ແຂວງບໍລິຄຳໄຊ ຍົກເວັ້ນຄ່າທຳນຽມ ໃຫ້ນັກຮຽນອະນາຖາ
2024.08.20

ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄໍາໄຊມີນະໂຍບາຍຍົກເວັ້ນຄ່າທໍານຽມໃຫ້ແກ່ນັກຮຽນຈາກຄອບຄົວອານາຖາ-ກຳພ້າກຳພອຍ ມາເປັນໄລຍະເວລາຫຼາຍປີແລ້ວແຕ່ການຈັດຕັ້ງປະຕິບັດຍັງບໍ່ທັນທົ່ວເຖີງເຊີ່ງເປັນອີກສາເຫດໜຶ່ງທີ່ເຮັດໃຫ້ນັກຮຽນຈຳນວນຫຼາຍຫຼຸດອອກຈາກລະບົບການສືກສາ. ດັ່ງຄູອາສາສະມັກໂຮງຮຽນປະຖົມໃນເມືອງບໍລິຄັນ ແຂວງບໍລິຄຳໄຊ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 20 ສິງຫາ 2024 ວ່າ.
“ ແມ່ນແຕ່ວ່າຈະເຈົ້າຍົກເວັ້ນແຕ່ພວກທີ່ນາຍບ້ານຢັ້ງຢືນແລ້ວກໍ່ຄອບຄົວອານາຖາຫັ້ນນ່າເຈົ້າຄອບຄົວທຸກຍາກຂະເຈົ້າຈະບໍ່ເກັບເງິນຄ່າທຳນຽມເນາະແຕ່ວ່າບໍ່ແມ່ນອັນນັ້ນແລ້ວກໍ່ຕ້ອງໄດ້ເສັຍຄືເກົ່າຫັ້ນນ່າໂອ້ຍນາຍຄູນີ້ນ່າຍັງຂາດຫຼາຍນາຍຍຄູນີ້ນ່າຢູ່ແຂວງບໍລິຄຳໄຊຄ່າແຮງງານເຮົາມັນຕໍາຫັ້ນນ່າເຈົ້ານັກຮຽນໂອ້ດຽວນີ້ກໍ່ອອກໂຮງຮຽນຫຼາຍແລ້ວບໍ່ເພິ່ນຈຶ່ງເຮັດຂໍ້ຕົກລົງອອກມາແນວນັ້ນຫັ້ນນ່າໂອ້ຍມີຫຼາຍສະເພາະຢູ່ເຂດນອກເຮົາມີຫຼາຍ”
ທ່ານກ່າວຕື່ມວ່າໃນຮອບຫຼາຍປີມານີ້ນອກຈາກນັກຮຽນທັງຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກຈະທະຍອຍລາອອກແລ້ວພະນັກງານ-ລັດຖະກອນ ແລະ ຄູອາສາສະມັກກໍ່ທະຍອຍລາອອກເພື່ອໄປເຮັດໃນຂະແໜງແນວອື່ນນໍາຍ້ອນພະນັກງານ-ລັດຖະກອນຄູ ໄດ້ຮັບຄ່າຈ້າງທີ່ໜ້ອຍຫຼາຍ. ຂະນະທີ່ຄູອາສາສະມັກພັດບໍ່ໄດ້ຮັບຄ່າຕອບແທນເຊີ່ງສົ່ງຜົນກະທົບຕໍ່ລະບົບການສຶກສາພາຍໃນຫຼາຍເມືອງ ຂອງແຂວງບໍລິຄຳໄຊ ແຕ່ທາງການລາວ ແລະ ພາກສ່ວນທີ່ກ່ຽວພັດບໍ່ສາມາດແກ້ໄຂໄດ້.
ທົ່ວແຂວງບໍລິຄໍາໄຊປະກອບມີ 7 ຕົວເມືອງ ແຕ່ເມືອງມີຄອບຄົວທຸກຍາກຫຼາຍກ່ວາໝູ່ ແມ່ນເມືອງໄຊຈຳພອນເນື່ອງຈາກເປັນເມືອງທີ່ຕັ້ງຢູ່ເຂດພູດອຍເຮັດໃຫ້ການຄົມມະນາຄົມ ແລະ ຄວາມຈະເລີນຕ່າງ ໆ ຍັງບໍ່ທັນເຂົ້າເຖີງສົ່ງຜົນໃຫ້ໂອກາດໃນການເຂົ້າເຖີງການສືກສາຂອງນັກຮຽນຫຼຸດຕໍ່າລົງນໍາດ້ວຍ. ດັ່ງຊາວບ້ານເມືອງປາກຊັນ ແຂວງບໍລິຄຳໄຊ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນວ່າ.
“ ກໍ່າພ້າກໍ່າພອຍຫັ້ນແຫຼະເນາະແລ້ວຄອບຄົວທີ່ທຸກຍາກບໍ່ສາມາດເພີ່ງຕົນເອັງໄດ້ຫັ້ນນ່າສັງຄົມຍັງມີການຊ່ອຍເຫຼືອຫັ້ນນ່າເອີ ໆ ທີ່ຢູ່ພູດອຍໂອ້ສ່ວນຫຼາຍກໍ່ພຸ້ນແຫຼະເຂດໄຊຈຳພອນແທ້ແນ່ຫັ້ນແຫຼະຕໍ່ເມືອງເມືອງພູດອຍຫ່າງໄກສອກຫຼີກເດ້ນີ້ເນາະເວົ້າເລື່ອງຫ່າງໄກຈາກຈຸດຕະຫຼາດ ຈຸດຕະຫຼາດບ່ອນຈໍາໜ່າຍສີນຄ້າກໍ່ມີໜ້ອຍສ່ວນຫຼາຍກໍ່ຫາກີນແບບທຳມະຊາດຈັ່ງຊີ້ນ່າ”
ກ່ຽວກັບການຍົກເວັ້ນຄ່າທຳນຽມການຮຽນຕ່າງ ໆ ໃຫ້ແກ່ນັກຮຽນຄອບຄົວທຸກຍາກ, ອານາຖາ ແລະ ກໍາພ້າກຳພອຍດັ່ງກ່າວນີ້ພະແນກສຶກສາທິການແລະກິລາ ຂອງ ແຂວງບໍລິຄຳໄຊໄດ້ດຳເນີນການຈັດຕັ້ງປະຕິບັດມາເປັນໄລຍະເວລາຫຼາຍປີແລ້ວເຊີ່ງໃນແຕ່ລະສົກປີການສຶກສາສາມາດຊ່ວຍເຫຼືອ ແລະ ແບ່ງເບົາພາລະຄອບຄົວຂອງນັກຮຽນໄດ້ປະມານ 20-30 ຄົນ ຫຼື ຕົກປະມານ 200,000 ກີບ/ຄົນ/ສົກປີການສຶກສາ. ດັ່ງລັດຖະກອນຄູໂຮງຮຽນປະຖົມສຶກສາພາຍໃນແຂວງບໍລິຄຳໄຊທ່ານກ່າວວ່າ.
“ ອານາຖາຫຼືວ່າຜູ້ທີ່ບໍ່ມີພໍ່ແມ່ຫຼືວ່າກໍາພ້າກໍາພອຍຫັ້ນແຫຼະໝົດສົກຮຽນເລີຍເຈົ້າແມ່ນ ໆ ຕັ້ງແຕ່ຊັ້ນປະຖົມຫາ ມ.7 ເລີຍກໍ່ແຕ່ລະປີກໍ່ປະມານ 20-30 ເຈົ້າຄະນະບ້ານເພິ່ນຈະເປັນຜູ້ກວດເອັງເຈົ້າຕໍ່ຄົນຕໍ່ປີມັນກໍ່ບໍ່ໄດ້ປະມານ 200,000 ປາຍເຈົ້າ 7 ເມືອງສ່ວນຫຼາຍເມືອງໄຊຈຳພອນບໍ່ເລີ່ມມາແຕ່ດົນແລ້ວແຕ່ວ່າປີນີ້ໄດ້ເອົາໃນແຈ້ງການສື່ ໆ “
ພາຍຫຼັງຈາກກທີ່ມີການຍົກເວັ້ນຄ່າທໍານຽມການສຶກສາໃຫ້ແກ່ນັກຮຽນຈາກຄອບຄົວທຸກຍາກຕັ້ງແຕ່ຊັ້ນປະຖົມສຶກສາປີທີ 1 ຈົນຮອດມັດທະຍົມສຶກສາປີທີ 7 ນັ້ນໂຮງຮຽນທີ່ດຳເນີນການຕາມນະໂຍບາຍດັ່ງກ່າວນີ້ຈະເກັບເງິນນໍາພໍ່ແມ່ປະຊາຊົນພາຍໃນບ້ານເພື່ອປະກອບສ່ວນກັນເປັນຄ່າໃຊ້ຈ່າຍໃນການຈັດການຮຽນ-ການສອນແລະຊື້ອຸປະກອນຕ່າງ ໆ ໃຫ້ແກ່ນັກຮຽນ. ດັ່ງເຈົ້າໜ້າທີ່ທີ່ເຮັດວຽກດ້ານການສຶກສາຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ທ່ານກ່າວວ່່າ.
“ ກາບໍ່ຫຼາຍມັນເປັນແນວນີ້ນ່າກໍພວກເຮົາເກັບຄ່າອັນນັ້ນເນາະກໍ່ບໍ່ແມ່ນວ່າເກັບນັກຮຽນດອກເກັບນໍາປະຊາຊົນເນາະເກັບນໍາປະຊາຊົນທຸກຄົນຢູ່ໃນບ້ານຫັ້ນກໍ່ຕ້ອງເປັນການປະກອບສ່ວນຊ່ວຍໂຮງຮຽນເພື່ອພັດທະນາໂຮງຮຽນຫັ້ນເປັນຕົ້ນວ່າການບູລະນະສ້ອມແປງເນາະອາຄານໂຕະຕັ່ງ ກະດານດຳ ປະຊາຊົນມາຊ່ວຍກັນ”
ທ່ານ ພູເພັດ ກຸນນະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດຜ່ານລາຍການຮອບບ້ານຜ່ານເມືອງ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວໃນວັນທີ 14 ສິງຫາ 2024 ນີ້ວ່າອົງການປົກຄອງແຂວງບໍລິຄຳໄຊໄດ້ອອກແຈ້ ງການກ່ຽວກັບການປຸກລະດົມໃຫ້ນັກຮຽນເຂົ້າຮຽນໃນຊັ້ນຮຽນຕ່າງ ໆ ຕາມເກນອາຍຸໃນສົກຮຽນປີ 2024-2025 ທີ່ກໍາລັງຈະຮອດນີ້.
ພ້ອມໄດ້ກໍານົດວ່າສໍາລັບຄອບຄົວທຸກຍາກແມ່ນມອບໃຫ້ອໍານາດການປົກຄອງບ້ານ ແລະ ໂຮງຮຽນດັ່ງກ່າວສະໜອງອຸປະກອນການຮຽນ ແລະ ຍົກເວັ້ນຄ່າລົງທະບຽນ, ຄ່າທຳນຽມຕ່າງ ໆ ຕະຫຼອດສົກຮຽນຕາມຄວາມເໝາະສົມ. ສຳລັບອັດຕາການປະລະການຮຽນຂອງນັກຮຽນພາຍໃນແຂວງບໍລິຄຳໄຊໃນສົກຮຽນ 2023-2024 ທີ່ຜ່ານມາແມ່ນສູງສົມຄວນໃນນີ້ແມ່ນມີອັດຕາການປະລະການຮຽນຊັ້ນປະຖົມ 2,9% ສ່ວນຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍມີອັດຕາການປະລະການຮຽນສູງສຸດ 12,9%