ເຣື້ອງທີ່ເກັບບັນທຶກໄວ້
2024-09-11
ມະຫາວິທະຍາໄລ 4 ແຫ່ງຂອງລາວ ມີນັກສຶກສາສະໝັກເຂົ້າຮຽນຫຼຸດລົງເລື້ອຍໆ ຍ້ອນບັນຫາເສດຖະກິດ-ການເງິນ ພາຍໃນປະເທດ ແລະ ການເຄື່ອນຍ້າຍແຮງງານໄປຕ່າງປະເທດ ເຮັດມະຫາວິທະຍາໄລບາງແຫ່ງ ຕ້ອງເປີດຮັບສະໝັກຮອບສອງ.
2024-09-09
ຄູສອນ ໃນແຂວງບໍລິຄຳໄຊ ພາກັນລາອອກ ຫຼາຍຂຶ້ນ ເຮັດໃຫ້ທົ່ວແຂວງ ຂາດແຄນຄູສອນ 400 ປາຍຄົນ ໃນສົກຮຽນນີ້, ສາເຫດຫຼັກ ກໍແມ່ນເງິນເດືອນບໍ່ກຸ້ມກິນ ແລະ ຄູອາສາ ກໍບໍ່ມີທ່າທີວ່າ ຈະຖືກບັນຈຸ ເປັນລັດຖະກອນ ຍ້ອນໂຄຕ້າ ຈາກພາກລັດ ມີໜ້ອຍລົງ.
2024-09-07
ຜົນງານ ຂອງທ້າວ ສຸກສະຫວັນ ສິລິຈັນໂທ ຫລື ຄຳຮຸ່ງ ນັກແຕ້ມຮູບ ແອນີເມເຊິ້ນ (Animation) ປະກອບນິທານເດັກນ້ອຍ ທີ່ໄດ້ຮັບລາງວັນ The Best Art Award ໃນປີ 2023 ສໍາຄັນສຸດຄື ຜົນງານຂອງລາວ ຮວມທັງທີມງານທຸກຄົນ ກໍໄດ້ເປັນທີ່ຮັບຮູ້ ໃນກຸ່ມປະເທດອາຊຽນ ແລະ ໃນຂັ້ນລະດັບໂລກ.
2024-09-05
ສົກຮຽນ 2023-2024 ມີເດັກອາຍຸ 5 ປີ ຢູ່ເມືອງປາກທາ ແຂວງບໍ່ແກ້ວ ບໍ່ໄດ້ເຂົ້າໂຮງຮຽນ ຈຳນວນຫຼາຍຄົນ ຍ້ອນຂາດຄູສອນ ຂະນະດຽວກັນນັກຮຽນຊັ້ນມັດທະຍົມສຶກສາ ຢູ່ເມືອງສົບເບົາ ແຂວງຫົວພັນປະລະການຮຽນເພີ່ມຂຶ້ນ ແລະ ຫຼຸດຄາດໝາຍທີ່ສະພາຮັບຮອງ ຍ້ອນຄວາມທຸກຍາກ ແລະ ເສດຖະກິດຝືດເຄືອງ.
2024-08-30
ມະຫາວິທະຍາໄລສະຫວັນນະເຂດ ໄດ້ທໍາການສອບເສັງເອົານັກຮຽນ ເຂົ້າຮຽນມະຫາວິທະຍາໄລຂອງຕົນ ໃນມື້ວັນທີ 20 ສິງຫາ 2024 ທີ່ສົກການສຶກສາປີ 2024-2025 ນີ້ ມີຄວາມຕ້ອງ ການນັກຮຽນ ເຂົ້າສຶກສາຕໍ່ ຈໍານວນ 1,500 ຄົນ ແຕ່ມີນັກຮຽນສະໝັກເຂົ້າສອບເສັງພຽງ 329 ຄົນເທົ່ານັ້ນ.
2024-08-29
ອັດຕາການປະລະການຮຽນ ຊັ້ນປະຖົມຍັງສູງ ແລະ ຫຼ້າສຸດນີ້ ເຈົ້າແຂວງເຊກອງໄດ້ອອກແຈ້ງການໃຫ້ບັນດາເຈົ້າເມືອງໃນ 4 ຕົວເມືອງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງພາຍໃນແຂວງປຸກລະດົມນັກຮຽນຕາມເກນອາຍຸເຂົ້າຮຽນໃນຊັ້ນຮຽນຕ່າງໆ ເພື່ອຫວັງວ່າສົກຮຽນໃຫມ່ຈະມີນັກຮຽນເພີ່ມຂຶ້ນ.
2024-08-27
ເຖິງວ່າມີ ໂຄງການອາຫານທ່ຽງ ດຳເນີນການ ຢູ່ເມືອງເຊໂປນ ແຕ່ກໍຍັງມີເດັກນັກຮຽນ ຈຳນວນບໍ່ໜ້ອຍ ປະລະການຮຽນ ແລະ ບາງໂຮງຮຽນ ແມ່ນເກີນແຜນ ທີ່ກຳນົດໄວ້.
2024-08-20
ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄໍາໄຊ ມີນະໂຍບາຍຍົກເວັ້ນຄ່າທໍານຽມ ໃຫ້ແກ່ນັກຮຽນຈາກຄອບຄົວອະນາຖາ ເປັນໄລຍະເວລາຫຼາຍປີແລ້ວ ແຕ່ການຈັດຕັ້ງປະຕິບັດ ຍັງບໍ່ທັນທົ່ວເຖິງເຊິ່ງເປັນອີກສາເຫດໜຶ່ງ ທີ່ເຮັດໃຫ້ນັກຮຽນຈຳນວນຫຼາຍ ຫຼຸດອອກຈາກລະບົບການສືກສາ.
2024-08-14
ມີນັກຮຽນພຽງ 5,457 ຄົນ ໄດ້ສອບເສງເຂົ້າມະຫາວິທະຍາໄລແຫ່ງຊາດລາວ ໃນຂະນະທີ່ຕ້ອງການຄົນເຂົ້າຮຽນ 7,685 ຄົນ ຍ້ອນທຸກຍາກ, ຮຽນຈົບມາແລ້ວກໍບໍ່ມີວຽກເຮັດ.
2024-08-05
ແມ່ຍິງລາວຈໍານວນນຶ່ງ ບໍ່ສາມາດລ້ຽງລູກດ້ວຍນົມແມ່ ໃນ 6 ເດືອນທໍາອິດໄດ້ ຍ້ອນວ່າບໍ່ມີຄວາມເຂົ້າໃຈໃນການລ້ຽງລູກ ແລະ ແມ່ບາງຄົນກໍຕ້ອງໄດ້ອອກໄປເຮັດວຽກ ຫາເງິນມາຊ່ວຍຄອບຄົວ.
2024-07-25
ນັກຮຽນ ທີ່ລົງທະບຽນເສງເຂົ້າມະຫາວິທະຍາໄລແຫ່ງຊາດລາວ ປີນີ້ໜ້ອຍກວ່າສົກປີກາຍ ຍ້ອນຄວາມທຸກຍາກ, ຮອດວັນທີ 25 ກໍລະກົດນີ້ ມີຜູ້ລົງທະບຽນພຽງ 4,691 ຄົນ, ປີກາຍມີທັງໝົດ 11,000 ຄົນ.
2024-07-22
ຄົບຮອບ 69 ປີ ຂອງວັນສ້າງຕັ້ງ ສະຫະພັນ ແມ່ຍິງລາວ ຂະນະທີ່ແມ່ຍິງລາວ ຍັງບໍ່ມີ ຄວາມສະເໝີພາບ ກັບຜູ້ຊາຍ ຫລາຍຢ່າງ ບໍ່ວ່າວຽກງານ, ຖານະສັງຄົມ, ການສຶກສາ ແລະ ການເຂົ້າເຖິງ ສຸຂພາບຈະເລີນພັນ.
2024-07-17
ບັນຫາຂາດແຄນຄູ, ນັກຮຽນປະລະການຮຽນ, ການສົ່ງເສີມເຂົ້າຮຽນວິຊາຊີບ ແລະ ການພັດທະນາ ຊັບພະຍາກອນມະນຸດ ຂອງແຂວງອຸດົມໄຊ ມາຮອດປັດຈຸບັນ ທົ່ວແຂວງ ຂາດແຄນຄູ 273 ຄົນ ແລະ ມີນັກຮຽນມັດທະຍົມ ປະລະການຮຽນ 1,956 ຄົນ ແລ້ວ.
2024-07-15
ແມ່ຍິງ 17 ຄົນທີ່ຖືກຕົວະຊັກຊວນໄປຂາຍບໍລິການ ໄດ້ຮັບການຊ່ວຍເຫຼືອ ພາຍຫຼັງທີ່ເຈົ້າໜ້າທີ່ ປກສ ນະຄອນຫຼວງພຣະບາງ ໄດ້ຕິດຕາມກວດກາການຄ້າ-ຂາຍປະເວນີ ແລະຫົວໜ້າແກ້ງທີ່ເປັນໂຕການຄົນລາວທັງ 4 ຄົນ ໃນນັ້ນເປັນຍິງ 3 ຄົນເຊິ່ງໃນນີ້ລວມມີເມັຍ ຂອງຊາວຈີນນໍາດ້ວຍ.
2024-07-01
ການສັກວັກຊິນ ປ້ອງກັນພະຍາດໝາກແດງ ໃຫ້ກຸ່ມເດັກນ້ອຍ ອາຍຸຕັ້ງແຕ່ 9-59 ເດືອນ ໄດ້ບໍ່ເຖິງ 95% ເຊິ່ງຕໍ່າກວ່າຄາດໝາຍ ທີ່ອົງການອະນາໄມໂລກແນະນໍາ ໃນການປ້ອງກັນ ການລະບາດຂອງພະຍາດນີ້.