ປາກົດການນີ້ ບໍ່ມີພຽງແຕ່ ໃນໂຮງຮຽນ ເຂດຊົນບົດ ເທົ່ານັ້ນ, ແມ່ນແຕ່ ໃນບັນດາ ໂຮງຮຽນ ໃນຫົວເມືອງໃຫ່ຽດັ່ງ ໃນເຂດ ນະຄອນຫລວງວຽງຈັນ ກໍໄດ້ພົບ ບັນຫານີ້ ເຊັ່ນກັນ. ທ່ານອາຈານບຸນຈັນສີສຸກຮອງ ຜູ້ອໍານວຍການ ໂຮງຮຽນ ມັທຍົມ ຕອນປາຍເມືອງສີໂຄຕະບອງນະຄອນຫລວງວຽງຈັນ ໄດ້ກ່າວວ່າຢູ່ໂຮງຮຽນ ມັທຍົມ ຕອນປາຍເມືອງສີໂຄດຕະບອງ ມີ ອາຄານ 4 ຫລັງ ປະກອບດ້ວຍ 36 ຫ້ອງຮຽນ, ຕາມປົກກະຕິແລ້ວ ມີການເປີດ ສອນທັງໝົດ 36 ຫ້ອງ.
ໃນສົກປີ ການສືກສາ 2008-2009 ນີ້ ສາມາດ ເປີດຮຽນ ໄດ້ແຕ່ 28 ຫ້ອງຮຽນ ເທົ່ານັ້ນເນື່ອງຈາກວ່າຂາດຄູສອນ, ຈໍາເປັນຕ້ອງ ໄດ້ເຕົ້າໂຮມ ນັກຮຽນ ເປັນຈໍານວນ 50 ຄົນ ເຂົ້າຮຽນ ຢູ່ຫ້ອງດຽວກັນອັນໄດ້ສ້າງ ຄວາມແອອັດ ແລະ ສັບສົນ ຕໍ່ການສິດສອນ ບໍ່ນ້ອຍ. ໂຮງຮຽນມັດທຍົມ ຕອນປາຍເມືອງສີໂຄດຕະບອງ ມີນັກຮຽນ ທັງໝົດ 1,496 ຄົນ, ແລະ ມີພະນັກງານ ຄຣູສອນແລະ ອາຈານ ທັງໝົດ 54 ຄົນ. ເມື່ອທຽບ ຈໍານວນ ຄຣູສອນ ໃສ່ກັບ ຈໍານວນນັກຮຽນແລ້ວ ເຫັນວ່າຄຣູສອນ ຄົນນື່ງ ມີຄວາມຮັບຜິດຊອບ ນັກຮຽນຫລາຍຄົນໂພດ.
ນອກນີ້ ໂຮງຮຽນແຫ່ງນີ້ ຍັງຂາດເຂີນ ປື້ມຕໍາຣາຮຽນ ວິຊາຟີຊິກສາດ ຊັ້ນມ.4 ແລະ ມ.5 ເນື່ອງຈາກວ່າ ປື້ມຕໍາຣາ ວິຊາ ດັ່ງກ່າວ ເປັນປື້ມ ປັບປຸງໃໝ່ຍັງບໍ່ມີ ຈໍານວນພຽງພໍສໍາລັບນັກຮຽນທຸກຄົນ, ສະນັ້ນ ຈື່ງໄດ້ຈັດແບ່ງ ໃຫ້ກຸ່ມນັກຮຽນ 5-7 ຄົນ ໄດ້ຮັບປື້ມ ຕໍາລາຮຽນ 1 ຫົວ. ກ່ຽວກັບ ສາເຫດ ຂາດຄຣູສອນນີ້ ທ່ານຊື່ນ ໄຊຍະວົງໄຊຫົວໜ້າ ຜແນກ ປະຖົມ ສືກສາ ກົມສາມັນກະຊວງ ສືກສາ ທິການຂອງລາວ ໄດ້ຊີ້ແຈງ ເມື່ອບໍ່ນານມານີ້ວ່າ:
"ດຽວ ນີ້ ຄ ຣູ ຂາດ ມັນ ກໍ ມີ ຫລາຍ ສາ ເຫດ . ໂຄ ຕາ ທີ່ ທາງ ຣັຖບານ ລາວ ໃຫ້ ແຕ່ລະ ປີ ມັນ ຈະ ບໍ່ ພຽງພໍ . ສໍາລັບ ປີ ນີ້ ມີ ອັຕຣາ ບັນຈຸ ຄູ 4,000 ກ່ວາ ຄົນ ກະ ແຈກ ຢາຍ ໄປ ທົ່ວ ແຂວງ ໂດຍ ສະ ເພາະ ເຂດ ພູດ ອຍ ທີ່ ຂາດ ຄຣູ ສອນ ."
ດັ່ງທີ່ ກ່າວມານັ້ນ ວ່າສະພາບ ຂາດແຄນຄຣູສອນມີທົ່ວປະເທດ ໃນລາວ. ຍາມໃດ ຣັຖບານ ກໍວ່າ ຈະປັບປຸງແຕ່ປາກົດວ່າ ການແກ້ໄຂ ເຣື້ອງນີ້ ລ້າຊ້າຫລາຍ.