ຫົວໜ້າ ພັກຝ່າຍຄ້ານ ໃນກັມພູຊາ ຖືກຕັດສິນ ຂໍ້ຫາທໍລະຍົດຊາດ
2023.03.12

ໃນມື້ວັນທີ 3 ມີນາ ປີ 2023 ແກ່ນນຳຄົນສຳຄັນ ຫົວໜ້າ ພັກຝ່າຍຄ້ານ ກັມພູຊາ ທ່ານ ແຄມໂສຄາຖືກສານກັມພູຊາຕັດສິນ ຈຳຄຸກເປັນເວລາ 27 ປີ ໃນຂໍ້ກ່າວຫາ ທໍລະຍົດຊາດ ເຮັດໃຫ້ນານາຊາດໂກດເຄືອງ ການກຳທຳດັ່ງກ່າວຂອງສານ ທີ່ນຳໂດຍ ທ່ານ ຮຸນເຊນ ນາຍົກຣັຖມົນຕຣີ ກັມພູຊາ ເພື່ອທັບມ້າງພັກຝ່າຍຄ້ານ ກ່ອນການເລືອກຕັ້ງໃນວັນທີ 23 ເດືອນກໍຣະກະດາປີນີ້. ທີ່ ທ່ານ ຮຸນ ເຊນ ຕອ້ງການໄຊຊະນະ ເພື່ອໃຫ້ລູກຂອງທ່ານ ນາຍພົນຮຸນ ມາເນດ ສືບທອດອຳນາດ ການປົກຄອງໃນກັມພູຊາຕໍ່ ຈາກທ່ານ, ຫລັງຈາກທ່ານກະສຽນ ຊຶ່ງເປັນການຕັດສິນ ທີ່ນານາຊາດ ແລະປະຊາຊົນ ກັມພູຊາຄິດມາກ່ອນແລ້ວ.
ທ່ານ ຮຸນ ເຊນ ອາຍຸ 70 ປີ ຜູ້ກຳອຳນາດ ທີ່ຍາວນານທີ່ສຸດ ໃນບັນດາປະເທດອາຊ້ຽນ ຈາກປີ 1985 ເປັນຕົ້ນມາ ທ່ານໄດ້ວາງແຜນໄວ້ລ່ວງໜ້າ ຢ່າງຈະແຈ້ງ ພາຍໃນພັກປະຊາຊົນກັມພູຊາວ່າ ລູກຊາຍຂອງທ່ານ ນາຍພົລ ມາເນດ ຕ້ອງສືບທອດອຳນາດ ຈາກທ່ານ ຊຶ່ງໃນປັດຈຸບັນ ທ່ານໄດ້ສັບຊ້ອນໃຫ້ລູກຂອງທ່ານ ມີຕຳແຫນ່ງສຳຄັນທາງດ້ານການເມືອງ ຫລາຍຕຳແໜ່ງ ໃນນັ້ນ ກໍໃຫ້ເປັນຮອງຜູ້ບັນຊາການທະບົກ ແລະຕິດຕາມ ທ່ານໄປພົບພໍ້ກັບຜູ້ນຳ ລະດັບໂລກຫລາຍຄົນ ໃນນັ້ນ ກໍມີການພົບພໍ້ກັບທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໃນຊ່ວງທີ່ທ່ານໄປຢ້ຽມຢາມຈີນ ວ່າງຫລັງໆມານີ້ ແລະບົດບາດທາງດ້ານການເມືອງ ລະດັບສາກົນຫລາຍຂຶ້ນ ເພື່ອຖາງທາງໃຫ້ລູກຂອງທ່ານ. ກ່ຽວກັບການຕັດສິນຄະດີ ທ່ານ ແຄມໂສຄາ ຂອງສານກັມພູຊາ ເອກອັຄຣັຖທູດ ສະຫະຣັຖ ປະຈຳກັມພູຊາ ກ່າວວ່າ:
“ການຕັດສິນຄະດີຢາກມິດງຽບ ທ່ານ ແຄມໂສຄາ ຂອງສານກັມພູຊາ ຫລັງຈາກໃຊ້ເວລາດົນນານ ເປັນການຕັດສິນ ທີ່ອ້າງອີງຕາມຫລັກຖານ ທີ່ເສກສັນປັ້ນແຕ່ງຂຶ້ນມາເອງ ຂອງຣັຖບານກັມພູຊາ ປາສຈາກຄວາມຈິງ ເປັນການຕັດສິນ ທີ່ຂາດຄວາມຍຸທຕິທັມ.”
ທ່ານ ແຄມໂສຄາ ເປັນແກ່ນນຳຄົນສຳຄັນໃນກັມພູຊາ ຮ່ວມດ້ວຍຮັກສາໜ້າທີ່ ຜູ້ນຳພັກຝ່າຍຄ້ານແທນທ່ານ ຊຳຣັງສີ ທີ່ໂຕນໜີໄປລີ້ພັຍ ຢູ່ປະເທດຝຣັ່ງເສດ ໃນເວລານີ້ ທ່ານເປັນຜູ້ນຳທີ່ມີຊື່ສຽ ງຈາກນານາຊາດ ແລະປະຊາຊົນກັມພູຊາ ມາເປັນເວລາຫລາຍປີ ເຣີ່ມຈາກຊຸ່ມປີ 1990 ເປັນຕົ້ນມາ ດັ່ງນັ້ນ ສານກັມພູຊາ ທີ່ນຳໂດຍທ່ານ ຮຸນເຊນຈຶ່ງຕັດສິນຈຳຄຸກ ເປັນເວລາ 27 ປີ ເພື່ອຕັດໄຟຕົ້ນລົມ.
ທ່ານ ແຄມໂສຄາ ເຂົ້າຮ່ວມການເມືອງ ດ້ວຍການສມັກເປັນສະມາຊິກສະພາ ໃນປີ 1993 ມາຮອດປີ 2002 ຫລັງຈາກນັ້ນ ທ່ານໄດ້ສ້າງຕັ້ງພັກສິດທິມະນຸສຊົນກັມພູຊາ ຊຶ່ງທ່່ານເອງ ເປັນປະທານ, ທ່ານໄດ້ກັບມາມີບົດບາດ ທາງດ້ານການເມືອງອີກໃໝ່ ໃນປີ 2005 ຈົນຮອດປີ 2012 ໂດຍພັກ ສິດທິມະນຸສຊົນຂອງທ່ານ ໄດ້ເຂົ້າຮ່ວມກັບພັກ Candlelight Party ຂອງທ່ານຊຳຣັງສີ ກາຍມາເປັນພັກກູ້ຊາດ ກັມພູຊາໃນປັດຈຸບັນ ທ່ານເປັນຫົວໜ້າພັກ ແທນ ທ່ານ ຊຳຣັງສີ ໃນກັມພູຊາ.
ໃນການເລືອກຕັ້ງໃນປີ 2013 ພັກກູ້ຊາດກັມພູຊາ ຊະນະຄະແນນສຽງ ເລືອກຕັ້ງຢ່າງຖ້ວມລົ້ມ ເຮັດໃຫ້ທ່ານ ຮຸນເຊນໂກດແຄ້ນ ຕູ່ຫາວ່າ ເປັນການເລືອກຕັ້ງ ສໍ້ໂກງ ຈຶ່ງລຶບລ້າງການເລືອກຕັ້ງ ຄັ້ງນັ້ນ ເຮັດໃຫ້ປະຊາຊົນ ປະທ້ວງຢ່າງໃຫຍ່ ແຕ່ບໍ່ສາມາດຕ້ານການປາບປາມ ຂອງທະຫານ ທ່ານ ຮຸນເຊນ ໄດ້ ສະມາຊິກ ພັກຝ່າຍຄ້ານຫລາຍຄົນ ຖືກຈັບ ແລະແກ່ນນຳຄົນສຳຄັນ ໂຕນໜີໄປລີ້ພັຍ ຢູ່ຕ່າງປະເທດ.
ໃນປີ 2014 ພັກກູ້ຊາດກັມພູຊາ ກໍໄດ້ແຂ່ງຂັນການເລືອກຕັ້ງ ທ້ອງຖິ່ນອີກໃໝ່ ທ່ານ ຮຸນເຊນ ກໍໃຊ້ມາຕການເດີມ ໃນການທັບມ້າງພັກຝ່າຍຄ້ານ ດ້ວຍການສັ່ງຈັບ ແກ່ນນຳຄົນສຳຄັນ ໃນກັມພູຊາ ທີ່ຍັງເຫລືອຢູ່ ທີ່ຮ່ວມດ້ວຍ ທ່ານ ຊຳຣັງສີ ທີ່ໄປລີ້ພັຍຢູ່ຕ່າງປະເທດ.
ທ່ານ ຊຳຣັງສີ ໂຕນໜີໄປລີ້ພັຍ ຢູ່ປະເທດຝຮັ່ງເສດໃນປີ 2013 ຫັລງຈາກທີ່ຖືກຂໍ້ກ່າວຫາ ປຸກລະດົມ ແລະໃນປີ 2016 ທ່ານ Kem Le ແກ່ນນຳພັກຝ່າຍຄ້ານ ຄົນສຳຄັນອີກຄົນນຶ່ງ ຖືກຍິງຕາຍ ເຮັດໃຫ້ເກີດການປະທ້ວງ ຣັຖບານ ຂອງ ທ່ານ ຮຸນເຊນຢ່າງໃຫຍ່ໃນເວລານັ້ນ.
ກ່ອນໜ້ານີ້ໃນປີ 2017 ທ່ານ ແຄມໂສຄາ ຖືກຈັບໃນຂໍ້ກ່າວຫາ ພົວພັນກັບຕ່າງປະເທດ ເປັນຕົ້ນ ສະຫະຣັຖ ອາເມຣິກາ ເພື່ອໂຄ້ນລົ້ມ ທ່ານ ຮຸນເຊນ ສານກັມພູຊາໃຊ້ຮູບພາບໃນ ວິດີໂອ ໃນການຕັດສິນຄະດີ ທີ່ທ່ານໃຫ້ສຳພາດ ຕໍ່ນັກຂ່າວອອສເຕຣເລັຽ ແຕ່ບໍ່ມີຫລັກຖານອ້າງອີງ ຢ່າງຈິງຈັງ. ທ່ານ ຊຳຣັງສີ ຫົວໜ້າພັກຝ່າຍຄ້ານ ກັມພູຊາ ທີ່ລີ້ພັຍຢູ່ ປະເທດຝຣັ່ງເສດ ກ່າວກ່ຽວກັບການຕິດສິນຄະດີ ທ່ານ ແຄມໂສຄາ ຂອງສານກັມພູຊາວ່າ:
“ທ່ານວ່າ- ຮຸນເຊນ ມີຄວາມຢ້ານກົວ ພັກຝ່າຍຄ້ານຫລາຍ ໂດຍສເພາະ ພັກກູ້ຊາດກັມພູຊາ ທີ່ກຳລັງມີຊື່ສຽງໃນປັດຈຸບັນ ດັ່ງນັ້ນ ຮຸນເຊນ ຈຶ່ງມິດງຽບ ທ່ານແຄມໂສຄາ ດ້ວຍການຕັດສິນ ຂອງສານທີ່ຂາດຫລັກຖານ ແລະຄວາມຍຸທຕິທັມ.”
ທ່ານ ຮຸນເຊນ ປະກາດຢ່າງຈະແຈ້ງວ່າ ຈະໃຊ້ກຳລັງທະຫານ ໃນການປາບປາມ ຢ່າງເດັດຂາດ ຖ້າກຸ່ມການເມືອງໃດ ຫລື ອົງການຕ່າງປະເທດໃດ ມີເຈຕະນາຢາກໂຄ້ນຫຼົ້ມ ການປົກຄອງ ຂອງທ່ານ ແລະສ້າງຄວາມວຸ້ນວາຍ ພາຍໃນປະເທດ ຮ່ວມດ້ວຍກຸ່ມນັກຂ່າວ ທັງຫລາຍ ທ່ານບອກໃຫ້ຂຸດຫຼຸມ ຝັງສົບຕົນເອງໄວ້ ຖ້າຢາກທັບມ້າງ ຄອບຄົວຂອງທ່ານ.
ໃນເດືອນ ທັນວາ ປີ 2017 ສານສູງກັມພູຊາ ຊຶ່ງຫົວໜ້າຜູ້ພິພາກສາ ເປັນປະທານຄະນະ ກັມມະທິການພັກປະຊາຊົນ ກັມພູຊາ ຂອງ ທ່ານ ຮຸນເຊນ ຕັດສິນຍູບພັກຝ່າຍຄ້ານ ພັກກູ້ຊາດ ຂອງທ່ານ ຊຳຣັງສີ ແກ່ນນຳພັກຄົນສຳຄັນ, ຫລາຍຄົນຖືກຈັບ ເຮັດໃຫ້ການເລືອກຕັ້ງ ໃນປີ 2018 ບໍ່ມີຜູ້ແຂ່ງ ຈຶ່ງເຮັດໃຫ້ພັກປະຊາຊົນ ກັມພູຊາ ຂອງ ທ່ານ ຮຸນເຊນ ຊະນະການເລືອກຕັ້ງ ຄັ້ງນັ້ນ.
ການຕັດສິນຈຳຄຸກ ເປັນເວລາ 27 ປີ ຂອງທ່ານ ແຄມໂສຄາຄັ້ງນີ້ ເໝືອນເດີມ ເປັນແຜນການ ທັບມ້າງຄູ່ແຂ່ງການເລືອກຕັ້ງ ຂອງ ທ່ານ ຮຸນເຊນ ຍອ້ນບໍ່ມີຫລັກຖານອ້າງອີງໃດໆ ເປັນການຕັດສິນຂອງສານ ທ່ານຮຸນເຊນຝ່າຍດຽວ ບໍ່ມີທະນາຍຄວາມ ຄ້ຳປະກັນຝ່າຍຄ້ານ ແລະບໍ່ມີພະຍານຫລັກຖານໃດໆ, ມີພຽງແຕ່ຄຳຂອບໃຈ ສັ້ນໆ 3 ນາທີ ທີ່ທ່ານ ແຄມໂສຄາ ຂອບໃຈ ຣັຖບານ ສະຫະຣັຖ ທີ່ໃຫ້ການສນັບສນູນ ທ່ານ ແລະພັກຝ່າຍຄ້ານ ໃນການຕ້ານກຸ່ມຜະເດັດການ ໃນວີດີໂດ ກັບນັກຂ່າວ ເທົ່ານັ້ນ ມາອ້າງອີງ.
ທ່ານ ແຄມໂສຄາ ໃນປັດຈຸບັນ ຢູ່ໃນການກັກຂັງ ບໍຣິເວນ ຖ້າການຍື່ນອຸທອນ ຖືກປະຕິເສດຈາກສານ, ທ່ານຈະຖືກນຳໄປກັກຂັງ ຢູ່ຄຸກເປັນເວລາ 27 ປີ, ໃນຂນະທີ່ທ່ານຖືກກັກບໍຣິເວນ ທ່ານບໍ່ສາມາດຕິດຕໍ່ກັບຄົນພາຍນອກໄດ້, ອິນເຕີຣ໌ເນັດ ຂອງທ່ານກໍຖືກຕັດອອກ, ສິດທິຕ່າງໆ ຂອງທ່ານ ເປັນຕົ້ນສິດທິພົລເມືອງ, ສິດທິທາງດ້ານການເມືອງ, ສິດທິການອອກສຽງ ແລະເຂົ້າແຂ່ງຂັນການເລືອກຕັ້ງ ຖືກຍົກເລີກໝົດ.
ກຸ່ມພັກຝ່າຍຄ້ານ ນອກຈາກບໍ່ມີໂອກາດ ໃນການແຂ່ງຂັນແລ້ວ ແກ່ນນຳຄົນສຳຄັນ ຫລາຍຄົນຖືກຫ້າມອອກສຽງ ແລະປຸກລະດົມ ປະຊາຊົນບໍ່ໃຫ້ມາອອກສຽງ ເລືອກຕັ້ງ ຊຶ່ງສ່ວນໃຫຍ່ ແກ່ນນຳຫລາຍຄົນກໍໂຕນຫນີ ໄປພັຍຢູ່ຕ່າງປະເທດ ເກືອບໝົດແລ້ວ ມີແຕ່ ທ່ານ ແຄມໂສຄາຄົນດຽວ ບໍ່ໂຕນໜີ ຈຶ່ງຖືກສານຕັດສິນຈຳຄຸກ ຍ້ອນຂໍ້ກ່າວຫາຕ່າໆນາໆ ປາສຈາກຫລັກຖານ ທີ່ສຳຄັນໃນການອ້າງອີງ ຂອງສານ ໃນການຕັດສິນຄະດີ.
ພັກຝ່າຍຄ້ານ ອອ່ນແອ ຫລາຍໃນປັດຈຸບັນ ຖ້າທຽບໃສ່ປີ 2018, ໃນການເລືອກຕັ້ງ ທ້ອງຖິ່ນວ່າງເດືອນ ມິຖຸນາ ປີຜ່ານມາ ພັກຝ່າຍຄ້ານຊະນະສຽງເລືອກຕັ້ງ ພຽງແຕ່ 19% ເທົ່ານັ້ນ ຫົວໜ້າພັກຝ່າຍຄ້ານ ທີ່ນຳໂດຍ ທ່ານ Son Chhay ໃນເວລານັ້ນ ປະນາມພັກປະຊາຊົນ ກັມພູຊາ ຂອງທ່ານ ຮຸນເຊນວ່າ ລັກສຽງເລືອກຕັ້ງ ພັກປະຊາຊົນກັມພູຊາ ຟ້ອງສານແລະ ສານຕັດສິນວ່າ ທ່ານ Son Chhay ຜິດ ຖານຫາເຣື່ອງໃສ່ ທ່ານ ຮຸນເຊນ, ທ່ານ Son Chhayຍື່ນອຸທອນຕໍ່ສານ ແຕ່ສານປະຕິເສດ ຄຳອຸທອນຂອງທ່ານໃນເດືອນທັນວາ ຜ່ານມາ, ໃນຂະນະດຽວກັນ ສານສຸງ ຂອງກັມພູຊາ ໄດ້ຕັດສິນໃຫ້ລາງວັນ ພັກປະຊາຊົນກັມພູຊາ 1 ລ້ານໂດລ້າຣ໌ ຄ່າເສັຽຫາຍ.
ແກ່ນນຳຄົນສຳຄັນ ຮ່ວມດ້ວຍສະມາຊິກ ພັກຝ່າຍຄ້ານ 51 ຄົນ ຖືກຈັບ ໃນຂໍ້ກ່າວຫາປຸກລະດົມຕໍ່ຕ້ານ ຣັຖບານ ແລະ ທ່ານ ຮຸນເຊນ ກໍປະກາດຈະລຶບລ້າງ ພັກຝ່າຍຄ້ານ Candlelight Party. ທ່ານ Phil Robertson ຮອງຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິດທິມະນຸສ ປະຈຳຂົງເຂດ ທີ່ມີສູນກາງຢູ່ບາງກອກ ປະເທດໄທ ກ່າວກ່ຽວກັບການຕັດສິນຄະດີ ທ່ານ ແຄມໂສຄາ ຂອງສານກັມພູຊາວ່າ:
“ທ່ານ ແຄມໂສຄາ ເປັນນັກຕໍ່ສູ້ເພື່ອປະຊາທິປະໄຕ ໃນກັມພູຊາ, ສີ່ງທີ່ເກີດຂຶ້ນກັບທ່ານ ເປັນການສະແດງໃຫ້ເຫັນວ່າ ຄວາມຝັນໃນລະບອບ ປະຊາທິປະໄຕ ທີ່ນານາຊາດຊຸກຍູ້ ມາເປັນເວລາຫລາຍປີ ຖືກທຳລາຍ ຈາກການຕັດສິນ ຂອງສານທ່ານ ຮຸນເຊນ.”
ໃນເດືອນ ທັນວາ ປີ 2022 ສານກັມພູຊາຕັດສິນລົງໂທດ ສະມາຊິກພັກຝ່າຍຄ້ານ ຕື່ມອີກ 36 ຄົນ ຄົນລະ 5 ປີເຖີງ 7 ປີ ໃນນັ້ນມີຫລາຍຄົນຍັງລີ້ພັຍ ຢູ່ຕ່າງປະເທດ ຍ້ອນທ່ານ ຮຸນເຊນ ຢ້ານວ່າກຸ່ມດັ່ງກ່າວ ຈະກັບມາອອກສຽງ ກ່ອນການເລືອກຕັ້ງໃນປີນີ້.
ໃນດືອນມົກກະຣາປີ 2023 ປີນີ້ ເຈົ້າໜ້າທີ່ກັມພູຊາ ຈັບທ່ານ Thach Setha, ຮອງຫົວໜ້າພັກ Candlelight Party’s ໃນຂໍ້ກ່າວຫາ ຂຽນ CHECK ບໍ່ມີເງີນໃນທະນາຄານ ເປັນການຫາເຮື່ອງໃສ່ ທັ້ງໆທີ່ ທ່ານບໍ່ໄດ້ເຊັນ ແລະບໍ່ໄດ້ deposited ໃນທະນາຄານ. ທ່ານ Thach Setha ຍັງຖືກ ຕູ່ຫາວ່າ ນາບຂູ່ ເຈົ້າໜ້າທີ່ ແລະທ້າວ່າ ຈະປຸກລະດົມປະຊາຊົນ ກັມພູຊາ ທຳການປະທ້ວງ ຣັຖບານ ປາສຈາກ ຫລັກຖານໃດໆ.
ຮ້າຍໄປກວ່ານັ້ນ ໃນທ້າຍເດືອນມົກກະຣາປີນີ້ ພັກປະຊາຊົນກັມພູຊາ ໄດ້ປະກາດແຕ່ງຕັ້ງ ທ່ານ ຮຸນເຊນ ໃຫ້ເປັນຜູ້ນຳ 5 ສໄມ ເພື່ອກູ້ປະເທດ ຈາກກຸ່ມຫົວຮຸ່ນແຮງ ພັກຝ່າຍຄ້ານ ແລະໃນຕົ້ນເດືອນກຸມພາປີນີ້ ຣັຖບານຂອງທ່ານ ຮຸນເຊນ ໄດ້ສັ່ງປິດຫນັງສືພີມ the Voice of Democracy ຊຶ່ງເປັນຫນັງສືພີມ ອອກຂ່າວແບບຕົງໄປຕົງມາ ສະບັບດຽວ ທີ່ຍັງເຫລືອຢູ່ ໃນກັມພູຊາ ທີ່ປະຊາຊົນ ມັກອ່ານ ໃນຂໍ້ກ່າວຫາ ອອກຂ່າວປະນາມ ທ່ານ ຮຸນເຊນ ແລະລູກຊາຍ ຂອງທ່ານ ໃນການບໍຣິຈາກເງິນ ຊ່ອຍເຫລືອ 1 ແສນໂດລ້າຣ໌ ແກ່ ຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກເຫດແຜ່ນດິນໄຫວ ຢູ່ປະເທດ ເຕີກີ (ທູຣ໌ເຄີຍ) ປາສຈາກຄວາມເຫັນ ຂອງສະພາ.
ອີງຕາມການຣາຍງານ ຂອງອົງການນິລະໂທດກັມ ສາກົນ, ຢ່າງນ້ອຍ ມີສະມາຊິກພັກຝ່າຍຄ້ານ 39 ຄົນ ເປັນນັກໂທດການເມືອງ ໃນບັນດານັກໂທດການເມືອງ ທີ່ຖືກກັກຂັງໃນກັມພູຊາ ໃນປັດຈຸບັນ
ໃນອາທິດນີ້ ທ່ານ ຮຸນເຊັນ ໄດ້ເຕືອນກຸ່ມປະຕິວັດ ຕ່າງໆໃຫ້ລະມັດລະວັງ ແລະໄດ້ ຕູ່ຫາ ສະຫະຣັຖວ່າ ສົ່ງຫນ່ວຍສືບລັບ ມາສ້າງຄວາມປັ່ນປ່ວນ ທາງດ້ານການເມືອງ ໃນກັມພູຊາ.
ເຖີງຢ່າງໃດກໍຕາມ ໃນປັດຈຸບັນ ບາງກຸ່ມ ໃນພັກຣັຖບານ ກັມພູຊາ ເຫັນວ່າ ທ່ານ ຮຸນມາເນດ ອາດຈະບໍ່ໄດ້ຮັບການສນັບສນູນ ຈາກສະມາຊິກ ພັກປະຊາຊົນ ກັມພູຊາ ຢ່າງຖ້ວມລົ້ນ ໃນການສືບທອດອຳນາດ ຈາກທ່ານ ຮຸນເຊນ ຍ້ອນວ່າ ເປັນການສ້າງອຳນາດ ຂອງຄົນຄົນດຽວ ໃຫ້ແກ່ຄອບຄົວຫລາຍເກີນໄປ ແລະກັມພູຊາ ຈະກາຍເປັນຣັຖ ນຶ່ງຂອງຈີນ ໃນອະນາຄົດ, ແຕ່ອາດຈະບໍ່ສາມາ ຕ້ານອຳນາດຂອງທ່ານ ຮຸນເຊນໄດ້ ໃນທີ່ສຸດ. ສບາຍດີ.