ເຣື້ອງທີ່ເກັບບັນທຶກໄວ້
2022-03-06
ທັສນະຂອງບັນດາ ປະເທດສະມາຊິກອາຊຽນ ຕໍ່ສົງຄາມລະຫວ່າງຣັດເຊັຍ ແລະຢູເຄຣນ ແຕກຕ່າງກັນ, ມີປະເທດ ທີ່ປະນາມການຮຸກຮານ ຂອງຣັດເຊັຍ ແລະທວງໃຫ້ຣັດເຊັຍ ຖອນກໍາລັງທະຫານ ອອກຈາກປະເທດນີ້.
2022-02-26
ຄົນງານໃນ ກາສິໂນ NagaWorld ຫຼາຍກວ່າ 100 ຄົນ ຖືກທາງການ ກັມພູຊາຈັບ ຍ້ອນວ່າ ພວກເຂົາເຈົ້າປະທ້ວງ ເພື່ອໃຫ້ຂຶ້ນຄ່າແຮງ ແລະ ປ່ອຍຜູ້ນຳ ສະຫະພາບ ແຮງງານ ທີຖືກຈັບ ພ້ອມຮັບເອົາຄົນງານອີກ 365 ຄົນ ກັບໄປເຮັດວຽກຄືນ.
2022-02-20
ປະຊາຊົນພະມ້າ ປະທ້ວງ ທະຫານພະມ້າ ທີ່ຍິງປືນໃຫຍ່ ໃສ່ບ້ານເຮືອນ ຂອງເຂົາເຈົ້າ ເສັຽຫາຍຫຼາຍກວ່າ 1,000 ຫຼັງ ຍ້ອນມີການ ຕໍ່ສູ້ລະຫວ່າງ ກຸ່ມຊົນເຜົ່າຕ່າງໆ ໃນພະມ້າ ທີ່ຕໍ່ຕ້ານທະຫານ ພະມ້າ.
2022-02-19
ອົງການ ເພື່ອສິດທິມະນຸດ ປະທ້ວງຈີນ ທີ່ຄວບຄຸມໂຕ ແລະບັງຄັບ ສົ່ງຊາວເກົາຫລີເໜືອ ຜູ້ຂໍລີ້ພັຍກັບຄືນປະເທດ ເຖິງແມ່ນວ່າ ພວກເຂົາເຈົ້າ ຈະຕ້ອງປະເຊີນ ກັບການລົງໂທດ ຮຸນແຮງ ຫຼືເຖິງຂັ້ນຕາຍ ໃນໄລຍະ ການແຂ່ງຂັນ ກິລາໂອແລມປິກ ຣະດູໜາວ ຢູ່ກຸງ ປັກກິ່ງ 2022 ນີ້ ກໍຕາມ.
2022-02-13
ນັກລົງທຶນຈີນ ເຂົ້າມາຕັ້ງບໍຣິສັດ ດຳເນີນທຸຣະກິຈ ຣົຖແທັກຊີ້ ໃນເມືອງສີຫານຸກວິວ ທີ່ປະເທດກັມພູຊາ ຈົນເຮັດໃຫ້ຜູ້ປະກອບການຣົຖແທັກຊີ້ ແລະ ຣົຖຕຸ໋ກ-ຕຸ໋ກ ທ້ອງຖິ່ນ ບໍ່ສາມາດແຂ່ງຂັນໄດ້ ແລະ ໄດ້ຮັບຄວາມເດືອດຮ້ອນ ຢ່າງຖ້ວນໜ້າ
2022-02-06
ນັບແຕ່ມີການຕໍ່ສູ້ກັນ ຢູ່ພະມ້າ ຫຼັງຈາກ ຣັຖປະຫານ ມີປະຊາຊົນ ຢູ່ຣັຖກະຢາ ຂອງພະມ້າ ເກືອບ 2 ແສນຄົນ ຕ້ອງອົພຍົບ ຈາກບ້ານເຮືອນ ເພາະທະຫານ ພະມ້າອອກປາບປາມ ຜູ້ທີ່ຕໍ່ຕ້ານ ການຣັຖປະຫານ ໃນຄັ້ງນີ້ ຢ່າງໜັກ.
2022-02-05
ວິກິດດ້ານ ການເມືອງ ໃນພະມ້າ ອາຈບໍ່ສາມາດ ແກ້ໄຂໄດ້ ຖ້າຫາກວ່າ ຜູ້ນໍາທະຫານພະມ້າ ບໍ່ປະຕິບັຕາມ ແຜນສັນຕິພາບ 5 ຂໍ້ ຂອງອ່າຊ້ຽນ ເຖິງແມ່ນວ່າ ມີການຂຍາຍເວລາ ພາວະສຸກເສີນ ປາບປາມປະຊາຊົນ ທີ່ຕໍ່ຕ້ານ ຜະເດັດການ ທະຫານ ອອກໄປອີກ 6 ເດືອນ.
2022-01-30
ຄົນໜຸ່ມ-ສາວ ຢູ່ປະເທດພະມ້າ ທີ່ຮັກ ປະຊາທິປະໄຕ ແລະ ເສຣີພາບ ພາກັນໜີເຂົ້າປ່າ ຕັ້ງກອງກໍາລັງປະກອບອາວຸດ ເພື່ອຕໍ່ສູ້ກັບ ທະຫານພະມ້າ ທີ່ຢຶດອໍານາດ ຈາກລະບອບ ປະຊາທິປະໄຕ.
2022-01-23
ວຽດນາມໄດ້ປ່ອຍໂຕ ນັກເຄື່ອນໄຫວ ວຽດນາມ ທີ່ຊື່ວ່າ ຫງຽນ ຫວັນ ໂອຍ ຫຼັງຈາກ ບໍຣິສັດ Formosa ທີ່ຜະລິດເຫຼັກກ້າ ຢູ່ປະເທດວຽດນາມ ໄດ້ຈ່າຍຄ່າຊົດເຊີຍ ຄວາມເສັຽຫາຍ ຈໍານວນ 500 ລ້ານໂດລາຣ໌ ທີ່ໄດ້ປ່ອຍ ນ້ຳເສັຽລົງທະເລ ເຮັດໃຫ້ ປາຕາຍ ເປັນຈຳນວນຫຼາຍ.
2022-01-22
ຜູ້ນໍາສິງກະໂປ ແນະນໍາອາຊຽນ ບໍ່ໃຫ້ເຊີນ ທະຫານພະມ້າ ເຂົ້າຮ່ວມປະຊຸມ ຈົນກວ່າວ່າ ຈະຮ່ວມມືໃນແຜນ ສັນຕິພາບ ຂະນະທີ່ ມາເລເຊັຍເວົ້າວ່າ ບາງປະເທດ ອາຊຽນກັງວົນ ເຣື່ອງການ ຢ້ຽມຢາມພະມ້າ ຂອງຜູ້ນໍາ ກັມພູຊາ.
2022-01-16
ສານທະຫານພະມ້າ ຕັດສິນໃສ່ຄຸກ ຍານາງ ອອງຊານ ຊູຈີ ຕື່ມອີກ 4 ປີ ໃນຂໍ້ກ່າວຫາ ປຸກຣະດົມ ຕໍ່ຕ້ານ ຜເດັດການ, ຝ່າຝືນກົດຣະບຽບ ທາງການກ່ຽວກັບ ມາຕການປ້ອງກັນ ໂຄວິດ-19 ແລະ ອື່ນໆ.
2022-01-16
ອະນຸພາກ ເຂດລຸ່ມແມ່ນ້ຳຂອງ ຊຶ່ງປະກອບດ້ວຍ ລາວ, ໄທຍ, ພະມ້າ, ວຽດນາມ ແລະກັມພູຊາ ເປັນເຂດທີ່ ໄດ້ຮັບຄວາມ ສົນໃຈຫຼາຍ ຈາກຕ່າງປະເທດ ເປັນຕົ້ນ ສະຫະຣັຖແລະຈີນ ທີ່ຢາກມາ ຮ່ວມມື ແລະ ຄ້າຂາຍນຳ.
2022-01-12
ນາຍົກ ຣັຖມົນຕຣີລາວ ຢ້ຽມຢາມ ວຽດນາມ ຊຶ່ງໃນນັ້ນ ມີການລົງນາມ ແລະ ມອບ-ຮັບ ເອກະສານຮ່ວມມື ຂອງບັນດາ ກະຊວງ ແລະ ພາກທຸຣະກິຈ 9 ສະບັບ ແລະວຽດນາມ ຊ່ອຍເຫຼືອວັກຊິນ ປ້ອງກັນໂຄວິດ-19 1,000,000 ໂດສ ແກ່ລາວ ແລະ ໃຫ້ທຶນກໍ່ສ້າງ ສູນຝຶກອົບຮົມ ຊາວໜຸ່ມ, ເຍົາວະຊົນ ລາວ-ວຽດນາມ ຢູ່ນະຄອນຫລວງວຽງຈັນ.
2021-12-05
ສິງກະໂປຣ໌ ແລະ ມາເລເຊັຍຜ່ອນ ຂໍ້ຈໍາກັດ ລະຫວ່າງກັນ, ອະນຸຍາດໃຫ້ ຄົນສັກວັກຊິນ ປ້ອງກັນ ໂຄວິດ-19 ຄົບກໍານົດ ເຂົ້າປະເທດ ໂດຍບໍ່ຕ້ອງ ຖືກກັກຕົວ ຫຼັງຈາກມີ ມາຕການ ເຂັ້ມງວດ ມາເກືອບ 2 ປີ.
2021-12-04
ຜູ້ນຳ ສຫະພາບ ຢູໂຣບ ແລະອາຊ້ຽນ ຮຽກຮອ້ງ ກຸ່ມຜເດັດການ ທະຫານພະມ້າ ເຈຣະຈາ ກັບຣັຖບານ ພົລເຮືອນ ເພື່ອປະຊາທິປະຕັຍ ແລະຄວາມ ປອງດອງ ຊາດ ໃນກອງປະຊຸມ ອາຊ້ຽນ-ຢູໂຣບ ທີ່ກັມພູຊາເປັນເຈົ້າພາບ.