ກັມພູຊາ ເຈົ້າພາບ ຈັດປະຊຸມ ອາຊ້ຽນ-ຢູໂຣບ
2021.12.04

ບັນດາຜຸ້ນຳຈາກ 50 ປະເທດອາຊ້ຽນ-ຢູໂຣບໃນກອງປະຊຸມທາງໄກ ASEM ທີ່ກຳພູຊາ ເປັນເຈົ້າພາບໃນມື້ວັນສຸກຜ່ານມາ ໄດ້ຮຽກຮ້ອງໃຫ້ກຸ່ມຜູ້ນຳ ຜເດັດການທະຫານພະມ້າຫັນໜ້າ ເຂົ້າມາເຈຣະຈາກັບຣັຖບານພົລເຮືອນ ຂອງ ຍານາງ ອອງຊານ ຊູຈີ ເພື່ອປະຊາທິປະຕັຍ ແລະຄວາມປອງດອງຊາດໃນພະມ້າ ປາສຈາກການເຂັນຂ້າ ປະຊາຊົນ ແລະໃຫ້ປ່ອຍນັກໂທດ ທັງໝົດ ຈາກທີ່ກັກຂັງ ບໍ່ວ່າຈະເປັນນັກໂທດການເມືອງຫຼື ນັກໂທດໂດຍທົ່ວໄປ ທີ່ບໍ່ເຫັນພ້ອມກັບກຸ່ມທະຫານ ພ້ອມທັງໃຫ້ຮັບຮອງເອົາໂຕແທນ ອາຊ້ຽນ ເປັນຄົນກາງ ເຂົ້າໄປໄກ່ເກັ່ຽ ບັນຫາຄວາມເຄັ່ງຕຶງ ທາງດ້ານການເມືອງ ລະຫວ່າງສອງຝ່າຍ ທີ່ເກີດຂຶ້ນມາເປັນເວລາ ກວ່າ 10 ເດືອນແລ້ວ. ປະທານ ສຫະພາບຍູໂຣບ ກ່າວຕໍ່ກອງປະຊຸມໃນຕອນນຶ່ງວ່າ:
“ຍານາງເວົ້າວ່າ ໃນການເດີນໜ້າຫຼັງຈາກຜ່ານພົ້ນບັນຫາ ພວກເຮົາຕ້ອງຮ່ວມກັນລົງທຶນທີ່ບໍ່ເຄີຍມີມາກ່ອນ ພວກຕ້ອງເພີ່ມການ ເຊື່ອມຕໍ່ທາງດ້ານການພົວພັນ ແລະລະບົບການສື່ສານ ດີຈິໂຕລ໌ ຕ່່າງໆ ລະຫວ່າງສອງຝ່າຍໃຫ້ຫຼາຍຂື້ນ”
ພະມ້າ ໃນນາມນຶ່ງໃນບັນດາ ສມາຊິກອາຊ້ຽນ ບໍ່ເຂົ້າຮ່ວມໃນກອງປະຊຸມ ທາງໄກເທື່ອນີ້ ຊຶ່ງເປັນເທື່ອທີ 3 ແລ້ວ ທີ່ຜູ້ນຳທະຫານພະມ້າ ບໍ່ເຂົ້າຮ່ວມປະຊຸມ ກັບກຸ່ມຜູ້ນຳ ອາຊ້ຽນຫຼັງຈາກການ ຣັຖປະຫານໃນວັນທີ 1 ກຸມພາ ຜ່ານມາ ແລະຫຼັງຈາກອາຊ້ຽນບໍ່ເຊີນ ມາເຂົ້າຮ່ວມປະຊຸມຫຼາຍຄັ້ງ ຍ້ອນວ່າ ຜູ້ນຳທະຫານພະມ້າ ບໍ່ປະຕິບັດຕາມ ກົດຣະບຽບສາກົນ ແລະອາຊ້ຽນ ກ່ຽວກັບປະຊາທິປະຕັຍ ສິດທິມະນຸສແລະການປົກຄອງ ດ້ວຍລະບົບກົດໝາຍ.
ກຸ່ມຜູ້ນຳອາຊ້ຽນ-ຢູໂຣບ ອອກຖແລງການຮ່ວມ ຫຼັງຈາກສິ້ນສຸດກອງປະຊຸມວ່າ:
“ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມເທື່ອນີ້ ເປັນຫວ່ງ ກ່ຽວກັບສພາບການທາງດ້ານການ ເມືອງໃນພະມ້າ ໃນເວລາດຽວກັນ ໃຫ້ການສນັບສນູນ ອາຊ້ຽນຕໍ່ຄວາມພຍາຍາມ ໃນການແກ້ໄຂບັນຫາທີ່ເກີດຂື້ນໃນພະມ້າ ເພື່ອບໍ່ໃຫ້ຂຍາຍວົງກວ້່າງໄປໃນທິດທາງອື່ນ”
ໃນຖແລງການ ຮ່ວມກຸ່ມຜູ້ນຳອາຊ້ຽນ-ຍູໂຣບຍັງໄດ້ຮຽກຮ້ອງທຸກພາກສ່ວນໃນພະມ້າ ຫັນໜ້າເຂົ້າຫາກັນເພື່ອຄວາມປອງດອງຊາດ,ຍຸດຕິຄວາມວຸ້ນວາຍແລະໃຊ້ຄວາມອົດກັ້ນ ພ້ອມທັງໄດ້ຮຽກຮ້ອງໃຫ້ຜູ້ນຳຜເດັດການທະຫານພະມ້າ ປ່ອຍນັກໂທດທີ່ຖືກກັກຂັງ ໃນນັ້ນຮ່ວມດ້ວຍຊາວຕ່າງຊາດແລ້ວຫັນໄປສູ່ເສັ້ນທາງໃນຣະບອບປະຊາທິປະຕັ, ຄວາມປອງດອງຊາດແລະກາານພັທນາທີ່ຍືນຍົງ. ຖແລງການດັ່ງກ່າວ ຍັງໄດ້ຮຽກຮ້ອງໃຫ້ ຜຸູ້ນຳທະຫານພະມ້າຮັບຮອງເອົາໂຕແທນອາຊ້ຽນເປັນຄົນກາງໃນການແກ້ໄຂບັນຫາໃນພະມ້າ ແຕ່ຜູ້ນຳທະຫານພະມ້າບໍ່ປະຕິບັດຕາມ. ທ່ານຮຸນເຊນ ກ່່າວກ່ຽວກັບຖແລງການຮ່ວມ ໃນຕອນນື່ງວ່າ
“ທ່ານວ່າ ຖແລງຮ່ວມສບັບນີ້ ເປັນການບົ່ງບອກເຖີງ ຄວາມໝຸ້ງໝັ້ນແລະຄວາມເປັນອັນນື່ງອັນດຽວກັນລະຫວ່າງຜູ້ນຳອາຊ້ຽນແລະຢູໂຣບເພື່ອປະຕິບັດຄວາມຮ່ວມມືທີ່ໝັ້ນຄົງ, ກ້າວໜ້າແລະດີກວ່າ ສຳລັບອານາຄົດຂອງສອງຝ່າຍ”
ໂຄສົກຣັຖບານທະຫານພະມ້າ ກ່າວຕໍ່ເອເຊັຽເສຣີ ພແນກພາສາ ພະມ້າວ່າ ເຫດຜົລທີ່ບໍ່ເຂົ້າຮ່ວມກອງປະຊຸມກັບຜູ້ນຳອາຊ້ຽນແລະຢູໂຣບເປັນຍ້ອນວ່າ ຖ້າບັນດາຜູ້ນຳຫຼືກຸ່ມຜູ້ນຳຈາກປະເທດໃດ ບໍ່ໃຫ້ກຽດພະມ້າ ພວກເຮົາກໍບໍ່ມີເຫດຜົລໃດໆ ຈຳເປັນທີ່ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ເທົ່າເຖິງປັດຈຸບັນ ຫຼັງຈາກການຣັຖປະຫານໃນວັນທີ 1 ກຸມພາ ຜ່ານມາ ທີ່ເຮັດໃຫ້ກຸ່ມຜູ້ນຳ ຜເດັດການທະຫານກຳອຳນາດໃນພະມ້າ ປະຊາຊົນກຸ່ມປະທ້ວງເສັຽຊິວິດເກືອບຮອດ 1,300 ຄົນແລ້ວ ຖືກກັກຂັງແລະຫາຍສາບູສ ເກືອບຮອກ 7 ພັນຄົນ ອີງຕາມຂໍ້ມູນຈາກອົງການຊ່ອຍເຫຼືອນັກໂທດການເມືອງໃນພະມ້າ ທີ່ມີສນູກາງຢູ່ປະເທດໄທ.
ນອກຈາກນັ້ນ ຍັງມີຊາວພະມ້່າຫຼາຍພັນຄົນ ຖືກຍ້າຍຖີ່ນຖານໃນບັນດາປະຊາຊົນພະມ້າ ທັງໝົດ 54 ລ້ານຄົນ ຍັງປະເຊີິນກັບບັນຫາຂາດອາຫານການກິນ ພຍາດໂຄວິດ-19 ຣະບາດ ນອກຈາກສົງຄາມກາງເມືອງ ຈາກກຸ່ມຜູ້ນຳຜເດັດການສ້າງຂື້ນ. ກຸ່ມຜູ້ນຳທະຫານພະມ້າ ຍັງບໍ່ລົດລະໃນການກຳອຳນາດເຂັນຂ້າປະຊາຊົນຜູ້ທີ່ບໍ່ມີຄວາມຜິດແລະທາງສູ້ ຢ່າງຕໍ່ເນື່ອງ ນັກປັນຍາຊົນ ພະມ້າ ທ່ານນື່ງກ່າວ. ນັກເຄື່ອນໄຫວທາງດ້ານສພາບແວດລ້ອມ ທ່ານນື່ງ ກ່າວກ່ຽວກັບກອງປະຊຸມວ່າ
“ທ່ານວ່າ ເປັນກອງປະຊຸມທີ່ດີກວ່າຫຼາຍກອງປະຊຸມທີ່ຜ່ານມາໃນປີ 2021 ທີ່ໄດ້ມີການໂອ້ລົມກັນກ່ຽວກັບນະໂຍບາຍສີຂຽວໃນກາແກ້ໄຂບັນຫາສພາບອາກາດປ່ຽນແປງໃນໂລກ ດ້ວຍການຄວບຄຸມໂຮງຈັກໂຮງງານຕ່່າງໆ”
ໃນກອງປະຊຸມສອງຝ່າຍຍັງໄດ້ຍົກບັນຫາ ທະເລຈີນໃຕ້ ມາໂອ້ລົມກັນ ແຕ່ບໍ່ໄດ້ເຈາະຈົງໃສ່ຄວາມຂັດແຍ່ງ ໂດຍກົງກັບຈີນ ໃນເຂດທະເລຈີນໃຕ້ ມີແຕ່ສອງຝ່າຍຈະຮ່ວມກັນຮັກສາຄວາມສງົບ ສເຖັຽຣະພາບ ຄວາມປອດພັຍ ແລະສິດເສຣີພາບໃນການເດີນເຮືອ ແລະການຂົນສົ່ງສິນຄ້າໃນເຂດນ່ານນ້ຳດັ່ງກ່າວ ຮ່ວມດ້ວຍການບິນຂ້າມເຂດນ່ານຟ້ານັ້ນ ແບບເສຣີ ປາສຈາການກີດຂວາງ ຈາກປະເທດໃດປະເທດນຶ່ງ ອີງຕາມກົດໝາຍນາໆ ຊາດ ກຳນົດໃວ້.
ໃນຖແລງການຮ່ວມ ກຸ່ມດັ່ງກ່າວຍັງໄດ້ຮຽກຮ້ອງບັນດາປະເທດຕ່າງໆ ໃນຂົງເຂດທະເລຈີນໃຕ້ ປະຕິບັດຕາມກົດໝາຍນາໆ ຊາດກ່ຽວກັບສິດທິການເດີນເຮືອ ໃນເຂດນ່ານນ້ຳແຫ່ງນີ້ ໂດຍສເພາະກົດໝາຍການເດີນເຮືອສາກົນ ທາງທະເລເພື່ອຜົລປະໂຍດຂອງທຸກຝ່າຍ.
ທ່ານ Rodrigo Duterte ປະທາທິບໍດີ ຟິລິປິນໄດ້ຍົກບັນຫາ ກ່ຽວກັບທະເລຈີນໃຕ້ ຕໍ່ທີ່ປະຊຸມ 2 ຄັ້ງເພື່ອການຫາລືກັນ ກ່ຽວກັບຄວາມຂັດແຍ່ງໃນເຂດທະເລຈີນໃຕ້ ແຕ່ທ່ານບໍ່ໄດ້ເອີ່ຍຊື່ຈີນໂດຍກົງ ສ່ວນໃຫຍ່ຈະເວົ້າກ່ຽວກັບເຮືອຂົນສົ່ງສິນຄ້າ ຂອງຟິລິປິນທີ່ຖືກກີດກັ້ນ ແລະລົບລູ່ຈາກເຮືອລາດຕະເວນ ຂອງປະເທດທີ່ຫຼາຍປະເທດບໍ່ຕ້ອງການ.
ທ່ານວ່າ ບັນດາປະເທດອາຊ້ຽນ ແລະຢູ່ໂຣບ ຄວນວາງມາຕການຢ່າງເດັດຂາດ ຕໍ່ການກະທຳດັ່ງກ່າວ ເພື່ອສເຖັຽຣະພາບ ໃນຂົງເຂດ ແລະຄວາມປອດພັຍໃນການເດີນເຮືອສິນຄ້າ.
ຖແລງການ ຈາກຫ້ອງການຣັຖບານຟິລິປິນ ຣະບຸວ່າ ຂົງເຂດນ່ານນ້ຳທະເລຈີນໃຕ້ເຕັມໄປດ້ວຍ ຄວາມຫວັງ ແລະຄວາມຂັດແຍ່ງ ແຕ່ຂາດມາຕການໃນການບັງຄັບໃຊ້ ໃນນັ້ນ ຮ່ວມດ້ວຍເສັ້ນທາງເດີນເຮືອສິນຄ້າທີ່ໃຫຍ່ທີ່ສຸດໃນຂົງເຂດ ແລະວ່າ ມັນບໍ່ມີສິ່ງທີ່ຫລີກລຽງໄດ້ ນອກຈາກການບັງຄັບກົດໝາຍ ການເດີນເຮືອ ທາງທະເລ ຂອງອົງການ ສຫະປະຊາຊາດ ສບັບປີ 1982 ຖຶກບັງຄັບໃຊ້.
ສມາຊິກອາຊ້ຽນ ປະກອບດ້ວຍ ບຣູນາຍ, ມາເລເຊັຽ, ຟິລິປິນ ແລະວຽດນາມ ຮ່ວມດ້ວຍໄຕ້ຫວັນ ທັງໝົດ ມີສ່ວນຮ່ວມໃນການ ອ້າງອະທິປະຕັຍໃນເຂດທະເລຈີນໃຕ້ ແຕ່ຈີນ ອ້າງເອົາທັງໝົດ 90% ຂອງເຂດດັ່ງກ່າວ ແລະປະຕິເສດທີ່ຈະສນັບສນູນ ກົດຫມາຍສຫະປະຊາຊາດ ທາງດ້ານການເດີນເຮືອທະເລ.
ກອງປະຊຸມ ອາຊ້ຽນ-ຢູໂຣບ ຫຼື ASEM ທີ່ກັມພູຊາເປັນເຈົ້າພາບ ເທື່ອນີ້ ເປັນເທື່ອທີ 25 ຈັດຂື້ນຢູ່ກຸງພນົມເປັນ ເພື່ອຈຸດປະສົງໃນການສົ່ງເສີມ ສິດທິມະນຸດ ປະຊາທິປະຕັຍ ແລະການປົກຄອງແບບລະບົບກົດຫມາຍ ໃນປະເທດຕ່່າງໆ ໃນຂົງເຂດ ເທື່ອນີ້ ມີຜູ້ນຳຈາກ 50 ປະເທດເຂົ້າຮ່ວມ. ສບາຍດີ.