ທະຫານພະມ້າ ປະທະເດືອດ ກັບທະຫານກະຫຼ່ຽງ

ອຸ່ນແກ້ວ
2022.02.06
ທະຫານພະມ້າ ປະທະເດືອດ ກັບທະຫານກະຫຼ່ຽງ ທະຫານກະຫຼ່ຽງ
RFA

ເກີດ​ການ​ຍິງ​ປະ​ທະ​ກັນ ຢ່າງ​ດຸ​ເດືອດ​ ລະ​ຫວ່າງ ທະ​ຫານກະ​ຫຼ່ຽງ ກັບທະ​ຫານ​ພະ​ມ້າ ຢູ່​ເຂດພາກ​ຕາ​ເວັນ​ອອກ ​ເມືອງ ດີ​ໂມ​ໂຊ ຂອງ​ພະ​ມ້າ ແລະ ໄດ້ຂ​ຍາຍ​ໄປ​ເຖິງ ​ເຂດ​ຣັ​ຖກະ​ຢາ ເນື່ອງ​ໃນ​ວັນຄົບ​ຮອບ 1 ປີ ຫຼັງ​ຈາກ​ທະ​ຫານ​ພະ​ມ້າຢຶດ​ອຳ​ນາດ ຈາກ​ຣັ​ຖ​ບານ​ຂອງ ​ຍາ​ນາງ ອອງ​ຊານ ຊູ​ຈີ ທີ່​ມາ​ຈາກ​ການ​ເລືອກ​ຕັ້ງ.

ເຂດ​ເມືອງ​ດີ​ໂມ​ໂຊ ເປັນ​ພື້ນ​ທີ່​ທຳ​ອິດ ທີ່​ມີ​ການ ຍິງ​ປະ​ທະ​ກັນ​ ລະ​ຫວ່າງ ທະ​ຫານ​ພະ​ມ້າ ແລະ ກອງ​ກຳ​ລັງ ປົກ​ປ້ອງ​ປະ​ຊາ​ຊົນ ທີ່​ເກີດ​ຂຶ້ນບໍ່​ພໍ​ເທົ່າ​ໃດ​ເດືອນ ຫຼັງ​ຈາກ​ທີ່​ມີ​ການ​ຣັ​ຖ​ປະ​ຫານ ໃນ​ວັນ​ທີ 1 ກຸມ​ພາ ປີ 2021 ທີ່​ຜ່ານ​ມາ. ການ​ຕໍ່​ສູ້​ກັນ ໄດ້​ລຸກ​ລາມ​ໄປ ເມືອງ​ປ​ຣູ​ໂຊ ຈົນ​ມາ​ເຖິງ​ປັດ​ຈຸ​ບັນ ການ​ຕໍ່​ສູ້ໄດ້​ລຸກ​ລາມ​ໄປ ເມືອງລອຍ​ກໍ ທີ່​ຢູ່​ຫ່າງ​ຈາກ ເມືອງ​ດີ​ໂມ​ໂຊ ໄປ​ທາງ​ທິດ​ໃຕ້​ 11 ກິ​ໂລ​ແມັດ.

ນັບ​ແຕ່​ມີ​ການ​ຕໍ່​ສູ້ ກໍ​ເຮັດ​ໃຫ້ປະ​ຊາ​ຊົນເກືອບ 200,000 ຄົນ ຊຶ່ງ​ເຄິ່ງ​ນຶ່ງ​ຂອງ​ພົ​ລ​ເມືອງຣັ​ຖ​ກະ​ຍາ ຕ້ອງ​ໜີ​ອອກ​ຈາກ​ບ້ານ ອີງ​ຕາມຂໍ້​ມູນ​ຈາກ ເຄືອ​ຂ່າຍ​​ພາກ​ປະ​ຊາ​​ສັງ​ຄົມ​ຂອງກະ​ຫຼ່ຽງ. ຢູ່​ໃນ​ເຂດ​ເມືອງ​ດັ່ງ​ກ່າວ ມີ​ປະ​ຊາ​ຊົນເກືອບ 200 ຄົນ ເສັຽ​ຊີ​ວິດ ນັບ​ແຕ່​ມີ​ການ​ຣັ​ຖ​ປະ​ຫານ.

ມີ​ການ​ຍິງ​ປະ​ທະ​ກັນ​ລາຍ​ວັນ ລະ​ຫວ່າງ ທະ​ຫານ​ພະ​ມ້າ ກັບທະ​ຫານ​ກະ​ຫຼ່ຽງ ຢູ່​ເມືອງ ລອຍ​ກໍ. ທະ​ຫານ​ພະ​ມ້າ ໄດ້​ຍິງ​ປືນ​ໃຫຍ່ ໃສ່​ຕົວ​ເມືອງ​ທຸກ​ມື້ ທຳ​ລາຍ​ບ້ານ​ເຮືອນ​ຂອງ​ປະ​ຊາ​ຊົນ ແລະເຮັດ​ໃຫ້​ປະ​ຊາ​ຊົນ ຕ້ອງ​ພາ​ກັນ​ອົບ​ພະ​ຍົບ​ໜີ​ການ​ຕໍ່​ສູ້​ກັນ.

ຕໍ່​ບັນ​ຫາ​ດັ່ງ​ກ່າວ ນັກ​ສິ​ດ​ທິ​ມະ​ນຸດ​ເຫັນວ່າ ມັນ​ເປັນ​ການກໍ່​ອາ​ສຍາ​ກັມ ຕໍ່​ປະ​ຊາ​ຊົນ ຢູ່​ພະ​ມ້າ. ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິດທິມະນຸດ Human Rights Watch ປະຈໍາອາເຊັຽຕາເວັນອອກສຽງໃຕ້ ກ່າວຕໍ່ ສຳນັກຂ່າວຕ່າງປະເທດວ່າ:

ພວກເຮົາຈະເຫັນວ່າ ບໍ່ມີການເຄົາຣົບສິດທິມະນຸດ ໃນພະມ້າ ນັບແຕ່ມີການຣັປະຫານ. ດ້ວຍຄວາມສັດຈິງ ທ່ານ ຈະຄິດພາບເຫັນເລີຍວ່າ ມັນເປັນສະຖານະການທີ່ບໍ່ດີ ທີ່ທະຫານກໍ່ອາຍາກັມ ຕໍ່ປະຊາຊົນຕົວເອງ.”

ຣັ​ຖ​ກະ​ຍາ ເປັນ​ຣັ​ຖ​ນ້ອຍ​ທີ່​ສຸດ​ໃນ​ປະ​ເທດ​ພະ​ມ້າ ແລະ ເປັນ​ຣັ​ຖ​ທີ່ບໍ່​ມີ​ການ​ພັດ​ທະ​ນາ ຄືກັບ ເຂດ​ຕົວ​ເມືອງ​ໃຫຍ່​ໆ ທີ່​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເຂົ້າ​ໄປ​ທ່ຽວ ກ່ອນ​ທີ່​ຈະ​ມີ​ການ​ຣັ​ຖ​ປະ​ຫານ. ແຕ່ ຫຼັງ​ຈາກ​ຣັຖ​ປະ​ຫານ​ແລ້ວ ບັນ​ດາ​ທະ​ຫານ​ຊົນ​ຊາດ​ຊົນ​ເຜົ່າ​ກະ​ຫຼ່ຽງ ໂດຍ​ສະ​ເພາະ ພັກ​ກ້າວ​ໜ້າ​ກະ​ຫຼ່ຽງ, ພ້ອມ​ພ້ອມ​ດ້ວຍ ສະ​ຫະ​ພັນ​ແຫ່ງ​ຊາດ​ກະ​ຫຼ່ຽງ ແລະ ແນວ​ຮ່ວມ​ແຫ່ງ​ຊາດສິນ ໄດ້​ອອກ​ຖ​ແລງ​ການ​ຮ່ວມ​ກັນ ຮຽກ​ຮ້ອງ​ໃຫ້ສະ​ຫະ​ປະ​ຊາ​ຊາດ ແລະ ປະ​ຊາ​ຄົມ​ໂລກ ສ້າງ​ເຂດ​ບອດ​ທະ​ຫານ ໃຫ້​ແກ່​ພົ​ລ​ເຮືອນ ທີ່​ຖືກ​ທະ​ຫານ​ພະ​ມ້າໂຈມ​ຕີ​ທາງ​ອາດ. ປະ​ຊາ​ຊົນ ຢູ່​ເມືອງ​ດີ​ໂມ​ໂຊ ໄດ້​ເຣີ່ມປະ​ທ້ວງ​ຕໍ່​ຕ້ານ ​ທະ​ຫານ​ພະ​ມ້າຢ່າງ​ສ​ງົບ ໃນ​ທົ່ວ​ປະ​ເທດ ຫຼັງ​ຈາກມີ​ການ​ຣັ​ຖ​ປະ​ທານ ແລະ ນັບ​ແຕ່​ເດືອນ ພຶ​ສ​ພາ 2021 ທີ່​ຜ່ານ​ມາ ກໍ​ເຣີ່ມ​ມີ​ການ​ຍິງ​ປະ​ທະ​ກັນ​ ລະ​ຫວ່າງ ກອງ​ກຳ​ລັງ​ທະ​ຫານ​ກະ​ຫຼ່ຽງ ຮ່ວມ​ກັບກອງ​ກຳ​ລັງ​ປົກ​ປ້ອງ​ ປະ​ຊາ​ຊົນ ຕໍ່​ສູ້ກັບທະ​ຫານພ​ະ​ມ້າ ຢູ່​ເມືອງ ດີ​ໂມ​ໂຊ.

ກຸ່ມ​ອົງ​ການ ​ພາກ​ປະ​ຊາ​ສັງ​ຄົມ ໄດ້​ກ່າວ​ວ່າ ມີ​ປະ​ຊາ​ຊົນ​ປະ​ມານ 70,000 ຄົນ ໃນ​ເມືອງ​ດີ​ໂມ​ໂຊ ໄດ້​ໜີ​ການ​ຕໍ່​ສູ້ ແລະບໍ່​ສາ​ມາ​ດ​ກັບ​ຄືນ​ມາ​ບ້ານ​ໄດ້.

ຊາວ​ບ້ານ​ທີ່ຊື່ ໂມ​ໂຣ ຜູ້​ທີ່​ໜີ​ຈາກ​ບ້ານ ​ຢູ່​ເມືອງ​ດີ​ໂມ​ໂຊ ໄດ້​ກ່າວ​ວ່າ ການ​ຕໍ່​ສູ້​ກັນ ໄດ້​ທຳ​ລາຍ​ບ້ານ​ເຮືອນ ແລະ ​ທຳ​ລາຍ​ຊີ​ວິດ​ຂອງ​ຄົນ.

ລາວ​ກ່າວ​ວ່າ:

ນັບ​ແຕ່​ສົງ​ຄາມ​ເກີດ​ຂຶ້ນ ໃນ​ເດືອນ​ພຶ​ສ​ພາ 2021 ທີ່​ຜ່ານ​ມາ ຫຼັງ​ຈາກ​ຣັ​ຖ​ປະ​ຫານ ກໍ​ບໍ່​ມີ​ການ​ສັນ​ຈອນຢູ່​ໃນ​ເຂດວີ​ດວງ​ແດມ ທີ່​ເປັນ​ເຂດ​ທີ່ມີ​ຊື່​ສ່ຽງ ຫຼື ເປັນ​ເຂດ​ທ່ອງ​ທ່ຽວທີ່​ຢູ່​ຫ່າງ​ຈາກທາງ​ພາກ​ໃຕ້​ຂອງ​ເມືອງ​ລອຍ​ກໍ ທີ່​ຂຶ້ນ​ກັບ​ເມືອງ​ດີ​ໂມ​ໂຊ.”

ລາວ​ກ່າມ​ຕື່ມ​ອີກວ່າ:

ບໍ່​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ. ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ ທີ່​ເຄີຍ​ໄປ​ຫາ​ປາ​ໃນ​ເຂດ ວີ​ດວງ​ແດມ ແລະ ເຂດ​ອື່ນໆ ແຕ່ ປັດ​ຈຸ​ບັນ ບໍ່​ເຫັນ​ໃຜ​ໄປ​ຫາ​ປາ​ເລີຍ.”

ເມື່ອບໍ່​ດົນ​ມານີ້ ກໍ​ມີ​ການ​ຍິງ​ປະ​ທະ​ກັນ​ ລະ​ຫວ່າງ ທະ​ຫານ​ພະ​ມ້າ ກັບ ກອງ​ກຳລງ​ປົກ​ປ້ອງ​ປະ​ຊາ​ຊົນ ຢູ່ ໃນ​ໝູ່​ບ້ານ​ວີ​ດວງ ເປັນ​ເຫດ​ເຮັດ​ໃຫ້ຜູ້​ຄົນ​ພາ​ກັນ​ໄປ ຫຼົບ​ຢູ່​ໃນ​ບ້ານ ແລະໂບດ ເປັນ​ບ່ອນ​ກຳ​ບັງ. Gabriela ຊາວ​ຄ້າ​ຂາຍ ຢູ່​ຕ​ລາດ ເມືອງ ດີ​ໂມ​ໂຊ ຜູ້​ທີ່​ໜີ​ຈາກ​ບ້ານ ມາ​ຫຼາຍ​ເດືອນ ໄດ້​ກ່າວ​ວ່າ ເຖິງວ່າ ເຮືອນ​ຂອງ​ລາວ​ຈະ​ຖືກ​ທຳ​ລາຍ ຈາກ​ການ​ຕໍ່​ສູ້​ແລ້ວນັ້ນ, ແຕ່ ລາວກໍຍັງ​ຕ້ອງ​ການ ຈະ​ສ້າງ​ເຮືອນ​ຄືນ​ມາ ຫຼັງ​ຈາກທີ່ບໍ່​ໄດ້​ຢູ່​ມາ​ຫຼາຍ​ເດືອນ. ຊາວ​ຄ້າ​ຂາຍຄົນ​ນີ້ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ: ລາວ​​ກັບ​ມາບ້ານ ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ເມື່ອ​ກັບ​ບ້ານ​ແລ້ວ ລາວ​ກໍ​ພົບ​ວ່າ ເຮືອນ​ຂອງລາວ ​ເຕັມ​ໄປ​ດ້ວຍ​ແກ້ວ​ເຫຼົ້າ ແລະ ຊັກ​ປະ​ຫຼັກ​ຫັກ​ພັງ

ເຮືອນ​ຄົນ​ອື່ນ ກໍ​ໄດ້​ຮັບ​ຄວາມ​ເສັຽ​ຫາຍ ​ເຊັ່ນ​ດຽວ​ກັນ. ເຮືອນ​ຂອງ​ປ​ະ​ຊາ​ຊົນບາງ​ຫຼັງ ກໍ​ໄດ້​ຮັບ​ຄວາມ​ເສັຽ​ຫາຍ​ຫຼາຍ. Gabriela ຍັງ​ກ່າວອີກວ່າ ຮ້ານ​ຂາຍ​ເຄື່ອງ​ຂອງ​ລາວ ທີ່​ຢູ່​ຕ​ລາດ ທີ່​ເປັນ​ເຂດ​ທີ່​ຄົນ​ໜາ​ແໜ້ນ ຢູ່​ເມືອງ​ດີ​ໂມ​ໂຊ ກໍ​ໄດ້​ຮັບ​ຄວາມ​ເສັຽ​ຫາຍ ຈາກ​ທີ່​ທະ​ຫານ​ພະ​ມ້າ​ຍິງ​ປືນ​ໃຫຍ່ໃສ່ຕ​ລາດ ທີ່​ເຄີຍ​ມີຮ້ານ​ຂາຍ​ເຄື່ອງ ​ເປັນ​ຈຳ​ນວນ​ຫຼາຍ ທີ່​ເປີດ​ວັນ​ຈັນ, ວັນ​ພຸດ ແລະ ວັນ​ເສົາ ແຕ່​ວ່າ ຕອນນີ້ ຕ​ລາດ​ດັ່ງ​ກ່າວ​ມິດ​ຄື​ຜີ​ປ່າ​ຊ້າ.

ຖ່າ​ມ​ກາງ​ຄວາມ​ວຸ້ນ​ວາຍ, ທະ​ຫານ​ພະ​ມ້າໄດ້​ສັງ​ຫານ​ ພົ​ລ​ເຮືອນ​ໄປ​ແລ້ວ 35 ຄົນ ລວມ​ທັງ​ເດັກ​ນ້ອຍ ຢູ່ ບ້ານ​ໂມໂຊ ທີ່​ຂຶ້ນ​ກັບ​ເມືອງ​ດີ​ໂມ​ໂຊ ໃນ​ເດືອນ​ທັນ​ວາ ທີ່​ຜ່ານ​ມາ. ໃນ​ການ​ຕອບ​ໂຕ້, ໂຄກ​ສົກ​ທະ​ຫານ​ພະ​ມ້າ ພົນ​ຕີ ຊໍ​ມິນ​ຕັນ ໄດ້​ກ່າວ​ວ່າ ທະ​ຫານ​ພະ​ມ້າ ປະ​ຕິ​ບັດ​ຕາມ​ກົດ ໃນ​ເວ​ລາ​ທີ່​ປະ​ຕິ​ບັດ​ການ​ ທາ​ງທະ​ຫານ. ພົນ​ຕີ ຊໍ​ມິນ​ຕັນ ໄດ້​ກ່າວ​ຕື່ມ​ອີກວ່າ ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ໃສ່​ຊຸດ​ພົ​ລ​ເຮືອນ ໄດ້​ໂຈມ​ຕີ​ທະ​ຫານ ຊຶ່ງ​ເຂົາ​ເຈົ້າ ພາ​ກັນ​ຫຼົບ​ຊ່ອນ ຢູ່​ໃນ​ຕຶກ ໃນ​ໝູ່​ບ້ານ. ໃນ​ເວ​ລາ​ປະ​ຕິ​ບັດ​ກາ​ນ ​ສຳ​ເລັດ​ແລ້ວ ກໍ​ອ​ອກ​ມາ​ເວົ້າ ​ມາ​ເປັນ​ຜົ​ລ​ງານ​ຂອງ​ຕົນ​ເອງ. ເມື່ອບໍ່​ປະ​ສົບ​ຜົ​ລ​ສຳ​ເລັດ ເຂົາ​ກໍ​ເວົ້າ​ວ່າ ປະ​ຊາ​ຊົນ​ຖືກ​ສັງ​ຫານ ຊຶ່ງ​ອັນ​ນີ້ ເປັນ​ຂໍ້​ກ່າວ​ຫາ​ຈາກ​ພວກ​ເຂົາ. ຊໍ​ມິນ​ຕັນ ໄດ້​ກ່າວ​ວ່າ ພວກ​ເຮົາ​ໄດ້​ປະ​ຕິ​ບັດ​ຕາມ​ກົດລະ​ບຽບ ໂດຍ ທີ່​ຝ່າຍ​ຕໍ່​ຕ້ານ​ ອອກ​ມາ​ເວົ້າ​ວ່າ ຜູ້​ເສັຽ​ຊີ​ວິດເປັນ​ພົ​ລ​ເຮືອນ ແຕ່​ວ່າ ປະ​ຊາ​ຊົນຢູ່​ຣັ​ຖ​ກະ​ຢາ ເປັນ​ຊາວ​ກະ​ຫຼ່ຽງ ສ່ວນ​ຫຼາຍ​ເປັນ​ຊາວ ຄ​ຣີ​ສ​ຕຽນ ໄດ້​ກ່າວ​ຫາ​ທະ​ຫານ​ ພະ​ມ້າ​ວ່າກໍ່​ອາ​ສ​ຍາ​ກັມ ຕໍ່​ພົ​ລ​ເຮືອນ.  

ທ່ານ ເຕກ ສະ​ມາ​ຊິ​ກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ, ເຄືອ​ຂ່າຍກອງ​ກຳ​ລັງ ​ຂອງ​ພົ​ລ​ເຮືອນ ໄດ້​ກ່າວ​ວ່າ ກາ​ນ​ຣັ​ຖ​ປະ​ຫານ ແລະ ຜົ​ລ​ຕາມ​ມາ ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ ຢູ່​ຣັ​ຖ​ກະ​ຍາ ແລະ ບ່ອນອື່ນໆ ໄດ້​ຮັບ​ຄວາມ​ທໍ​ລະ​ມານ. ທ່ານ ເຕກ ກ່າວ​ວ່າ ພວກ​ເຮົາ​ເປັນ​ຜູ້​ຮັບ​ເຄາະ​ຮ້າຍ ຈາກ​ການ​ກະ​ທຳ​ ຂອງ​ພວກ​ເຮົາ​ທະ​ຫານ​ພະ​ມ້າ ຊຶ່ງ​ມັນ​ບໍ່​ສະ​ເພາະ​ຢູ່​ຣັ​ຖ​ກະ​ຢາ ​ເທົ່າ​ນັ້ນ ແຕ່​ຍັງ​ຢູ່​ອີ​ກ​ຫຼາຍ​ຣັ​ຖ ທີ່​ບ້ານ​ເຮືອນ ແລະ ໝູ່​ບ້ານ ຖືກ​ທຳ​ລາຍ ຊຶ່ງ​ມັນ​ເກີດ​ຂຶ້ນ​ຢູ່​ຣັ​ຖ​ອື່ນໆ ໃນ​ທົ່ວ​ປະ​ເທດ. ພວ​ກ​ເຮົາ​ອີ່​ດູ​ຕົນ​ຜູ້​ທີ່​ເຄາະ​ຮ້າຍ ແລະ ຜູ້​ທີ່​ກະ​ທຳ​ ແມ່ນ​ທະ​ຫານ​ພະ​ມ້າ. ທ່ານ ກ່າວ​ຕື່​ມ​ອີກວ່າ ມື້​ໃດ​ທີ່​ທະ​ຫານ​ພະ​ມ້າ ຖືກ​ກຳ​ຈັດ​ອອກ​ໄປ ພວກ​ເຮົາ​ຈະ​ມີ​ສະ​ຫະ​ພັນ​ແຫ່ງ​ຣັ​ຖ ແລະຈະ​ມີ​ເສ​ຣີ​ພາບ.

ບັບແຕ່ ຝ່າຍທະຫານຢຶດອໍານາດ ຈາກຣັຖບານພົລເຮືອນ ຢູ່ປະເທດພະມ້າ ໃນເດືອນກຸມພາ ປີິ 2021, ກໍມີຄົນໜຸ່ມ-ສາວ ຢູ່ປະເທດພະມ້າ ທີ່ຮັກປະຊາທິປະໄຕ ແລະ ເສຣີພາບ ພາກັນໜີເຂົ້າໄປປ່າ ຕັ້ງກອງກໍາລັງ ປະກອບອາວຸດ ເພື່ອຕໍ່ສູ້ກັບ ທະຫານພະມ້າ ທີ່ຢຶດອໍານາດ. ຄົນໜຸ່ມ-ສາວ ຈາກຫຼາກຫຼາຍອາຊີບ ບໍ່ວ່າ ຈະເປັນນັກສຶກສາ, ບັນຍາຊົນ, ນັກສະແດງ, ປະຊາຊົນທົ່ວໄປ ຫຼື ບຸກຄົນທີ່ເຮັດວຽກສື່ມວນຊົນ ແລະ ສາຂາອາຊີບອື່ນໆ ກໍພາກັນໜີເຂົ້າປ່າ ເພື່ອຈັບປືນຕໍ່ສູ້ກັບທະຫານພະມ້າ. ໃນນັ້ນ ກໍມີນັກຂ່າວອິດສຣະພະມ້າ ຄົນນຶ່ງ ທີ່ຊື່ ວ່າ Sit Ko Naing ທີ່ເຄີຍຣາຍງານຂ່າວ ປະຈໍາຢູ່ ເຂດເມືອງ ປາກັນ ເຂດພາກເໜືອ ຂອງຣັຖສິນ ກໍໄດ້ສະໝັກໃຈໜີເຂົ້າປ່າ ໄປຮ່ວມກັບກອງກໍາລັງ ປົກປ້ອງປະຊາຊົນ ຄື ກັບຊາວໜຸ່ມພະມ້າ ຄົນອື່ນໆ ເພຶື່ອຕໍ່ສູ້ກັບທະຫານພະມ້າ ຫຼັງຈາກທະຫານພະມ້າເຂົ້າຢຶດອໍານາດ ຈາກຣັຖບານ ຂອງຍາ ນາງ ອອງ ຊານ ຊູ ຈີ ທີ່ຊະນະການເລືອກຕັ້ງ. 

Sit Ko Naing ອາຍຸ 27 ປີ ເຄີຍຣາຍງານ ໃຫ້ສໍານັກຂ່າວທ້ອງຖິ່ນ ແລະ ສໍານັກຂ່າວສາກົນ ຈົນວ່າ ມື້ນຶ່ງ ໄດ້ເຫັນຕໍາຣວດ ແລະ ທະຫານທີ່ອາວຸດປືນ ໄດ້ຂ້ານັກສຶກສາ ແລະ ປະຊາຊົນຜູ້ບໍລິສຸດ ຜູ້ທີ່ມາຮ່ວມປະທ້ວງແບບສະຫງົບ.​ Sit Ko Naing ເຮັດວຽກເປັນນັກຂ່າວອິສຣະ ທີ່ເຕີບໂຕມາຢູ່ໃນເຂດເມືອງ ຢິນມາບິນ ໄດ້ກ່າວຕໍ່ນັກຂ່າວ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ລາວໄດ້ຕັດສິນໃຈວ່າ ລາວຈະບໍ່ຢູ່ເສີຍກັບບັນຫາດັ່ງກ່າວ ສະນັ້ນ ລາວຈຶ່ງ ວາງປາກາ ແລ້ວຫັນມາຈັບປືນແທນ ແລະເຂົ້າຮ່ວມກອງກໍາລັງປົກປ້ອງ ປະຊາຊົນ ເພື່ອຕໍ່ສູ້ຟື້ນຟູປະຊາທິປະໄຕ ໃນພະມ້າ. 

ຫຼ້າ​ສຸດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ, ອັງ​ກິດ ແລະ ຄາ​ນາ​ດາ ໄດ້​ເພີ່ມ​ມາ​ຕ​ການ ຄວ້ຳ​ບາດ ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ ​ຂອງ​ພະ​ມ້າ ເນື່ອງ​ໃນ​ໂອ​ກາດ​ຄົບ​ຮອບ​ 1 ​ປີ ການ​ຣັ​ຖ​ປະ​ຫານ. ກະຊວງ​ການ​ຄັງ ​ຂອງ​ສະ​ຫະ​ຣັ​ຖ​ອາ​ເມ​ຣີ​ກາ ໄດ້​ໃຊ້​ມາ​ຕ​ການ ຕໍ່​ໄອ​ຍະ​ການສາ​ນ​ສູງ​ສຸດ ​ຂອງ​ພະ​ມ້າ ແລະ ປະ​ທານ​ອົງ​ການ​ ຕ້ານ​ສໍ້​ລາດ​ບັງ​ຫລວງ​ ຂອງ​ພະ​ມ້າ ທີ່​ມີ​ສ່ວນ​ພົວ​ພັນ ໃນ​ການ​ດຳ​ເນີນ​ຄະ​ດີ ຍາ​ນາງ ອອງ ຊານ ຊູຈີ ໂດຍ ມີ​ເຣື່ອງ​ການ​ເມືອງ ​ເຂົ້າ​ມາ​ກ່ຽ​ວ​ຂ້ອງ. ມາ​ຕ​ການ​ລົງ​ໂທດ ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ພະ​ມ້າ ໄດ້​ມີ​ຂຶ້ນ ຫຼັງ​ຈາກຄົບ​ຮອບ 1 ປີ ການ​ຣັ​ຖ​ປະ​ຫານ ເດືອນກຸມ​ພາ 2021 ທີ່​ທ​ະ​ຫານ​ເຂົ້າ​ມາ​ຢຶດ​ອຳ​ນາດ. ນອ​ຈາກນີ້ ຣັ​ຖ​ບານ​ອັງ​ກິດ ແລະ ຄານ​າດາ ອອ​ກ​ຄຳ​ສັ່ງ​ຄວ້ຳ​ບາດ​ລົງ​ໂທດ ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ ​ຂອງ​ພະ​ມ້າ​ເຊັ່ນ​ດຽວ​ກັນ. ການ​ລົງ​ໂທດ​ແມ່ນ ​ສັ່ງ​ອາ​ຍັດ​ຊັບ​ສິນ​ ຂອງ​ກຸ່ມ​ບໍ​ຣິ​ສັດ ແລະອົງ​ການ ຢູ່​ໃນ​ອາ​ເມ​ຣິ​ກາ ບໍ່​ໃຫ້​ດຳ​ເນີນ​ທຸ​ຣະກິຈ ​ກັບພະ​ນັກ​ງານ​ລະ​ດັບ​ສູງ​ເຫຼົ່າ​ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.