ຖນົນເລກທີ 7 ເຂດສາລາພູຄູນ ຖືກຕັດຂາດ
2008.07.23
ກະແສຂ່າວ ທ້ອງຖິ່ນລາຍງານ ວ່າ ເລີ້ມມາ ໄດ້ 2-3 ມື້ຜ່ານມານີ້ ເສັ້ນທາງຫຼວງ ເລກທີ 7 ແຕ່ ທາງແບ່ງ ສາລາພູຄູນ ໄປຫາ ຊຽງຂວາງ ໄດ້ຮັບຜົນກະທົບ ຢ່າງໜັກ ຈາກນ້ຳປ່າ ໄຫຼເຊາະ ເຮັດໃຫ້ເກີດ ດິນເຈື່ອນ ທັບລົງໃສ່ ຖນົນຫົນທາງ ສົ່ງຜົນ ໃຫ້ການສັນຈອນ ໄປມາບໍ່ສດວກ ຊຶ່ງບາງບ່ອນ ຣົດຍົນໄດ້ຈອດ ລໍຖ້າ ໃຫ້ໜ່ວຍໂຍທາ ເອົາເຄື່ອງຈັກ ຂນາດໜັກ ມາຍົກຍ້າຍ ສິ່ງຂອງ ກີດຂວາງ ດັ່ງກ່າວ.
ໃນຍາມຝົນ ຫາກມີຝົນ ຕົກໜັກ ຕິດຕໍ່ກັນ ຫຼາຍມື້ ກໍຈະ ສົ່ງຜົນກະທົບ ໃຫ້ຫຼາຍໆ ພື້ນທີ່ ໃນລາວ ໂດຍສະເພາະ ມັກຈະເກີດມີ ນ້ຳປ່າໄຫຼເຊາະ ຈາກເທິງພູ ເຮັດໃຫ້ເກີດ ສະພາບດິນເຈື່ອນ ລົງທັບ ຖນົນ ຫົນທາງ ແຕ່ກໍບໍ່ຮ້າຍແຮງ, ບາງບ່ອນ ກໍເກີດ ນ້ຳຖ້ວມ ແລະ ນ້ຳເຈາະເຊາະ ຖນົນ ຈົນຂາດກໍມີ.
ປາກົດການ ທີ່ກ່າວມານີ້ ແຕ່ກ່ອນ ບໍ່ເຄີຍເກີດຂື້ນເລີຍ ແລະ ສາເຫດ ຫຼັກທີ່ເຮັດໃຫ້ມີ ປາກົດການ ເຫລົ່ານີ້ ເນື່ອງຈາກວ່າ ຍັງມີການລັກລອບ ຕັດໄມ້ທໍາລາຍປ່າ ຢູ່ຕໍ່ມາ.