ຊຸມນຸມບັນຫາ ສິດທິມະນຸສ ຢູ່ລາວ


2013.03.18
f-hr ຄະນະຊຸມນຸມ ສຶກສາບັນຫາ ສິດທິມະນຸດ ແລະ ປະຊາທິປະໄຕ ໃນລາວ. ວັນທີ 17 ມີນາ 2013 ເມືອງແຟຟຽວ ຣັຖ New South Wales Australia.
RFA/Phosay

ທີ່ ອອສເຕຣເລັຽ ຂະບວນການ ເພື່ອ ສິດທິມະນຸສ ແລະ ປະຊາທິປະໄຕ ລາວ, ໄດ້ມີການ ຊຸມນຸມ ກ່ຽວກັບ ບັນຫາ ສິດທິມະນຸສ ແລະ ປະຊາທິປະໄຕ ຢູ່ລາວ ຂຶ້ນ ໃນວັນ ອາທິດ ວັນທີ 17 ມີນາ 2013 ທີ່ເມືອງ ແຟຟຽວ ຣັຖ  New South Wales ປະເທດ Australia.

ປັດຈຸບັນ ບັນຫາ ກາຣລະເມີດ ສິດທິມະນຸສ ແລະ ປະຊາທິປະໄຕ ມີຫລາຍຂຶ້ນ ຈາກການ ກະທໍາ ຂອງຣັຖບານ ພັກກາຣເມືອງ ກຸ່ມ ຜູ້ກໍ່ການຮ້າຍ ທີ່ໄດ້ຈັບ ຄົນສຸຈຣິດ ໄປຄຸມຂັງ ທໍຣະມານ ຂ້າຖິ້ມ ຫລື ເຮັດໃຫ້ ຫາຍສາບສູນໄປ, ດັ່ງນັ້ນ ທາງ ຂະບວນການ ຈຶ່ງຢາກໃຫ້ ການຊ່ວຍເຫລືອ ແກ່ ເພື່ອນມະນຸສ ຜູ້ໄດ້ຮັບ ເຄາະກັມ ເຫລົ່ານີ້.
ໃນການ ຊຸມນຸມ ສຶກສາ ຄັ້ງນີ້ ທາງ ຂະບວນການ ໄດ້ເຊື້ອເຊີນ ສາສດາຈານ ດຣ Joshua Cooper ອາຈານສອນ ວິຊາ ສັງຄົມ ປົກຄອງ ການເມືອງ ແລະ ສິດທິມະນຸສ Political Sciences ຈາກ ມະຫາວິທຍາໄລ ຮາວາຍ ສະຫະຣັຖ ອະເມຣິກາ ມາ ບັລຍາຍ ແລະ ນໍາພາ.

ປະທານ ຜູ້ຈັດການ ຊຸມນຸມ ທ່ານ ກາດ ດິດທະວົງ ຊຶ່ງເປັນ ປະທານ ຂະບວນການ ແລະ ຕາງໜ້າ ໃຫ້ອົງການ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ຊຶ່ງມີ ສໍານັກງານໃຫຍ່ ຢູ່ປະເທດ ເຢັຽຣະມັນ ໄດ້ກ່າວເຖິງ ຈຸດປະສົງ ໃນການ ຊຸມນຸມ ສຶກສາ ເທື່ອນີ້ວ່າ: (ເຊີນຟັງສຽງ)

ສ່ວນ ດຣ Joshua Cooper ທີ່ໄດ້ຕິດຕາມ ສະພາບການ ສິດທິມະນຸສ ແລະ ປະຊາທິປະໄຕ ໃນລາວ ມາດົນນານ ໄດ້ໃຫ້ ຄວາມເຫັນ ກ່ຽວກັບ ສະພາບການ ໃນລາວ ວ່າ:(ເຊີນຟັງສຽງ)

ເຖິງຢ່າງໃດ ກໍດີ ບັນຫາ ສິດທິມະນຸສ ແລະ ປະຊາທິປະໄຕ ໃນທຸກຫົນແຫ່ງ ທົ່ວໂລກ ຮວມທັງ ໃນລາວ ປັດຈຸບັນ ແມ່ນບັນຫາ ຂອງ ພວກເຮົາ ທຸກຄົນ ທີ່ມີສິດ ປາກເວົ້າ ຕ້ອງໄດ້ຊ່ວຍກັນ ແກ້ໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.