ກົດໝາຍສື່ມວລຊົນ ຍັງຖ້າດໍາຣັດ


2013.03.26
f-media ສື່ມວລຊົນ ລາວ ແລະ ປະຊາຊົນ ລາວ
RFA

ຣັຖບານລາວ ກໍາລັງຮ່າງ ດໍາຣັດ ນາຍົກ ຣັຖມົນຕຣີ ເພື່ອຈັດຕັ້ງ ປະຕິບັດ ກົດໝາຍ ວ່າດ້ວຍ ສື່ມວລຊົນ.

ສະພາແຫ່ງຊາດ ສປປ ລາວ ໄດ້ຮັບຮອງ ເອົາກົດໝາຍ ວ່າດ້ວຍ ສື່ມວລຊົນ ມາແຕ່ປີ 2008 ແຕ່ຍັງບໍ່ທັນ ໄດ້ຮັບການ ຈັດຕັ້ງ ປະຕິບັດ ຍ້ອນຍັງ ບໍ່ທັນມີ ດໍາຣັດ ນາຍົກ ຣັຖມົນຕຣີ ຊຶ່ງປັດຈຸບັນ ກໍາລັງ ຮ່າງຢູ່.

ກົດໝາຍ ສະບັບນີ້ ກໍານົດ ຫລາຍຢ່າງ ທີ່ແຈ່ມແຈ້ງ ຊຶ່ງໃນນັ້ນ ກໍານົດ ທັງຫລັກການ, ຣະບຽບການ ແລະ ມາຕການ ຕ່າງໆ ກ່ຽວກັບ ການຈັດຕັ້ງ, ການ ເຄື່ອນໄຫວ, ການພັທນາ, ການຄຸ້ມຄອງ, ການກວດກາ ສື່ມວລຊົນ ເພື່ອເສີມ ຂຍາຍ ບົດບາດ, ຍົກສູງ ຄຸນນະພາບ ຂອງ ສື່ມວນຊົນ ແລະ ຮັບປະກັນ ການ ປະຕິບັດ ສິດເສຣີພາບ ດ້ານສື່ມວນຊົນ ຂອງ ພົລເມືອງ ເຊັ່ນວ່າ: ນັກຂ່າວ ມີສິດສໍາພາດ ຫລື ຖາມເອົາ ຂໍ້ມູນ ຂ່າວຣະອຽດ ແລະ ຄໍາຄິດຄໍາເຫັນ ນໍາ ເຈົ້າໜ້າທີ່ ທາງການ ກ່ຽວກັບ ເຣື່ອງໃດ ເຣື່ອງນຶ່ງ ຫລື ບັນຫາໃດ ບັນຫານຶ່ງ. ແຕ່ເທົ່າທີ່ ຜ່ານມາ ນັກຂ່າວ ຂອງ ທາງການລາວ ປະສົບກັບຄວາມ ຫຍຸ້ງຍາກ ຫລາຍ ກ່ອນທີ່ ຈະໄດ້ ຂໍ້ມູນ ເພື່ອຂຽນຂ່າວ ເຜີຍແພ່ ໃຫ້ ສາທາຣະນະຊົນ ໄດ້ຮູ້ ຍ້ອນວ່າ ເຈົ້າໜ້າທີ່ ທີ່ຖືກຖາມ ບໍ່ໃຫ້ການ ຮ່ວມມື ເທົ່າທີ່ຄວນ.

ໜັງສືພິມ Vientiane Times ຂອງ ທາງການລາວ ສະບັບ ວັນທີ 26 ມິນາ 2013 ນີ້ຣາຍງານ ຕອນນຶ່ງວ່າ ທ່ານ ສົມໄຊ ແສງດາຣາ - ນັກຂ່າວ ເວົ້າວ່າ ຕາມບົດຮຽນ ຂອງທ່ານ ບາງຄັ້ງ ເວລາທ່ານ ຖາມເອົາຂ່າວ ຫລື ຄວາມເຫັນ ເຈົ້າໜ້າທີ່ ຫລື ພາກສ່ວນ ທີ່ກ່ຽວຂ້ອງ ພວກເພີ່ນ ບອກໃຫ້ທ່ານ ໄປເຮັດໜັງສື ທາງການ ຈາກຄະນະ ບັນນາທິການ ມາກ່ອນ ຊຶ່ງກ່ອນ ຈະໄດ້ສໍາພາດ ກໍຕ້ອງໃຊ້ ເວລາ ຫລາຍວັນ, ບາງຄັ້ງ ກໍເປັນອາທິດ ກໍມີ. ພວກນັກຂ່າວ ເວົ້າວ່າ ເຈົ້າໜ້າທີ່ ທາງການ ຫລາຍຄົນ ບໍ່ໃຫ້ການ ຮ່ວມມື ຢ່າງເຕັມສ່ວນ ເຖິງແມ່ນວ່າ ກົດໝາຍ ວ່າດ້ວຍ ສື່ມວນຊົນ ຈະກໍານົດ ເອົາໄວ້ ກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.