ຍັງມີນັກຮຽນ ປະລະການຮຽນ ເຖິງວ່າມີ ໂຄງການອາຫານທ່ຽງ

ພູວົງສ໌
2024.08.27
ຍັງມີນັກຮຽນ ປະລະການຮຽນ ເຖິງວ່າມີ ໂຄງການອາຫານທ່ຽງ ເດັກນ້ອຍນັກຮຽນ ທີ່ໂຮງຮຽນແຫ່ງໜຶ່ງ ໃນແຂວງສະຫວັນນະເຂດ ໃນໂຄງການອາຫານທ່ຽງ ທີ່ໄດ້ຮັບການສະໜັບສະໜູນຈາກສາກົນ (TS) ເດືອນມີນາ ປີ 2023.
RFA

ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ຍັງຄົງມີໂຮງຮຽນປະຖົມ 55 ແຫ່ງ ມີໂຄງການອາຫານທ່ຽງ ທີ່ສະໜັບສະໜູນໂດຍ ອົງການ CRS ຫຼື (Catholic Relief Services) ຈາກປະເທດສະຫະລັດອາເມຣິກາ ປະຈຳລາວ, ເຊິ່ງໄດ້ມອບເຂົ້າສານ, ໝາກຖົ່ວ, ນ້ຳມັນພືດ, ນົມກ່ອງ ແລະ ໄຂ່ ລວມເຖິງຝຶກອົບຮົມ ກິດຈະກຳ ປູກຜັກສວນຄົວ, ລ້ຽງສັດ ແລະ ກິດຈະກຳຝຶກອົບຮົມ ການນຳໃຊ້ກ່ອງສີຂຽວ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ລະດັບທ້ອງຖິ່ນ, ເມືອງ ແລະ ແຂວງ ຮ່ວມກັນເປັນເຈົ້າການ ຫຼຸດຜ່ອນອັດຕາ ປະລະການຮຽນ ແລະ ສົ່ງເສີມໂພຊະນາການທີ່ດີ ໃຫ້ເດັກນ້ອຍນັກຮຽນ.

ປະກົດວ່າ ເຖິງວ່າຈະມີໂຄງການອາຫານທ່ຽງ ທີ່ຍັງດຳເນີນການ ຢູ່ໂຮງຮຽນປະຖົມບ້ານເຟືອງ, ເມືອງເຊໂປນ ກໍຕາມ, ແຕ່ກໍຍັງມີເດັກນ້ອຍນັກຮຽນ ປະລະການຮຽນ ເກີນແຜນທີ່ກຳນົດ ໃນສົກຮຽນທີ່ຜ່ານມາ ເພາະວ່າ ພວກເຂົາເຈົ້າ ພາກັນໄປຊອກເຮັດວຽກ ຫາເງິນຊ່ອຍຄອບຄົວ ແຕ່ຍັງນ້ອຍ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ແຂວງສະຫວັນນະເຂດ ຜູ້ທີ 1 ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ສິງຫາ ນີ້ວ່າ:

“ນັກຮຽນປະລະນີ້ 3 ຄົນ, ນັກຮຽນອັນປະຖົມມີ 115 ຄົນ ມັນເປັນ 3% ປາຍພຸ້ນເດ້. ແຕ່ກໍຍັງບໍ່ໄດ້ຕາມຄາດໝາຍ, ແຕ່ກໍພະຍາຍາມສູ້ຊົນຢູ່. ຄັນອອກ 1 ຄົນແລ້ວ, ເອີ ຖືວ່າເປົ້າໝາຍໄດ້ຢູ່. ສ່ວນຫຼາຍແລ້ວ ຍັງເອົານ້ອຍໃຫ້ພໍ່ແມ່ ແລະ ໄປຫາເງິນເອງ. ເຂົາເຈົ້າລະແບກ ແກັດກະທິງແດງ ລົງຈາກລົດ, ຕັດກ້ວຍ, ພາກັນໄປກົ່ນມັນຕົ້ນ ວັນລະແສນ, ວັນລະແສນຫ້າ, ບາງບ່ອນ. ບາງຄົນ ກໍອອກໄປສ້າງຄອບຄົວເລີຍ ແຕ່ ປ.5 ນີ້ ກໍມີ, ກໍແລ້ວເລີຍ.”

ສ່ວນຢູ່ໂຮງຮຽນປະຖົມດົງສະຫວັນ, ເມືອງເຊໂປນ ນັ້ນ, ກໍມີໂຄງການອາຫານທ່ຽງ ດຳເນີນການຢູ່ຄືກັນ ແລະ ໃນສົກຮຽນທີ່ຜ່ານມາ ເຖິງວ່າມີ ໂຄງການອາຫານທ່ຽງ ໃຫ້ແກ່ເດັກນ້ອຍນັກຮຽນ ກໍຕາມ, ແຕ່ສະພາບໂຕຈິງ ຄ່າຄອງຊີບ ພັດແພງຂຶ້ນ ພວກເຂົາເຈົ້າ ຈຶ່ງບໍ່ສາມາດເສັງຈົບຊັ້ນ ປ.5, ແຕ່ເຂົາເຈົ້າ ພັດໄປຊອກເຮັດວຽກ ຫາເງິນຊ່ອຍຄອບຄົວແທນ. ດັ່ງເຈົ້າໜ້າທີ່ ແຂວງສະຫວັນນະເຂດ ຜູ້ທີ 2 ກ່າວໃນມື້ດຽວກັນນີ້ວ່າ:

“ທັງໝົດນ່າ ມີ 14 ຄົນ, ບໍ່ມາເສັງ ກໍ 3 ຄົນ. ໄດ້ຮັບໃບປະກາດແຕ່ 11 ຄົນ. ມັນບໍ່ແມ່ນແຕ່ໂຮງຮຽນເຮົາ, ໂຮງຮຽນຜູ້ອື່ນອີກ ບວກລົບໃສ່ກັນ ມັນກໍຕົກລົງແຫຼະ, ຕົກຕ່ຳແຫຼະ ອັດຕາປະລະ. ຜູ້ໃດກໍເວົ້າໄປຫາເງິນ, ໃຜກໍໄປຫາເງິນ ຊ່ອຍພໍ່ຊ່ອຍແມ່ ຊື້ເຂົ້າກິນ ເຂົ້າກໍແພງ. ອາຫານທ່ຽງແລ້ວ, ແກ້ໃຫ້ນັກຮຽນເຮົາມາກິນຕອນທ່ຽງ ບາດກັບເມືອເຮືອນຊານເດ້ຊັ້ນ, ເຂົາເຈົ້າກໍຜູ້ໃຫຍ່ແລ້ວ ເຂົາເຈົ້າຕ້ອງໄປຫາ ຊ່ອຍຄອບຄົວ, ແບບນັ້ນອີກ.”

ຍານາງກ່າວຕື່ມວ່າ ໂຄງການອາຫານທ່ຽງ ຍັງຄົງດຳເນີນການ ຢ່າງຕໍ່ເນື່ອງ ມາໄດ້ປະມານ 10 ປີແລ້ວ ຂະນະດຽວກັນ ໃນແຕ່ລະສົກຮຽນ ກໍຍັງມີນັກຮຽນຊັ້ນປະຖົມ ປ.1 ຫາ ປ.4 ຢູ່ໂຮງຮຽນປະຖົມດົງສະຫວັນ  ຂາດຮຽນຜູ້ລະ 10-15 ວັນຕໍ່ສົກຮຽນ ເພື່ອໄປຫາເກັບຜັກ ຫຼືໜໍ່ໄມ້ຂາຍ. ບາງຄົນ ກໍໄປຮັບຈ້າງກົ່ນມັນຕົ້ນ, ບາງຄົນ ກໍໄປເອົານ້ອງຢູ່ເຮືອນ ເພື່ອໃຫ້ພໍ່ແມ່ ອອກໄປເຮັດການຜະລິດ ຫຼັງຈາກນັ້ນ ຈັ່ງກັບມາຮຽນຄືນ.

ສ່ວນຢູ່ໂຮງຮຽນປະຖົມແກ້ງຄຶບ, ເມືອງເຊໂປນ ກໍສືບຕໍ່ໂຄງການອາຫານທ່ຽງ ໃນສົກຮຽນໃໝ່ນີ້ ທັງທີ່ສົກຮຽນ ທີ່ຜ່ານມາ ນັກຮຽນຊັ້ນ ປ.5 ປະລະການຮຽນຄືກັນ. ດັ່ງເຈົ້າໜ້າທີ່ ແຂວງສະຫວັນນະເຂດ ຜູ້ທີ 3 ກ່າວວ່າ:

“ຄອບຄົວເຂົາຫັ້ນ ພໍ່ແມ່ຫັ້ນ ຂາດເຂີນ, ເຮັດໄຮ່, ເຮັດສວນ, ຫັ້ນນ່າ. ບາງເທື່ອເຂົາຮຽນໄປ ບາງເທື່ອເຂົາກໍໃຫຍ່ອີ່ຫຼີ ຮອດ ປ.5 ອອກເອົາຜົວ, ເອົາເມຍ. ສ່ວນຫຼາຍ ປ.5 ປະລະ. ຮອດຍາມເສັງ ແລ້ວເຂົາບໍ່ຢາກມາ. ໃນຫ້ອງຫັ້ນ 38, ມາເສັງຫັ້ນ 35-36.”

ເຖິງຢ່າງໃດກໍຕາມ, ໂຄງການອາຫານທ່ຽງ ເປັນໂຄງການທີ່ດີ ພໍ່ແມ່ຜູ້ປົກຄອງນັກຮຽນ ລວມເຖິງຄູບາອາຈານ ຢາກໃຫ້ມີໂຄງການນີ້ ຕະຫຼອດໄປ ເພື່ອໃຫ້ເດັກນ້ອຍ ມີກິດຈະກຳ ແບບມີສ່ວນຮ່ວມກັບໝູ່ ແລະ ຜູ້ອື່ນ. ລວມເຖິງບາງມື້ ອາຫານທ່ຽງໃນໂຮງຮຽນ ເຫຼືອ, ເດັກນ້ອຍຈະສາມາດ ຮ່າຍໃສ່ຖົງ ໄປໃຫ້ນ້ອງ ຢູ່ເຮືອນໄດ້ອີກ. ດັ່ງເຈົ້າໜ້າທີ່ ແຂວງສະຫວັນນະເຂດ ຜູ້ທີ 1 ຜູ້ດຽວກັບຂ້າງເທິງ ທ່ານກ່າວວ່າ:

“ໂອ້ຍ, ໄດ້ດີຫຼາຍ. ເດັກນ້ອຍກໍມັກ, ມັກແຕ່ໃນບ່ອນກິດຈະກຳ ສວນຄອກ ສວນຄົວ. ນາຍຄູພາເຮັດຫັ້ນເດ້ ຢາກໃຫ້ມີຕະຫຼອດໄປ ເພາະວ່າ ນັກຮຽນເຮົາກໍເນາະ ແຕ່ກີ້ ກໍຢູ່ແຕ່ເຮືອນ-ຢູ່ຊານ. ບາງຄົນ ພໍແພງລູກເນາະ ບໍ່ຢາກໃຫ້ບາຍດິນ ບາຍຫຍັງ ກໍໄດ້ມາໂຮງຮຽນ ເຮົາກໍໃຫ້ບາຍ, ຫັ້ນແຫຼະ. ການກິນອາຫານ ຂອງເດັກນ້ອຍ, ບາງຄອບຄົວພັດວ່າ ແມ່ນອາໄສອາຫານ ຢູ່ໂຮງຮຽນ ທີ່ເຫຼືອກິນ ແລ້ວກໍຮ່າຍໃສ່ຖົງໄປໃຫ້ນ້ອງ ຢູ່ເຮືອນອີກໄດ໋.”

ເມື່ອທຽບໃສ່ ຈຳນວນນັກຮຽນ ທີ່ເຂົ້າຮຽນ ໃນແຕ່ລະສົກຮຽນ ພົບວ່າ ຫຼັງຈາກມີໂຄງການອາຫານທ່ຽງ ນັກຮຽນເຂົ້າຮຽນ ຫຼາຍກວ່າທີ່ບໍ່ມີ ໂຄງການອາຫານທ່ຽງ. ດັ່ງເຈົ້າໜ້າທີ່ ແຂວງສະຫວັນນະເຂດ ຜູ້ທີ 2 ຜູ້ດຽວກັບຂ້າງເທິງ ກ່າວວ່າ:

“ຜ່ານມານ່າ ໂຮງຮຽນແຕ່ກ່ອນ ຍັງບໍ່ທັນໄດ້ມີ ອາຫານທ່ຽງເນາະ, ນັກຮຽນເຮົານ່າ ຢູ່ໂຮງຮຽນຂ້ອຍນີ້ ປະມານວ່າ 50 ປາຍ. ຫຼັງຈາກໄດ້ອາຫານທ່ຽງມາ ຫວ່າງ 5-6 ປີມານີ້, ນັກຮຽນນ່າ ເລີ່ມເພີ່ມຂຶ້ນ ຈົນຮອດ 100 ປາຍ. ຄິດວ່າ ຄັນຖ້າວ່າມີອາຫານທ່ຽງ ນັກຮຽນນ່າ ເພີ່ມຂຶ້ນ ຈົນຮອດ 100.”

ນອກຈາກນັ້ນ, ໂຄງການອາຫານທ່ຽງ ທີ່ສະໜັບສະໜູນໂດຍ ອົງການ CRS ຫຼື (Catholic Relief Services) ຈາກປະເທດສະຫະລັດອາເມຣິກາ ປະຈຳລາວ ນີ້, ເລີ່ມຈັດຕັ້ງໂຄງການ ມາແຕ່ປີ 2013 ຈົນຮອດປັດຈຸບັນ. ຫຼ້າສຸດນີ້, ໂຄງການອາຫານທ່ຽງນີ້, ກໍໄດ້ຈັດກິດຈະກຳ ຝຶກອົບຮົມ ການນຳໃຊ້ກ່ອງສີຂຽວ ແລະ ການຄຸ້ມຄອງອາຫານທ່ຽງ ໃນໂຮງຮຽນ ໃຫ້ບັນດາຄູສອນ ທີ່ຢູ່ໃນ 55 ບ້ານເປົ້າໝາຍ ຂອງໂຄງການ ເພື່ອໃຫ້ຄູ ເຂົ້າໃຈວິທີໃຊ້ປຶ້ມຮຽນ, ບັດຄຳ, ບັດຮູບ ທີ່ຈະສອນເສີມແຊກຊ້ອນ ໃນວິຊາໂລກອ້ອມຕົວ ຫຼືວິຊາພາສາລາວ ພ້ອມທັງນຳເອົາ ຜູ້ອຳນວຍການ ແຕ່ລະໂຮງຮຽນ, ນາຍບ້ານ, ປກສ-ປກຊ ມາຝຶກອົບຮົມ ກ່ຽວກັບການຖະໜອມອາຫານ, ການປຸງແຕ່ງອາຫານ ໃຫ້ຖືກຫຼັກໂພຊະນາການນຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.