ສປປລາວ ຂາດ ຄຣູສອນ
2008.10.02
ການຂາດເຂີນ ຄຣູ ແລະ ອາຈານ ຢູ່ລາວ ເກີດມາຈາກ ຫລາຍສາເຫດ. ທ່ານ ຊື່ນ ໄຊຊະນະວົງໄຊ ຫົວໜ້າ ຜແນກ ປະຖົມສຶກສາ ກົມສາມັນ ກະຊວງ ສຶກສາ ທິການ ຂອງລາວ ຊີ້ແຈງ ໃຫ້ສາເຫດນຶ່ງ ວ່າ:
“ດຽວນີ້ ຄຣູຂາດ ມັນກໍມີ ຫລາຍສາເຫດ ໂຄຕ້າ ທີ່ທາງຣັຖບານລາວ ໃຫ້ແຕ່ລະປີ ມັນຈະບໍ່ພຽງພໍ ສຳຣັບ ປີນີ້ ມີອັດຕຣາ ບັນຈຸ ຄຣູ 4,000 ກວ່າຄົນ ຈະແຈກຢາຍ ໄປທົ່ວ ທຸກແຂວງ ໂດຍສະເພາະ ເຂດພູດອຍ ທີ່ຂາດຄຣູ; 4,000 ນີ້ ຍັງບໍ່ພໍ.
ອີກສາເຫດນຶ່ງ ນັກສຶກສາ ທີ່ຮຽນຈົບ ຈາກສະຖາບັນ ຝຶກອົບຣົມຄຣູ ຢູ່ໃນເມືອງ ສ່ວນຫລາຍ ບໍ່ຢາກໄປສອນ ຢູ່ໃນເຂດຊົນນະບົດ ດັ່ງທີ່ ທ່ານ ຊື່ນ ໄຊຊະນະວົງໄຊ ໄດ້ກ່າວ ກ່ຽວກັບ ເຣື່ອງນີ້ວ່າ:
“ສຳຄັນ ທີ່ສຸດ ສ່ວນຫລາຍ ນັກຮຽນ ທີ່ມາຮຽນ ຢູ່ໃນວິທະຍາໄລຄຣູ ສະຖາບັນ ສ້າງຄຣູ ຫລັງຈາກທີ່ເຂົາສຳເຣັດ ການຮຽນແລ້ວ ສ່ວນຫລາຍ ຈະບໍ່ໄປຢູ່ ເຂດພູດອຍ ອັນນີ້ ກໍເປັນອີກສາເຫດນຶ່ງ ທີ່ພາໃຫ້ມີການຂາດຄຣູ.
ທ່ານ ຊື່ນ ອະທິບາຍວ່າ ເຖິງວ່າ ປັດຈຸບັນ ຣັຖບານ ຈະມີນະໂຍບາຍ ເພິ້ມເງິນເດືອນ ໃຫ້ ແກ່ຄຣູ ຜູ້ທີ່ຈະໄປ ປະຕິບັດໜ້າທີ່ ຢູ່ໃນເຂດຊົນນະບົດ ຫ່າງໄກ ກໍຕາມ ນັກສຶກສາ ທີ່ຮຽນຈົບ ວິຊາຄຣູແລ້ວ ກໍຍັງບໍ່ຢາກ ໄປປະຈຳການ ຢູ່ເຂດຊົນນະບົດເລີຍ; ສ່ວນຫລາຍແລ້ວ ຢາກຢູ່ ແຕ່ໃນເມືອງ ເພາະມີຄວາມສະດວກ ສະບາຍ ທຸກຢ່າງ.
ອີກສາເຫດໃຫຍ່ນຶ່ງ ກໍແມ່ນ ເງິນເດືອນ ຂອງຄຣູ ຍັງຕ່ຳເກີນໄປ ເມື່ອທຽບໃສ່ ວິຊາ ອາຊີບ ຢ່າງອື່ນ; ຕົວຢ່າງ ຄຣູໂຮງຮຽນ ຊັ້ນປະຖົມ ມີເງິນເດືອນ ບໍ່ເຖິງສາມແສນກີບ ແລະ ການເປັນ ຄຣູ ຢູ່ໃນເຂດຊົນນະບົດ ກໍຈະ ບໍ່ມີໂອກາດ ມີຣາຍໄດ້ ເພິ້ມພິເສດເລີຍ ເຊັ່ນບໍ່ໄດ້ ສອນເພິ້ມ ດັ່ງນີ້ເປັນຕົ້ນ.