ແຂວງບໍລິຄຳໄຊ ຂາດແຄນຄູສອນ 400 ປາຍຄົນ
2024.09.09

ໃນສົກຮຽນປີນີ້, ແຂວງບໍລິຄຳໄຊ ພົບບັນຫາຄູສອນ ພາກັນລາອອກ ຈາກການສອນ ຫຼາຍຂຶ້ນ ຈົນເຮັດໃຫ້ທົ່ວແຂວງ ປະເຊີນກັບ ການຂາດແຄນຄູສອນ ຈຳນວນ 413 ຄົນ, ອີງຕາມການລາຍງານ ຂອງທ່ານ ໂພເພັດ ກຸນນາວົງ, ຮອງຫົວໜ້າຜແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ທີ່ໄດ້ລາຍງານ ຫວ່າງບໍ່ດົນມານີ້.
ສ່ວນສາເຫດ ທີ່ນາຍຄູ ພາກັນລາອອກ ກໍຍ້ອນເງິນເດືອນໜ້ອຍ ບໍ່ກຸ້ມກິນ ໃນແຕ່ລະເດືອນ ທີ່ໃນປັດຈຸບັນ ຄ່າຄອງຊີບສູງຂຶ້ນ. ພ້ອມດຽວກັນນີ້, ຄູອາສາ ກໍບໍ່ໄດ້ເປັນລັດຖະກອນເທື່ອ ຫຼາຍຄົນ ກໍພາກັນລາອອກ ໄປຫາເຮັດອາຊີບອື່ນ ທີ່ຈະລ້ຽງຄອບຄົວໄດ້. ດັ່ງອະດີດຄູສອນ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ກັນຍາ ນີ້ວ່າ:
“ລາອອກແລ້ວ, ເງິນເດືອນມັນບໍ່ກຸ້ມຊ້ຳ, ລ້ານປາຍ, ໄດ້ໜ້ອຍ, ແຕ່ລາຍຈ່າຍມັນພັດຫຼາຍ, ຫັ້ນນ່າ. ອອກຄ້າຂາຍໄປຫັ້ນແຫຼະ. ຄືຄູອາສາ ຫຼາຍຄົນກໍລໍຖ້າໂຕເລກເນາະ ມັນບໍ່ໄດ້ ຄືຢູ່ແຖວເຂດນອກ ກໍຕ້ອງໄດ້ສອນຫ້ອງຄວບ. ຄືເຫັນຫັ້ນແຫຼະເນາະ, ເສດຖະກິດທຸກມື້ນີ້ ເງິນເດືອນບໍ່ກຸ້ມ, ຫັ້ນນ່າ.”
ຂະນະທີ່ ອະດີດຄູອາສາ ນາງໜຶ່ງ ກໍກ່າວວ່າ ສາເຫດທີ່ລາອອກ ຈາກການເປັນຄູອາສາ ກໍຍ້ອນວ່າ ຮູ້ສຶກໝົດຫວັງ ທີ່ຈະໄດ້ເປັນ ລັດຖະກອນຄູ ແລະ ຜ່ານມາ 5 ປີ, ໄປສອບເສັງ ລັດຖະກອນຄູ ທຸກປິ ກໍບໍ່ມີໂອກາດ ຈະໄດ້ເປັນລັດຖະກອນເທື່ອ ເນື່ອງຈາກທາງກະຊວງສຶກສາທິການ ໃຫ້ໂຄຕ້າໜ້ອຍລົງຫຼາຍ.
“ຂ້ອຍອອກນັ້ນ ເພາະວ່າ ເປັນຄູອາສາໄປ ກໍຄືຈະບໍ່ມີຄວາມຫວັງ ກໍເລີຍອອກ, ຫັ້ນນ່າ. 5 ປີ, ໄປເສັງທຸກປີ ກະບໍ່ມີໂອກາດຊິໄດ້, ບໍ່ມີເລີຍ.”
ກ່ຽວກັບບັນຫານີ້, ເຈົ້າໜ້າທີ່ ທີ່ຮູ້ຈັກວຽກງານສຶກສາ ໃນເມືອງບໍລິຄັນ ນາງໜຶ່ງ ທີ່ຂໍສະຫງວນຊື່ ແລະ ຕຳແໜ່ງ ກໍຍອມຮັບວ່າ ປັດຈຸບັນ ພາຍໃນແຂວງບໍລິຄຳໄຊ ຂາດແຄນຄູສອນແທ້ ແລະ ສ່ວນໃຫຍ່ ເປັນຄູອາສາ ທີ່ພາກັນລາອອກ ຈຳນວນຫຼາຍ, ເຊິ່ງສຳລັບເມືອງບໍລິຄັນ ທີ່ຜ່ານມາ ກໍມີຄູອາສາສະໝັກ 100 ປາຍຄົນ, ແຕ່ປັດຈຸບັນ, ເຫຼືອຄູອາສາ 20 ປາຍຄົນ. ສ່ວນຄູລັດຖະກອນ ກໍມີທ່າທີວ່າ ຈະລາອອກ ຫຼາຍເຊັ່ນກັນ ແລະ ຫຼາຍຄົນ ກໍຍື່ນເອກະສານ ຂໍລາອອກ ຂໍບຳເນັດ, ແຕ່ທາງຜແນກສຶກສາ ເມືອງ ແລະ ແຂວງ ບໍ່ອະນຸມັດ ເພາະວ່າ ຂາດແຄນຄູສອນ ແລະ ສ່ວນໜຶ່ງ ກໍບໍ່ໄດ້ມີເງິນງົບປະມານ ຈ່າຍບຳເນັດ ນອກຈາກບຸກຄົນ ທີ່ຈຳເປັນເທົ່ານັ້ນ ເຮັດໃຫ້ບາງຄົນ ກໍລໍຖ້າບໍ່ໄຫວ ກໍອອກໄປຊື່ໆ, ໂດຍບໍ່ໄດ້ຮັບບຳເນັດ ເພື່ອໄປຫາລາຍໄດ້ ທາງອື່ນແທນ.
“ຄູອາສາສະໝັກ ເຂົາເຈົ້າພາກັນ ຖອນໂຕຫຼາຍ, ດຽວນີ້ນ່າ, ຂາດຄູສອນ. ແຕ່ກີ້ ຄູອາສາສະໝັກ 100 ກວ່າ, ດຽວນີ້ ເຫຼືອແຕ່ 20 ປາຍ. ນາຍຄູເຮົາ ທີ່ມີເງິນເດືອນລັດຫັ້ນ ເພິ່ນບໍ່ກຸ້ມກິນນ່າ ເຂົາເຈົ້າຂຽນບຳເບັດນ່າ. ຖ້າວ່າເຮົາອະນຸມັດ ຕາມທີ່ເຂົາເຈົ້າສະເໜີມາ ເກືອບຈະຫຼັກ 100 ພຸ້ນແຫຼະ, ເຮົາບໍ່ແກ້ ເພາະວ່າ ບໍ່ມີຄູສອນ ງົບປະມານ ທີ່ຈະສະໜອງໃຫ້ເຂົາເຈົ້າ ກໍຊິບໍ່ມີເນາະ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ທາງຂັ້ນເທິງ ກຳລັງຫາວິທີຄົ້ນຄວ້າ ແລະ ແກ້ໄຂກັນຢູ່, ແຕ່ກໍຍັງຫາວິທີແກ້ໄຂ ບໍ່ໄດ້ເທື່ອ ຍ້ອນວ່າ ບໍ່ມີງົບປະມານ ແລະ ເງິນທຶນ ໃຫ້ມີໂຄຕ້າ ລັດຖະກອນເພີ່ມ.
“ທາງຂັ້ນເທິງ ກໍຍັງຫາວິທີແກ້ໄຂຢູ່, ກະຄົ້ນຄວ້າກັນຢູ່ ແລ້ວກອງປະຊຸມປະຈຳປີ ຂອງແຂວງ ເມື່ອກີ້ ເພິ່ນກໍຍັງຄົ້ນຄວ້າກັນຢູ່ ວ່າຊິຫາວິທີໃດ. ມີໂຄຕ້າ ໃຫ້ພະນັກງານຫັ້ນແຫຼະ, ຖ້າມີໂຄຕ້າ ໜ້າຈະຫຼາຍ, ແຕ່ວ່າປັດຈຸບັນ ເຮົາບໍ່ມີທຶນໃຫ້ເຂົາເຈົ້າຫັ້ນແຫຼະ, ເຂົາເຈົ້າຈຶ່ງບໍ່ມາເນາະ.”
ພ້ອມດຽວກັນນີ້, ຄູອາສາ ໃນແຂວງບໍລິຄຳໄຊ ທ່ານໜຶ່ງ ກໍກ່າວວ່າ ປັດຈຸບັນ ຄູອາສາ ກໍໜ້ອຍລົງ ເພາະບັນຫາດ້ານເສດຖະກິດ, ເງິນເຟີ້, ເງິນກີບອ່ອນຄ່າ ແລະ ທີ່ຕົນເອງ ຍັງອົດທົນ ເປັນຄູອາສາ ສອນເດັກນັກຮຽນຢູ່ ກໍຍ້ອນຮັກອາຊີບຄູ ແລະ ມີຄວາມຫວັງວ່າ ຈະໄດ້ເປັນລັດຖະກອນ ເພາະກໍເຮັດວຽກ ມາເປັນເວລາ 8 ປີແລ້ວ.
“ກໍຍ້ອນມັກ-ຮັກ ອາຊີບນີ້ຫັ້ນແຫຼະ ຢາກເປັນລັດຖະກອນ, 8 ປີແລ້ວ. ອັນຄູອາສາ ກະໜ້ອຍລົງ ບັນຫາທາງດ້ານເສດຖະກິດຕິບໍ, ປະມານນັ້ນ.”
ອີງຕາມການລາຍງານ ຂອງທ່ານ ໂພເພັດ ກຸນນາວົງ, ຮອງຫົວໜ້າຜແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ລາຍງານເພີ່ມຕື່ມວ່າ ພາຍໃນແຂວງບໍລິຄຳໄຊ ມີພະນັກງານ ໃນຂົງເຂດສຶກສາ ທັງໝົດ 3,200 ປາຍຄົນ. ໃນນັ້ນ, ລວມຄູ 2,909 ຄົນ, ຄູອາສາສະໝັກ 100 ປາຍຄົນ ແລະ ເຈົ້າໜ້າທີ່ບໍລິຫານ 366 ຄົນ.
ປັດຈຸບັນ, ແຂວງບໍລິຄຳໄຊ ຍັງຕ້ອງການຄູ ຈຳນວນ 413 ຄົນ ເພາະໃນສົກຮຽນນີ້ ມີນັກຮຽນ ລົງທະບຽນ ເພີ່ມຂຶ້ນເລັກນ້ອຍ, ແຕ່ພາບລວມ ທົ່ວແຂວງ ຍັງພັດພົບເຫັນວ່າ ຈຳນວນນັກຮຽນ ທີ່ມາຮຽນ ແມ່ນຍັງຫຼຸດລົງ ເມື່ອທຽບໃສ່ສົກຮຽນ ທີ່ຜ່ານມາ.