ລາວປະກາດໃຊ້ ກົດຫມາຍ 3 ສະບັບ
2013.03.29

ໃນອາທິດນີ້ ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດລາວ ໄດ້ລົງນາມ ໃນ ກົດຫມາຍ 3 ສະບັບ ເພື່ອ ປະຕິບັດ ໃຊ້ຢ່າງ ເປັນທາງການ ໃນ ປັຈຈຸບັນ ສປປລາວ ມີ ກົດຫມາຍ ຮວມທັງໝົດ ກວ່າ 90 ສະບັບ ແລ້ວ.
ກົດຫມາຍ 3 ສະບັບ ທີ່ ປະທານ ປະເທດລາວ ປະກາດໃຊ້ ກໍຄືກົດຫມາຍ ວ່າດ້ວຍ ການຮັກສາ ສິ່ງແວດລ້ອມ, ກົດຫມາຍ ຊັບສົມບັດ ຂອງຣັຖ ສະບັບ ປັບປຸງ ແລະ ກົດຫມາຍ ວ່າດ້ວຍ ການໂອນເງິນ ໃນເຄືອຂ່າຍ ອິນເຕີແນັດ.
ໃນພາກ ປະຕິບັດ ໂຕຈິງ ເຮັດບໍ່ໄດ້ ເຊັ່ນຕົວຢ່າງ ກົດຫມາຍ ຮັກສາ ສິ່ງແວດລ້ອມ ໃນປັດຈຸບັນ ສະພາບແວດລ້ອມ ໃນລາວ ຊຸດໂຊມລົງ ຍ້ອນການ ຂຸດຄົ້ນແຮ່ທາດ ການປູກ ຕົ້ນໄມ້ ເສຖກິດ ການສ້າງເຂື່ອນ ແລະ ການຕັດໄມ້ ທຳລາຍປ່າ ກົດຫມາຍ ວ່າດ້ວຍ ການປົກປ້ອງ ສິ່ງແວດລ້ອມ ກໍຍັງ ປະຕິບັດ ບໍ່ໄດ້.
ກົດຫມາຍ ສະບັບອຶ່ນໆ ທີ່ ທາງການລາວ ບໍ່ສາມາດ ບັງຄັບ ໃຊ້ໄດ້ອີກ ກໍແມ່ນ ກົດຫມາຍ ວ່າດ້ວຍ ການສໍ້ຣາສ ບັງຫລວງ ເພາະຍັງມີ ການສໍ້ໂກງ ຂອງ ເຈົ້າຫນ້າທີ່ຣັຖ ຢ່າງຫລວງຫລາຍ ຢູ່ໃນລາວ, ກົດຫມາຍ ວ່າດ້ວຍ ຊັບສິນຂອງຣັຖ ດັ່ງ ເຮືອນຫລວງ ຣົຖຫລວງ ແລະ ຊັບສົມບັດ ຂອງຫລວງ ປະເທດຕ່າງໆ ກໍຖືກ ເຈົ້າຫນ້າທີ່ ຣັຖ ນຳໄປໃຊ້ ແບບຟູມເຟືອຍ ໃນແຕ່ລະມື້ ແລະ ກົດຫມາຍອຶ່ນໆ ຫລາຍສະບັບ ກໍບໍ່ສາມາດ ບັງຄັບໃຊ້ໄດ້. ມີກົດໝາຍ ຢູ່ໃນເຈັ້ຽ ແຕ່ພາກ ປະຕິບັດ ເຮັດບໍ່ໄດ້.