ທ່ານສົມບັດຫາຍໄປ ຍ້ອນຫຍັງ?
2013.03.28
ທ່ານ ສົມບັດ ສົມພອນ ຖືກ ລັກພາຕົວ ຍ້ອນທ່ານ ເວົ້າເຖິງ ການຍຶດ ທີ່ດິນ ແລະ ການໂຍກຍ້າຍ ປະຊາຊົນ ຢູ່ລາວ.
ທ່ານ ວິທູນ ເພີ້ມວົງສາຈະເຣີນ ນັກພັທນາ ດ້ານ ສິ່ງແວດລ້ອມ ໃນໄທ ຜູ້ທີ່ເຄີຍ ຮ່ວມວຽກງານ ກັບ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ໃນລາວ ກ່າວວ່າ ສາເຫດ ທີ່ພາໃຫ້ ທ່ານ ສົມບັດ ສົມພອນ ຫາຍສາບສູນໄປ ກໍອາດເປັນຍ້ອນ ທ່ານ ສົມບັດ ເຄີຍ ເຂົ້າຮ່ວມ ກອງປະຊຸມ ເວທີ ປະຊາຊົນ ເອເຊັຍ-ຢູໂຣບ ເມື່ອເດືອນ ຕຸລາ ປີ 2012 ຊຶ່ງ ທ່ານໄດ້ເວົ້າເຖິງ ບັນຫາ ການຍຶດເອົາ ທີ່ດິນ ຂອງ ປະຊາຊົນ ໄປໃຫ້ ນັກລົງທຶນ ຕ່າງປະເທດ. ທ່ານ ວິທູນ ເພີ້ມວົງສາຈະເຣີນ ກ່າວອີກວ່າ:
ທ່ານເວົ້າວ່າ “ແນ່ນອນ ເຣື່ອງນຶ່ງ ທີ່ສຳຄັນ ໃນເວທີ ປະຊາຊົນ ໄດ້ມີການ ຖົກຖຽງກັນ ຢ່າງເຜັດຮ້ອນ ພໍສົມຄວນ ກ່ຽວກັບ ເຣື່ອງ ການຍຶດທີ່ດິນ ແລະ ກໍມີການ ເວົ້າເຖິງ ບົດບາດ ຂອງ ເຈົ້າໜ້າທີ່ ຣັຖບານ; ການເວົ້ານັ້ນ ໄດ້ເຮັດໃຫ້ ສະຖານະການ ເຄັ່ງຕຶງຂື້ນ ໃນລາວ ແລ້ວສຸດທ້າຍ ກໍເກີດມີການ ຫາຍຕົວ ຂອງ ອ້າຍ ສົມບັດ.”
ທ່ານ ວິທູນ ອະທິບາຍ ຕື່ມວ່າ ສ່ວນຕົວ ທ່ານເອງ ຄິດວ່າ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ບໍ່ກ່ຽວກັບ ເຣື່ອງ ທຸຣະກິດ ສ່ວນຕົວ ຢ່າງແນ່ນອນ ດັ່ງທີ່ ຣັຖບານລາວ ໄດ້ຖແລງ ໄປນັ້ນ ເພາະວ່າ ທ່ານ ສົມບັດ ບໍ່ແມ່ນ ນັກການເມືອງ ທີ່ມີຄວາມ ສລັບຊັບຊ້ອນ. ຄວາມຈິງ ການລັກພາຕົວ ແມ່ນການປິດປາກ ແລະ ຂົ່ມຂູ່ ບັນດາ ນັກພັທນາ ຊຸມຊົນອື່ນໆ ຂອງ ບຸກຄົນ ກຸ່ມໃດກຸ່ມນຶ່ງ ໃນລາວ. ເມື່ອສອງສາມມື້ ກ່ອນໜ້ານີ້ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ກໍໄດ້ ຂຽນຈົດໝາຍ ເຖິງອົງການ ທີ່ບໍ່ຂື້ນກັບ ຣັຖບານ ໃນໄທ ວ່າ “ເຖິງຜົວ ຂອງນາງ ຈະຖືກລັກ ພາຕົວໄປ ແນວໃດກໍຕາມ ຣັຖບານລາວ ກໍຍັງມີສ່ວນ ຮັບຜິດຊອບ ໃນການ ຊອກຄົ້ນຫາ ຜົວ ຂອງນາງ ແລະ ສົ່ງຕົວ ກັບຄືນໃຫ້ ພີ່ນ້ອງ ຄອບຄົວ ຢ່າງປອດພັຍ.”