ ຂອງປະຊາຊົນ ບໍ່ສາມາດ ຈະສົ່ງລູກ ທີ່ໄປຮຽນ ໃຫ້ມັນຣະດັບສູງໄດ້ໝົດ.”
ເດັກນ້ອຍ ໃນເຂດຊົນນະບົດ ຫ່າງໄກ-ສອກຫລີກ ສ່ວນໃຫຍ່ ຈະຈົບພຽງ ຂັ້ນປະຖົມ ສຶກສາ ພາກບັງຄັບ ຫລື ຊັ້ນປະຖົມ-ຫ້ອງ ປ. 5. ເມື່ອຮຽນຈົບ ພາກບັງຄັບແລ້ວ ເດັກນ້ອຍສ່ວຍໃຫຍ່ ຈະອອກມາຊ່ວຍ ພໍ່ແມ່-ຄອບຄົວ ເຮັດວຽກ ແລະ ບໍ່ໄດ້ຮຽນໜັງສືຕໍ່ ເນື່ອງຈາກ ບໍ່ມີເງິນພໍ ສໍາລັບ ຄ່າເດີນທາງ ຄ່າຊຸດນັກຮຽນ ແລະ ຄ່າອາຫານ. ເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ໄປວ່າ ເຖິງແມ່ນວ່າ ຈະມີບັນຫາ ໃນເລື່ອງການຂາດງົປມານ ໃນເລື່ອງ ການປຸກສ້າງ ໂຮງຮຽນ ຕາມເຂດຊົນນະບົດ ແຕ່ທາງ ຜແນກສຶກສາ ກໍເອົາໃຈໃສ່ ທີ່ຈະໃຫ້ ເດັກນ້ອຍ ໄດ້ຮຽນໜັງສື.
“ປີນີ້ ກໍໄດ້ຂຍາຍ ມັທຍົມ ໄປໃຫ້ເຂົາເຈົ້າ 2-3 ບ່ອນ 2-3 ບ້ານ ກໍມາຮຽນຢູ່ ບ່ອນດຽວກັນນັ້ນ ກໍຄ່ອຍພັທນາ ທາງດ້ານນີ້ໄປ.”
ຖ້າເວົ້າເລື່ອງ ການຂຍາຍໂຮງຮຽນ ຢູ່ໃນເມືອງປາກລາຍນັ້ນ ກໍມີການພັທນາ ທັງການຮຽນ-ການສອນ ທັງຂອງຜູ້ເປັນນາຍຄຣູ ແລະ ເດັກນ້ອຍ ນັກຮຽນດ້ວຍ ເພື່ອໃຫ້ການຮຽນ ການສອນ ມີປະສິດທິພາບ ເພີ່ມຂຶ້ນ.