ຈັບແກ້ງຄໍເຊັນເຕີ້ ຊາວຈີນ 800 ຄົນ ສົ່ງກັບຄືນປະເທດ

ອຸ່ນແກ້ວ
2024.03.17
ຈັບແກ້ງຄໍເຊັນເຕີ້ ຊາວຈີນ 800 ຄົນ ສົ່ງກັບຄືນປະເທດ ຕຶກ ຢູ່ເຂດ ສະເວ ໂກກໂກ້ ຣັຖກະຢິ່ນ ປະເທດພະມ້າ ທີ່ມີແກ້ງ ຄໍເຊັນເຕີ້ ຊາວຈີນ ດໍາເນີນການຢູ່.
RFA

ຊາວຈີນ 800 ປາຍ ຄົນ ທີ່ເປັນແກ້ງຄໍເຊັນເຕີ້ ຫຼື ພວກຕອບແຊັດ ຊາວຈີນທີ່ຕົວະ ເອົາເງິນຄົນ ຖືກຈັບໂຕຢູ່ປະເທດພະມ້າ ທີ່ຢູ່ໃກ້ກັບຊາຍແດນ ປະເທດໄທຍ ແລ້ວຖືກສົ່ງໂຕກັບຄືນໄປດໍາເນີນຄະດີ ຢູ່ປະເທດຈີນ ອີງຕາມການຣາຍງານ ຂອງກະຊວງປ້ອງກັນຄວາມສງົບຂອງຈີນ.  

ຖແລງການ ຂອງກະຊວງປ້ອງກັນຄວາມສງົບ ຂອງຈີນ ໄດ້ລະບຸວ່າ ຄົນຈີນຈໍານວນດັ່ງກ່າວ ຖືກສົ່ງໂຕກັບໄປປະເທດຈີນ ໃນວັນພຸດທີ່ຜ່ານມາ ຊຶ່ງເຂົາເຈົ້າຖືກສົ່ງມາຈາກ ເຂດ ສະເວໂກກໂກ້ ທີ່ເປັນສູນກາງຫຼິ້ນການພະນັນ ແລະ ສູນກາງຄໍເຊັນເຕີ້ ຢູ່ເມືອງເມວວະດີ ຣັຖກະຢີ່ນ ປະເທດພະມ້າ ໂດຍສົ່ງຜ່ານທາງປະເທດໄທຍ.

ສູນກາງແກ້ງຕົ້ມຕຸ໋ນ ຄໍເຊັນເຕີ້ ໄດ້ດໍາເນີນຢູ່ເຂດຊາຍແດນ ລະຫວ່າງ ປະເທດໄທຍ, ພະມ້າ, ລາວ ແລະ ປະເທດຈີນ ຊຶ່ງມີປະຊາຊົນຈາກ 4 ປະເທດນີ້ ຕົກເປັນເຫຍື່ອ ໄດ້ຕົວະເອົາເງິນທາງອອນລາຍ. ໃນປີ 2023 ທີ່ຜ່ານມາ, ທະຫານພະມ້າ ແລະ ທະຫານຊົນເຜົ່າ ໄດ້ຈັບ ຄົນຈີນຫຼາຍ 10,000 ຄົນ ທີ່ພົວພັນກັບກັບຄະດີຕົວະ ເອົາເງິນຄົນທາງອອນລາຍນ໌ ແລະ ສົ່ງກັບຄືນປະເທດຈີນ.

ປະຊາຊົນ ຢູ່ເມືອງເມວວະດີ ໄດ້ກ່າວຕໍ່ເອເຊັຽເສຣີ ຜແນກພະສາພະມ້າ ວ່າ ທຸຣະກິຈການພະນັນ ຢູ່ເມືອງເມວວະດີ ຄວາມຈະຖືກກໍາຈັດໄປ.

ປະຊາຊົນກ່າວວ່າ ຍັງຄົງມີທຸຣະກິຈການພະນັນ ຢູ່ເມືອງເມວວະດີ ຊຶ່ງໄດ້ກະຈ່າຍກັນເປັນສາຂາຍ່ອຍ ຢູ່ທົ່ວໄປຢູ່ໃນກາງເມືອງ ແລະ ກໍຍັງຄົງປະກົດເຫັນຢູ່.

ນັບແຕ່ເດືອນມີນາ 2023 ທີ່ຜ່ານມາ, ກະຊວງປ້ອງກັນຄວາມສງົບ ຂອງຈີນ ໄດ້ປະສານງານກັບເຈົ້າໜ້າທີ່ພະມ້າ ແລະ ເຈົ້າໜ້າທີ່ໄທຍ ເພື່ອບຸກທະລາຍແກ້ງຄໍເຊັນເຕີ້ຊາວຈີນ ແລະ ທຸຣະກິິຈ ການພະນັນ. ມີຊາວຈີນຖືກຈັບດໍາເນີນຄະດີ ທີ່ພົວພັນເຣື່ອງດັ່ງກ່າວ ປະມານ 800 ປາຍຄົນ ອີງຕາມຖແລງການ.

ເຖິງຢ່າງໃດກໍຕາມ, ສໍາລັບ ຂໍ້ມູນການສົ່ງໂຕຜູ້ຮ້າຍຂ້າມແດນ ໃນຄັ້ງນີ້ ເອເຊັຽເສຣີ ບໍ່ສາມາດຢັ້ງຢືນໄດ້. ການຈັບກຸມແກ້ງຊາວຈີນ ຄັ້ງນີ້ ເປັນຜົລມາຈາກການຮ່ວມມືກັນ ຂອງເຈົ້າໜ້າທີ່ໄທຍ, ພະມ້າ ແລະ ຈີນ.

ອີງຕາມການຣາຍງານ ຂອງສື່ມວນຊົນຂອງທາງການ ທະຫານພະມ້າ, ມີແກ້ງຊາວຈີນ ປະມານ 50,000 ຄົນ ຖືກສົ່ງກັບຄືນປະເທດຈີນ ໃນຖານະການສົ່ງຜູ້ຮ້າຍຂ້າມແດນ ໃນວັນທີ 5 ຕຸລາ 2023 ຫາ ວັນທີ 6 ມີນາ 2024.​

ນອກຈາກນີ້, ກຸ່ມທະຫານວ້າ ຢູ່ພະມ້າ ໄດ້ຈັບໂຕຄົນຈີນ 1,000 ປາຍຄົນ ໃນຂໍ້ຫາເຮັດວຽກຕອບແຊັດ ຫຼື ຄອນເຊັນເດີ ທີ່ຕົວະຕົ້ມ ເອົາເງິນຄົນທາງອອກນລາຍນ໌ ຫຼັງຈາກນັ້ນ ກຸ່ມທະຫານວ້າ ກໍສົ່ງໃຫ້ຄົນຈີນດັ່ງກ່າວ ໃຫ້ຕໍາຣວດຈີນ ຢູ່ເຂດຣັຖສານ ທີ່ຕິດກັບຊາຍແດນຈີນ.

ເອເຊັຽເສຣີ ຜແນກພາສາພະມ້າ ໄດ້ຣາຍງານວ່າ ກຸ່ມທະຫານວ້າ ໄດ້ໃຊ້ເວລາເປັນ 2 ວັນ ໃນການບຸກທະລາຍກຸ່ມແກ້ງ ຄົນຈີນດັ່ງກ່າວ ດ້ວຍການຊ່ວຍເຫຼືອຂອງເຈົ້າ ໜ້າທີ່ຕໍາຣວດຈີນ ຫຼັງຈາກທີ່ມີການຈັບກຸມແລ້ວ, ກໍມີການສົ່ງໂຕຄົນຈີນດັ່ງກ່າວ ກັບຄືນປະເທດຈີນ.  

ທະຫານວ້າ ໄດ້ຄວບຄຸມເຂດປົກຄອງພິເສດ ຣັຖສານ ແລະ ໄດ້ມີກອງກໍາລັງທະຫານ ເປັນຂອງໂຕເອງຈໍານວນ 30,000 ຄົນ ແລະ ມີສາຍພົວພັນ ຢ່າງໃກ້ຊິດກັບຣັຖບານຈີນ.

ນັກຂ່າວເອເຊັຽເສຣີ ຜແນກພາສາພະມ້າ ໄດ້ຕິດຕໍ່ຫາ ພົນຕີ ຊໍມິນຕັນ ຮອງຣັຖມົນຕຣີ ກະຊວງຖແລງຂ່າວຂອງ ພະມ້າ ເພື່ອຖາມການຢັ້ງຢືນ ເຣື່ອງນີ້, ແຕ່ ທ່ານ ບໍ່ຮັບໂທລະສັບ.​

ນອກຈາກນີ້, ເອເຊັຽເສຣີ ພະຍາຍາມໄດ້ສົ່ງອີເມວ ຫາສະຖານທູດຈີນ ປະຈໍານະຄອນຢ້າງກຸ້ງ ປະເທດພະມ້າ ແຕ່ສະຖານທູດຈີນ ກໍບໍ່ໄດ້ຕອບມາ.

ແຕ່ສໍານັກຂ່າວ ຊິນຫົວ ຂອງທາງການຈີນ ໄດ້ຣາຍງານວ່າ ທາງການພະມ້າ ໄດ້ສົ່ງຜູ້ຕ້ອງຫາຊາວບຈີນ ປະມານ 1,200 ຄົນ ໃຫ້ແກ່ທາງການຈີນ ລວມທັງຜູ້ທີ່ທາງການຕ້ອງການໂຕ ປະມານ 40 ຄົນ.

ເປັນທີ່ຮູ້ຈັກກັນດີວ່າ ກຸ່ມເຮັດວຽກຕອບແຊັດ ດໍາເນີນການຢູ່ເຂດ ເຂດປົກຄອງພິເສດ ເພື່ອຫຼອກລວງຄົນພະມ້າ ແລະ ຕ່າງປະເທດ ໂດຍສເນີໃຫ້ວຽກເຮັດງານທໍາ ທີ່ມີເງິນເດືອນສູງ ແລະ ນໍາໃຊ້ຊ່ອງທາງເຟສບຸກ ເພື່ອຫຼອກລວງຄົນໃຫ້ມາລົງທຶນ ໃນດ້ານຄຼິບໂຕ ແລະ ຮູບແບບອື່ນໆ.​

ປະຊາຊົນ ຢູ່ເມືອງມົງເປືອກ ທີ່ຫ່າງຈາກຊາຍແດນຈີນ 10 ກິໂລແມັດ ໄດ້ກ່າວວ່າ ລາວເຫັນເຈົ້າໜ້າທີ່ຈັບກຸມຄົນຈີນ ແລະ ສົ່ງໃຫ້ທາງການຈີນ.

ປະຊາຊົນທ້ອງຖິ່ນ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວ່າ ເຈົ້າໜ້າທີ່ນໍາໂຕຜູ້ທີ່ຖືກຈັບ ຂຶ້ນໃສ່ຣົຖບັນທຸກທະຫານ 6 ຄັນ ໃນວັນທີ 7 ກັນຍາ ແລະ ອີກປະມານ 100 ຄົນ ໄດ້ຖືກຈັບໃນວັນທີ 9 ກັນຍາ.

ປະຊາຊົນ ທ່ານນີ້​ ກ່າວຕື່ມອີກວ່າ ພວກຜູ້ທີ່ຖືກຈັບເປັນພວກຕົ້ມຕຸນ ຫຼອກລວງ ເປັນຄົນຈີນ ຖືກສົ່ງໃຫ້ເຈົ້າໜ້າທີ່ຕໍາຣວດຈີນ.

ປະຊາຊົນ ທີ່ເຮັດວຽກຢູ່ເຂດດັ່ງກ່່າວ ໄດ້ເວົ້າວ່າ ຢາກໃຫ້ພໍ່ແມ່ ຜູ້ປົກຄອງ ຕິດຕໍ່ຫາລູກຫຼານຂອງຕົນເອງ ວ່າ ເຂົາເຈົ້າຖືກຈັບໄປທາງໃດບໍ່.​

ໃນວັນທີ 26 ສິງຫາ 2023 ທີ່ຜ່ານມາ, ສະຖານທູດຈີນ ຢູ່ນະຄອນ ຢ້າງກຸ້ງປະເທດພະມ້າ ໄດ້ກ່າວວ່າ ຕໍາຣວດພະມ້າ ໄດ້ ສົ່ງມອບຄົນຈີນ 24 ຄົນ ລວມທັງຫົວໜ້າແກ້ງເຮັດວຽກ ຕອບແຊັດ ຫຼື ຄໍາເຊັນເຕີ້.  

ອີງຕາມການຣາຍງານ ຂອງ ສະຫະປະຊາຊາດ ໃນວັນທີ 29 ສິງຫາ, ມີປະຊາຊົນຫຼາຍ ຫຼາຍແສນຄົນ ຢູ່ປະເທດອາຊ້ຽນ ລວມທັງພະມ້າ ຖືກຂົ່ມຂູ່ ແລະ ຖືກຕົວະ ໃຫ້ມາເຮັດວຽກຕອບແຊັດ.

ບົດຣາຍງານ ຂອງສະຫະປະຊາຊາດ ຍັງລະບຸວ່າ ປະຊາຊົນຢູ່ພະມ້າ 120,000 ຄົນ ແລະ ກັມພູຊາ 100,000 ຄົນ ຖືກບັບຄັບໃຫ້ມາເຮັດວຽກ.

ນອກຈາກນີ້ ເມື່ອວັນທີ 11 ກັນຍາ 2023 ທີ່ຜ່ານມານີ້ ເຈົ້າໜ້າທີ່ກະຊວງ ປ້ອງກັນຄວາມສງົບ ຂອງລາວ ໄດ້ສົ່ງໂຕຜູ້ຕ້ອງຫາຊາວຈີນ ຈໍານວນ 164 ຄົນ ທີ່ຮ່ວມກັນເປັນແກ້ງຄໍເຊັນເຕີ້ ມອບໃຫ້ເຈົ້າໜ້າທີ່ຕໍາຣວດຈີນ ຢູ່ສນາມບິນສາກົລວັດໄຕ ເພື່ອໃຫ້ຕໍາຣວດຈີນຮັບໂຕໄປ ດໍາເນີນຄະດີຢູ່ປະເທດຈີນ ພາຍຫຼັງທີ່ເຈົ້າໜ້າທີ່ຕໍາຣວດລາວ ສາມາດຈັບແກ້ງດັ່ງກ່າວໄດ້ ຕາມການຂໍຄວາມຮ່ວມມື ຈາກເຈົ້າໜ້າທີ່ຕໍາຣວດຈີນ, ອີງຕາມການຣາຍງານ ຂອງໜັງສືພິມປ້ອງກັນຄວາມສງົບ ວັນທີ 11 ກັນຍາ 2023.

ສໍາລັບແກ້ງຄໍເຊັນເຕີ້ ຊາວຈີນດັ່ງກ່າວ ແມ່ນຖືກຈັບໄດ້ໃນຫຼາຍແຂວງຂອງລາວ ປະກອບດ້ວຍ ຖືກຈັບຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ຈໍານວນ 46 ຄົນ, ຖືກຈັບຢູ່ນະຄອນຫຼວງວຽງຈັນ 77 ຄົນ, ຖືກຈັບຢູ່ແຂວງວຽງຈັນ 22 ຄົນ ແລະຖືກຈັບຢູ່ແຂວງສວັນນະເຂດ 19 ຄົນ, ເຊິ່ງການຈັບຜູ້ຕ້ອງຫາຈີນທີ່ວ່ານັ້ນ ເກີດຂຶ້ນໂດຍອີງຕາມບົດບັນທຶກ ຄວາມຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສງົບລາວ ແລະ ກະຊວງປ້ອງກັນຄວາມສງົບຈີນ ແລະ ອີງຕາມຄວາມຮ່ວມມື ຂອງ 2 ກໍາລັງຕໍາຣວດລາວ-ຈີນ ໃນການມ້າງກຸ່ມແກ້ງດັ່ງກ່າວ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ປະຈໍາຫ້ອງການກວດຄົນເຂົ້າເມືອງ ຢູ່ສນາມບິນສາກົລວັດໄຕ ທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນ ວັນທີ 11 ກັນຍາ ທີ່ຜ່ານມາວ່າ:

“ການສົ່ງມອບໂຕ ຜູ້ຕ້ອງຫາຊາວຈີນດັ່ງກ່າວ ໄດ້ມີຂຶ້ນ ໃນຊ່ວງຕອນເຊົ້າ ຂອງວັນທີ 11 ກັນຍາ 2023 ໂດຍເຈົ້າໜ້າທີ່ຕໍາຣວດຈີນ ໄດ້ຂີ່ເຮືອບິນ ຖຽວບິນພິເສດ ຂອງສາຍການບິນ China Southern ຈາກປະເທດຈີນ ມາຮັບຜູ້ຕ້ອງຫາຈໍານວນດັ່ງກ່າວ ຢູ່ສນາມບິນສາກົລວັດຕັຍ ສ່ວນຣາຍລະອຽດເພີ່ມຕື່ມ ບໍ່ສາມາດໃຫ້ຂໍ້ມູນຫຼາຍໄປກວ່ານີ້ໄດ້.”

ພ້ອມດຽວກັນນີ້ ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງເຈົ້າໜ້າທີ່ ຢູ່ຄະນະຄຸ້ມຄອງເຂດເສຖກິຈພິເສດສາມຫຼ່ຽມຄໍາ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ສໍາພາດ ແລະກໍໄດ້ຕິດຕໍ່ໄປຍັງ ສະຖານທູດຈີນ ປະຈໍາປະເທດລາວ ເຊິ່ງເຈົ້າໜ້າທີ່ ຜູ້ທີ່ຮັບໂທຣະສັບ ລະບຸພຽງແຕ່ວ່າ ທາງສະຖານທູດ ໄດ້ຮັບຣາຍງານດັ່ງກ່າວແລ້ວ ແຕ່ບໍ່ສະດວກທີ່ຈະໃຫ້ຄໍາເຫັນເພີ່ມຕື່ມ.

ສະເພາະຢູ່ປະເທດລາວ ກໍມີໄວໜຸ່ມລາວຫຼາຍຄົນຖືກຕົວະ ໄປເຮັດວຽກຕອບແຊັດ ຢູ່ປະເທດພະມ້າ ແລະ ຫຼາຍກໍລະນີ ພໍ່ແມ່ຜູ້ປົກຄອງຕ້ອງໄດ້ເອົາເງິນໄຖ່ໂຕ ລູກຫຼານຂອງຕົນເອງ.

ປະຊາຊົນຊາວ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ ການຈັບກຸມກໍຄົງຈະເຮັດໃຫ້ແກ້ງຄໍເຊັນເຕີ້ຫຼຸ ດລົງ:​
ກະໄດ້ຍິນຢູ່ ກໍຫຼາຍຢູ່ໄດ໋ ເຮັດໃຫ້ພວກແກ້ງຄໍເຊັນເຕີ້ ຫຼຸດລົງອິຫຍັງປະມານນີ້ເບາະ.

ໃນວັນທີ 30 ສິງຫາ 2023 ນີ້ ພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ທີ່ລູກເຕົ້າຍັງຕິດຄ້າງ ຢູ່ໂຮງກາສິໂນ ຂອງຈີນ ໃນເມືອງເມວວະດີ ຣັຖກະຢິ່ນ ແຈ້ງໃຫ້ເອເຊັຽເສຣີ ຮູ້ວ່າ ນາຍຈ້າງຄົນຈີນ ຢູ່ໂຮງກາສິໂນ ດັ່ງກ່າວ ໄດ້ປ່ອຍໂຕເດັກນ້ອຍ ຈໍານວນ 23 ຄົນ ທີ່ເຮັດວຽກຫາເງິນໃຫ້ເຂົາບໍ່ໄດ້ ມາໄດ້ 5-6 ເດືອນນັ້ນ ແມ່ນໄດ້ປ່ອຍໂຕພວກເຂົາອອກແລ້ວ.

ມາຮອດປັດຈຸບັນ ລວມເປັນເວລາ ປະມານ 4 ເດືອນ ທີ່ເດັກນ້ອຍແມ່ຍິງລາວ ຊື່ວ່າ ນາງຈັນ (ນາມສົມມຸດ) ອາຍຸ 17 ປີ ເປັນຄົນ ຈາກນະຄອນຫຼວງວຽງຈັນ ຖືກນາຍໜ້າຄົນລາວ ທີ່ມີເຄືອຂ່າຍ ແກ້ງຄ້າມະນຸສ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຕົວະໄປຂາຍ ເພື່ອເຮັດວຽກເປັນສາວຮ້ານຂາຍບໍຣິການ ທາງເພດ ຢູ່ຮ້ານບັນເທີງຈີນ ຢູ່ໃນເມືອງລາ ຣັຖສານ ປະເທດພະມ້າ.

ສະພາບການເຮັດວຽກ ທີ່ນາງຈັນ ພະເຊີນທີ່ຜ່ານມາ ຈົນຮອດປັດຈຸຸບັນ ຄື 1 ມື້ ມີ 24 ຊົ່ວໂມງ ຕອນກາງຄືນ ຕັ້ງແຕ່ເວລາ 6 ໂມງແລງ ຈົນຮອດ 6 ໂມງເຊົ້າ ນາງຈັນຈະເຮັດວຽກຢູ່ຮ້ານບັນເທີງຈີນຢ່າງດຽວ ແລະນາງ ຕ້ອງເຮັດວຽກກາຍ 8 ຊົ່ວໂມງ ໂດຍບໍ່ໄດ້ຮັບເງິນຈັກຢວນ ບາງກໍຣະນີ ມີລູກຄ້າມາໃຊ້ບໍຣິການ ກໍຕ້ອງເຮັດວຽກກາງເວັນນໍາ ສ່ວນຕອນກາງເວັນ ຕັ້ງແຕ່ເວລາ 6 ໂມງເຊົ້າ ຫາ 6 ໂມງແລງ ຫົວໜ້າຄົນຈີນ ກັກຂັງລາວຢູ່ໃນຫ້ອງ ແລ້ວໃສ່ກະແຈລ໋ອກເອົາໄວ້ ບໍ່ໃຫ້ນາງຈັນ ອອກໄປໃສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.