ຍັງມີການໃຫ້ ສິນບົນ ໃນດ້ານການສຶກສາ ຢູ່
2008.07.21
ທ່ານ ສົມກົດ ມັງໜໍ່ເມກ ຣັຖມົນຕຣີ ກະຊວງ ສືກສາທິການ ຂອງລາວ ຮັບຮູ້ວ່າ ການພັດທະນາ ການສືກສາ ຂອງລາວ ໃນປັດຈຸບັນ, ເຖິງແມ່ນວ່າ ຈະສາມາດ ຂະຫຍາຍ ໄປຮອດເຂດຊົນບົດ ໄດ້ຢ່າງຕໍ່ເນື່ອງ ກໍຕາມ, ແຕ່ການພັດທະນາ ການສືກສາ ໃນລາວ ຍັງປະສົບ ກັບບັນຫາຄຸນະພາບ ທັງປະສົບ ກັບບັນຫາ ຫຍໍ້ທໍ້ ໃນດ້ານຕ່າງໆ ອີກຫລາຍ ບັນຫາ.
ທ່ານ ສົມກົດ ກ່າວໃນຕອນນຶ່ງ ວ່າ:
ບັນຫາ ປະກົດການ ຫຍໍ້ທໍ້ ເກີດຂື້ນ ໃນຂະແໜງ ການສືກສາ ມັນເກີດຂື້ນ ໃນຫລາຍຮູບແບບ ທີ່ສຸດ ເຊັ່ນ ການປອມແປງ ປະກາຊະນິຍາບັດ, ບັນຫາ ຄວາມບໍ່ໂປ່ງໃສ ໃນການສອບເສັງ, ບັນຫາ ການເອົາເງິນ ເຂົ້າຮຽນ ນໍານັກຮຽນ ຢູ່ພາຍໃນ ແລະ ຕ່າງປະເທດ, ບັນຫາ ການຊັບຊ້ອນ ນັກຮຽນ ຈົບ ມ. 6 ເຂົ້າຮຽນ ຕໍ່ວິຊາຊີບ, ຫລືວ່າ ບັນຫາ ນັກຮຽນ ນັກສືກສາ ຕິດເກມ ມົ້ວສຸມ ນໍາສິ່ງຢາເສບຕິດ ເຂົ້າຮ້ານບັນເທິງອື່ນໆ.
ບັນຫາ ທີ່ກ່າວມານີ້ ທ່ານ ສົມກົດ ວ່າ ເປັນບັນຫາ ທີ່ເຈົ້າໜ້າທີ່ ຂະແໜງ ການສືກສາ ໃນແຕ່ລະ ໂຮງຮຽນ ຫລື ສະຖາບັນ ຕ້ອງໄດ້ຊ່ວຍກັນ ແກ້ໄຂ ເພື່ອເຮັດໃຫ້ ລະບົບ ການສືກສາ ຂອງລາວ ເຂົ້າລະບຽບ ວິໃນ ແລະ ມີຄຸນະພາບດີ.
ຈາກ ການສໍາຣວດ ໃນທາງລັບ ໃນລະຍະ 5 ປີ ຜ່ານມານີ້ ພົບວ່າ ການຮັບ ສິນບົນ ຈາກນັກຮຽນ ນັກສືກສາ ທີ່ສອບເສັງ ເຂົ້າມະຫາວິທະຍາໄລ ຫລື ໂຮງຮຽນ ວິຊາຊີບ ອື່ນໆ ໄດ້ກາຍເປັນ ບັນຫາ ທີ່ຮຸນແຮງ ຂື້ນເລື້ອຍໆ.