ອານັນດາ ພູມໃຈ ໃນເຣື້ອງ “ສະບາຍດີ ຫລວງພຣະບາງ”
2008.06.13

ພາພຍົນ ເຣື້ອງ ສະບາຍດີ ຫລວງພຣະບາງ ທີ່ໄດ້ອອກສາຍ ທົ່ວປະເທດໄທ ເມື່ອວັນທີ 5 ເດືອນມິຖຸນາຜ່ານມາ ໄດ້ສຽງຕອບຮັບ ຈາກຊາວໄທ ເປັນຢ່າງດີ ແລະ ເຮັດໃຫ້ຊາວໄທ ຢາກຈະໄປທ່ຽວຊົມ ທິວທັດ ປະເທດລາວ ຫລາຍຂຶ້ນ, ອີງຕາມ ຄໍາເວົ້າ ຂອງອະນັນດາ ເອເວິຣິງແຮມ, ສິລປິນນໍາຝ່າຍຊາຍ ໃນເຣື້ອງ ສະບາຍດີ ຫລວງພຣະບາງ.
ອານັນດາ ຊຶ່ງເປັນລູກຊອດ ລາວ-ອັອສເຕຣເລັຍ ມີຄວາມພູມໃຈ ທີ່ມີສ່ວນສະແດງ ພາພຍົນ ໃນເຣື້ອງນີ້, ເນື່ອງຈາກ ຮູ້ສຶກວ່າ ຕົນເອງ ມີຄວາມອົບອຸ່ນ ມີຄວາມຜູກພັນ ກັບປະເທດລາວ ແລະ ຢາກຈະເຮັດສິ່ງໃດສິ່ງນຶ່ງ ໃຫ້ກັບ ປະເທດລາວ. ອານັນດາ ກ່າວໃນຕອນນຶ່ງ ວ່າ:
“ຮູ້ສຶກວ່າ ມີບ້ານ ທີ່ຂ້ອຍ ສາມາດກັບໄປໄດ້, ຊຶ່ງທັງຊີວິດ ມັນບໍ່ມີເລີຍນະ. ຕາມປົກກະຕິນີ້, ເຖິງແມ່ນວ່າ ຂ້ອຍຈະໃຫຍ່ ທີ່ໄທ, ເຮັດວຽກ ຢູ່ໄທ, ກໍສ່ວນເລິກໆ ໃນໃຈ ມັນກໍຍັງ ຮູ້ວ່າ ມັນບໍ່ແມ່ນບ້ານຂ້ອຍ ແຕ່ນ້ອຍດຽວ. ພໍໄດ້ໄປຢູ່ກັບ ກອງຖ່າຍ, ໄປຢູ່ ທີ່ລາວ ປະມານ ເດືອນ 2 ເດືອນ, ມັນຮູ້ສຶກ ຄື I belong… I belong ນະ, I belong to ສັງຄົມ, I belong ເພາະກໍມີພີ່ນ້ອງ ມາຊ່ອຍຢືນຢັນ ພາໃຫ້ອຸ່ນໃຈ ແບບວ່າ ເຈົ້າກັບມາ ທີ່ນີ້ ເມື່ອໃດ ກໍໄດ້.”
ຕໍ່ຄໍາຖາມ ທີ່ວ່າ ຮູ້ສຶກແນວໃດ ທີ່ນັກສະແດງນໍາຝ່າຍຍິງ, ຊຶ່ງເປັນນັກສະແດງໃໝ່, ອານັນດາ ບອກວ່າ ເຖິງແມ່ນວ່າ ຄໍາລີ, ຈະແມ່ນນັກສະແດງໃໝ່, ແຕ່ ມີຄວາມເປັນທັມມະຊາດຫລາຍ, ຊຶ່ງທາງກອງຖ່າຍ ຕ້ອງການທີ່ສຸດ ແລະ ນັກສະແດງຫລາຍໆຄົນ ກໍສະແດງໄດ້ຍາກ.
ສ່ວນຄວາມຮູ້ສຶກ ຂອງຊາວໄທ ທີ່ໄດ້ໄປເບິ່ງ ພາພຍົນ ເຣື້ອງນີ້ແລ້ວ, ອານັນດາ ເລົ່າສູ່ຟັງ ວ່າ:
“ສ່ວນ ຂອງຝັ່ງໄທ ນີ້ນະ, ຂ້ອຍ ຮູ້ສຶກວ່າ ຂະເຈົ້າ ຮູ້ສຶກວ່າ ມັນເປັນ ພາພຍົນ ທີ່ເບິ່ງແລ້ວ ຮູ້ສຶກ ຊື່ນໃຈ, ຮູ້ສຶກ ຢາກໄປທ່ຽວ. ໝູ່ຂອງຂ້ອຍ ຫລາຍຄົນ ບອກວ່າ, ເບິ່ງພາພຍົນແລ້ວ ຮູ້ສຶກຢາກໄປທ່ຽວລາວ, ຊຶ່ງອັນນີ້ ເຮົາ happy ຫລາຍ, ເພາະວ່າ ຈຸດປະສົງ ຂອງພາພຍົນ ສ່ວນນຶ່ງ ກໍຢາກຈະໃຫ້ ພວກຂະເຈົ້າ ເບິ່ງແລ້ວ ຮູ້ສຶກວ່າ ຢາກໄປ ຢາກຈະໄປ. ສ່ວນຫລາຍ ດຽວນີ້ ດີໃຈຫລາຍໆ.”
ນອກຈາກ ນັກສະແດງ ນໍາຝ່າຍຊາຍ ແລະ ຝ່າຍຍິງແລ້ວ, ໂຕລະຄອນ ທີ່ຜູ້ຊົມ ປະທັບໃຈ ຄື ເດັກຍິງນ້ອຍ ທີ່ສະແດງ ເປັນນ້ອງສາວ ຂອງນັກສະແດງນໍາຝ່າຍຍິງ ແລະ ເດັກຊາຍ ທີ່ສະແດງ ເປັນຄົນເລາະ ຂາຍຂອງ.
ກ່ອນຈະສາຍ ໃນປະເທດໄທ, ພາພຍົນ ເຣື້ອງ ສະບາຍດີ ຫລວງພຣະບາງ ໄດ້ອອກສາຍ ທີ່ສູນ ໄອເຕັກ ນະຄອນຫລວງວຽງຈັນ ເມື່ອທ້າຍເດືອນພຶສພາ ຜ່ານມາ.