ຣັຖບານລາວໃຫ້ຂໍ້ມູນ ທີ່ຂາດເຫດຜົນ

ທ່ານ John Kerry ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ (ຊ້າຍ) ພົບກັບ ທ່ານ Bill Gates ອະດີດ CEO ຂອງ Microsoft ທີ່ ກະຊວງການຕ່າງ ປະເທດ ວໍຊິງຕັນ ດີ ຊີ
ທ່ານ John Kerry ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ (ຊ້າຍ) ພົບກັບ ທ່ານ Bill Gates ອະດີດ CEO ຂອງ Microsoft ທີ່ ກະຊວງການຕ່າງ ປະເທດ ວໍຊິງຕັນ ດີ ຊີ (US States department/Photo:State @ work)

0:00 / 0:00

ທາງການ ສະຫະຣັດ ຍັງສືບຕໍ່ ທັກທ້ວງ ທວງຖາມ ຣັຖບານ ສປປລາວ ທີ່ ຂາດຄວາມ ກະຈ່າງແຈ້ງ ໃນ ກໍຣະນີ ການຫາຍໄປ ຂອງທ່ານ ສົມບັດ ສົມພອນ ນັກເຄື່ອນໄຫວ ພັທນາ ຊຸມຊົນ.

ທາງການ ສະຫະຣັຖ ໄດ້ ທັກທວງ ສປປລາວ ໃຫ້ທຳການ ສືບສວນ ກ່ຽວກັບ ການ ຫາຍສາບສູນ ຂອງ ນັກເຄື່ອນໄຫວ ຄົນສຳຄັນ ທ່ານ ສົມບັດ ສົມພອນ ເມື່ອ 100 ວັນຜ່ານມາ ຊຶ່ງເປັນການ ເປີດໂປງ ການປະຕິບັດ ຕໍ່ ສິດທິມະນຸດ ແລະ ການປົກຄອງ ທີ່ບໍ່ໂປ່ງໄສ ແລະ ມຶດມົນ ຂອງ ຜຸູ້ນຳ ຜເດັດການ ສປປລາວ.

ກະຊວງ ການຕ່່າງປະເທດ ສະຫະຣັຖ ຖແລງ ໃນມື້ວັນຈັນ ວ່າ ສະຫະຣັຖ ຍັງໄດ້ຕິດຕາມ ກ່ຽວກັບ ກໍຣະນີ ອະດີດ ນາຍທະຫານ ນັກຣົບເຜົ່າມົ້ງ ຜູ້ທີ່ຖືກ ກັກໂຕໃນໄທ ແລະ ມີຂ່າວວ່າ ຈະຖືກ ເນຣະເທດ ອອກຈາກ ປະເທດໄທ, ທີ່ເຮັດໃຫ້ ກຸ່ມ ນັກເຄື່ອນໄຫວ ຢ້ານວ່າ ເຂົາຈະຖືກ ປະຫານຊີວິດ ຖ້າຖືກສົ່ງກັບ ສປປ ລາວ.

ທ່ານ John Kerry ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ກ່າວວ່າ ການບໍ່ໃຫ້ ຄວາມກະຈ່າງແຈ້ງ ກ່ຽວກັບ ການ ຫາຍສາ ສູນ ຂອງ ນັກເຄື່ອນໄຫວ ຄົນສຳຄັນ ທ່ານສົມບັດ ສົມພອນ ແລະ ຄວາມ ຫລົ້ມແຫລວ ຂອງ ຣັຖບານລາວ ໃນການ ໃຫ້ຂໍ້ມູນ ທີ່ສຳຄັນ ກ່ຽວກັບ ກໍຣະນີ ດັ່ງກ່າວ ເຮັດໃຫ້ເກີດ ຄວາມສົງສັຍ ຕໍ່ຈຸດຢືນ ຂອງ ຣັຖບານລາວ ໃນການປົກຄອງ ແບບຣະບົບ ມີກົດຫມາຍ ແລະ ໃນການເປັນ ປະເທດ ທີ່ມີຄວາມ ຮັບຜິດຊອບ ໃນໂລກ ໃນຂນະທີ່ ສປປລາວ ກຳລັງ ຈະເປັນ ສະມາຊິກ ອົງການ ການຄ້າໂລກ ຕໍ່ໄປໃນ ອະນາຄົດ.

ທ່ານກ່າວ ຖແລງການ ໃນວັນ ຄອບຮອບ 100 ວັນ ຂອງ ການ ຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ ໃນມື້ວັນຈັນ ວ່າ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ເປັນການຮື້ຟື້ນ ຄວາມຊົງຈຳ ຕໍ່ເຫດການ ທີ່ເກີດຂຶ້ນ ໃນອະດີດ ທີ່ວ່າການ ຫາຍສາບສູນ ທີ່ບໍ່ຮູ້ ສາເຫດ ເປັນເຣື້ອງ ທັມມະດາ ໃນ ສປປ ລາວ.