ຄົບຮອບ 69 ປີ ສະຫະພັນ ແມ່ຍິງລາວ

ພອນ ພູມມີທອນ
2024.07.22
ຄົບຮອບ 69 ປີ ສະຫະພັນ ແມ່ຍິງລາວ ຮູບໂຕຢ່າງປະກອບ: ສູນຊ່ອຍເຫຼືອ ແມ່ຍິງແລະເດັກນ້ອຍ ທີ່ໄດ້ຮັບຜົລກະທົບ ຈາກການໃຊ້ຄວາມຮຸນແຮງ ທາງກາຍ, ທາງຈິດໃຈ, ທາງເພດ ແລະທາງຊັບສິນ ທີ່ສະໜັບສະໜູນ ໂດຍລັດຖະບານຍີ່ປຸ່ນ.
UNFPA Lao

ຄົບຮອບ 69 ປີ ຂອງວັນສ້າງຕັ້ງ ສະຫະພັນ ແມ່ຍິງລາວ (20 ກໍລະກົດ 1955 - 20 ກໍລະກົດ 2024 ) ເຊິ່ງເປັນວັນກໍາເນີດ ຂອງ ອົງກອນສະຫະພັນ ແມ່ຍິງລາວ ມີຄໍາຂວັນຄື “ພັດທນາ ບົດບາດຍິງ-ຊາຍ ຕິດພັນກັບການ ພັດທະນາປະເທດຊາດ”, ຂະນະທີ່ ປັດຈຸບັນ ແມ່ຍິງລາວ ຍັງບໍ່ມີຄວາມສະເມີພາບ ກັບ ຜູ້ຊາຍ ຫລາຍຢ່າງ ບໍ່ວ່າ ວຽກງານ, ຖານະສັງຄົມ, ການສຶກສາ ແລະ ການເຂົ້າເຖິງ ສຸຂພາບ ຈະເລີນພັນ.

ສະເພາະ ຄວາມບໍ່ສະເໜີພາບ ດ້ານການເຂົ້າເຖິງ ສຸຂພາບຈະເລີນພັນ ຂອງແມ່ຍິງຈໍານວນໜຶ່ງ ຍັງຖືກຜູ້ເປັນຜົວ ຈໍາກັດສິດ ການຕັດສິນໃຈ ບໍ່ໃຫ້ຄຸມກໍາເນີດ ດ້ວຍວິທີການໃສ່ຫວ່ງອະນາໄມ ຄຸມກໍາເນີດ.

ດັ່ງ ເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງຫົວພັນ ຍານາງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 22 ກໍລະກົດ ນີ້ວ່າ: 

ບໍ່ຢາກໃຫ້ເມັຍເພິ່ນມາ ໃຫ້ເຫັນຂອງຕົວເອງ ອັນນັ້ນອັນໜຶ່ງ ອັນສອງມາ ເພິ່ນກໍຢ້ານ ເວລາທີ່ມີເພດສໍາພັນກັນເນາະ ຫລັກໆເລີຍແຫລະ ເພາະວ່າ ຫວ່ງເຮົາມີຫລາຍເດ້ເນາະ ເພິ່ນກໍຢ້ານ ສາຍຫັ້ນຕ່ໍາຂອງເພິ່ນ ຢ້ານເຈັບ ຈັ່ງຊັ້ນຈັ່ງຊີ້ ເພິ່ນຈິນຕະນາການເອງນ່າ ໂດຍທີ່ວ່າ ເມັຍຍັງບໍ່ໄດ້ເອົາໃສ່ຊ້ໍາ ຫລື ບາງຄັ້ງ ເມັຍມາໃສ່ແລ້ວ ຮອດເຮືອນກໍຮ້າຍ ຈັ່ງຊັ້ນຈັ່ງຊີ້ ເມັຍຈຶ່ງຈໍາເປັນ ຕ້ອງໄດ້ກັບມາເອົາອອກ.” 

ຍານາງ ກ່າວຕື່ມວ່າ ເມື່ອຜົວບໍ່ໃຫ້ເມັຍໃສ່ຫວ່ງ ອານາມັຍ ຄຸມກໍາເນີດ ເມັຍຈຶ່ງຄຸມກໍາເນີດ ດ້ວຍ ການກິນຢາເມັດ ຄຸມກໍາເນີດແທນ ແຕ່ຢາເມັດຄຸມກໍາເນີດ ຢູ່ບາງໂຮງໝໍ ແລະ ບາງສຸກສາລາ ມີບໍ່ພຽງພໍ,ຂະນະທີ່ ການຄຸມກໍາເນີດ ບໍ່ແມ່ນວ່າ ທາງການຈໍາກັດ ການມີລູກຂອງປະຊາກອນ ຫລື ຕ້ອງການຄຸມກໍາເນີດປະຊາກອນ ຕະຫລອດຊີວິດ ແຕ່ການຄຸມກໍາເນີດ ເພື່ອປ້ອງກັນ ຄວາມສ່ຽງຈາກການຕາຍຂອງແມ່ ແລະ ລູກ ແລະ ສາມາດເລີກຄຸມກໍາເນີດໄດ້ ຫລັງຈາກພົ້ນ 2 ປີ ທີ່ເກີດລູກຄົນລ່າສຸດ ເຊິ່ງວິທີການນີ້ ຮ້ອງເປັນພາສາທີ່ເຂົ້າໃຈ ໄດ້ທົ່ວໄປວ່າ ເອົາລູກໄລຍະຫ່າງ. 

ຄວາມບໍ່ສະເມີພາບ ດ້ານວຽກງານພາຍໃນຫ້ອງການ ຂອງແມ່ຍິງຈໍານວນໜຶ່ງ ບໍ່ມີຄວາມກ້າສະແດງອອກ ປະກອບຄວາມເຫັນ ຍ້ອນ ຍ້ອນມີຄວາມເຊື່ອດັ່ງເດີມວ່າ ຜູ້ຊາຍມີຄວາມເປັນຜູ້ນໍາຫລາຍກວ່າ ອີກທັງ ແມ່ຍິງຈໍານວນໜຶ່ງ ຖືກຫລຸດຖານະທາງສັງຄົມ ຫາກມີອາຊີບ ເປັນແມ່ເຮືອນ ຢູ່ແຕ່ເຮືອນ ເຮັດແຕ່ວຽກເຮືອນຊື່ໆ. ດັ່ງ ເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງຈໍາປາສັກ ຍານາງ ກ່າວໃນມື້ດຽວກັນ ນີ້ວ່າ: 

ແມ່ຍິງເຮົາ ຍັງບໍ່ທັນກ້າ ສະແດງອອກ ບໍ່ມີໃຜ ມີຄວາມກ້າແບບວ່າ ການປະກອບຄວາມເຫັນອັນນັ້ນ ຍັງມີຄວາມເຊື່ອແບບດັ້ງເດີມ ຜູ້ຍິງທີ່ວ່າ ບໍ່ມີຄວາມຮູ້ ກໍ ສ່ວນຫລາຍ ກໍບໍ່ໄດ້ອອກໄປສັງຄົມ ບາດນີ້ ກໍຢູ່ແຕ່ເຮືອນ ຈັ່ງຊີ້ເນາະ ເຮັດແຕ່ວຽກເຮືອນ ສ່ວນຫລາຍ ວຽກບ້ານ ການເມືອງ ໃຫ້ຜູ້ຊາຍໄປ ອັນນັ້ນໄປເຮັດ.” 

ຄວາມບໍ່ສະເມີພາບ ດ້ານການສຶກສາ ຂອງແມ່ຍິງ ຈໍານວນໜຶ່ງ ຖືກຈໍາກັດດ້ວຍເພດ ຫາກເກີດມາເປັນລູກສາວ ພໍ່ແມ່ຜູ້ປົກຄອງ ຈະບໍ່ສົ່ງເສີມ ໃຫ້ຮຽນຈົບສູງ ແຕ່ຖ້າເກີດເປັນລູກຜູ້ຊາຍ ຈະໄດ້ສິດຮຽນຈົບສູງ.

ດັ່ງ ນາຍບ້ານ ຈາກແຂວງຊຽງຂວາງ ທ່ານ ກ່າວໃນມື້ດຽວກັນນີ້ວ່າ 

ມົ້ງເນາະ ເນັ້ນຫນັກແຕ່ລູກຊາຍ ລູກຜູ້ຍິງ ເຂົາເຈົ້າຈໍາບໍ່ໜັກເໜັ້ນ ຜູ້ຍິງນີ້ ພໍອ່ານໄດ້ຂຽນເປັນ ເຂົາບໍ່ຢາກສົ່ງເສີມໃຫ້ຮຽນຈົບ ຄັນຜູ້ຊາຍນີ້ ເຂົາຢາກສົ່ງເສີມ ເພາະວ່າ ຜູ້ຍິງນີ້ ແຕ່ງໄປແລ້ວ ໄປຢູ່ນໍາຜົວ ນໍານັ້ນ ຈະບໍ່ໄດ້ເຂົ້າມາ ທາງພໍ່ແມ່ນີ້ ແລ້ວຜູ້ຊາຍ ຍັງຖືວ່າ ຢູ່ນໍາພໍ່ນໍາແມ່ ລ້ຽງພໍ່ລ້ຽງແມ່ໄດ້ຫັ້ນນ່າ ຜູ້ຍິງຖືວ່າ ລ້ຽງພໍ່ລ້ຽງແມ່ບໍ່ໄດ້ ແຕ່ງງານໄປກໍຖືວ່າແລ້ວ.”

ແຕ່ລະກະຊວງ, ກົມ, ຜະແນກ, ຫ້ອງການ ແລະ ຂແໜ່ງການ ວິທຍຸ ເອເຊັຽເສຣີ ພົບວ່າ ມີສັດສ່ວນພະນັກງານລັດຖະກອນ ເພດຊາຍຫລາຍກວ່າເພດຍິງ ເປັນຕົ້ນ ຄູໂຮງຮຽນຊັ້ນປະຖົມບາງແຫ່ງ ຢູ່ ເມືອງຄໍາ ແຂວງຊຽງຂວາງ ທັງໂຮງຮຽນ ເປັນ ຄູເພດຊາຍ ໝົດ. 

ຕໍ່ຂໍ້ສົງໄສນີ້ ເຈົ້າໜ້າທີ່ ດ້ານການຈັດຕັ້ງ ພະນັກງານ ທ່ານ ກ່າວວ່າ ການສອບເສັງ ບັນຈຸ ເປັນລັດຖະກອນ ຂອງແຕ່ລະຜະແນກ ຫ້ອງການ ບໍ່ສາມາດກໍານົດ ສັດສ່ວນຍິງ-ຊາຍໄດ້ ຍ້ອນຂຶ້ນກັບ ທັກສະຄວາມຮູ້ ຂອງຜູ້ເສັງເທົ່ານັ້ນ ແລະ ການເລື່ອນຂັ້ນ ຂອງລັດຖະກອນ ຈະມີທຸກໆ 2 ປີ ໂດຍອີງຈາກ ການປະເມີນຜົນງານ ບໍ່ໄດ້ອີງຕາມເພດ ຕະຫລອດຈົນເງິນເດືອນ ຂອງລັດຖະກອນ ຈະໄດ້ ອີງຕາມຂັ້ນ ບໍ່ໄດ້ອີງຕາມເພດ. 

ແຕ່ທີ່ຍັງພົບເຫັນວ່າ ແຕ່ລະຜະແນກ ຫລື ຫ້ອງການ ມີສັດສ່ວນຂອງ ເພດຊາຍຫລາຍກວ່າເພດຍິງ ກໍຍ້ອນວ່າ ໃນອະດິດ ທາງການລາວ ໃຫ້ຄວາມສໍາຄັນແຕ່ເພດຊາຍ ຈຶ່ງເຮັດໃຫ້ປັດຈຸບັນ ລັດຖະກອນເພດຊາຍມີຫລາຍກວ່າເພດຍິງ-ເຈົ້າໜ້າທີ່ ດ້ານການຈັດຕັ້ງ ພະນັກງານຜູ້ນີ້ ທ່ານ ກ່າວວ່າ .

ເນື່ອງມາຈາກແຕ່ກີ້ຫັ້ນ ເພິ່ນໃຫ້ຄວາມສໍາຄັນແຕ່ຜູ້ຊາຍເນາະ ແມ່ຫຍ່າແມ່ຍິງ ໃຫຍ່ຂຶ້ນມາໜ້ອຍໜຶ່ງ 15-17 (ປີ) ກໍໃຫ້ເອົາລູກແລ້ວເດ້ ຜູ້ຊາຍ ໄປຮ່ໍາໄປຮຽນຈົບມາ ໄດ້ມີວິຊາອາຊີບ ຜູ້ຊາຍກໍມາເອົາແມ່ຍິງທີ່ອອກ ເຮັດງານ ຢູ່ຕາມບ້ານຕາມເຮືອນ ສະນັ້ນ ມັນຈຶ່ງມີ ພະນັກງານຜູ້ຊາຍຈຶ່ງຫລາຍ ເມັຍຂອງພະນັກງານ ມັນກໍຊິເປັນປະຊາຊົນ ມັນຈະບໍ່ແມ່ນພະນັກງານທັງຜົວ ທັງເມັຍ ມັນບໍ່ຄ່ອຍເທົ່າທຽມ ຫັ້ນນ່າ.” 

ທ່ານກ່າວຕື່ມວ່າ ສາເຫດ ທີ່ລັດຖະກອນ ເພດຊາຍຫລາຍກວ່າລັດຖະກອນ ເພດຍິງ ກໍອາດເປັນຍ້ອນວ່າ ແມ່ຍິງບໍ່ຢາກຮຽນສາຍການເມືອງ ການປົກຄອງ ປະກອບກັບ ນະໂຍບາຍບໍານານ ຂອງຂັ້ນເທິງ ລະບຸໃຫ້ ລັດຖະກອນເພດຍິງ ສຸຂພາບແຂງແຮງ ສາມາດອອກຈາກການເປັນລັດຖະກອນໄດ້ ແຕ່ 55 ປີ ຂະນະທີ່ ລັດຖະກອນເພດຊາຍ ຕ້ອງອາຍຸ 60 ປີ ຈຶ່ງຈະອອກຈາກເປັນລັດຖະກອນໄດ້. ດັ່ງ ທ່ານເຈົ້າໜ້າທີ່ ດ້ານການຈັດຕັ້ງ ພະນັກງານ ຜູ້ດຽວກັບຂັ້ນເທິງ ທ່ານກ່າວວ່າ: 

ຫລືວ່າ ແມ່ຍິງ ບໍ່ຢາກຮຽນທາງສາຍນີ້ບໍ່ ອັນນັ້ນ ໜຶ່ງ ອັນສອງມາ ກໍເພາະວ່າ ຜູ້ຊາຍນີ້ ມັນຈະມີສັດສ່ວນສູງກວ່ານັ້ນ ເພາະວ່າ ອາຍຸ 55 ປີ ແລ້ວແມ່ຍິງຫັ້ນ ຈະອອກກ່ອນເນາະ ພາກສ່ວນອັນນັ້ນເຫລືອ ກໍຈະແມ່ນ ຜູ້ຊາຍຕີ້ 50-60 (ປີ) ຫັ້ນນ່າ ເພິ່ນມີນະໂຍບາຍ ເລື້ອງບໍານານເດ້ເນາະ ແມ່ຍິງນີ້ 55 ປີ ສຸຂພາບແຂງແຮງ ສາມາດອອກໄດ້ ແຕ່ວ່າ ຜູ້ຊາຍນີ້ ບໍ່ຮອດ 60 (ປີ) ເພິ່ນບໍ່ໃຫ້ອອກ.”

ເຖິງແມ່ນວ່າ ປັດຈຸບັນ ປະເທດລາວ ບໍ່ມີຄວາມສະເມີພາບ ຍິງ-ຊາຍ ດັ່ງທີ່ກ່າວມາຂ້າງຕົ້ນ ຂະນະດຽວກັນ ຄວາມສະເມີພາບ ຍິງ-ຊາຍ ນັບແຕ່ອາດິດ 10 ປີ ທີຜ່ານມາ ຮອດປັດຈຸບັນນີ້ ປະເທດລາວ ຖືວ່າ ມີຄວາມກ້າວໜ້າ ດ້ານຄວາມສະເມີພາບ ຍິງ-ຊາຍ ໄປຫລາຍຄືກັນ ສັງເກດໄດ້ຈາກ ຄວາມສະເມີພາບຍິງ-ຊາຍ ພາຍໃນຄອບຄົວ ຄື ປັດຈຸບັນຜູ້ຍິງ ສາມາດຕັດສິນບັນຫາ ໃນຄອບຄົວ ໄດ້ດ້ວຍຕົວເອງ ຈາກແຕ່ກ່ອນ ຜົວບໍ່ຢູ່ ຖ້າໃຫ້ຜົວມາເຮືອນ ຈັ່ງຕັດສິນບັນຫາ, ລວມໄປເຖິງ ການໄປການມາ ແລະ ການຢູ່ການກິນ ພາຍໃນຄອບຄົວມີຄວາມກ້າວໜ້າ ຄື ປັດຈຸບັນ ຜູ້ຍິງ ອອກໄປນອກບ້ານ ເພື່ອຫາຄວາມສຸກໃຫ້ຕົນເອງ ແລະ ສາມາດກິນເຂົ້າກ່ອນຜົວ ຫລື ກິນເຂົ້າພ້ອມຜົວໄດ້ແລ້ວ ຂະນະທີ່ແຕ່ກ່ອນ ຕ້ອງຖ້າໃຫ້ຜົວກິນກ່ອນ ແລ້ວຈຶ່ງຄ່ອຍກິນໄດ້.

ອີງຕາມ ຂໍ້ມູນຈາກ ສະຫະພັນແມ່ຍິງ ແຂວງຫົວພັນ ແລະ ແຂວງຊຽງຂວາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.