ພະຍຸ ຮາຈູປິດ ອາດພັດເຂົ້າລາວ ໃນ 2-3 ຂ້າງໜ້າ
2008.09.24
ພາຍຫລັງ ທີ່ມີເຫດນ້ຳຖ້ວມແລ້ວ ກໍ່ມີສະພາບ ຝົນຕົກຫນັກ ໃນຫລາຍພື້ນທີ່ ໃນລາວ ຢ່າງຕໍ່ເນື່ອງ, ພາຍໃນ 2-3 ວັນຂ້າງຫນ້າ ຫລາຍແຂວງທາງພາກເຫນືອ ຂອງລາວ ອາດຈະປະເຊີນກັບ ລົມພະຍຸ ອີກລູກໃຫມ່ ດັ່ງພະຍຸ ຮາຈູປີດ ທີ່ກຳລັງ ວົນວຽນ ເຂົ້າມາ ໃນຂົງເຂດແຫ່ງນີ້ຢູ່ ໃນເວລານີ້ ດັ່ງທ່ານ ວັນດີ ດວງມາລາ ຫົວຫນ້າ ຫ້ອງການອຸຕຸນິຍົມ ວິທຍາແຫ່ງຊາດລາວ ເວົ້າວ່າ:
“ຄາດວ່າ ໃນ 2-3 ມື້ຂ້າງຫນ້ານີ້ ມັນຈະເຂົ້າມາ ທາງພາກເຫນືອ ໄທເຮົາ ກໍ່ໄດ້ແຈ້ງເຕືອນໄປແລ້ວ ຂະນະນີ້ ເກີດຝົນຕົກຫນັກ ບ່ອນໃດ ທີ່ປະຊາຊົນ ຢູ່ເຂດສ່ຽງພັຍ ກໍ່ມີແຕ່ຣະວັງ ດີນເຈື່ອນ ຫລືວ່າ ນ້ຳປ່າໃຫລແຮງ ພວກເຮົາ ກໍ່ໄດ້ຕິດຕາມທາງພາບຖ່າຍ ດາວທຽບ.”
ພະຍຸ ລູກດັ່ງກ່າວ ໃນເວລານີ້ ກຳລັງພັດຜ່ານຈີນ ແລະ ໃກ້ຈະມາເຖີງ ວຽດນາມ ກັບລາວແລ້ວ ຄາດວ່າ ພາຍໃນ ວັນທີ 25-26 ກັນຍາ ຈະພັດເຂົ້າມາ ທາງພາກເຫນືອ ຂອງລາວ ທີ່ແຂວງ ຟົງສາລີ ຫລວງນ້ຳທາ ຫົວພັນ ແລະ ແຂວງອື່ນໆ ທາງພາກເຫນືອ ດ້ວຍຄວາມແຮງ ປະມານ 150-160 ກິໂລແມັດ ຕໍ່ຊົ່ວໂມງ ອາດຈະເຮັດໃຫ້ ເກີດສະພາບ ດີນເຈື່ອນ ນ້ຳຖ້ວມ ໃນບາງພື້ນທີ່ ນ້ຳປ່າ ໃຫລແຮງ ປະຊາຊົນ ໃນຂົງເຂດແຫ່ງນີ້ ຄວນຣະມັດຣະວັງ ເປັນພິເສດ.
ໃນປັດຈຸບັນ ຫນ່ວຍງານ ຂອງຣັຖບານ ກຳລັງ ກະຕຽມ ການຊ່ອຍເຫລືອ ກູ້ພັຍແກ່ ປະຊາຊົນ ໃນຂົງເຂດແຫ່ງນີ້ຢູ່.