ເຣື້ອງທີ່ເກັບບັນທຶກໄວ້
2024-03-22
ການແຕ່ງດອງລະຫວ່າງຄົນລາວ ແລະຄົນວຽດນາມແບບບໍ່ຖືກກົດໝາຍ ມີຫລາຍຢູ່ຕາມຊາຍແດນສອງປະເທດ ແລະບັນຫານີ້ມີມາແຕ່ດົນແລ້ວ ແຕ່ທາງການລາວ ກໍຍັງບໍ່ສາມາດແກ້ໄຂໄດ້.
2024-03-17
ແກ້ງຄໍເຊັນເຕີ້ ຫຼື ພວກຕອບແຊັດ ຊາວຈີນທີ່ຕົວະ ເອົາເງິນຄົນ ຖືກຈັບໂຕຢູ່ປະເທດພະມ້າ ທີ່ຢູ່ໃກ້ກັບຊາຍແດນ ປະເທດໄທຍ ແລ້ວຖືກສົ່ງໂຕກັບຄືນໄປດໍາເນີນຄະດີ ຢູ່ປະເທດຈີນ ອີງຕາມການຣາຍງານ ຂອງກະຊວງປ້ອງກັນຄວາມສງົບຂອງຈີນ.
2024-03-11
ອົງການ ສິ້ງຊອມດ້ານສິດທິມະນຸດ ຫຼື Human Right Watch Australia ຕິຕຽນຣັຖບານ ອອສເຕຣເລັຽ ກ່ຽວກັບກອງປະຊຸມ ASEAN-Australia ເນື່ອງຈາກວ່າ ຣັຖບານ ອອສເຕຣເລັຽ ລະເລີຍບັນຫາ ສິດທິມະນຸດ ທີ່ເກີດຂຶ້ນໃນບາງປະເທດອາຊ້ຽນ.
2024-03-10
ກອງກໍາລັງອາຣະກັນ ທີ່ເປັນກອງກໍາລັງຊົນຊາດຊົນເຜົ່າ ໄດ້ບຸກໂຈມຕີທົ່ວຣັຖຣະຂ່າຍ ແລະ ໄດ້ອ້າງໄຊຊະນະ ໃນເຂດເມືອງ ພອນນາຈຽມ ເຊິ່ງຫ່າງຈາກໂຕເມືອງຊິດເວ ໄປປະມານ 15 ກິໂລແມັດ ເຊິ່ງກອງກໍາລັງອາຣະກັນ ໄດ້ຍຶດ 6 ເມືອງ ຢູ່ຣັຖຣະຂ່າຍ ແລະ ເມືອງອື່ນໆອີກ ໃນຣັຖສິນ.
2024-03-03
ທະຫານພະມ້າ ໄດ້ຈັບຊາວໜຸ້ມຣັຖຣະຂ່າຍ ແລະ ຍັງບໍ່ທັນປ່ອຍເຂົາເຈົ້າ ກັບບ້ານ ສ່ວນຍາດພີ່ນ້ອງຊາວໜຸ້ມເຫຼົ່ານັ້ນ ກໍຍັງບໍ່ສາມາດຕິດຕໍ່ ຫາລູກຫຼານຕົນເອງໄດ້.
2024-02-25
ທະຫານພະມ້າ ຈັບຜູ້ໂດຍສານຊາວພະມ້າຫຼາຍ 100 ຄົນ ຢູ່ສະໜາມບິນ ຣັຖຣະຂ່າຍ ຍ້ອນສົງໄສວ່າ ເຂົາເຈົ້າຈະຮ່ວມຂະບວນຕໍ່ຕ້ານຕົນເອງ.
2024-02-11
ກອງກໍາລັງ ຊົນຊາຕຊົນເຜົ່າ ຢູ່ພະມ້າ ປະກາດວ່າ ໄດ້ຍຶດ 3 ເມືອງໃຫຍ່ ທີ່ເປັນເຂດຍຶດຄອງ ຂອງທະຫານພະມ້າ.
2024-02-09
ແຂວງເຊກອງ ແລະ ແຂວງກວາງຈິ ຂອງວຽດນາມ ປຶກສາຫາລືກັນ ເພື່ອສ້າງເສັ້ນທາງ ອຳນວຍຄວາມສະດວກ ຕໍ່ການຂົນສົ່ງຖ່ານຫິນ ຈາກລາວ ໄປວຽດນາມ ພາຍຫຼັງທີ່ຣັຖບານລາວ ແລະ ວຽດນາມ ໄດ້ເຊັນສັນຍາ ຊື້ຖ່ານຫິນຈາກລາວ ເພີ່ມຂຶ້ນ ເມື່ອປີ 2023.
2024-02-05
ນັກວິຊາການລາວ ແລະໄທຍ ມີຄວາມເຫັນກົງກັນ ກ່ຽວກັບເຣື່ອງທາງການລາວ ຈະບໍ່ຫຍຸ້ງກ່ຽວກັບຂໍ້ຂັດແຍ່ງຢູ່ທະເລຈີນໃຕ້ ເພື່ອຮັກສາການພົວພັນ ອັນດີກັບຈີນ ແລະວຽດນາມ.
2024-02-04
ການກໍ່ຣັຖປະການຢູ່ປະເທດພະມ້າ ຄົບຮອບ 3 ເຮັດໃຫ້ພະມ້າເກີດສົງຄາມກາງເມືອງ ແລະ ອີກເລື່ອງນຶ່ງກໍຄື ກຸ່ມແກ້ງຄໍເຊັນເຕີ້ຊາວ ຈີນກໍຖືກປາບປາມຢ່າງໜັກ.
2024-01-28
ກອງກໍາລັງ ຝ່າຍຕໍ່ຕ້ານ ທະຫານພະມ້າ ທີ່ເປັນກອງກໍາລັງ ຊົນຊາຕຊົນເຜົ່າ ໄດ້ຍຶດຄ້າຍທະຫານພະມ້າ ທີ່ເປັນກອງພັນ ທະຫານຣາບ 123.
2024-01-13
ທ້າວ ວັນນານ້ອຍ ນິຍົມສິນ ເຈົ້າຂອງລາງວັນ ຄູຝຶກດີເດັ່ນ ທາງດ້ານສື່ Digital ໃນລະດັບອາຊ້ຽນ.