ກົດໝາຍຕ້ານສໍ້ຣາສ ສະບັບປຸງແຕ່ງ


2013.03.19
F-NAS ສະຖາບັນ ສະພາແຫ່ງຊາດ ສປປລາວ
LPDR

ກົດໝາຍວ່າດ້ວຍ ການຕ້ານ ການສໍ້ຣາສບັງຫລວງ ສະບັບ ປັບປຸງ ລໍຖ້າ ປະທານ ປະເທດ ປະກາດ ນໍາໃຊ້.

ກົດໝາຍຕ້ານ ການສໍ້ຣາສ ບັງຫລວງ ສະບັບ ປັບປຸງ ມາຕຣາ 26 ທີ່ວ່າໃຫ້ ຜູ້ມີ ຕໍາແໜ່ງ ໜ້າທີ່ ກ່ອນຫຼືຫລັງ ຮັບຕໍາແໜ່ງຕ້ອງແຈ້ງ ຊັພສິນຂອງຕົນເອງ ແລະຄອບຄົວ ທີ່ຢູ່ໃນ ການຄຸ້ມຄອງຂອງຕົນ ຢ່າງຈະແຈ້ງ ນັ້ນ ໄດ້ຮັບຜ່ານ ຈາກ ສະພາແຫ່ງຊາດ ຂອງລາວ ແລ້ວ ຊຶ່ງຂະນະນີ້ ກໍາລັງລໍຖ້າ ປະທານ ປະເທດ ອອກ ຣັຖດໍາຣັຖ ແລະ ປະກາດໃຊ້ ຢ່າງເປັນ ທາງການ. ດັ່ງເຈົ້າໜ້າທີ່ ກະຊວງ ຍຸຕິທັມ ໄດ້ກ່າວ:

"ເພິ່ນປັບປຸງ ຫວ່າງເດືອນແລ້ວ ຍັງບໍ່ທັນໄດ້ ປະກາດ ອອກມາ ເທື່ອ ແຕ່ວ່າກໍໄດ້ ຜ່ານສະພາ ແລ້ວ ເພາະວ່າ ກົນໄກ ຂອງມັນ ຫລັງຈາກ ສະພາ ຮັບຮອງແລ້ວ ປະທານ ປະເທດ ຕ້ອງໄດ້ ໄປອອກ ຣັຖດໍາຣັສ ປະກາດ ແຕ່ວ່າ ບໍ່ເຫັນ ອອກມາ ເທື່ອ ຜູ້ໃດຢູ່ໃນ ຕໍາແໜ່ງ ຈະຕ້ອງໄດ້ ແຈ້ງຊັພສິນ ແລະ ໜີ້ສິນ ຂອງ ຕົນເອງ ແລະ ພັລຍາ".

ທ່ານກ່າວ ຕໍ່ໄປວ່າ ການປັບປຸງ ກົດໝາຍ ສະບັບນີ້ ປະຊາຊົນ ມີຄວາມພໍໃຈ ຫລາຍ ເນື່ອງຈາກວ່າ ປະຊາຊົນ ຈະຮູ້ໄດ້ວ່າ ຜູ້ທີ່ ບໍຣິຫານ ບ້ານເມືອງ ມີຄວາມໂປ່ງໃສ ຊຶ່ງ ສ່ວນຕົວ ແລ້ວ ຄິດວ່າ ຈະເປັນການດີ ຫລາຍ ຫາກກົດໝາຍ ສະບັບນີ້ ໄດ້ປະກາດໃຊ້ ແຕ່ກໍອາດ ຍັງມີ ເຈົ້າໜ້າທີ່ ຈໍານວນນຶ່ງ ທີ່ບໍ່ຕ້ອງການ ແຈ້ງຊັບສິນ ຂອງ ຕົນເອງ:

"ຖ້າເຮັດໄດ້ ກໍດີ ມັນຊິມີ ຄວາມໂປ່ງສັຍ ຂຶ້ນ ບ້ານເມືອງ ຖ້າວ່າມັນ ຊັບສິນ ເຂົາສິໄປ ແຈ້ງບໍ່ ຜູ້ມີຊັບສິນ ຫລາຍ ຄັນຖ້າວ່າ ທັມມະດາ ປະກາດໃຊ້ ແລ້ວ ກໍຕ້ອງໄດ້ ແຈ້ງຊັບສິນ ກໍຫລາຍ ປະເທດ ກໍເຮັດຢູ່ ແຕ່ວ່າຜົນ ສຸດທ້າຍ ກໍປາກົດ ວ່າ ບໍ່ work ປານໃດ ເຮັດດີແລ້ວ ອັນນີ້ ສະພາ ຮັບຮອງ ດີຫລາຍ".

ກົດໝາຍ ສະບັບ ປັບປຸງ ນີ້ມີ ຈຸດປະສົງ ເພື່ອໃຫ້ ເຈົ້າໜ້າທີ່ ທາງການ ມີຄວາມ ຮັບຜິດຊອບ ຕໍ່ໜ້າກົດໝາຍ ແລະ ບໍ່ຕ້ອງການ ໃຫ້ມີສຽງຈົ່ມ ວ່າຈາກ ປະຊາຊົນ ຄືດັ່ງ ທີ່ເປັນຢູ່ ໃນທຸກມື້ນີ້ ແລະ ເພື່ອໃຫ້ ປະຊາຊົນ ລາວ ມີຄວາມ ໄວ້ວາງໃຈ ໃນການນໍາ ພາ ຂອງຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.