ຜູ້ສມັກ ຈາກພັກຝ່າຍຄ້ານກັມພູຊາ ຖືກກ່າວຫາວ່າ ໃຊ້ຊື່ປອມ

ຈຳປາທອງ
2022.04.09
ຜູ້ສມັກ ຈາກພັກຝ່າຍຄ້ານກັມພູຊາ ຖືກກ່າວຫາວ່າ ໃຊ້ຊື່ປອມ ຍາຕິພີ່ນ້ອງ ຂອງນັກເຄື່ອນໄຫວ ຈາກພັກພັກກອບກູ້ຊາດກັມພູຊາ ທີ່ຖືກຈັບ ຮວມໂຕກັນ ຕໍ່ໜ້າສານ ໃນກຸງພະນົມເປັນ ເພື່ອຮຽກຮ້ອງໃຫ້ປ່ອຍໂຕສະມາຊິກ ຄອບຄົວຂອງເຂົາເຈົ້າ, ວັນທີ 25 ທັນວາ ປີ 2020.
RFA

ຄະນະກັມມະການເລືອກຕັ້ງ ລະດັບຊາດຂອງກັມພູຊາ ໄດ້ເອົາຜູ້ສມັກຮັບເລືອກຕັ້ງຈາກພັກແສງທຽນ ຫລື Candlelight ຊຶ່ງເປັນພັກຝ່າຍຄ້ານ 100 ປາຍຄົນ ອອກຈາກບັນຊີລາຍຊື່ຜູ້ສມັກຮັບເລືອກຕັ້ງສະພາທ້ອງຖິ່ນ ຊຶ່ງຈະຈັດຂຶ້ນໃນມື້ວັນທີ 5 ມິຖຸນາ 2022 ນີ້, ອີງຕາມ ຄໍາເວົ້າຂອງທ່ານ ທັກ ເສດຖາ (Thach Setha) ຮອງປະທານພັກແສງທຽນ ເມື່ອວັນທີ່ 1 ເມສານີ້ ທີ່ວິທຍຸເອເຊັຽເສຣີຣາຍງານ.

ພັກແສງທຽນ ທີ່ໄດ້ທ້າທາຍວ່າ ຈະຄັດຄ້ານການລົງຄະແນນສຽງ ເລືອກຕັ້ງສະພາທ້ອງຖິ່ນ ຍ້ອນພັກກໍາອໍານາດຂອງນາຍົກຣັຖມົນຕຣີ ຮຸນ ເຊນ ຄືພັກປະຊາຊົນກັມພູຊາຄຸກຄາມ ສະມາຊິກພັກຂອງຕົນ ແລະບັນດານັກເຄື່ອນໄຫວຕົວຕັ້ງ ຕົວຕີທາງດ້ານການເມືອງນັ້ນ ໄດ້ກ່າວຫາພັກກໍາອໍານາດວ່າ ລະເມີດກົດໝາຍການເລືອກຕັ້ງ.

ທ່ານ ທັກ ເສດຖາ ເວົ້າວ່າ ເມື່ອວັນທີ 31 ມິນາຜ່ານມາ ທ່ານ ປຣັກ ຈັນ (Prach Chan) ປະທານຄະນະກັມມະການເລືອກຕັ້ງລະດັບຊາດ ໄດ້ເອົາຜູ້ສມັກຮັບເລືອກຕັ້ງທຸກຄົນຂອງພັກຕົນ ໃນເຂດເລືອກຕັ້ງກຸງພະນົມເປັນ, ແຂວງ ປູສາດ(Pursat) ແລະແຂວງ ກໍາປົງ ຈາມ (Kampong Cham) ອອກຈາກບັນຊີລາຍຊື່ຜູ້ສມັກຮັບເລືອກຕັ້ງ ແລະກ່າວຫາຄະນະກັມມະການເລືອກຕັ້ງ ລະດັບຊາດວ່າ ບໍ່ປະຕິບັດຕາມກົດໝາຍ ໂດຍບໍ່ສາມາດຮຽກພະຍານ ມາສອບປາກຄໍາໄດ້. ທ່ານ ທັກ ເສດຖາ ກ່າວວ່າ ທ່ານບໍ່ໄດ້ກະທໍາຄວາມຜິດແນວໃດ, ການກະທໍາ ຂອງຄະນະກັມການເລືອກຕັ້ງຄືດັ່ງກ່າວ ເປັນການລະເມີດກົດໝາຍວ່າດ້ວຍການເລືອກຕັ້ງ ແລະເຈົ້າໜ້າທີ່ພັກຕ່າງກໍເວົ້າວ່າ ພວກຕົນຖືກກ່າວຫາແບບບໍ່ຖືກຕ້ອງ ວ່າຜູ້ສມັກຮັບເລືອກຕັ້ງໃຊ້ຊື່ປອມ ແລະສເນີຊື່ຜູ້ສມັກຮັບເລືອກຕັ້ງ ໂດຍບໍ່ໄດ້ຮັບອະນຸຍາດ ໃນຂະນະທີ່ພັກປະ ຊາຊົນກັມພູຊາ ຊຶ່ງເປັນພັກກໍາອໍານາດ ໄດ້ກ່າວຫາພັກແສງທຽນ ທີ່ເປັນພັກຝ່າຍຄ້ານວ່າ ບໍ່ຮູ້ໜັງສື ແລະສົ່ງເອກກະສານ ທີ່ບໍ່ມີແປະໂປ້ ຫລືລາຍເຊັນ ໄປໃຫ້ຄະນະກັມມະການເລືອກຕັ້ງ.

ການຕັດສິນໃຈ ຂອງຄະນະກັມມະການ ເລືອກຕັ້ງລະດັບຊາດ ເຮັດໃຫ້ຜູ້ສມັກຮັບເລືອກຕັ້ງ ຈາກພັກກໍາອໍານາດ ຄືພັກປະຊາຊົນກັມພູຊາ ຂອງທ່ານ ຮຸນ ເຊນ ປາສຈາກຄູ່ແຂ່ງຄົນສໍາຄັນຢູ່ກຸງພະນົມເປັນ. ພ້ອມດຽວກັນນັ້ນ ຄະນະກັມການເລືອກຕັ້ງ ກໍຍັງໄດ້ຖອນຊື່ລູກຊາຍຂອງທ່ານ ເອງ ໃຈ ອຽງ (Eng Chai Eang) ທີ່ເປັນຮອງປະທານ ພັກກອບກູ້ຊາດກັມພູຊາ ທີ່ເປັນພັກອະດີດຝ່າຍຄ້ານ ອອກຈາກບັນຊີລາຍຊື່ ຜູ້ສມັກຮັບເລືອກຕັ້ງນໍາດ້ວຍ.

ພັກແສງທຽນ ຊຶ່ງຊື່ເດີມແມ່ນຮູ້ຈັກກັນໃນນາມພັກ ແຊັມ ຣັງສີ ແລະພັກແຫ່ງຊາດຂເມນ ທີ່ຖືກສ້າງຕັ້ງຂຶ້ນເມື່ອປີ 1995 ແລະໄດ້ຮວມຕົວເຂົ້າກັບກໍາລັງຝ່າຍຄ້ານອື່ນໆ ເພື່ອຕັ້ງເປັນພັກກອບກູ້ຊາດ ກັມພູຊາ ຫລື Cambodia National Rescue Party (CNRP) ໃນປີ 2012. ແຕ່ມາເຖິງເດືອນພຶສຈິກາ 2017 ສານສູງສຸດຂອງກັມພູຊາ ກໍໄດ້ຍຸບພັກກອບກູ້ຊາດກັມພູຊາ ເພື່ອອໍານວຍຄວາມສະດວກ ໃຫ້້ພັກກໍາອໍານາດຂອງທ່ານ ຮຸນ ເຊນ ຊະນະທັງ 125 ທີ່ນັ່ງໃນສະພາຜູ້ແທນ ໃນການເລືອກຕັ້ງເມື່ອເດືອນ ກໍຣະກະດາ 2018.

ທ່ານ ຮັງ ປູເທັຍ (Hang Puthea) ໂຄສົກ ຄະນະກັມມະການ ເລືອກຕັ້ງເວົ້າວ່າ ໄດ້ຕັດສິນຕາມຫລັກຖານ ແລະຄໍາໃຫ້ການ ຫລັງຈາກກວດພົບຄວາມຜິດປົກກະຕິ ຢູ່ໃນລາຍຊື່ຜູ້ສມັກຮັບເລືອກຕັ້ງ ຊຶ່ງຜູ້ສມັກຮັບເລືອກຕັ້ງບາງຄົນ ໄດ້ຂໍໃຫ້ຄະນະກັມມະການເລືອກຕັ້ງ ເອົາຊື່ຜູ້ສມັກຮັບເລືອກຕັ້ງພັກຝ່າຍຄ້ານ ອອກຈາກບັນຊີລາຍຊື່ນັ້ນ ໃນລະຫວ່າງເປີດຮັບຟັງການຮ້ອງຮຽນ. ທ່ານ ແຊັມ ກຸນເທັຍມີ (Sam Kuntheamy) ຜູ້ອໍານວຍການຄະນະກັມມະການ ທີ່ເປັນກາງ ແລະບໍ່ເຂົ້າຂ້າງຝ່າຍໃດ ໃນການເລືອກຕັ້ງແບບເສຣີ ແລະຍຸຕິທັມຢູ່ກັມພູຊາເວົ້າວ່າ ຄະນະກັມມະການເລືອກຕັ້ງລົ້ມແຫລວ ໃນການນໍາສເນີຫລັກຖານ ແລະພະຍານ ໃນລະຫວ່າງເປີດຮັບຟັງຄໍາຄິດເຫັນ. ນອກຈາກນັ້ນ ທ່ານກໍເວົ້າວ່າ ເຊື່ອກັນວ່າ ການຕັດສິນໃຈຂອງຄະນະກັມມະການເລືອກຕັ້ງ ຊຶ່ງເປັນອົງການອິສຣະຕາມຫລັກທິສດີ ທີ່ກໍາກັບດູແລເຣື່ອງການເລືອກຕັ້ງ ຂອງປະເທດກັມພູຊານັ້ນ ຢູ່ພາຍໃຕ້ອິດທິພົນຂອງພັກກໍາອໍານາດ ໃນການກໍາຈັດຜູ້ສມັກຮັບເລືອກຕັ້ງຈາກພັກຝ່າຍຄ້ານ ແລະເປັນຄວາມພະຍາຍາມ ໃນການຊອກຫາຈຸດອ່ອນເພື່ອສະ ກັດກັ້ນ ບໍ່ໃຫ້ພັກແສງທຽນ ທີ່ພັກກໍາອໍານາດຖືວ່າ ເປັນພັກທີ່ໄດ້ຮັບຄວາມນິຍົມ ແລະດຶງດູດຄວາມສົນໃຈຂອງມວນຊົນກັມພູຊາໄດ້ຫລາຍ ຊຶ່ງເປັນພັຍຄຸກຄາມທີ່ສໍາຄັນສໍາລັບພັກຕົນ ຖ້າຫາກພັກນີ້ໄດ້ເຂົ້າຮ່ວມການເລືອກຕັ້ງ. ດັ່ງນັ້ນ ທ່ານຈຶ່ງຕ້ອງການໃຫ້ ຄະນະກັມມະການເລືອກຕັ້ງ ປະຕິບັດຕາມກົດໝາຍ, ທ່ານ ແຊັມ ກຸນເທັຍມີ ກ່າວ.

ໃນຂະນະດຽວກັນ ທາງການກັມພູຊາ ກໍໄດ້ຈັບນັກເຄື່ອນໃຫວຕົວຕັ້ງຕົວຕີ ທີ່ສັງກັດພັກ ແສງທຽນ 4 ຄົນ, ແຕ່ຕໍ່ມາໄດ້ປ່ອຍຕົວ 3 ຄົນ ແລະນໍາສົ່ງຄົນນຶ່ງໄປເຂົ້າຄຸກ ເປຣ ຊາ (Prey Sar). ນາງ ຢົກ ນຽງ (Yok Neang) ອາດີດຫົວໜ້າ ຂະບວນການແມ່ຍິງ ຂອງພັກກອບກູ້ຊາດກັມພູຊາ ທີ່ຫາກໍ່ເຂົ້າຮ່ວມພັກແສງທຽນ ຖືກຈັບເມື່ອວັນທີ 1 ເມສານີ້ ແລະຖືກສົ່ງຕົວໄປເຂົ້າຄຸກ, ອີງຕາມຄໍາເວົ້າຂອງທ້າວ ອຸກ ວັນນະຣິດ (Ouch Vannarith) ຜູ້ເປັນລູກຊາຍຂອງນາງ ຕໍ່ວິທຍຸເອເຊັຽເສຣີ ຜແນກພາສາຂເມນ.

ເຈົ້າໜ້າທີ່ຕໍາຣວດ ເຂົ້າຈັບພວກເຂົາເຈົ້າ ໃນຂະນະທີ່ນາງ ຢົກ ນຽງ ກໍາລັງລົມກັບນັກເຄື່ອນໄຫວ ຕົວຕັ້ງຕົວຕີຂອງຝ່າຍຄ້ານ ທາງການເມືອງຄົນອື່ນໆຢູ່ ແລະຖືກຕັ້ງຂໍ້ຫາເປັນກະບົດ ທີ່ໄດ້ຮ່ວມກັບຜູ້ນໍາພັກກອບກູ້ຊາດກັມພູຊາ ຊຶ່ງໄປລີ້ພັຍຢູ່ຕ່າງປະເທດ ເມື່ອເດືອນ ພຶສຈິກາ 2019.

ພັກແສງທຽນ ຊຶ່ງເປັນພັກຝ່າຍຄ້ານ ທີ່ກໍາລັງເຕີບໂຕ ໄດ້ຮັບຄວາມນິຍົມເພີ່ມຂຶ້ນຢ່າງຕໍ່ເນື່ອງຢູ່ນີ້ ກໍາລັງຂູ່ພັກປະຊາຊົນກັມພູຊາ ຊຶ່ງເປັນພັກກໍາອໍານາດວ່າ ຈະຄັດຄ້ານການເລືອກຕັ້ງສະພາທ້ອງຖິ່ນ ທີ່ວ່າຈັດຂຶ້ນໃນມື້ວັນທີ 5 ມິຖຸນາທີ່ຈະມາເຖິງນີ້ ຫາກບັນດານັກເຄື່ອນໄຫວເພື່ອປະຊາທິປະໄຕ ແລະສະມາຊິກທາງພັກຂອງຕົນ ຍັງຖືກຄຸກຄາມຈາກເຈົ້າໜ້າທີ່ ພັກປະຊາຊົນກັມພູຊາ ຂອງນາຍົກຣັຖມົນຕຣີ ຮຸນ ເຊນ ຢູ່ຕໍ່ໄປ.

ຜູ້ສັງເກດການ ທາງດ້ານການເມືອງຈໍານວນນຶ່ງ ເຊື່ອວ່າ ຄໍາຂູ່ຂອງເປັນພັກແສງທຽນທີ່ວ່ານັ້ນ ເປັນການທ້າທາຍທີ່ໃຫຍ່ທີ່ສຸດ ຕໍ່ພັກປະຊາຊົນກັມພູຊາ ໃນການລົງຄະແນນສຽງເລືອກຕັ້ງ ຂອງຊຸມຊົນໃນເດືອນມິຖຸນາທີ່ຈະມາເຖິງນີ້.

ທ່ານ ທັກ ເສດຖາ ຮອງປະທານພັກແສງທຽນ ກ່າວວ່າ ເຈົ້າໜ້າທີ່ທ້ອງຖິ່ນ ຍັງໄລ່ລ້າຜູ້ສມັກຮັບເລືອກຕັ້ງ ຈາກພັກຂອງພວກທ່ານຢູ່ຕໍ່ໄປ ໂດຍທີ່ຣັຖບານກັມພູຊາ ບໍ່ໄດ້ພະຍາຍາມຫ້າມໄວ້ແຕ່ຢ່າງໃດ. ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນຄານຜ່ານມາວ່າ ພວກທ່ານກໍາລັງພິຈາຣະນາ ທີ່ຈະຍື່ນຄໍາຮ້ອງຕໍ່ສະຫະພາບຢູໂຣບ ແລະບັນດາສະຖານທູດ ຕ່າງປະເທດ ປະຈໍາປະເທດກັມພູຊາ ເພື່ອຂໍໃຫ້ພະຍາຍາມຊ່ອຍແກ້ໄຂ ເຣື່ອງການຂົ່ມຂູ່ຂອງຣັຖບານກັມພູຊາ ຕໍ່ພັກຂອງພວກທ່ານຄືທີ່ວ່ານັ້ນ. ທ່ານກ່າວວ່າ “ຫາກບັນຫານີ້ຍັງບໍ່ໄດ້ຮັບການແກ້ໄຂ ພັກຂອງພວກທ່ານ ຈະຄັດຄ້ານການເລືອກຕັ້ງ.”

ເຈົ້າໜ້າທີ່ພັກແສງທຽນ ເວົ້າວ່າ ພວກຕົນຖືກກ່າວຫາຢ່າງບໍ່ຖືກຕ້ອງ, ຢ່່າງໜ້ອຍນັກເຄື່ອນໄຫວຂອງພັກແສງທຽນ 2 ຄົນຖືກຈັບໃສ່ຄຸກໃນຂໍ້ຫາສົ່ງເອກກະສານ ບໍ່ຖືກຕ້ອງລົງສມັກຮັບເລືອກຕັ້ງສະພາທ້ອງຖິ່ນ.

ນັກເຄື່ອນໄຫວຕົວຕັ້ງຕົວຕີ ກ່າວຫາວ່າ ການລ່ວງລະເມີດທີ່ວ່ານັ້ນ ມັກເກີດຂຶ້ນຈາກຕໍາຣວດທ້ອງຖິ່ນ. ທ່ານ ຊິມ ຊົກເກີນ (Sim SoKhoeun) ນັກເຄື່ອນໄຫວຂອງພັກແສງທຽນ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ທ່ານຖືກຮຽກຕົວໄປສະຖານີຕໍາຣວດ ໃນເຂດທີ່ທ່ານອາສັຍຢູ່ ທີ່ແຂວງ ປູສາດ ໃນມື້ວັນຈັນທີ່ແລ້ວ ແຕ່ຕໍາຣວດບໍ່ສາມາດຟ້ອງຮ້ອງ ເອົາຜິດທ່ານແນວໃດໄດ້. ທ່ານກ່າວຕື່ມວ່າ “ຫລັງຈາກໃຫ້ທ່ານຢູ່ທີ່ນັ້ນນຶ່ງຊົ່ວໂມງແລ້ວ ຕໍາຣວດກໍປ່ອຍຕົວໃຫ້ເປັນອິສຣະ”, ຕໍາຣວດສົງສັຍວ່າ ການເຄື່ອນໄຫວຄັ້ງນີ້ ມີຂຶ້ນເພື່ອຂົ່ມຂູ່ເຂົາ.

ການຂູ່ຄັດຄ້ານຂອງພັກແສງທຽນ ເກີດຂຶ້ນເມື່ອເຈົ້າໜ້າທີ່ ສະຫະປະຊາຊາດ ດ້ານສິທທິມະນຸສເຕືອນວ່າ ສິທທິຂອງປະຊາຊົນກັມພູຊາ ໃນການປາກເວົ້າຢ່າງເສຣີ ແລະການທ້າທາຍເຈົ້າໜ້າທີ່ ທາງການ ກໍາລັງຖືກອໍານາດການປົກຄອງ ແບບພັກດຽວກັ່ນກອງຢູ່.

ທ່ານ ວິທິດ ມຸນຕາກອນ (Vitit Muntarbhorn) ຜູ້ຣາຍງານພິເສດ ຂອງສະຫະປະຊາຊາດ ດ້ານສິທທິມະນຸສ ທີ່ປະເທດກັມພູຊາ ຮຽກຮ້ອງໃຫ້ເຈົ້າໜ້າທີ່ ພັກປະຊາຊົນກັມພູຊາ ທີ່ກໍາອໍານາດເຄົາຣົບສິທເສຣີພາບໃນການປາກເວົ້າ, ຂີດຂຽນ ແລະໂຮມຊຸມນຸມ. ທ່ານກ່າວຜ່ານທາງວີດີໂອ ຢູ່ໃນກອງປະຊຸມຂອງສະພາສິທທິມະນຸສ ສະຫະປະຊາຊາດ ໃນວັນຄານທີ່ແລ້ວ.

ທ່ານກ່າວວ່າ “ພື້ນທີ່ສໍາລັບພົລເຮືອນ ແລະນັກການເມືອງຢູ່ປະເທດກັມພູຊາ ລົດລົງ ແລະຖົດຖອຍ ຍ້ອນຖືກອໍານາດ ການປົກຄອງແບບພັກດຽວລ່ວງລໍ້າ ທຸກຢ່າງໄດ້ຢ່າງມີປະສິດທິພາບ”

ທ່ານ ວິທິດ ມຸນຕາກອນ ເວົ້າວ່າ ທັສນະຄະຕິເພື່ອສິທທິມະນຸສ ແລະປະຊາທິປະໄຕ ຢູ່ກັມພູຊາ ກໍາລັງເປັນບັນຫາຫລາຍດ້ານ ໃນຂະນະທີ່ການເລືອກຕັ້ງ ສະພາທ້ອງຖິ່ນ ໃກ້ຈະເຖິງເດືອນມິຖຸນາແລ້ວ.

ທ່ານກ່າວວ່າ ເຖິງແມ່ນວ່າ ການຮ່າງກົດໝາຍວ່າ ດ້ວຍການປົກປ້ອງ “ຜູ້ບອບບາງ” ແລະລົດຄະດີທີ່ຄ້າງຄາຢູ່ໃນສານ ທີ່ສັ່ງໃຫ້ຄຸມຂັງຜູ້ຕ້ອງຫາ ກ່ອນນໍາຂຶ້ນສານດໍາເນີນຄະດີຢູ່ກັມພູຊາ ຈະມີຄວາມກ້າວໜ້າ, ແຕ່ທ່ານກໍມີຄວາມກັງວົນໃນທັນທີກ່ຽວກັບ ການປິດພື້ນທີ່ສໍາລັບພົລເຮືອນ ແລະນັກການເມືອງ; ການພິຈາລະນາຄະດີຈໍານວນຫລາຍ ແລະການຈັບບັນດາສະມາຊິກຝ່າຍຄ້ານ ທາງການເມືອງເຂົ້າຄຸກ ຄຸມຂັງ ແລະການເລືອກຕັ້ງທີ່ຈະມາເຖິງນີ້”

ທ່ານກ່າວຕື່ມວ່າ “ຂ້າພະເຈົ້າຮຽກຮ້ອງໃຫ້ທຸກໜ່ວຍງານ ທາງການໃນກັມພູຊາ ເຄົາຣົບສິດທິ ພື້ນຖານຂອງມະນຸສ ແລະກົດໝາຍວ່າ ດ້ວຍສິທທິມະນຸສສາກົນ ທີ່ປະເທດພາຄີຕ້ອງປະຕິບັດ ຮວມທັງເສຣີພາບຂັ້ນພື້ນຖານ ໃນການສະແດງອອກ ແລະການຊຸມນຸມ” ໃນຂະນະດຽວກັນ ທ່ານ ກະຕະ ອອນ (Kata Orn) ໂຄສົກຄະນະກັມມະການສິທທິມະນຸສ ກັມພູຊາຂອງຣັຖບານກັມພູຊາ ກ່າວວ່າ ຣັຖບານບໍ່ໄດ້ລະເມີດສິສທິມະນຸສ, ມີພຽງແຕ່ພວກນັກການເມືອງເທົ່ານັ້ນທີ່ລະເມີດກົດໝາຍ.

ທ່ານກ່າວວ່າ “ຜູ້ຣາຍງານພິເສດ ຂອງສະຫະປະຊາຊາດ ສໍາລັບກັມພູຊາ ສັບສົນໃນເຣື່ອງຄວາມໝາຍຂອງການລະເມີດສິທທິມະນຸສ ແລະການລະເມີດກົດໝາຍ” ໃນນການເລືອກຕັ້ງ ສະພາທ້ອງຖິ່ນຢູ່ກັມພູຊາຄັ້ງນີ້ ມີພັກການເມືອງ 17 ພັກໄດ້ລົງທະບຽນ ສເນີຊື່ຜູ້ສມັກ ຮັບເລືອກຕັ້ງແລ້ວ.                                                    

ທ່ານ ກັງ ຊາວັງ (Kang Savang) ຜູ້ສັງເກດການເພື່ອການເລືອກຕັ້ງແບບເສຣີ ແລະຍຸຕິທັມຢູ່ກັມພູຊາ ກ່າວວ່າ ເຖິງແມ່ນເຈົ້າໜ້າທີ່ທາງການທ້ອງຖິ່ນ ຄວນຈະຮັກສາຄວາມເປັນກາງ, ແຕ່ໃນນັ້ນ ຈໍານວນນຶ່ງ ຮວມທັງເຈົ້າໜ້າທີ່ຕໍາຣວດ ຕ່າງກໍໃຊ້ອໍານາດໄປໃນທາງທີ່ຜິດ ແລະຂົ່ມຂູ່ພັກຝ່າຍຄ້ານ.

ທ່ານເຕືອນວ່າ ຄວາມສົມບູນຂອງການເລືອກຕັ້ງໃນຊຸມຊົນ ຈະໄດ້ຮັບຜົລກະທົບ ຫາກບໍ່ມີມາດຕການໃໝ່ ເພື່ອປ້ອງກັນພັຍຄຸກຄາມ ທາງການເມືອງຕໍ່ພັກແສງທຽນ ແລະທ່ານໄດ້ຮຽກຮ້ອງໃຫ້ ກະຊວງພາຍໃນກັມພູຊາ ສືບສວນສອບສວນພຶດຕິກັມ ຂອງທາງການທ້ອງຖິ່ນນັ້ນ.

ທ່ານເວົ້າວ່າ “ການບໍ່ໄດ້ຮັບໂທດ ຈະເຮັດໃຫ້ຜູ້ກະທໍາຜິດ ບໍ່ຕ້ອງກັງວົນກັບພຶດຕິກັມ ຂອງພວກເຂົາ”

ຢູ່ກັມພູຊາ ເຈົ້າໜ້າທີ່ທ້ອງຖິ່ນບໍ່ມີອໍານາດ ທີ່ຈະແກ້ໄຂຂໍ້ຂັດແຍ່ງ ທີ່ກ່ຽວຂ້ອງກັບການເລືອກຕັ້ງ. ມີແຕ່ຄະນະກັມມະການເລືອກຕັ້ງ ລະດັບຊາດຂອງກັມພູຊາເທົ່ານັ້ນ ມີສິດແກ້ໄຂບັນຫາທີ່ວ່ານີ້.

ເພື່ອຂໍຮູ້ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ ໄປຫາທ່ານ ຂຽວໂສພຽກ (Khieu Sopheak) ໂຄສົກກະຊວງພາຍໃນ ກັມພູຊາໃນມື້ວັນຄານທີ່ແລ້ວ ແຕ່ບໍ່ສາມາດຕິດຕໍ່ໄດ້. ແຕ່ທ່ານ ຊາ ແກັງ (Sar Kheng) ຣັຖມົນຕຣີກະຊວງພາຍໃນ ກໍໄດ້ກ່າວຕໍ່ກອງປະຊຸມໃນມື້ກ່ອນນັ້ນວ່າ ພັກແສງທຽນ ໃຊ້ຊື່ຜູ້ສມັກຮັບເລືອກຕັ້ງປອມ ແລະຊື່ຄົນອື່ນທີ່ບໍ່ໄດ້ຮັບ ຄວາມຍິນຍອມຈາກພວກເຂົາ ຊຶ່ງຖືເປັນອາສຍາກັມ ທີ່ມີໂທດ. ໃນນັ້ນ ທ່ານກ່າວເຖິງບາງເມືອງທີ່ເກີດເຫດນີ້. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.