ນັກຮຽນຊັ້ນປະຖົມ-ມັດທະຍົມຕອນຕົ້ນ ແຂວງເຊກອງປະການຮຽນເພີ່ມຂຶ້ນ
2024.08.29

ອັດຕາປະລະການຮຽນ ຂອງນັກຮຽນຊັ້ນປະຖົມ ຢູ່ແຂວງເຊກອງປີ 2024 ເທົ່າກັບ 7,1% ທຽບໃສ່ຄາດໝາຍທີ່ສະພາໄດ້ຮັບຮອງ ແມ່ນຫຼຸດຄາດໝາຍ -2,9% (ຄາດໝາຍແມ່ນ 4,2%), ຂະນະດຽວກັນອັດຕາປະລະການຮຽນຂອງນັກ ຮຽນຊັ້ນທັດທະຍົມຕອນຕົ້ນຢູ່ແຂວງເຊກອງປີ 2023 ເທົ່າກັບ 14,7% ແລະ ປີ 2024 ເພີ່ມຂຶ້ນເປັນ 17,2% ທຽບໃສ່ຄາດໝາຍທີ່ສະພາໄດ້ຮັບຮອງແມ່ນຫຼຸດຄາດໝາຍ -7,3% (ຄາດໝາຍແມ່ນ 9,9%).
ຫຼ້າສຸດນີ້ໃນວັນທີ 20 ສິງຫາ 2024 ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງໄດ້ອອກແຈ້ງການໃຫ້ບັນດາເຈົ້າເມືອງໃນ 4 ຕົວເມືອງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງພາຍໃນແຂວງປຸກລະດົມນັກຮຽນຕາມເກນອາຍຸເຂົ້າຮຽນໃນຊັ້ນຮຽນຕ່າງໆ ເພື່ອຫວັງວ່າສົກຮຽນໃໝ່ 2024-2025 ນີ້ລູກຫຼານຈະເຂົ້າຮຽນຫຼາຍຂຶ້ນ. ດັ່ງເຈົ້າໜ້າທີ່ແຂວງເຊກອງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 29 ສິງຫານີ້ວ່າ:
“ສະຫຼຸບກອງປະຊຸມຂອງເຮົາຮັບຮອງກັນຜ່ານມາກໍ່ຖືວ່າເພີ່ມຂຶ້ນຫັ້ນແຫຼະການປະລະການຮຽນແນວທາງຂອງພັກຂອງລັດເພິ່ນກໍ່ວ່າໃຫ້ການສຶກສາເປັນຂອງທຸກປວງຊົນເດ້ການເຂົ້າຮໍ່າເຂົ້າຮຽນກໍ່ແມ່ນລູກຫຼານກໍ່ແມ່ນຢູ່ນໍາຄອບຄົວເດ້ນໍາບ້ານນໍາເມືອງກໍ່ໃຫ້ຊ່ວຍກັນລະດົມລູກຫຼານເຂົ້າຮໍ່າເຂົ້າຮຽນກາສິເຮັດໃຫ້ລູກຫຼານເຂົ້າຮໍ່າເຂົ້າຮຽນຫຼາຍຂຶ້ນຫັ້ນແຫຼະ.”
ເວົ້າສະເພາະອັດຕາປະລະການຮຽນ ຂອງນັກຮຽນ ປ.1 ປີ 2023 ເທົ່າກັບ 4,8% ແລະ ປີ 2024 ເພີ່ມຂຶ້ນເປັນ 5,8% ທຽບໃສ່ຄາດໝາຍສະພາຮັບຮອງປະຕິບັດໄດ້ລື່ນແຜນ 0,1% (ຄາດໝາຍແມ່ນ 5,9%). ເຊີ່ງນາຍຄູຈາກໂຮງຮຽນຊັ້ນປະຖົມແຫ່ງໜື່ງກ່າວວ່າ ຫາກເປັນນັກຮຽນຊັ້ນປະຖົມແມ່ນນັກຮຽນຊັ້ນ ປ.1 ຈະປະລະການຮຽນຫຼາຍກ່ວາໝູ່ຍ້ອນພໍ່ແມ່ໄປເຮັດສວນຍຢູ່ໄກໂຮງຮຽນ ແລະ ກໍ່ບໍ່ມາສົ່ງລູກເຂົ້າຮຽນ. ດັ່ງທ່ານກ່າວວ່າ:
“ສ່ວນຫຼາຍມີແຕ່ ປ.1 ຢາກປະລະການຮຽນແດ່ໜ້ອຍໜຶ່ງຄັນມາຮອດ ປ.2 ມາຮອດ ປ.5 ບໍ່ມີຍ້ອນສາເຫດວ່າໜຶ່ງມາພໍ່ແມ່ເຂົາໄປຮົ້ວໄປສວນແລ້ວມັນໄກເຂົາບໍ່ໄດ້ມາສົ່ງແບບພາລູກໄປນອນຢູ່ຮົ້ວຢູ່ສວນຫຼົກມັນຫຼົກຫຍັງນ່າ. ສ່ວນຫຼາຍໄປເຂົ້າຫານາຍບ້ານຫັ້ນແຫຼະໄປນໍາໃຫ້ມາຮຽນຄືນ.”
ສໍາລັບສາເຫດທີ່ນັກຮຽນຊັ້ນມັດທະຍົມຕອນຕົ້ນ ພາກັນປະລະການຮຽນນັ້ນຍ້ອນວ່າຫຼີ້ນເກມ, ພໍ່ແມ່ຜູ້ປົກຄອງມີຖານະຄອບຄົວທຸກຍາກຕ້ອງໄດ້ເອົາລູກໄປໃຊ້ແຮງງານຢູ່ໄຮ່ຢູ່ສວນ. ນອກຈາກນັ້ນທັງພໍ່ແມ່ ຜູ້ປົກຄອງແລະນັກຮຽນເອັງສົມທຽບກັບສະພາບຕົວຈິງທີ່ລຸ້ນເອື້ອຍ-ອ້າຍຮຽນຈົບສູງແລ້ວແຕ່ບໍ່ໄດ້ເຮັດວຽກຈຶ່ງພາກັນປະລະການຮຽນ. ດັ່ງເຈົ້າໜ້າທີ່ຂັ້ນເມືອງກ່າວວ່າ:
“ມັນເປັນນໍາກະໂຕນັກຮຽນເອັງພໍ່ແມ່ສະໜັບສະໜູນໃຫ້ຊື້ລົດໃຫ້ຊື້ໂທລະສັບໃຫ້ແຕ່ວ່ານັກຮຽນນີ້ຕິດເກມ. ເຮົາກໍ່ທຸກຍາກກໍ່ຢາກໃຊ້ແຮງງານຂອງລູກລະດູການຜະລິດນີ້ແຮງຄັກ. ໜຶ່ງຍາມເກັບກາເຟບໍ່ຮັບຈ້າງໂລໜຶ່ງສອງພັນກີບມຶ້ໜຶ່ງມັນກໍ່ໄດ້ 2 ຫາ 3 ແສນກີບ ທຳອິດກໍ່ໄປວັນເສົາວັນທິດເຫີງໄປເຫີງມາມັນໄປມັນໄດ້ເງິນເດັກນ້ອຍກໍ່ໄປທຸກມື້, ມາປັດຈຸບັນນີ້ສັງຄົມມີການສົມທຽບຮຽນຈົບມາແລ້ວບໍ່ໄດ້ເຮັດລ້າເຮັດການເສັຍເງິນເສຍຄໍາ.”
ເຈົ້າໜ້າທີ່ຂັ້ນເມືອງກ່າວຕື່ມວ່າທີ່ຜ່ານມາຂະແໜງການປົກຄອງ ແລະ ຂະແໜງການສຶກສາທິການແລະກິລາພາຍໃນແຂວງເຊກອງກໍ່ມີການປຸກລະດົມນັກຮຽນຕາມເກນອາຍຸເຂົ້າຮຽນໃນຂັ້ນຕ່າງໆ ແລ້ວແຕ່ກໍ່ຍັງບໍ່ສາມາດແກ້ໄຂບັນຫານັກຮຽນປະລະການຮຽນໄດ້ເທົ່າທີ່ຄວນ. ດັ່ງທ່ານກ່່າວວ່າ:
“ແຈ້ງການຂອງທ່ານເຈົ້າແຂວງໂຄສະນາ ຂົນຂວາຍໃຫ້ເດັກຢູ່ໃນເກນອາຍຸໄດ້ເຂົ້າຮຽນ. ເຮັດເຂົ້າມາແລ້ວຮຽບຮ້ອຍມັນກໍ່ມາຢູ່ຕອນເຮົາລະດົມຂົນຂວາຍ. ປັບໄໝເທົ່ານັ້ນເທົ່ານີ້ບໍ່ສົ່ງລູກເຂົ້າໄປຮຽນທໍາອິດນີ້ກໍ່ໄດ້ຮັບຜົນດີບາດສູດທ້າຍແລ້ວເງິນ 5 ແສນເຂົາກໍ່ໃຫ້ເຮົາ 3 ແສນເຂົາກໍ່ໃຫ້ເຮົາເຂົາບໍ່ໄດ້ຂັດຂ້ອງໂຕລະດົມຂົນຂວາຍນີ້ມັນເປັນໜ້າທີ່ຂອງໝົດທຸກຄົນ.”
ເຖິງຢ່າງໃດກໍ່ຕາມແຂວງເຊກອງ ກໍໄດ້ວາງແຜນພັດທະນາຂະແໜງສຶກສາ ແລະ ກິລາ ປະຈຳສົກຮຽນ 2024-2025 ໂດຍມີຄາດໝາຍຫຼັກວ່າອັດຕາປະລະຂອງນັກຮຽນຊັ້ນປະຖົມໃຫ້ໄດ້ 3% ແລະ ອັດຕາປະລະຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນໃຫ້ໄດ້ 8%.