ມີການປະລະການຮຽນເພີ່ມ ໃນຫຼາຍແຂວງ ຍ້ອນຂາດຄູສອນ-ເສດຖະກິດຝືດເຄືອງ

ໄຊຍາ
2024.09.05
ມີການປະລະການຮຽນເພີ່ມ ໃນຫຼາຍແຂວງ ຍ້ອນຂາດຄູສອນ-ເສດຖະກິດຝືດເຄືອງ ໂຮງຮຽນມັດທະຍົມແຫ່ງໜຶ່ງ ໃນແຂວງພາກເໜືອຂອງລາວ, ເດືອນກຸມພາ 2023.
ຮູບພາບຈາກພົນລະເມືອງ

ສົກຮຽນ 2023-2024 ມີເດັກອາຍຸ 5 ປີ ຢູ່ເມືອງປາກທາ ແຂວງບໍ່ແກ້ວ ບໍ່ໄດ້ເຂົ້າໂຮງຮຽນ ຈຳນວນຫຼາຍຄົນ ຍ້ອນຂາດຄູສອນ. ຂະນະດຽວກັນນັກຮຽນຊັ້ນມັດທະຍົມສຶກສາ ຢູ່ເມືອງສົບເບົາ ແຂວງຫົວພັນປະລະການຮຽນເພີ່ມຂຶ້ນ ແລະ ຫຼຸດຄາດໝາຍທີ່ສະພາຮັບຮອງ ຍ້ອນຄວາມທຸກຍາກ ແລະ ເສດຖະກິດຝືດເຄືອງ.

ສະເເພາະອັດຕາ ເຂົ້າຮຽນຂອງເດັກອາຍຸ 5 ປີ ເມືອງປາກທາ ປະຈໍາສົກຮຽນ 2023-2024 ຫຼຸດລົງເຫຼືອ 84,10% ຈາກສົກຮຽນ 2022-2023 ທີ່ມີ 93,45% ຍ້ອນຂາດຄູສອນເຮັດໃຫ້ທົ່ວເມືອງ ຕ້ອງໂຈະການຮຽນ-ການສອນຫ້ອງຮຽນອະນຸບານ 3 ແຫ່ງ, ຫຼ້າສຸດວັນທີ 27 ສິງຫາ 2024 ຮອງເຈົ້າເມືອງປາກທາໄດ້ແນະນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂບັນຫານີ້ແລ້ວ. ດັ່ງເຈົ້າໜ້າທີ່ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 05 ກັນຍານີ້ວ່າ:

“ຜ່ານມາຫັ້ນເຮົາຂາດແຄນຄູອະນຸບານ ເຮົາເອີ້ນວ່າໂຈະການເປີດການຮຽນ-ການສອນສະເພາະຂັ້ນອະນຸບານພຽງ 3 ໂຮງຮຽນເນາະ 3-5 ປີ ເນາະປະມານ 80 ປາຍນ້ອງທີ່ບໍ່ໄດ້ເຂົ້າຮຽນປີແລ້ວເນາະ, ປີນີ້ຫັ້ນເພິ່ນວ່າປີນີ້ຫັ້ນຄູບໍ່ມີແທ້ໆ ຊິເອົານັກຮຽນສະເພາະ 5 ປີ ແຫຼະເນາະ ໄປເຂົ້າເປັນນັກຮຽນຝາກຢູ່ໃນຂັ້ນປະຖົມເພາະວ່າບໍ່ຢາກໃຫ້ມີເດັກ ຢູ່ໃນບ້ານເນາະແຕ່ວ່າ 3-4 ປີຫັ້ນ ຖ້າວ່າຄູຍັງບໍ່ມີຍັງຊິໄດ້ໂຈະຕໍ່ຫັ້ນແຫຼະເນາະ.

ສ່ວນວ່າອັດຕາ ການປະລະການຮຽນຂອງນັກຮຽນ ຊັ້ນມັດທະຍົມສຶກສາ ມ.1-ມ.7 ໃນສົກຮຽນ 2023-2024 ຢູ່ເມືອງປາກທາແມ່ນສູງເຖິງ 8,45% ເຊິ່ງຫຼຸດຄາດໝາຍທີ່ສະພາຮັບຮອງທີ່ 3%. ເນື່ອງຈາກນັກຮຽນມີຖານະທຸກຍາກຢູ່ແລ້ວ ປະກອບກັບພໍ່ແມ່ຜູ້ປົກຄອງຂອງນັກຮຽນ ຈຳນວນໜຶ່ງພົວພັນຢາເສບຕິດເຮັດໃຫ້ບໍ່ສາມາດເຮັດການຜະລິດ ເພື່ອສົ່ງໃຫ້ຮຽນໄດ້ນັກຮຽນ ຈຶ່ງພາກັນໄປຫາວຽກເຮັດງານທຳ. ດັ່ງເຈົ້າໜ້າທີ່ແຂວງບໍ່ແກ້ວ ກ່າວຕື່ມວ່າ:

“ອັດຕາປະລະການຮຽນມັນເພີ່ມຂຶ້ນຫັ້ນນ່າເນາະ ແມ່ນ ມ.6 ໄດ້ປະລະຈໍານວນໜຶ່ງ ແມ່ນໄປຢູ່ອັນກາສິໂນແມ່ນຫຍັງຢູ່ຕົ້ນເຜິ້ງຫັ້ນນ່າເນາະ ດຽວນີ້ເຂົາກໍ່ອ້າງວ່າໜຶ່ງຄອບຄົວກໍ່ທຸກຍາກ ແລ້ວໄດ້ເງິນມາພັດທະນາຄອບຄົວປັດຈຸບັນນີ້ເສດຖະກິດ ມັນມີການເໜັງຕົວຫັ້ນນ່າອັນສອງມານີ້ລູກຈົບມາແລ້ວ ບໍ່ມີວຽກເຮັດງານທຳຈັ່ງຊິນ່າພໍ່ແມ່ມີຄວາມທຸກຍາກ ແລ້ວແລ້ວບໍ່ໃຫ້ລູກຕໍ່ໂດຍສະເພາະ ເຂດຫ່າງໄກສອກຫຼີກ ໄປພົວພັນນໍາສີ່ງເສບຕິດຊິສາເນາະ ທາງຜູ້ປົກຄອງເດັກຫັ້ນຂີ້ຄ້ານທຳການຜະລິດ.”

ເຈົ້າໜ້າທີ່ກ່າວຕື່ມວ່າ ອາທິດໜ້າພາກສ່ວນທີກ່ຽວຂ້ອງ ຂັ້ນບ້ານ ແລະ ຂັ້ນເມືອງ ຈະໄດ້ລົງປຸກລະດົມໃຫ້ນັກຮຽນທີ່ປະລະການຮຽນ ກັບມາຮຽນໃຫ້ຈົບການສຶກສາພາກບັງຄັບ ມ.ຕົ້ນ ຫາກບໍ່ສາມາດປຸກລະດົມໄດ້ກໍ່ຈະເຂົ້າສູ່ຂັ້ນຕອນການລົບລ້າງ ນັກຮຽນປະລະການຮຽນແຕ່ຍັງນ້ອຍດ້ວຍວິທີຊຸກຍູ້ ໃຫ້ນັກຮຽນໄປຮຽນຕໍ່ຢູ່ສູນການສຶກສານອກໂຮງຮຽນ ເພື່ອໃຫ້ນັກຮຽນຮຽນຈົບການສຶກສາພາກບັງຄັບ ໃຫ້ໄດ້ໂດຍຄູສອນມີເບີໂທ ແລະ ທີ່ຢູ່ເພື່ອຕິດຕາມນັກຮຽນຢ່າງຄັກແນ່ແລ້ວ.

ທາງດ້ານຜູ້ປົກຄອງ ຢູ່ເມືອງປາກທາກ່າວວ່າ ເນື່ອງຈາກເສດຖະກິດພາຍໃນປະເທດຝືດເຄືອງ ເຮັດໃຫ້ນັກຮຽນຊັ້ນ ມ.ປາຍ ຢູ່ໂຮງຮຽນ ມສ. ປາກທາ ທີ່ມີຖານະທຸກຍາກ ຊວນກັນໄປເຮັດວຽກຕໍ່ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວຈຶ່ງເຮັດໃຫ້ພາຍໃນໂຮງຮຽນ ມສ ປາກທາ ຈະເຫຼືອແຕ່ລູກຫຼານ ຂອງພະນັກງານລັດ ແລະ ເອກະຊົນເທົ່ານັ້ນ ທີ່ເຂົ້າຮຽນເປັນສ່ວນຫຼາຍ. ດັ່ງຜູ້ປົກຄອງກ່າວວ່າ:

“ເສດຖະກິດຝືດເຄືອງຫັ້ນແຫຼະເນາະ ເຂົ້ານີ້ແຕ່ກີ້ນີ້ເປົາໜຶ່ງມັນລະດັບ 2-3 ແສນກີບເນາະ ມາປັດຈຸບັນນີ້ມັນລະດັບ 8-9 ແສນກີບນີ້ບາດນີ້ບ້ານນອກນີ້ມັນເລັ່ງໃສ່ ເຂົ້າເປັນຫຼັກເດ້ແລ້ວມັນກໍ່ເລີຍວ່າ ຊອກໄປທຸກວິທີການຢູ່ໃນຂອບເຂດເທດສະບານ ເມືອງປາກທານີ້ສ່ວນໃຫຍ່ ຈະແມ່ນລູກພະນັກງານຕາມຕິດຕາມ ເບິ່ງແລ້ວ.”

ຂະນະທີ່ຢູ່ເມືອງສົບເບົາ ແຂວງຫົວພັນ ອັດຕາປະລະການກຮຽນຊັ້ນມັດທະຍົມຕອນຕົ້ນ ຈາກ 4,34% ໃນສົກຮຽນ 2022-2023 ເພີ່ມຂຶ້ນມາເປັນ 8,19% ໃນສົກຮຽນ 2023-2024 ແລະ ອັດຕາປະລະການຮຽນຊັ້ນມັດທະຍົມສຶກສາ ຕອນປາຍຈາກ 11,54% ໃນສົກຮຽນປີ 2022-2023 ເພີ່ມຂຶ້ນເປັນ 15,45% ໃນສົກຮຽນ 2023-2024 ເນື່ອງຈາກພໍ່ແມ່ຜູ້ປົກຄອງ ບໍ່ສາມາດມີລາຍຮັບກຸ້ມລູກຫຼານໄດ້ ຈຶ່ງເຮັດໃຫ້ພວກລູກຫຼານຕ້ອງກຸ້ມຕົນເອັງ ແລະ ຄອບຄົວດ້ວຍການປະລະການຮຽນ ແລ້ວໄປຊອກວຽກເຮັດງານທຳ ແລະ ແຕ່ງດອງສ້າງຄອບຄົວ ແຕ່ຍັງນ້ອຍ. ດັ່ງເຈົ້າໜ້າທີ່ແຂວງຫົວພັນກ່າວວ່າ:

“ບໍ່ໄດ້ຕາມແຜນຂອງສະພາ ສະພາບເສດຖະກິດທຸກມື້ນີ້ເນາະ ຄອບຄົວກໍ່ບໍ່ມີເງິນພໍ່ແມ່ກໍ່ບໍ່ມີເງິນ ແລ້ວກໍ່ຄືວ່າຄວາມຕ້ອງການຄວາມໃຊ້ຈ່າຍ ມັນສະສູງຂຶ້ນເຂົາເຈົ້າກໍ່ຕັດສິນໃຈໄປຊອກຫາວຽກເຮັດງານທໍາ ກັບເອົາຜົວເອົາເມັຍແຕ່ນ້ອຍ ພວກເຮົາກໍ່ພະຍາຍາມມາປຸກລະດົມເນາະ ຢ່າງນ້ອຍກໍ່ຕ້ອງການສຶກສາ ພາກບັງຄັບເຮົາໄປເປັນອັນກຳມະກອນ ຕອນນີ້ເຂົາກໍ່ເວົ້າເລື່ອງໃບຈົບຊັ້ນ ແຕ່ເຂົາເຈົ້າກໍ່ບໍ່ໄດ້ຫົວຊາ.”

ເຈົ້າໜ້າທີ່ແຂວງຫົວພັນກ່າວຕື່ມວ່າ ທີ່ຜ່ານມາພາກສ່ວນທີ່ກ່ຽວຂ້ອງໄດ້ລະດົມ ນັກຮຽນທີ່ປະລະການຮຽນຄືນມາເຂົ້າຮຽນບໍ່ໄດ້ທັງໝົດ ເປັນຕົ້ນມີຈຳນວນຫຼັກຮ້ອຍປະລະ ການຮຽນແຕ່ລະດົມຄືນມາຮຽນ ໄດ້ພຽງແຕ່ຫຼັກສິບ. ຫຼ້າສຸດແຜນພັດທະນາການສຶກສາ ແລະ ກິລາ ຂອງເມືອງໃນສົກຮຽນໃໝ່ນີ້ຄືຂະແໜງການສຶກສາທິການ ແລະກິລາຈະອາໃສລະດັບຜູ້ນໍາຂັ້ນເມືອງເພື່ອ ປຸກລະດົມໃຫ້ນັກຮຽນເຂົ້າມາຮຽນພາຍຫຼັງການໂຄສະນາຊຸກ ຍູ້ໃຫ້ນັກຮຽນເຂົ້າຮຽນກໍ່ບໍ່ເກີດຜົນ.

ນອກຈາກນັ້ນຢູ່ແຂວງເຊກອງ ອັດຕາປະລະການຮຽນຂອງນັກຮຽນຊັ້ນປະຖົມ ສົກຮຽນ 2023-2024 ເທົ່າກັບ 7,1% ທຽບໃສ່ຄາດໝາຍ ສະພາຮັບຮອງແມ່ນຫຼຸດຄາດໝາຍ -2.9% ຄາດໝາຍແມ່ນ 4,2%. ຂະນະດຽວກັນອັດຕາ ປະລະການຮຽນຂອງນັກຮຽນຊັ້ນມັດທະຍົມ ຕອນຕົ້ນຢູ່ແຂວງເຊກອງສົກຮຽນ 2022-2023 ເທົ່າກັບ 14,7% ແລະ ປີ 2024 ເພີ່ມຂຶ້ນເປັນ 17,2% ທຽບໃສ່ຄາດໝາຍທີ່ສະພາຮັບຮອງ ແມ່ນຫຼຸດຄາດໝາຍ -7,3% ຄາດໝາຍແມ່ນ 9,9%.

ສ່ວນຢູ່ແຂວງບໍລິຄໍາໄຊ ໝົດສົກປີສຶກສາ 2022-2023 ອັດຕາການປະລະການຮຽນມີ 2.75% ແຕ່ສະເພາະພາກຮຽນທີ 1 ຂອງສົກການສຶກສາ ປີ 2023-2024 ນີ້ ອັດຕາການປະລະການຮຽນ ນັ້ນເພີ່ມຂຶ້ນເປັນ 3.5%. ສໍາລັບຊັ້ນມັດທະຍົມສຶກສາ ຕອນຕົ້ນ ແລະຕອນປາຍສົກການສຶກສາປີ 2022-2023 ປະລະການຮຽນ 10.9% ແຕ່ສະເພາະພາກຮຽນທີ 1 ຂອງສົກການສຶກສາປີ 2023-2024 ນີ້ອັດຕາການປະລະການຮຽນນັ້ນ ເພີ່ມຂຶ້ນເປັນ 11.4%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.