ປະຕິຮູບ ການສຶກສາ ຂັ້ນມັດທະຍົມ
2008.08.21
ນັບແຕ່ປີ 1975 ເປັນຕົ້ນມາ ຣັຖບານ ສປປລາວ ໄດ້ຈັດຣະບົບ ການສຶກສາ ຈາກ ຂັ້ນປະຖົມ ຫ້າປີ ມັດທະຍົມ ຕອນຕົ້ນ ສາມປີ ແລະ ມັດທະຍົມ ຕອນປາຍ ສາມປີ ລວມທັງໝົດ 11 ປີ; ນຶ່ງປີ ໜ້ອຍກວ່າ ມາດຕະຖານ ສາກົນ; ແຕ່ໃນສົກຮຽນ ນັບແຕ່ ປີ 2009 ເປັນຕົ້ນໄປ ທາງການລາວ ຈະປ່ຽນເປັນຣະບົບ 12 ປີ ຕື່ມປີນຶ່ງ ໃສ່ຂັ້ນມັດທະຍົມ ຕອນຕົ້ນ ໃຫ້ເປັນ ສີ່ປີ ດັ່ງ ເຈົ້າໜ້າທີ່ ກະຊວງ ສຶກສາທິການ ຂອງລາວ ທ່ານນຶ່ງ ໄດ້ກ່າວວ່າ:
“ມີແຜນການ ແລະ ຄິດວ່າ ໃນທ້າຍປີ 2009 ຫາ 2010 ຈະເລິ້ມປະຕິບັດ ເຣື່ອງປັບປຸງ ຣະບົບ ປີຮຽນ ຄື ພວກເຮົາ ຈະປັບມັດທະຍົມ ຕອນຕົ້ນ ຈາກສາມປີ ໃຫ້ເປັນສີ່ປີ.”
ເຈົ້າໜ້າທີ່ ການສຶກສາລາວ ທ່ານນີ້ ກ່າວອີກວ່າ ຈຸດປະສົງ ຂອງປ່ຽນແປງ ດັ່ງກ່າວ ກໍແມ່ນ ເພື່ອຍົກຣະດັບ ຄຸນນະພາບ ການສຶກສາ ຂອງລາວ ໃຫ້ດີຂື້ນ ໃຫ້ໄດ້ຕາມ ມາດຕະຖານ ສາກົນ ດັ່ງ ເຈົ້າໜ້າທີ່ ທ່ານນີ້ ໄດ້ກ່າວ:
“ເປັນການປັບປຸງ ຄິດວ່າ ມັນຈະດີຂື້ນ ເພາະວ່າ ພວກເຮົາ ໃຊ້ການສຶກສາ ຫົກປີ ຄຸນນະພາບ ການຮຽນຂອງເດັກນ້ອຍ ມັນບໍ່ໄດ້ ມາດຕະຖານ ກໍເລີຍປ່ຽນ.”
ເຈົ້າໜ້າທີ່ ການສຶກສາ ທ່ານດຽວກັນນັ້ນ ກ່າວອີກວ່າ ນອກຈາກ ຈະຕື່ມປີຮຽນ ໃນຂັ້ນມັດທະຍົມ ຕອນຕົ້ນແລ້ວ ທາງກະຊວງ ສຶກສາ ຍັງຈະພະຍາຍາມ ປັບປຸງຄຸນນະພາບ ຂອງຄຣູ ແລະ ອາຈານ ນຳ. ຜ່ານມາ ໂດຍທົ່ວໄປ ຄຸນນະພາບ ຂອງການສຶກສາ ຢູ່ລາວ ຍັງຕ່ຳຫລາຍ ເພາະນັກຮຽນ ກໍມີເວລາຮຽນໜ້ອຍກວ່າ ປະເທດອື່ນໆ ເຖິງນຶ່ງປີເຕັມ ແລະ ຄຣູອາຈານ ກໍໄດ້ຮັບ ເງິນເດືອນຕ່ຳ; ບໍ່ພຽງແຕ່ ເງິນເດືອນຕ່ຳ ເທົ່ານັ້ນ ບາງເດືອນ ບໍ່ໄດ້ ຫລື ສາມສີ່ເດືອນ ຈຶ່ງໄດ້.