ສປປລາວ ສົ່ງເສີມ ຊາວລາວ ພົ້ນທະເລ ກັບເມືອຢາມບ້ານ

ແນວລາວ ສ້າງຊາດ ວາງແຜນການ ທີ່ຈະສົ່ງເສີມ ໃຫ້ຄົນລາວ ທີ່ຢູ່ໃນຕ່າງປະເທດ ເດີນທາງ ກັບມາຢ້ຽມ ແລະ ຮ່ວມພັທນາ ປະເທດລາວ ໃຫ້ຫລາຍຂຶ້ນ ເລື້ອຍໆ.
ມະນີຈັນ ຣາຍງານ
2008.08.20

ເຈົ້າໜ້າທີ່ ຣະດັບ​ສູງ ຂອງສູນ​ກາງ​ແນວ​ລາວ​ ສ້າງ​ຊາດ​ ໃນ​ນະຄອນຫລວງ​ວຽງຈັນ ​ເຜີຍ​ວ່າ ​ເມື່ອ​ບໍ່​ນານ​ມາ​ນີ້ ຄະນະ​ກໍາມະການ ​ກົມ​ການ​ເມືອງ ສູນ​ກາງພັກ ​ປະຊາຊົນ ​ປະຕິວັດ​ລາວ ​ໄດ້​ມີ​ມະຕິ ​ອະນຸມັດ ​ແຜນການ​ ຂອງ​ແນວ​ລາວ​ສ້າງ​ຊາດ ​ເພື່ອ​ອໍານວຍ ​ຄວາມສດວກ ​ແລະ ​ສົ່ງ​ເສີມ​ ໃຫ້​ຄົນ​ລາວ​ ໃນ​ຕ່າງປະ​ເທດ ​ກັບ​ມາ​ຢ້ຽມຢາມ ​ຫລື ​ຮ່ວມ​ມື ​ໃນ​ການພັທນາ ​ເສ​ຖກິດ ​ແລະ ​ສັງຄົມ ​ໃນ​ລາວ​ ໃຫ້​ຫລາຍ​ຂຶ້ນ​ ເລື້ອຍໆ.

ຕາມ​ແຜນການ​ ດັ່ງກ່າວ ​ສູນ​ກາງ​ແນວ​ລາວ ​ສ້າງ​ຊາດ ຈະ​ສົ່ງ ​ພະນັກງານ​ ໄປ​ປະ​ຈໍາ ຢູ່​ສະຖານ​ທູດ ​ແລະ​ ສະຖານ​ກົງ​ສູນ ທຸກ​ແຫ່ງ​ ຂອງ​ລາວ​ ໃນ​ຕ່າງປະ​ເທດ ​ເພື່ອ​ຮັບຜິດຊອບ ​​ໃນ​ການ​ໃຫ້​ ຂໍ້​ມູນ​​ກ່ຽວກັບ ​ແນວທາງ​ ນະ​ໂຍບາຍ ​ຂອງ​ພັກ​ ແລະ ຣັຖບານ ​ເພື່ອ​ໃຫ້​ຄົນ​ລາວ ​ໃນ​ຕ່າງປະ​ເທດ ຮັບຮູ້​ ຢ່າງ​ກວ້າງຂວາງ​ ຫລາຍ​ຂຶ້ນ.  ພ້ອມ​ກັນ​ນັ້ນ ກໍ​ເພື່ອ​ປະສານ​ງານ ​ແລະ ​ອໍານວຍ​ ຄວາມ​ສະດວກ ​ໃນ​ດ້ານ​ຕ່າງໆ ​ແກ່​ຄົນ​ລາວ​ ໃນ​ຕ່າງປະ​ເທດ ທີ່​ຕ້ອງການ​ຈະ​ເດີນທາງ ​ກັບ​ຄືນ​ ມາ​ຢູ່ ​ປະ​ເທດ​ລາວ ​ຢ່າງ​ຖາວອນດ້ວຍ. ເຈົ້າໜ້າທີ່​ລາວ ກ່າວ​ກ່ຽວກັບ​ ເລື່ອງ​ນີ້​ ​ໃນ​ຕອນ​ນຶ່ງ​ວ່າ:

“ວຽກງານ ​ອັນ​ຮີບ​ດ່ວນ ​ແມ່ນ​ເຜີຍ​ແຜ່​ ຂໍ້​ມູນ​ຂ່າວສານ ທີ່​ຖືກຕ້ອງ​ ກ່ຽວກັບ ​ແນວທາງ ນະ​ໂຍບາຍ ​ຂອງ​ພັກ ​ແລະ ​ຂໍ້​ມູນ​ ກ່ຽວກັບ ປະ​ເທດ​ລາວ​ນີ້​ລະ ​ໃຫ້​ຂະ​ເຈົ້າ ​ໄດ້​ຮັບ​ຮູ້ ຮັບ​ຮູ້​ນີ້ ​ແມ່ນ​ຮັບ​ຮູ້​ແນວ​ຖືກ ບໍ່​ແມ່ນ​ຮັບ​ຮູ້​ ແນວ​ແບບ​ວ່າ ການ​ໂຄສະນາ ​ບິດ​ເບືອນ  ອໍານວຍ​ຄວາມສດວກ ​ໃຫ້​ຂະ​ເຈົ້າ ​ມາ​ເຮັດ ບຸນ​ສິນ​ກິນ​ທານ ຕາມ​ຮີດຄອງ​ປະ​ເພນີ ການ​ເຂົ້າ​ອອກ​ເມືອງ ການ​ພັກ​ພາ​ອາ​ໃສ ການ​ໄປມາ ຢູ່​ພາຍ​ໃນ​ປະ​ເທດ ການ​ມາ​ ຂໍ​ຢູ່​ລາວ ​ຢ່າງ​ຖາວອນ ​ແລະ ​ບັນຫາ​ສັນຊາດ.”

​ເຈົ້າໜ້າທີ່​ລາວ ຮັບ​ວ່າ ການ​ດໍາ​ເນີນ ​ແນວທາງ​ ດັ່ງກ່າວ ຂອງ​ລາວ ເປັນ​ຍ້ອນ ​ໄດ້​ເຫັນ​ຄວາມ​ສໍາ​ເຣັດ ຂອງ​ວຽດນາມ​ໃນ​ການ​ດຶງ​ເອົາ ຊາວ​ວຽດນາມ​ ພົ້ນທະ​ເລ ​ຫລື ຊາວວຽດກຽວ ກັບ​ຄືນ​​ໄປ ວຽດນາມ​ໄດ້ ຈໍານວນ​ ຫລວງຫລາຍ  ທັງ​ຍັງ​ ສາມາດ​ດຶງ​ເອົາ ​ເງິນ​ທຶນ ​ທີ່​ວຽດກຽວ ສົ່ງ​ກັບ ​ໄປ​ໃຫ້​ ຍາດ​ພີ່ນ້ອງ​ ໃນ​ວຽດນາມ ​ທີ່ໄດ້​ຫລາຍ​ກວ່າ 2 ພັນລ້ານ​ໂດ​ລາ​ ສະຫະຣັດ ​ໃນ​ແຕ່ລະ​ປີ ນັ້ນອີກ​ດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.