ເຣື້ອງທີ່ເກັບບັນທຶກໄວ້
2013-03-29
ໃນອາທິດນີ້ ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດລາວ ໄດ້ລົງນາມ ໃນ ກົດຫມາຍ 3 ສະບັບ ເພື່ອ ປະຕິບັດ ໃຊ້ຢ່າງ ເປັນທາງການ ໃນ ປັຈຈຸບັນ ສປປລາວ ມີ ກົດຫມາຍ ຮວມທັງໝົດ ກວ່າ 90 ສະບັບ ແລ້ວ.
2013-03-28
ບັນດາ ຜູ້ນໍາ ໂດຍສະເພາະ ໃນປະເທດ ທີ່ມີ ປະຊາທິປະໄຕ ແລະ ອົງການ ຈັດຕັ້ງ ຕ່າງໆ ຍັງສືບຕໍ່ ຮຽກຮ້ອງ ໃຫ້ ຣັຖບານ ສປປລາວ ຕິດຕາມ ແລະ ໃຫ້ຄວາມ ແຈ້ງຂາວ ໃນການ ສືບສວນ ເຣື້ອງ ທ່ານ ສົມບັດ ສົມພອນ. ຈຳປາທອງ ມີຣາຍງານ ມາສເນີທ່ານ
2013-03-28
ທາງການໄທ ເວົ້າວ່າ ທາງການລາວ ບໍ່ໄດ້ ຕິດຕໍ່ ຂໍເອົາ ມວ້າຕວ້າເທີ້ ອະດີດ ນາຍທະຫານ ລາວເຜົ່າມົ້ງ.
2013-03-28
ທ່ານ ສົມບັດ ສົມພອນ ຖືກ ລັກພາຕົວ ຍ້ອນທ່ານ ເວົ້າເຖິງ ການຍຶດ ທີ່ດິນ ແລະ ການໂຍກຍ້າຍ ປະຊາຊົນ ຢູ່ລາວ.
2013-03-28
ປະຊາສັງຄົມ ໄທ ຈາກ ຫລາຍອົງການ ຈະສົ່ງຫນັງສື ໄປຍັງ ນາຍົກ ຣັຖມົນຕຣີໄທ ເພື່ອຮ້ອງຮຽນ ຂໍໃຫ້ຕາງໜ້າ ເປັນຕົວແທນ ປຶກສາ ຫາລື ກັບ ຣັຖບານລາວ ກ່ຽວກັບ ເຣື້ອງ ການຫາຍໄປ ຂອງ ທ່ານ ສົມບັດ ສົມພອນ.
2013-03-27
ພັລຍາ ຂອງ ທ່ານ ສົມບັດ ສົມພອນ ສົ່ງຄໍາຖແລງ ເຖິງ NGO ໄທ ໃນໂອກາດ ຄົບຮອບ 100 ວັນ ທີ່ ທ່ານ ສົມບັດ ໄດ້ຫາຍໄປ ແບບບໍ່ມີ ຮ່ອງຮອຍ.
2013-03-26
ຣັຖບານລາວ ກໍາລັງຮ່າງ ດໍາຣັດ ນາຍົກ ຣັຖມົນຕຣີ ເພື່ອຈັດຕັ້ງ ປະຕິບັດ ກົດໝາຍ ວ່າດ້ວຍ ສື່ມວລຊົນ.
2013-03-26
ທາງການ ສະຫະຣັດ ຍັງສືບຕໍ່ ທັກທ້ວງ ທວງຖາມ ຣັຖບານ ສປປລາວ ທີ່ ຂາດຄວາມ ກະຈ່າງແຈ້ງ ໃນ ກໍຣະນີ ການຫາຍໄປ ຂອງທ່ານ ສົມບັດ ສົມພອນ ນັກເຄື່ອນໄຫວ ພັທນາ ຊຸມຊົນ.
2013-03-25
ອະດີດ ນາຍທະຫານ ລາວເຜົ່າມົ້ງ ຖືກກັກໂຕ ຢູ່ ສູນກັກຂັງ ຄົນເຂົ້າເມືອງ ບາງກອກ ລໍຖ້າສົ່ງ ກັບຄືນໄປ ສປປ ລາວ.
2013-03-25
ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ອະເມຣິກາ John Kerry ຮຽກຮ້ອງ ເມື່ອ ວັນທີ 24 ມີນາ 2013 ໃຫ້ ທາງການລາວ ສືບສວນ ສອບສວນເຣື່ອງ ທ່ານ ສົມບັດ ສົມພອນ ນັກເຂື່ອນໄຫວ ຄົນສໍາຄັນ ຂອງລາວ ທີ່ ຫາຍສາບສູນ ໄປໄດ້ 100 ວັນແລ້ວ ໂດຍບໍ່ໃຫ້ ຊັກຊ້າ ອີກຕໍ່ໄປ. ຕາມຣາຍງານ ຂ່າວ AFP.
2013-03-22
ວັນທີ 23 ມິນາ 2013 ນີ້ ເປັນວັນ ຄົບຮອບ 62 ປີ ຂອງ ການສ້າງຕັ້ງ ກອງທັບ ແຫ່ງ ຣາຊອານາຈັກ ລາວ ຊຶ່ງ ທາງ ສະມາຄົມ ນັກຣົບເກົ່າ ແລະ ຜູ້ປະສົບພັຍ ສົງຄາມ ໃນຂົງເຂດ ນະຄອນ ຫລວງ ວໍຊິງຕັນ ດີ ຊີ ຈະຈັດງານ ສເລີມສລອງ. ຈຳປາທອງ ມີບົດ ສຳພາດ ທ່ານ ອະດິດ ພັນເອກ ຄຳແຖ່ນ ຈີນຍາວົງສ໌ ປະທານ ສະພາ ອຳນວຍການ ສະມາຄົມ ມາສເນີທ່ານ.
2013-03-20
ຫລາຍອົງການ ຈັດຕັ້ງ ໃນ ປະເທດຕ່າງໆ ຮວມທັງໄທ ຍັງບໍ່ ລົດລະ ຕິດຕາມ ເຣື່ອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຂະນະ ທີ່ຢູ່ ລາວ ຜູ້ຄົນ ພາກັນ ຕັ້ງເປັນ ຄໍາຖາມ ວ່າ ເຣື່ອງແບບນີ້ ເກີດຂຶ້ນ ກັບຄົນດີໆ ໄດ້ ແນວໃດ ແລະ ກໍພາກັນ ມີຄວາມ ລະມັດ ລະວັງ ຫລາຍຂຶ້ນ.
2013-03-19
ກົດໝາຍ ວ່າດ້ວຍ ການຕ້ານ ສໍ້ຣາສບັງຫລວງ ສະບັບ ປັບປຸງ ລໍຖ້າ ປະທານ ປະເທດ ປະກາດ ນໍາໃຊ້.
2013-03-19
ຂະບວນການ ເພື່ອ ສິດທິມະນຸສ ແລະ ປະຊາທິປະໄຕ ລາວ ໃນ ອອສເຕຣເລັຍ ຮ່ວມກັບ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ໄດ້ສືບຕໍ່ ຮຽກຮ້ອງ ໃຫ້ ຣັຖບານ ອອສເຕຣເລັຍ ທວງຖາມ ທາງການລາວ ຕໍ່ໄປເລື້ອຍໆ ກ່ຽວກັບ ບັນຫາ ສິດທິມະນຸສ ແລະ ປະຊາທິປະໄຕ ໃນລາວ ໂດຍສະເພາະ ກ່ຽວກັບ ການຫາຍໄປ ຂອງ ທ່ານສົມບັດ ສົມພອນ.
2013-03-18
ທີ່ ອອສເຕຣເລັຽ ຂະບວນການ ເພື່ອ ສິດທິມະນຸສ ແລະ ປະຊາທິປະໄຕ ລາວ, ໄດ້ມີການ ຊຸມນຸມ ກ່ຽວກັບ ບັນຫາ ສິດທິມະນຸສ ແລະ ປະຊາທິປະໄຕ ຢູ່ລາວ ຂຶ້ນ ໃນວັນ ອາທິດ ວັນທີ 17 ມີນາ 2013 ທີ່ເມືອງ ແຟຟຽວ ຣັຖ New South Wales ປະເທດ Australia.