ຫ້ອງສມຸດ ເຄື່ອນທີ່ ສືບຕໍ່ ຂຍາຍໂຄງການ
2008.07.29

ການຕັ້ງ ຫ້ອງສມຸດ ແລະ ສນອງປຶ້ມ ໃຫ້ແກ່ໂຮງຮຽນ ໃນແຂວງໄຊຍະບູຣີ ທີ່ຍັງ ມີຄວາມຮຽກຮ້ອງ ຕ້ອງການສູງ ຈະສົ່ງຜົນດີ ຕໍ່ການສົ່ງເສີມ ການຮັກການອ່ານ ຂອງເດັກນ້ອຍ ນັກຮຽນ ໃນແຂວງນີ້ ໃຫ້ດີຂຶ້ນ, ອີງຕາມ ການເປີດເຜີຍ ຂອງຍານາງ ບຸນພັກ ອິນທະປັນຍາ, ຫົວໜ້າ ຜແນກ ການສຶກສາ ແຂວງໄຊຍະບູຣີ.
“ກໍຍັງສືບຕໍ່ ຄືເກົ່າ, ຂະເຈົ້າ ຈະສຸມໃສ່ 3 ເມືອງ, ເມືອງ ໄຊຍະບູຣີ, ເມືອງພຽງ ແລະ ເມືອງປາກລາຍ ຄືວ່າ 25 ຫລັງບໍ່? Room to read ເອົາໄປໃຫ້, ກໍມີໂຮງຮຽນ ງາມຫລາຍແລ້ວ ໄຊຍະບູຣີ ກໍຖືວ່າ ດຽວນີ້ ມັນມີ ຫ້ອງອ່ານຫລາຍ ນັກຮຽນ ກໍສາມາດ ຮຽນເກັ່ງ ແລະ ກໍຮຽນຫັດແຕ່ງ ຫັດວາດຫຍັງ ກໍເກ໋ງໃດ໋.”
ຍານາງ ກ່າວຕື່ມວ່າ ໂຄງການ ປຸກສ້າງ ຫ້ອງສມຸດ ແລະ ສນອງປື້ມ ແກ່ເດັກນ້ອຍ ນັກຮຽນນີ້ ຖືເປັນ ໂຄງການ ທີ່ດີ ຕໍ່ການສົ່ງເສີມ ຄຸນນະພາບ ທາງດ້ານ ການສຶກສາ ພາຍໃນ ແຂວງໄຊຍະບູຣີ. ມາເຖິງ ປັດຈຸບັນນີ້ ອົງການ ດັ່ງກ່າວ ໄດ້ຊ່ອຍຕັ້ງ ຫ້ອງສມຸດ ມາແລ້ວ ເກືອບເຖິງ 100 ແຫ່ງ, ໃນນັ້ນ, ນັບແຕ່ ປີ 2005 ຈົນເຖິງ ປັດຈຸບັນ ມີເຖິງ 25 ແຫ່ງ. ໃນການ ສ້າງຕັ້ງດັ່ງກ່າວ, ບັນດາ ພໍ່ແມ່ ຜູ້ປົກຄອງ ຂອງນັກຮຽນ ກໍໄດ້ຊ່ອຍສົມທົບທຶນຮອນ ຈໍານວນນຶ່ງ ແລະ ຊ່ອຍດ້ານແຮງງານ ໃນການປຸກສ້າງ ເຊັ່ນກັນ ເພື່ອວ່າ ລູກຫລານ ຂອງຂະເຈົ້າ ຈະມີໜັງສືດີໆ ໄວ້ອ່ານ ເພື່ອເພີ້ມຄວາມຮູ້ ແລະ ຊາວບ້ານ ຄົນອື່ນໆ ຍັງສາມາດ ເຂົ້າໄປໃຊ້ ຜົນປະໂຫຍດ ໄດ້ເຊັ່ນກັນ.
ແຂວງໄຊຍະບູຣີ ຖືເປັນແຂວງນຶ່ງ ທີ່ເອົາໃຈໃສ່ ການຊຸກຍູ້ສົ່ງເສີມ ການສຶກສາ ແກ່ຊາວບ້ານ ເພື່ອເປັນສ່ວນນຶ່ງ ຕໍ່ການລົບລ້າງ ຄວາມທຸກຈົນ ໃນອະນາຄົດ ແລະ ໃນເວລານີ້ ແຂວງດັ່ງກ່າວ ສາມາດ ປະກາດ ລົບລ້າງ ການຈົບການສຶກສາ ຂັ້ນປະຖົມ ໄດ້ແລ້ວ 5 ເມືອງດ້ວຍກັນ, ຄື ເມືອງໄຊຍະບູຣີ, ເມືອງທົ່ງມີໄຊ, ເມືງອປາກລາຍ, ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ. ແລະ ອີກ 5 ເມືອງ ທີ່ເຫລືອ ແຂວງດັ່ງກ່າວ ຈະສູ້ຊົນ ລົບລ້າງ ໃຫ້ໄດ້ພາຍໃນ ປີ 2010.