ປະຊາຊົນຄົນພະມ້າ ສິ້ນຫວັງໄດ້ສັນຕິພາບກັບຄືນ
2022.02.05
ພວກທະຫານພະມ້າ ເຮັດການຣັຖປະຫານ ໂຄ່ນລົ້ມຣັຖບານ ທີ່ມາຈາກ ການເລືອກຕັ້ງ ແບບປະຊາທິປະໄຕ ຂອງມາດາມ ອອງຊານຊູຈີ ໃນມື້ວັນທີ 1 ກຸມພາ 2021 ເຮັດໃຫ້ເກີດວິກິດການ ການເມືອງຢ່າງຮຸນແຮງໃນພະມ້າ ຊຶ່ງອາຈບໍ່ສາມາດແກ້ໄຂໄດ້ ຖ້າຫາກວ່າທ່ານ ມິນ ອອງ ລາຍ ຫົວໜ້າທະຫານພະມ້າ ບໍ່ປະຕິບັດ ຕາມແຜນສັນຕິພາບ 5 ຂໍ້ຂອງອ່າຊ້ຽນ ເຖິງມີການຂຍາຍເວລາພາວະສຸກເສີນ ອອກໄປຕື່ມອີກ 6 ເດືອນ ຫລືດົນກວ່ານັ້ນ ໃນການປາບປາມປະຊາຊົນ ທີ່ຕໍ່ຕ້ານການຣັຖປະຫານ, ຕໍ່ຕ້ານຜະເດັດການທະຫານ.
ຫລາຍປະເທດ ໃນກຸ່ມອ່າຊ້ຽນ ຮວມທັງສິງປະໂປ ບໍ່ຢາກໃຫ້ຜູ້ນໍາທະຫານ ພະມ້າເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນໍາອ່າຊ້ຽນ ແລະບໍ່ໃຫ້ພວກທະຫານເຂົ້າຮ່ວມ ກອງປະຊຸມອື່ນໆ ຂອງອ່າຊ້ຽນ. ທ່ານ ລີ ຊຽນລຸງ ນາຍົກຣັຖມົນຕຣີປະເທດສິງກະໂປ ກ່າວວ່າ ສະມາຄົມອ່າຊ້ຽນ ຄວນຍົກເວັ້ນບໍ່ເຊີນ ພວກທະຫານພະມ້າເຂົ້າຮ່ວມປະຊຸມຕໍ່ໄປ ຈົນກວ່າວ່າ ທະຫານພະມ້າ ຈະຮ່ວມມືໃນແຜນສັນຕິພາບ 5 ຂໍ້ ທີ່ອ່າຊ້ຽນໄດ້ຕົກລົງໄວ້ ເພື່ອແກ້ໄຂບັນຫາຂັດແຍ່ງໃນພະມ້າ. ແຜນສັນຕິພາບ 5 ຂໍ້ ທີ່ວ່ານີ້ກໍມີ:
- ຍຸຕິຄວາມຮຸນແຮງ ໃນພະມ້າໂດຍທັນທີ
- ການເຈຣະຈາ ທີ່ສ້າງສັນລະຫວ່າງທຸກຝ່າຍ
- ທູດພິເສດອ່າຊ້ຽນ ອຳນວຍຄວາມສະດວກ ເປັນສື່ກາງການປຶກສາຫາລື
- ອາຊຽນ ໃຫ້ຄວາມຊ່ອຍເຫລືອ ດ້ານມະນຸສທັມ ແລະ
- ທູດ ແລະຄະນະຜູ້ແທນ ພິເສດພົບພໍ້ກັບທຸກຝ່າຍ ທີ່ກ່ຽວຂ້ອງ
ໃນການແກ້ໄຂບັນຫາ ຂັດແຍ່ງຢູ່ພະມ້າ ທ່ານ ລີ ຊຽນລຸງ ຮຽກຮ້ອງໃຫ້ທ່ານ ຮຸນເຊນ ນາ ຍົກຣັຖມົນຕຣີກັມພູຊາ ປະທານວຽນອ່າຊ້ຽນ ຄົນໃໝ່ມີສ່ວນຮ່ວມກັບ ທຸກຝ່າຍທີ່ກ່ຽວຂ້ອງ ຮວມທັງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຂອງມາດາມ ອອງຊານຊູຈີ ແລະຣັຖບານທີ່ມາຈາກການເລືອກຕັ້ງ ຊຶ່ງຖືກພວກທະຫານໂຄ່ນລົ້ມໄປນັ້ນ.
ເຖິງແມ່ນພວກຣັຖປະຫານ ຈະໃຫ້ຄໍາໝັ້ນເຣື່ອງສັນຕິພາບ, ແຕ່ກອງທັບພະມ້າກໍຍັງບຸກໂຈມຕີຝ່າຍກົງກັນຂ້າມທາງການເມືອງ ແລະຍັງຕັດສິນລົງໂທດຈໍາຄຸກມາດາມ ອອງຊານຊູຈີ ເພິ່ມຂຶ້ນອີກ. ການຣັຖປະຫານ ນໍາປະເທດເຂົ້າສູ່ວິກິດການທາງດ້ານການເມືອງ, ກໍາລັງທີ່ພວກທະຫານໃຫ້ຊື່ວ່າ ກອງກໍາລັງຮັກສາຄວາມໝັ້ນຄົງ ຈັບກຸມພົລເຮືອນເກືອບ 8,900 ຄົນ ແລະເຂັ່ນຂ້າຜູ້ຄົນອີກຫລາຍກວ່າ 1,500 ຄົນ ຊຶ່ງສ່ວນໃຫຍ່ແມ່ນໃນລະ ຫວ່າງການປະທ້ວງແບບບໍ່ໃຊ້ຄວາມຮຸນແຮງຕໍ່ຕ້ານລະບອບການປົກຄອງທະຫານຜະເດັດການ, ອີງຕາມຂໍ້ມູນຈາກສະມາຄົມ ຊ່ອຍເຫລືອນັກໂທດການເມືອງ ທີ່ມີສູນກາງຢູ່ບາງກອກ ປະເທດໄທຍ.
ແຕ່ເຖິງຢ່າງໃດກໍຕາມ ຣັຖມົນຕຣີການຕ່າງປະເທດຟີລິບປິນ ກໍກ່າວວ່າ ຟີລິບປິນຈະຊຸກຍູ້ໃຫ້ແຜນສັນຕິພາບ 5 ຂໍ້ຂອງອາຊຽນ ກ້າວໜ້າໄປ ຮວມທັງການເຈຣະຈາສັນຕິພາບ,ການ ຍຸຕິການສູ້ຮົບ ແລະການຊ່ອຍເຫລືອດ້ານມະນຸສທຳ.
ແຕ່ເຖິງຢ່າງໃດກໍຕາມ ເພື່ອຍືດເວລາກໍາອໍານາດ, ປາບປາມປະຊາຊົນອອກໄປຕື່ມອີກ ນາຍພົນ ມິນ ອອງ ລາຍ ຫົວໜ້າທະຫານພະມ້າ ໄດ້ປະກາດຢູ່ໃນກອງປະຊຸມ ສມັຍພິເສດຂອງພວກທະຫານ ທີ່ກຸງເນປີດໍ ຂຍາຍເວລາພາວະສຸກເສີນ ອອກໄປຕື່ມອີກໃນມື້ວັນທີ 31 ມົກກະຣາ 2022 ກ່ອນຮອດວັນຄົບຮອບ 1 ປີຂອງມື້ຣັຖປະຫານ ວັນທີ 1 ກຸມພາ 2021 ໂດຍຍົກເອົາເຣື່ອງການປ້ອງກັນຊາດ, ປ້ອງກັນຄວາມສງົບເປັນຂໍ້ອ້າງ ເພື່ອຖືເອົາເປັນເຄື່ອງມືປາບປາມປະຊາຊົນ ທີ່ຮຽກຮ້ອງປະຊາທິປະໄຕ ຢ່າງໂຫດຮ້າຍປ່າເຖື່ອນ.
ໃນຖແລງການພວກທະຫານ ໃນຕອນເຊົ້າຂອງມື້ວັນຈັນນີ້ ທ່ານ ມິນ ອອງ ລາຍ ຫົວໜ້າທະຫານພະມ້າເວົ້າວ່າ ການພັທນາທາງການເມືອງ, ເສຖກິດ ແລະສັງຄົມ ໃນປະເທດຕ້ອງການໃຫ້ ພວກທະຫານຂຍາຍເວລາພາວະສຸກເສີນອອກໄປຕື່ມອີກ ຊຶ່ງມີຜົລບັງຄັບໃຊ້ທັນທີ ແລະໃຫ້ອໍານາດກອງທັບໃນການປາບປາມຝ່າຍກົງກັນຂ້າມ ທີ່ຢູ່ພາຍໃຕ້ການປົກຄອງຂອງ
ທະຫານ.
ໃນນັ້ນ ທ່ານໄດ້ໃສ່ຮ້າຍປ້າຍສີ ຝ່າຍຕໍ່ຕ້ານຣັຖປະຫານ ຮວມທັງວ່າ ກອງກໍາລັງປະກອບອາ ວຸດຂອງມວນຊົນ ເປັນກອງກໍາລັງທໍາລາຍລ້າງໃນທ້ອງຖິ່ນ ແລະຕ່າງປະເທດ ທີ່ເຄື່ອນໄຫວເພື່ອທໍາລາຍລ້າງທົງໝົດໃນປະເທດ, ການໂຈມຕີຂອງຜູ້ກໍ່ການຮ້າຍ ແລະຄວາມຕ້ອງ ການປະຊາທິປະໄຕແບບຫລາຍພັກທີ່ແທ້ຈິງ ແລະມີລະບຽບວິນັຍ.
ຄໍາສັ່ງຂຍາຍເວລາພາວະສຸກເສີນດັ່ງກ່າວ ມີຂຶ້ນກ່ອນວັນຄົບຮອບນຶ່ງປີ ນັບຕັ້ງແຕ່ກອງທັບເຮັດຣັຖປະຫານໃນມື້ວັນທີ 1 ກຸມພາ 2021 ຍຶດອໍານາດຈາກຣັຖບານ ທີ່ມາຈາກການເລືອກຕັ້ງແບບປະຊາທິປະໄຕ ຊຶ່ງມີພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕເປັນຜູ້ນໍາ.
ປີທີ່ຜ່ານມາ ເປັນປີໄຮ້ຄວາມຫວັງສໍາລັບປະຊາຊົນພະມ້າ 54 ລ້ານຄົນ ຍ້ອນພວກທະ ຫານກ່າວຫາວ່າ ມີການສໍ້ໂກງການເລືອກຕັ້ງ ທີ່ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຊຶ່ງພັກຂອງຝ່າຍມາດາມ ອອງຊານຊູຈີ ໄດ້ຮັບຄວາມນິຍົມ ແລະການສນັບສນູນຈາກປະ ຊາຊົນພະມ້າຢ່າງເອົາແທ້ເອົາວ່າ ແລະໄດ້ຮັບໄຊຊະນະໃນການເລືອກຕັ້ງເມື່ອເດືອນພຶສຈິກາ 2020 ແລະໃນທີ່ສຸດ ພວກທະຫານ ທີ່ພັກສນັບສນູນໄດ້ສຽງສ່ວນໜ້ອຍໃນການເລືອກຕັ້ງ ກໍເຮັດຣັຖປະຫານໂຄ່ນລົ້ມຣັຖບານທີ່ມາຈາກການເລືອກຕັ້ງຂອງມາດາມ ອອງຊານຊູຈີ ຜູ້ໄດ້ຮັບລາງວັນ ໂນເບລ ຂແນງສັນຕິພາບ, ເຮັດໃຫ້ມາດາມຕ້ອງໄດ້ປະເຊີນກັບຂໍ້ກ່າວຫາຫລາຍຢ່າງ ແລະກັບໂທດຈໍາຄຸກຫລາຍສິບປີ ຊຶ່ງຂະນະນີ້ ຊາຕາກໍາຂອງມາດາມ ຢູ່ໃນມືຂອງສານທະຫານ ທີ່ນາຍພົນ ມິນ ອອງ ລາຍ ເປັນຜູ້ຄວບຄຸມ.
ເຫດການດັ່ງກ່າວ ເຮັດໃຫ້ເກີດການປະທ້ວງຢ່າງແພ່ຫລາຍຂອງມວນຊົນພະມ້າ ຕໍ່ຕ້ານການຣັຖປະຫານ, ຕໍ່ຕ້ານຜະເດັດການທະຫານຢ່າງຮຸນແຮງ ແລະເປັນຂະບວນໃນທົ່ວປະ ເທດ. ຂະບວນການປະທ້ວງຕາມທ້ອງຖນົນແບບສັນຕິນັບຕັ້ງແຕ່ໄດ້ມີການຣັຖປະຫານມາ ໄດ້ຖືກພວກທະຫານປາບປາມຢ່າງໄຮ້ມະນຸດສະທໍາ ເຮັດໃຫ້ເກີດຂະບວນການຕໍ່ສູ້ ທັງດ້ວຍສັນຕິວິທີ ແລະດ້ວຍກໍາລັງອາວຸດຢ່າງຫລວງຫລາຍ ຊຶ່ງໃນນັ້ນ ກອງກໍາລັງຕິດອາວຸດທ້ອງຖິ່ນ ທີ່ເອີ້ນຕົນເອງວ່າ ກອງກໍາລັງປ້ອງກັນປະຊາຊົນ ກໍຕໍ່ສູ້ກັບກອງທັບຂອງພວກຜະເດັດການພະມ້າ ທີ່ບຸກໂຈມຕີເຂົ້າໝູ່ບ້ານຕ່າງໆ ທີ່ພວກເຂົາຖືວ່າຂັດຂືນການຣັຖປະຫານ ທີ່ນໍາມາຊຶ່ງຄວາມຂົມຂື່ນ ແລະຄວາມໂຫດຮ້າຍຂອງຜະເດັດການທະຫານ.
ພວກທະຫານພະມ້າ ຂຍາຍເວລາຄໍາສັ່ງສຸກເສີນອອກໄປຕື່ມອີກ 6 ເດືອນ ໃນຂະນະທີ່ມວນຊົນພະມ້າຄັດຄ້ານລະບອບການປົກຄອງທະຫານ ກະກຽມການປະທ້ວງແບບມິດງຽບ ກ່ອນຈະເຖິງມື້ຄົບຮອບ 1 ປີຂອງຣັຖປະຫານ ແລະໃຫ້ຄໍາໝັ້ນວ່າ ຈະສ້າງປະເທດຄືນໃໝ່ ບໍ່ວ່າດ້ວຍວິທີໃດກໍຕາມ.
ຕາມແຜນການປະທ້ວງຣັຖປະຫານ, ບັນດານັກເຄື່ອນໄຫວເພື່ອປະຊາທິປະໄຕ ໄດ້ວາງແຜນທີ່ຈະນໍາພາຂະບວນປະທ້ວງແບບມິດງຽບໃນທົ່ວປະເທດພະມ້າ ໃນມື້ວັນຄານ ໂດຍຫວັງຈະປິດປະເທດ ແລະດຶງຄວາມສົນໃຈຂອງທົ່ວໂລກ ໃຫ້ຮູ້ເຖິງການລະເມີດສິດທິປະຊາຊົນ ຂອງພວກຜະເດັດການທະຫານພະມ້າ, ແຕ່ພວກທະຫານຕອບໂຕດ້ວຍການຂົ່ມຂູ່ວ່າ ຈະລົງໂທດຜູ້ທີ່ສນັບສນູນຂະບວນການປະທ້ວງ ດ້ວຍການຕົບມື, ບີບແກຣົຖ ຫລືຕີກອງ ດ້ວຍການຈໍາຄຸກຕລອດຊີວິດ.
ເຖິງຈະມີຄໍາເຕືອນຮ້າຍແຮງຄືແນວນັ້ນ ແຕ່ກໍມີຫລາຍຄົນບອກໃຫ້ວິທຍຸເອເຊັຍເສຣີຜແນກ ພາສາພະມ້າຮູ້ວ່າ ພວກເຂົາເຈົ້າຈະປະທ້ວງດ້ວຍການຢຸດງານໃນວັນຄານ ເພາະວ່າຈະບໍ່ປະຖິ້ມຄວາມກ້າວໜ້າທາງປະຊາທິປະໄຕຂອງປະເທດ ພາຍໃຕ້ການນໍາຂອງມາດາມ ອອງຊານຊູຈີ ຫົວໜ້າພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ, ອາດີດທີ່ປຶກສາແຫ່ງ ຣັຖ ຊຶ່ງຖືກທະຫານຄວບຄຸມຕົວພ້ອມກັບທ່ານ ວິນ ມິ້ນ ອາດີດປະທານາທິບໍດີພະມ້າ ພາຍຫລັງການຣັຖປະຫານເມື່ອປີກາຍ ແລະຂະນະນີ້ພວກທະຫານຕັ້ງຂໍ້ຫາໃສ່ມາດາມເຖິງ 16 ຂໍ້ຫາ.
ເວົ້າເຖິງການຣັຖປະຫານຢູ່ພະມ້າເມື່ອປີກາຍ ທ່ານ Wai Moe ນັກສຶກສາປີທີສາມຢູ່ນະຄອນຢ່າງກຸ້ງ ຊຶ່ງເປັນເມືອງໃຫຍ່ທີ່ສຸດຂອງປະເທດພະມ້າເວົ້າວ່າ ມາຮອດປີນີ້ ແທນທີ່ຈະເອີ້ນວ່າ ເປັນວັນຄົບຮອບນຶ່ງປີຂອງການຣັຖປະຫານ, ພວກເຮົາຄວນເອີ້ນວ່າ ວັນຄົບຮອບການລົ້ມສລາຍຂອງພະມ້າ.
ແລະທ່ານ Zeyar Lwin ຜູ້ນໍາກອງກໍາລັງປ້ອງກັນປະຊາຊົນ ຫລືມີຊື່ຫຍໍ້ເປັນພາສາອັງກິດວ່າ PDF ຊຶ່ງເປັນນຶ່ງໃນຫລາຍໆສາຂາປະກອບອາວຸດ ທີ່ຕໍ່ສູ້ຕ້ານຜະເດັດການທະຫານ ກໍ ເວົ້າຕໍ່ວິທຍຸເອເຊັຍເສຣີວ່າ ເຍົາວະຊົນຂອງປະເທດກໍາລັງຕໍ່ສູ້ກັບລະບອບການປົກຄອງທະ ຫານເພື່ອອະນາຄົດຂອງພວກເຂົາເຈົ້າ.
ທ່ານເວົ້າຕື່ມວ່າ ທຸກຄົນລ້ວນແຕ່ມີຄວາມຫວັງ ແລະແຜນສໍາລັບອະນາຄົດຂອງຕົນເອງ, ການຣັຖປະຫານຄັ້ງນີ້ໄດ້ທໍາລາຍຄວາມຫວັງ, ຄວາມຝັນ ແລະເປົ້າໝາຍເລົ່ານັ້ນ. ກ່ອນການຣັຖປະຫານ ຊາຍໜຸ່ມເລົ່ານີ້ມີອາຊີບດີ, ເປັນທ່ານໝໍ, ນາຍຄຣູ, ທະນາຍຄວາມ ທີ່ລ້ວນແລ້ວແຕ່ມີຄວາມແຄ້ນຢູ່ໃນໃຈ ແລະພຣະສົງ, ແຕ່ການຣັຖປະຫານຄັ້ງນີ້ ບີບບັງຄັບໃຫ້ພວກເຂົາເຈົ້າເຂົ້າຮ່ວມການຕໍ່ສູ້ຕ້ານຜະເດັດການ.
ແຕ່ນາຍພົນ Zaw Min Tun ໂຄສົກຂອງພວກຣັຖປະຫານ ປະຕິເສດຂໍ້ອ້າງທີ່ວ່າ ເຍົາ ວະຊົນຂອງປະເທດສູນເສັຍອະນາຄົດຍ້ອນການຣັຖປະຫານ ໂດຍເວົ້າວ່າ ກອງທັບໄດ້ເປີດໂຮງຮຽນຂຶ້ນໃໝ່ ແລະບໍ່ເຄີຍບັງຄັບໃຫ້ພວກເຂົາເຈົ້າເຂົ້າຮ່ວມກຸ່ມກອງກໍາລັງປ້ອງກັນປະຊາຊົນ.
ທ່ານເວົ້າຕື່ມວ່າ ຖ້າພວກເຂົາເລືອກທີ່ຈະບໍ່ກັບເຂົ້າໂຮງຮຽນ ແລະໄປແຄມໄປຄ້າຍໃນປ່າ, ພວກເຮົາກໍບໍ່ສາມາດເຮັດຫຍັງໄດ້. ມັນເປັນທາງເລືອກຂອງພວກເຂົາ ແລະວ່າ ພວກເຮົາຍິນດີຕ້ອນຮັບພວກເຂົາກັບມາສເມີ. ພວກເຮົາໄດ້ປະກາດວ່າ ພວກເຂົາຈະບໍ່ຖືກລົງໂທດ ຫາກພວກເຂົາບໍ່ໄດ້ກໍ່ອາຊຍາກໍາໃດໆ. ພວກເຮົາຄວນເຮັດແນວໃດໄປກວ່ານີ້ ເພື່ອໃຫ້ພວກເຂົາເຂົ້າໃຈວ່າມີການຄໍ້າປະກັນ?
ເວົ້າເຖິງກົດທີ່ທະຫານວາງອອກ ບໍ່ວ່າຈະເປັນພາວະສຸກເສີນ ຫລືກົດອັຍການເສິກ ສໍາລັບປະຊາຊົນພະມ້າບໍ່ແມ່ນເຣື່ອງແປກ ຍ້ອນໄດ້ຢູ່ພາຍໃຕ້ລະບອບການປົກຄອງຂອງ
ພວກທະຫານມາເກືອບ 50 ປີ ໃນປະວັດສາດ 74 ປີຂອງປະເທດ.
ຜູ້ທີ່ເຄີຍປະສົບກັບການປົກຄອງຂອງທະຫານໃນພະມ້າ ພາຍຫລັງການຣັຖປະຫານປີ 1962 ແລະປີ 1988 ບອກໃຫ້ວິທຍຸເອເຊັຍເສຣີຮູ້ວ່າ ຊີວິດພາຍໃຕ້ລະບອບຜະເດັດການທະຫານໃນປັດຈຸບັນແມ່ນຂີ້ຮ້າຍທີ່ສຸດ ຄືກັນກັບສອງໄລຍະທີ່ຜ່ານມາ.
ເມື່ອວັນທີ 1 ມິນາ 1962 ພົນເອກ ເນ ວິນ ພັກສັງຄົມນິຍົມໄດ້ເຮັດຣັຖປະຫານ ໂດຍໃຊ້ຂໍ້ອ້າງວ່າ ຣັຖບານລົ້ມແຫລວໃນການປ້ອງກັນບໍ່ໃຫ້ຊາວຊົນເຜົ່າ Shans ແຕກແຍກອອກຈາກສະຫະພາບພະມ້າ. ລະບອບການປົກຄອງຂອງທ່ານ ໄດ້ກັກຂັງ, ທໍລະມານ ແລະສັງຫານຊາວ Shans ຫລາຍພັນຄົນ. ໃນຂະນະດຽວກັນກໍເຮັດໃຫ້ເສຖກິດຂອງປະເທດພັງພິນາດ ຫລັງຈາກບໍຣິສັດໃຫຍ່ໆທັງໝົດໃນປະເທດຖືກເອົາເປັນຂອງຣັຖ.
ມາເຖິງປີ 1988 ກໍເປັນປີທີ່ມີ ການຣັຖປະຫານຄັ້ງທີ 2. ເມື່ອບັນດານັກສຶກສາ ນໍາພາມວນຊົນລຸກຮື້ຂຶ້ນປະທ້ວງຕໍ່ຕ້ານໃນປີນັ້ນ ພວກທະຫານກໍຕອບໂຕ້ ດ້ວຍການປາບປາມຢ່າງໂຫດຮ້ຽມ ໂດຍໄດ້ຍິງພວກປະທ້ວງຢ່າງບໍ່ມີການປານີ ຊຶ່ງບາງແຫລ່ງຂ່າວປະເມີນວ່າ ມີຜູ້ເສັຍຊີວິດຍ້ອນຫລາຍເຖິງ 3,000 ຄົນ. ການຣັຖປະຫານ ເຮັດໃຫ້ພະມ້າກາຍເປັນປະເທດ ທີ່ມີການພັທນາໜ້ອຍທີ່ສຸດ ປະເທດນຶ່ງໃນໂລກ ແລະຕ້ອງໄດ້ອາສັຍ ການຊ່ອຍເຫລືອຈາກ ສະຫະປະຊາຊາດ. ບັນດານັກຊ່ຽວຊານສັງເກດວ່າ ພວກຣັຖປະຫານໄດ້ຮັບການສນັບສນູນຈາກປະເທດຕ່າງໆ ທີ່ເປັນມິດ ຮວມທັງຈີນນໍາດ້ວຍ.
ແລະທ່ານ Than Soe Naing ນັກວິເຄາະການເມືອງເວົ້າວ່າ ຫລັງຈາກການຣັຖປະຫານຄັ້ງນີ້ ພວກຜະເດັດການ ທະຫານໄດ້ປາບປາມ ຂະບວນການຂອງພົລເຮືອນ ທີ່ບໍ່ເຊື່ອຟັງ ແລະບັນດາຜູ້ເດີນຂະບວນປະທ້ວງຢ່າງສັນຕິ, ເຂັ່ນຂ້ານັກຮຽນ ນັກສຶກສາໜຸ່ມ.
ການກະທໍາ ອັນໂຫດຮ້າຍຄືດັ່ງກ່າວ ນໍາໄປສູ່ການຕໍ່ຕ້ານດວ້ຍກໍາລັງ ອາວຸດ ແລະວ່າ ຕອນນີ້ລະບອບການປົກຄອງທະຫານ ໃຊ້ເຕັກນິກທີ່ຊົ່ວຮ້າຍທີ່ສຸດ ໃນການກົດຂີ່ຂົ່ມເຫັງປະຊາຊົນ ໂດຍການສັງຫານພົລເຮືອນ, ຈູດເຜົາບ້ານເຮືອນ ແລະປຸ້ນສະດົມເອົາຊັພສິນ
ຂອງພວກເຂົາເຈົ້າ.
ແລະທ່ານ Hla Kyaw Zawl ນັກວິເຄາະການເມືອງ ຢູ່ປະເທດພະມ້າ ເວົ້າເຖິງຜົລຂອງການຣັຖປະຫານ ປີ 2021 ວ່າ ທຸກສິ່ງທຸກຢ່າງ ຊົ່ວຮ້າຍທີ່ສຸດ ແຕ່ຍານາງກໍໝັ້ນໃຈວ່າ ລະ ບອບການປົກຄອງນີ້ຈະຢູ່ໄດ້ອີກບໍ່ດົນ. ແຕ່ເຖິງແນວໃດກໍຕາມ ເມື່ອເວົ້າເຖິງການແກ້ໄຂບັນຫາພະມ້າ ກໍມີຣາຍງານເມື່ອວັນທີ 3 ກຸມພານີ້ວ່າ ກັມພູຊາ ທີ່ຈະເປັນເຈົ້າພາບກອງປະຊຸມ ລະດັບຣັຖມົນຕຣີອ່າຊ້ຽນໃນວັນທີ 16 ກຸມພານີ້ ໄດ້ກ່າວໂດຍອ້າງເຖິງ ການເຄື່ອນໄຫວຕາມ ຂໍ້ຕົກລົງຂອງກຸ່ມອ່າຊ້ຽນ ກັບຫົວໜ້າທະຫານພະມ້າ ເມື່ອປີທີແລ້ວວ່າ ທະຫານພະມ້າ ຈະບໍ່ໄດ້ຮັບເຊີນໃຫ້ເຂົ້າຮ່ວມ.
ທ່ານ ຈູມ ສຸນຣີ ໂຄສົກກະຊວງ ການຕ່າງປະເທດກັມພູຊາ ໃຫ້ຄໍາເຫັນຕໍ່ ວິທຍຸເອເຊັຍເສຣີ ຜແນກພາສາຂເມນວ່າ “ເນື່ອງຈາກມີຄວາມຄືບໜ້າພຽງເລັກນ້ອຍ ໃນການປະຕິບັດຂໍ້ຕົກ ລົງ 5 ຂໍ້ຂອງອ່າຊ້ຽນ, ບັນດາປະເທດສະມາຊິກ ບໍ່ເປັນເອກພາບກັນໃນເຣື່ອງການເຊີນ ພະມ້າມາເຂົ້າຮ່ວມກອງລະດັບຣັຖມົນຕຣີການຕ່າງປະເທດອ່າຊ້ຽນ ຊຶ່ງກັມພູຊາຈະເປັນເຈົ້າພາບໃນມໍ່ໆນີ້.” ດັ່ງນັ້ນ ກັມພູຊາຈຶ່ງຂໍໃຫ້ພະມ້າສົ່ງຕົວແທນ ທີ່ບໍ່ແມ່ນຝ່າຍການເມືອງມາແທນ. ໃນຂະນະດຽວກັນ ກັມພູຊາກໍຊຸກຍູ້ໃຫ້ພະມ້າມີຕົວແທນ ທີ່ບໍ່ເປັນບຸກຄົນການ ເມືອງ ມາເຂົ້າຮ່ວມກອງປະຊຸມນັ້ນ ແທນທີ່ຈະປ່ອຍໃຫ້ທີ່ນັ່ງເປົ່າຫວ່າງ. ແຕ່ມັນກໍຂຶ້ນຢູ່ກັບພະມ້າ ທີ່ຈະຕັດສິນໃຈ. ທ່າທີຂອງກັມພູຊາຄືດັ່ງກ່າວ ມີຂຶ້ນ 1 ສັບປະດາ ພາຍຫລັງທີ່ນາຍົກຣັຖມົນຕຣີ ຮຸນແຊັນ ຊຶ່ງເປັນປະທານວຽນຂອງອ່າຊ້ຽນໃນປີ 2022 ຮຽກຮ້ອງໃຫ້ນາຍພົລ ມິນ ອອງ ລາຍ ຫົວໜ້າທະຫານພະມ້າ ປະຕິບັດຕາມຂໍ້ຕົກລົງ 5 ຂໍ້ຂອງອາ ຊຽນ ໃນລະຫວ່າງການປະຊຸມທາງໄກນໍາກັນ. ນາຍພົລ ມິນ ອອງ ລາຍ ທີ່ເປັນຜູ້ນໍາພາການເຮັດຣັຖປະຫານ ໄດ້ເຫັນພ້ອມໃນຂໍ້ຕົກລົງທີ່ວ່ານັ້ນ ເມື່ອທ່ານພົບພໍ້ກັບບັນດາ ຜູ້ນໍາອ່າຊ້ຽນໃນກອງປະຊຸມ ສຸດຍອດເພື່ອແກ້ໄຂວິກິດການ ໃນພະມ້າ ທີ່ກຸງຈາກາຕາ ປະເທດອິນໂດເນເຊັຍ ເມື່ອເດືອນເມສາປີກາຍ. ແຕ່ໃນພາກປະ ຕິບັດຕົວຈິງແລ້ວ ທ່ານບໍ່ປະຕິບັດຕາມ. ສະບາຍດີ