ດຣ. ບຸນສັງ: ສະພາບກາຣ ໃນລາວ ຄ້າຍຄືກັບ ພະມ້າ
2008.06.12
The Wall Street Journal ຊື່ງເປັນ ວາຣະສາຣ ທີ່ມີຊື່ສຽງ ໃນສະຫະຣັຖ ໄດ້ເອົາ ບົດຂຽນ ຂອງ ດຣ. ບຸນສັງ ຄຳແກ້ວ ອອກເຜີຽແຜ່ ໃນມື້ ວັນທີ່ 11 ມີຖຸນານີ້ ທີ່ວ່າ ສະພາບກາຣ ໃນ ສປປລາວ ກໍຄ້າຍຄືກັນ ກັບຢູ່ໃນພະມ້າ ທີ່ມີຣະບົບກາຣ ປົກຄອງ ໂດຽພັກດຽວ ແລະ ປະຊາຊົນ ກໍຂາດ ສິທເສຣີພາບ ສະນັ້ນ ຈື່ງຮຽກທວງ ຕໍ່ປະຊາຄົມໂລກ ໃຫ້ຄວາມສົນໃຈ ຊ່ວຍແກ້ໄຂ ແລະ ໃຫ້ຄວາມຊ່ວຍເຫລືອ.
ດຣ. ບຸນສັງ ເປັນນັກຮຽນຮູ້ ແລະ ປັນຍາຊົນລາວ ຜູ້ໜື່ງ ທີ່ອາສັຍ ຢູ່ຕ່າງປະເທດ ພາຍຫລັງ ທີ່ຖືກຈັບຈັດສົ່ງເຂົ້າ ສູນສັມນາ ຢູ່ໃນພາຄເໜືອ ຂອງປະເທດ ຮ່ວມກັບ ສັມນາກອນ ຄົນອື່ນໆ ໄດ້ຫລາຍໆປີ ແຕ່ກໍໂຊກດີ ທີ່ສາມາດ ເອົາຊີວີຕ ລອດອອກມາ ແລະ ໄດ້ຂຽນປື້ມ ທີ່ມີຫົວເຣື່ອງ ວ່າ: “ຂ້ານ້ອຍ” ຊື່ງເປັນກາຣບັນທຶກ ເຫຕກາຣ ຄວາມຈີງ ທີ່ເກີດຂື້ນ ແກ່ຕົນ ແລະ ນັກສັມນາກອນ ຄົນອື່ນໆ ທີ່ເສັຽຊີວີຕໄປ ຮວມທັງ ອົງປຣະມຸກ ແຫ່ງຣາຊອານາຈັກລາວ ນຳດ້ວຍນັ້ນ.
ໃນບົດຄວາມ ທີ່ທາງວາຣະສາຣ The Wall Street Journal ໄດ້ນຳອອກສູ່ ສາຍຕາ ຂອງປະຊາຄົມໂລກນັ້ນ ມີກາຣຢືນຢັນ ວ່າ ເຖີງຈະມີ ກາຣປ່ຽນແປງ ບາງຢ່າງກໍຕາມ ແຕ່ກໍເປັນ ແບບ ເພື່ອລວງຕາຊາວໂລກ ໂດຽສະເພາະ ກຸ່ມປະເທດ ໃຫ້ທຶນກາຣຊ່ວຍເຫລືອ ເທົ່ານັ້ນ ເພາະ ດ້ານ ກາຣບໍຣິຫາຣແລະ ຣະບົບ ກາຣປົກຄອງ ຍັງເປັນ ແບບພັກດຽວ ທີ່ເຄີຽປະຕິບັຕ ໄດ້ກວ່າ 30 ປີ ຜ່ານມາ.
ເຖີງຢ່າງໃດກໍຕາມ ທາງວາຣະສາຣ ຍັງໄດ້ຢ້ຳອີກ ວ່າ ຢາກໃຫ້ ທາງອົງກາຣ ຈັດຕັ້ງສາກົລ ແລະ ປະຊາຄົມໂລກ ໄດ້ຮ່ວມກັນ ກົດດັນ ໃຫ້ທາງກາຣ ສປປລາວ ແລະ ທາງກາຣ ຣັຖບາລ ທະຫາຣ ພະມ້າໄດ້ຍຸຕິ ກາຣລະເມີດ ສິທທິມະນຸສ ແລະ ຊຸກຍູ້ ໃຫ້ມີກາຣປ່ຽນແປງ ໄປສູ່ຣະບົບ ກາຣປົກຄອງ ແບບມີປະຊາທິປະໄຕ ຢ່າງແທ້ຈີງ.