ຜົນກະທົບ ຈາກ ຊາວຈີນ ທີ່ເຂົ້າໄປ ໃນລາວ

ການທີ່ມີ ຊາວຈີນ ເຂົ້າມາອາໃສ ຢູ່ໃນລາວຫລາຍ ເປັນການທຳລາຍ ຊັພຍາກອນ ທັມຊາຕ ແລະ ຄວາມເປັນຢູ່ ຂອງປະຊາຊົນ ທ້ອງຖິ່ນ.
ວຽງໄຊ ຣາຍງານ
2008.07.02

ຕົວແທນ ປະຊາຊົນ ແຂວງຫລວງນ້ຳທາ ໄດ້ກ່າວເຖິງ ການທີ່ໃນ ສປປລາວ ປັດຈຸບັນ ມີຊາວຈີນ ມາຢູ່ອາໃສ ແລະ ປະກອບ ທຸຣະກິດ ສົ່ງຜົນໃຫ້ ປະຊາຊົນລາວ ໄດ້ຮັບ ຄວາມເດືອດຮ້ອນ ໃນທາງອ້ອມ ຊຶ່ງທ່ານ ຄຳ ວົງສາ ຕົວແທນ ປະຊາຊົນ ແຂວງຫລວງນ້ຳທາ ໃຫ້ ທັສນະວ່າ:

“ທຳລາຍ ຊີວິຕ ຄວາມເປັນຢູ່ ຂອງປະຊາຊົນ ທຳລາຍ ປ່າສງວນ ຂອງຊາຕ ປະຊາຊົນ ບ່ອນທີ່ເຂົາເຈົ້າ ທຳມາຫາກິນ ກໍ່ກາຍເປັນ ດິນສັມປະທານດິນ ກໍ່ກາຍເປັນ ສິດ ຂອງຈີນ ໄປໝົດ ໂດຍທີ່ ປະຊາຊົນ ບໍ່ພຽງພໍ ໃນການ ທຳມາຫາກິນ ໃນການເຮັດໄຮ່ ເຮັດສວນ ເຮັດນາ”

ນອກຈາກນີ້ ທ່ານຄຳ ຍັງກ່າວ ຕໍ່ໄປວ່າ ໃນດ້ານດີນັ້ນ ກໍ່ພໍມີຢູ່ ເຊັ່ນໃນເຣື້ອງ ຊາວຈີນ ຈ້າງ ແຮງງານລາວ ເຮັດໃຫ້ ປະຊາຊົນ ມີຣາຍໄດ້ ຫລາຍຂຶ້ນ ກວ່າແຕ່ກ່ອນ ແຕ່ເຖິງຢ່າງໃດກໍ່ດີ ການທີ່ ຊາວຈີນ ເຂົ້າມາຢູ່ ອາໃສນັ້ນ ໄດ້ສ້າງ ຄວາມເດືອດຮ້ອນ ໃຫ້ປະຊາຊົນລາວ ໃນຫລາຍດ້ານ.

ເຖິງວ່າ ບໍຣິສັດຈີນ ທີ່ມາລົງທຶນ ຢູ່ລາວ ສ່ວນຫລາຍ ຈະຈ້າງ ຄົນງານລາວ ແລະ ທາງບໍຣິສັດຈີນ ກໍ່ໄດ້ ເຊັນສັນຍາ ສັມປະທານ ທີ່ດິນ ໂດຍທາງຈີນ ຕ້ອງການ ຄົນລາວ ໄປອອກແຮງງານ ແຕ່ກໍມີ ບັນຫາ ເກີດຂຶ້ນ ຕາມພາຍຫລັງ ດັ່ງທ່ານ ຄຳ ອະທິບາຍ ວ່າ

“ເບື້ອງຕົ້ນ ກໍ່ປະຕິບັດ ດັ່ງນັ້ນແທ້ ຜົນສຸດທ້າຍ ກໍ່ມີບັນຫາ ກ່ຽວກັບ ວ່າ ຄົນລາວ ເຮັດບໍ່ໄດ້ ມາຕຖານ ມື້ນັ້ນ ມື້ນີ້ ເຂົາ ກໍ່ນຳເອົາ ຄົນເຂົາເຈົ້າ ເຂົ້າມາ ທີ່ລະ​ເລັກ ທີ່ລະໜ້ອຍ ກໍ່ເກີດ ເປັນຫລາຍຂຶ້ນ ຫລາຍຂຶ້ນໄປ”

ທ່ານ ຄຳ ກ່າວມ້ວນທ້າຍ ວ່າ ປັດຈຸບັນ ທາງແຂວງຫລວງພຣະບາງ ແຂວງອຸດົມໄຊ ແຂວງຫລວງນ້ຳທາ ແລະແ ຂວງຊຽງຂວາງ ມີຊາວຈີນ ເຂົ້າໄປອາໃສຢູ່ ເປັນຈຳນວນ ຫລວງຫລາຍ ແຕ່ກໍ່ບໍ່ແມ່ນ ຊາວຈີນ ທັງໝົດ ທີ່ເຂົ້າມາ ສ້າງຄວາມວຸ້ນວາຍ ໃຫ້ປະຊາຊົນລາວ ຫລື ເຮັດໃຫ້ມີ ການປ່ຽນແປງ ສະພາບ ຄວາມເປັນຢູ່ ຂອງປະຊາຊົນລາວ ແຕ່ວ່າ ການທຳລາຍ ຊັພຍາກອນ ທັມຊາຕ ນັ້ນ ມີຢ່າງແນ່ນອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.