ຣົຖຕຸ໋ກ-ຕຸ໋ກ ໃນກັມພູຊາ ກຳລັງຖືກບໍຣິສັດ ແທັກຊີ້ຈີນ ຍາດວຽກ

ພູວົງສ໌
2022.02.13
ຣົຖຕຸ໋ກ-ຕຸ໋ກ ໃນກັມພູຊາ ກຳລັງຖືກບໍຣິສັດ ແທັກຊີ້ຈີນ ຍາດວຽກ ຣົຖຕຸ໋ກ-ຕຸ໋ກ ທີ່ກຳລັງຈອດລໍຖ້າຜູ້ໂດຍສານ ຕາມຖນົນຫຼວງ ໃນເມືອງສີຫານຸວີວ ປະເທດກັມພູຊາ
ຮູບພາບ: ຈາກວີດີໂອ ວິທຍຸເອເຊັຽເສຣີ ພແນກພາສາຂເມັນ

ຫວ່າງ 2-3 ປີ ມານີ້ ຈົນມາເຖິງປັດຈຸບັນ, ບັນດາຜູ້ຂັບຣົຖແທັກຊີ້ທ້ອງຖິ່ນ ແລະ ຂັບຣົຖຕຸ໋ກ-ຕຸ໋ກນ້ອຍ ຕ່າງກໍພາກັນ ເວົ້າເປັນສຽງດຽວກັນວ່າ ພວກເຂົາພວມຖືກຍາດວຽກ ເນື່ອງຈາກນັກລົງທຶນຈີນ ເຂົ້າມາດຳເນີນທຸຣະກິຈ ໃຫ້ບໍຣິການຣົຖແທັກຊີ້ ໃນເຂດເມືອງສີຫານຸກວິວ ປະເທດກັມພູຊາ.

ສິ່ງດັ່ງກ່າວ ພວກເຂົາຖືວ່າ ເປັນການບີບບັງຄັບໃຫ້ພວກເຂົາ ຕ້ອງເຊົາແລ່ນຣົຖ ແບບທາງອ້ອມ ແລະ ເປັນການທຳລາຍ ຜູ້ທີ່ປະກອບການອາຊີບນີ້ ໃນທ້ອງຖິ່ນ, ເຊິ່ງພວກເຂົາເຫັນວ່າ ພາກຣັຖ ຄວນມີມາຕການ ໃນການປົກປ້ອງພວກເຂົາ ຫຼາຍກວ່າທີ່ຈະປ່ອຍໃຫ້ນາຍທຶນຕ່າງປະເທດ, ໂດຍສະເພາະນາຍທຶນຈີນ ເຂົ້າມາກິນລວບກິຈການ ທີ່ເປັນຂອງຄົນທ້ອງຖິ່ນ ທີ່ສາມາດລ້ຽງໂຕເອງ ແລະ ຄອບຄົວໄດ້.

ທ່ານ ປຸນ ນັກ, ຜູ້ຂັບຣົຖຕຸ໋ກ-ຕຸ໋ກ ນ້ອຍ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຜແນກພາສາຂເມນ ໃນວັນທີ 8 ກຸມພາ 2022 ນີ້ວ່າ ຜູ້ປະກອບການ ຂັບຣົຖແທັກຊີ້ທ້ອງຖິ່ນ ແລະ ຂັບຣົຖຕຸ໋ກ-ຕຸ໋ກນ້ອຍ ຖືກຍາດລູກຄ້າ ຈາກບໍຣິສັດ ຜູ້ໃຫ້ບໍຣິການແທັກຊີ້ ທີ່ນັກລົງທຶນຈີນ ເປັນເຈົ້າຂອງ ຈົນເຮັດໃຫ້ມີຜົລກະທົບຕໍ່ລາຍໄດ້ ຢ່າງໜ້າຕົກໃຈ ແລະ ກໍຄຶດຢາກເຊົາເຮັດວຽກນີ້ແລ້ວ.

ສຽ1:

ທ່ານວ່າ: “ປັດຈຸບັນ, ທ່ານບໍ່ສາມາດສ້າງລາຍຮັບ ທີ່ຄົງທີ່ໄດ້ແລ້ວ ເນື່ອງຈາກມີຣົຖແທັກຊີ້ຈີນ ເຂົ້າມາຍາດລູກຄ້າ ຈົນເຮັດໃຫ້ລາວເກືອບບໍ່ມີລູກຄ້າເລີຍ ຫຼືໄດ້ລູກຄ້າ ກໍມີຈຳນວນຫຼຸດລົງຫຼາຍ. ລາວບໍ່ຂັດຂ້ອງ ຖ້າບໍຣິສັດນັ້ນ ເປັນຂອງຄົນຂເມນດ້ວຍກັນ ເພາະລາວກໍເປັນຄົນຂເມນ,​ ແຕ່ຖ້າທຸຣະກິຈນີ້ ໄປຕົກຢູ່ໃນມືຄົນຈີນ ກໍຈະເຮັດໃຫ້ຄົນຈີນ ໄດ້ຜົລປໂຍດຫຼາຍກວ່າ. ສິ່ງນີ້, ມັນເຮັດໃຫ້ລາວ ໄດ້ຮັບຜົລກະທົບຢ່າງຮຸນແຮງ ແລະ ຄົນທີ່ປະກອບອາຊີບນີ້ ກໍໄດ້ຮັບຜົລກະທົບຢ່າງຖ້ວນໜ້າ.”

ຂະນະດຽວກັນ, ທ່ານ ວານ ວັທທະ, ຜູ້ຂັບຣົຖຕຸ໋ກ-ຕຸ໋ກນ້ອຍ ອີກຄົນນຶ່ງ ກໍກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຜແນກພາສາຂເມນ ໃນມື້ດຽວກັນນັ້ນວ່າ ລາວເອງ ກໍໄດ້ຮັບຜົລກະທົບ ເພາະຈາກທີ່ເຄີຍມີລາຍໄດ້ທີ່ດີ, ແຕ່ດຽວນີ້ ແມ່ນຫຼຸດລົງກາຍເຄິ່ງນຶ່ງແລ້ວ ແລະ ຖ້າເປັນແບບນີ້ ລາວຄົງຈະຕ້ອງເຊົາ.

ສຽງ2:

ທ່ານວ່າ: “ສູ່ມື້ນີ້, ຂ້ອຍໂອນເງິນເມືອໃຫ້ເມັຽຂ້ອຍ ຢູ່ທາງບ້ານເກີດ ປະມານ 100 ຫາ 150 ໂດ່ລ້າຣສະຫະຣັຖ ຕໍ່ເດືອນ, ແຕ່ເມື່ອທຽບໃສ່ເມື່ອກ່ອນ ຫຼືກ່ອນທີ່ບໍຣິສັດແທັກຊີ້ຈີນ ຈະເຂົ້າມາ, ຂ້ອຍສາມາດສ້າງລາຍໄດ້ ຈາກການແລ່ນແທັກຊີ້ ໄດ້ຫຼາຍສົມຄວນ ແລະ ໂອນເງິນກັບເມືອໃຫ້ເມັຽ ເດືອນລະປະມານ 300 ໂດ່ລ້າຣສະຫະຣັຖ ພຸ້ນ. ຂ້ອຍຄຶດວ່າ ຖ້າທຸຣກິຈ ຂັບແທັກຊີ້ ງຽບເຫງົາແບບນີ້ຕໍ່ໄປ ຈາກການເຂົ້າມາ ຂອງນັກລົງທຶນຈີນ, ຂ້ອຍຄືຊິຢູ່ບໍ່ໄດ້ອີກແລ້ວ. ຂ້ອຍຄືຊິຕ້ອງກັບເມືອເຮືອນ ທີ່ບ້ານເກີດ ແລ້ວຊອກເຮັດແນວອື່ນ ເປັນຕົ້ນວ່າ ໄປເຮັດການກະເສດແທນ.”

ກ່ຽວກັບເຣື່ອງດັ່ງກ່າວ, ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຜແນກພາສາຂເມນ ໄດ້ຕິດຕໍ່ໄປຍັງເຈົ້າແຂວງ ແຂວງກວົະຈຳເຣີນ ໃນມື້ດຽວກັນນັ້ນ, ເຊິ່ງທ່ານເຈົ້າແຂວງ ກໍໄດ້ຕອບກັບມາ ເປັນບົດຖ້ອຍບົດຖແລງວ່າ: “ເມືອງສີຫານຸກວິວ ເປັນເມືອງທີ່ໃຊ້ລະບົບ ການດຳເນີນທຸຣະກິຈ ໃຫ້ເປັນໄປຕາມກົລໄກຕລາດເສຣີ.”

ນັ້ນເປັນພຽງແຕ່ຄຳປອບໃຈເລັກໆນ້ອຍ ຕໍ່ຄົນຂັບຣົຖແທັກຊີ້ ຫຼືຕຸ໋ກ-ຕຸ໋ກ ນ້ອຍ ທີ່ເປັນຊາວກັມພູຊາ, ເຊິ່ງໝາຍຄວາມວ່າ ພາກຣັຖ ຂອງກັມພູຊາ ບໍ່ມີນະໂຍບາຍ ປົກປ້ອງໃຜ ຕາມກົລໄກຕລາດເສຣີ ແລະ ຖ້າຜູ້ໃດຈະດຳເນີນການ ກັບອາຊີບນີ້ຕໍ່ ກໍດຳເນີນໄປ, ແຕ່ຖ້າຜູ້ໃດຢູ່ບໍ່ໄດ້ ກໍພຽງແຕ່ເຊົາເຮັດອາຊີບນີ້ໄປ.

ເຫດການແບບນີ້, ບໍ່ພຽງແຕ່ເກີດຂຶ້ນ ໃນເມືອງສີຫານຸກວິວ ໃນປະເທດກັມພູຊາ ເທົ່ານັ້ນ, ແຕ່ມັນໄດ້ເກີດຂຶ້ນ ກັບອີກຫຼາຍຫົວເມືອງໃຫຍ່ ໃນປະເທດກັມພູຊາ ເຊັ່ນກັນ, ໂດຍສະເພາະຫົວເມືອງໃຫຍ່ ທີ່ມີນັກລົງທຶນຈີນ ເຂົ້າມາລົງທຶນຫຼາຍ ເປັນຕົ້ນແມ່ນ ນະຄອນຫຼວງພນົມເປັນ ແລະ ເມືອງສຽມຣຽບ ທີ່ແທັກຊີ້ຈີນ ມາກິນລວບທຸຣະກິຈຂັບແທັກຊີ້ ແລະ ເຮັດໃຫ້ຜູ້ປະກອບການທ້ອງຖິ່ນ ບໍ່ສາມາດແຂ່ງຂັນໄດ້.

ຕໍ່ເຫດການດັ່ງກ່າວ, ກຸ່ມຜູ້ປະກອບອາຊີບ ຂັບຣັຖແທັກຊີ້ ແລະ ຣົຖຕຸ໋ກ-ຕຸ໋ກນ້ອຍ ຊາວກັມພູຊາ ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ເຫັນໃຈພວກເຂົາ ແລະ ຫາທາງແກ້ໄຂ ເພື່ອຢ່າງໜ້ອຍ ກໍຂໍໃຫ້ເຂົາເຈົ້າ ພໍມີແນວລ້ຽງຊີບ ແລະ ຄອບຄົວ ເພາະຄົນໃນຄອບຄົວ ຕ່າງກໍຫວັງເພິ່ງລາຍຮັບ ຈາກການແລ່ນຣົຖ ຂອງພວກເຂົາ. ຖ້າຫາກອາຊີບພວກເຂົາ ບໍ່ຖືກປົກປ້ອງ ກໍຖືວ່າ ເປັນການທຳລາຍພວກເຂົາ ໄປໃນໂຕ ແລະ ຄອບຄົວ-ລູກເຕົ້າ ທີ່ຢູ່ເບື້ອງຫຼັງ ກໍຄົງມີອະນາຄົດທີ່ບໍ່ສົດໃສ ແລະ ລູກຫຼານບາງຄົນ ກໍຕ້ອງໄດ້ອອກໂຮງຮຽນ ເພາະຜູ້ເປັນພໍ່ ແລະ ແມ່ ທີ່ປະກອບອາຊີບ ຂັບຣົຖແທັກຊີ້ ແລະ ຣົຖຕຸ໋ກ-ຕຸ໋ກນ້ອຍ ບໍ່ສາມາດສ້າງລາຍຮັບ ທີ່ແນ່ນອນ ຈາກການດຳເນີນອາຊີບນີ້ໄດ້.

ເຫດການແບບນີ້ ບໍ່ພຽງແຕ່ເກີດ ໃນປະເທດກັມພູຊາເທົ່ານັ້ນ, ແຕ່ຍັງເກີດກັບ ປະເທດອື່ນໆ ທີ່ນັກລົງທຶນຈີນ ເຂົ້າໄປລົງທຶນນຳດ້ວຍ ເປັນຕົ້ນວ່າ ໃນປະເທດລາວ ກໍມີເຫດການແບບນີ້ເຊັ່ນກັນ.

ຜູ້ສື່ຂ່າວ ວິທຸຍເອເຊັຽເສຣີ ຜແນກພາສາລາວ ກໍເຄີຍນຳສເນີເຣື່ອງນີ້ ໃນປີ 2019 ພາຍຫຼັງໄດ້ຮັບການຮ້ອງຂໍ ຈາກຜູ້ປະກອບການ ຂັບຣົຖຕູ້ທ້ອງຖິ່ນ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ວ່າ ນັກລົງທຶນຈີນ ທີ່ເຂົ້າມາຊື້, ເຊົ່າ ຫຼືຮ່ວມທຶນ ກັບຜູ້ປະກອບການທ້ອງຖິ່ນໃນລາວ ທີ່ດຳເນີນກິຈການໂຮງແຮມ ແລະ ເຮືອນພັກ ໃນແຂວງຫຼວງພຣະບາງ ມັກຈະມີບໍຣິການ ຣົຖຕູ້ນຳທ່ຽວ ແລະ ເຮືອນຳທ່ຽວເອງເລີຍ ຈົນເຮັດໃຫ້ຜູ້ປະກອບການຂັບຣົຖຕູ້ ແລະ ເຮືອນຳທ່ຽວທ້ອງຖິ່ນ ຕ້ອງໄດ້ຮັບຜົລກະທົບ ຖືກຍາດລູກຄ້າ ແລະ ຄ່ອຍໆເຊົາເຮັດອາຊີບນີ້ໄປ.

ນອກຈາກນີ້, ນັກລົງທຶນຈີນ ຍັງເອົານັກທ່ອງທ່ຽວ ທີ່ມາພັກໂຮງແຮມ ຫຼືເຮືອນພັກ ຂອງພວກເຂົາ ໄປກິນອາຫານ ແລະ ຊື້ເຄື່ອງຂອງທີ່ລະນຶກ ຕາມຮ້ານອາຫານ ແລະ ຮ້ານຂາຍເຄື່ອງທີ່ລະນຶກ ທີ່ນັກລົງທຶນຈີນເປັນເຈົ້າຂອງ ຄືກັນ ຈົນເຮັດໃຫ້ ຜູ້ປະກອບການຮ້ານອາຫານ ແລະ ຮ້ານຂາຍເຄື່ອງທີ່ລະນຶກ ໃນທ້ອງຖິ່ນ ທີ່ຫວັງຈະໄດ້ໂອກາດ ບໍຣິການຮ້ານອາຫານ ແລະ ຂາຍເຄື່ອງທີ່ລະນຶກ ໃຫ້ນັກທ່ອງທ່ຽວຈີນນັ້ນ ຕ້ອງເສັຽໂອກາດດັ່ງກ່າວໄປ.

ທັງໝົດນັ້ນ, ແມ່ນພາບສະທ້ອນ ຂອງການເຂົ້າມາ ຂອງທຶນຈີນ ຕໍ່ທຸຣະກິຈແທັກຊີ້ ໃຫ້ບໍຣິການແທັກຊີ້ ໃນປະເທດກັມພູຊາ, ເຊິ່ງບໍ່ພຽງແຕ່ເກີດຂຶ້ນ ໃນປະເທດກັມພູຊາ ເທົ່ານັ້ນ, ແຕ່ກໍມັກຈະເກີດຂຶ້ນ ກັບບາງປະເທດ ທີ່ມີນັກລົງທຶນຈີນ ເຂົ້າໄປລົງທຶນ ແລ້ວທຸຣະກິຈແທັກຊີ້ ແລະ ທຸຣະກິຈອື່ນໆ ກໍເຂົ້າມາບຽດບຽນ ຜູ້ປະກອບການທ້ອງຖິ່ນ ຈົນບໍ່ສາມາດເຮັດໃຫ້ພວກເຂົາ ຢູ່ຕໍ່ໄປໄດ້.

ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.