ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກອົງການ ອານຸຮັກ ສັຕປ່າ ທີ່ມີຫ້ອງການ ຢູ່ນະຄອນຫລວງວຽງຈັນ ໄດ້ກ່າວ:
"ເບື້ອງຣັຖບານ ເຣື້ອງ ເຈົ້າ ໜ້າ ທີ່ ກໍ ຈະ ມີ ເຣື້ອງ ຄໍຣັບຊັນ ຢູ່ ໃນ ຕາມ ຊາຍ ແດນ . ກົດໝາຍ ເຈົ້າ ໜ້າ ທີ່ ຈະ ບໍ່ ເຂັ້ມ ແຂງ ໃນ ການ ນໍາ ໃຊ້ ກົດໝາຍ ໃນ ການ ບັງຄັບ ສ່ວນ ຫລາຍ ຈະ ເປັນ ເຈົ້າ ໜ້າ ທີ່ ຫລາຍ ເພາະວ່າ ເຮົາ ເຮັດ ອ ະນຸຍາດ ຫລື ວ່າ ໃຫ້ ໃບ ອ ະນຸຍາດ ອອກ ໄປ ຈະ ເປັນ ຂອງ ເຈົ້າ ໜ້າ ທີ່ .
ທ່ານວ່າ ໃນປັດຈຸບັນ ມີພໍ່ຄ້າ ຈາກຈີນ ແລະ ວຽດນາມ ເຂົ້າມາ ໃນສປປລາວເປັນຈໍານວນ ຫລາຍ ແລະ ໄດ້ມີການໃຫ້ເງິນ ຄ່າຈ້າງ ປະຊາຊົນ ຕາມເຂດຊົນະບົດ ລ້າສັຕປ່າ ແລ້ວສົ່ງຂາຍ ໃຫ້ພໍ່ຄ້າຈີນ ແລະ ວຽດນາມ ເພື່ອວ່າ ພໍ່ຄ້າເລົ່ານີ້ ຈະສົ່ງຕໍ່ໄປ ຂາຍ ຢູ່ປະເທດຈີນຫລື ປະເທດວຽດນາມ.
ກ່ຽວກັບ ເຣື້ອງນີ້ ເຈົ້າໜ້າທີ່ ຫ້ອງການອະນຸຮັກ ສັຕປ່າ ປະຈໍາ ກະຊວງກະສິກໍາ ແລະ ປ່າໄມ້ຂອງລາວໄດ້ກ່າວ ປະຕິເສດວ່າ ບໍ່ມີມູນຄວາມຈິງດັ່ງທີ່ ທ່ານໄດ້ກ່າວ:
"ມັນ ບໍ່ ມີ ຂໍ້ ມູນ ຢັ້ງຢືນ ຈະ ເປັນ ແບບ ຂ່າວລື ວ່າ ຢ່າງ ນັ້ນ ມັນ ມາ ເຮັດ ບໍ່ ໄດ້ ດອກ ເຂົ້າ ມາ ເຮັດ ບໍ່ ໄດ້ ເຂົາ ມາ ກໍ ຖືກຈັບ ບໍ່ ມີດ ອກ ກົດໝາຍ ຂອງ ລາວ ເຣື້ອງຄໍຣັບຊັນ ເຂົາ ເຂັ້ມ ງວດ ທີ່ ສຸດ ເຮັດ ບໍ່ ໄດ້ ດອກ ນ່ວຍງານ ໃດ ສິ ເຮັດ ກໍ ເຮັດ ບໍ່ ໄດ້ ເຮັດບໍ່ ໄດ້ "
ເຖິງຢ່າງໃດກໍດີການຄໍຣັບຊັນໃນລາວ ເປັນອຸປະສັກໃຫ່ຽໃນການພັດທະນາປະເທດຊາດ. ລາຍງານຂອງສະພາແຫ່ງຊາດ ໃນແຕ່ລະສະໃໝກໍຢັ້ງຢືນວ່າມີການຄໍຣັບຊັນລາຍໄດ້ຂອງຣັຖຕົກເຮັ່ຽເສັຽຫາຍທັ້ງໆທີ່ພັກແລະຣັຖະບານພະຍາຍາມຕໍ່ຕ້ານການສໍ່ລາດບັງຫລວງແຕ່ວ່າພະນັກງານປະຕິບັດກົດໝາຍເມີນເສີຽຕໍ່ຄໍາສັ່ງຂອງຣັຖບານ.