ປະຊາຄົມໄທຂໍໃຫ້ ຍິ່ງລັກຊ່ອຍ


2013.03.28
f-angkana ຍານາງ ອັງຄະນາ ນີລະໄພຈິຕ ປະທານ ຄນະກັມມະການ ມູນນິທິ ຍຸຕິທັມ ເພື່ອ ສັນຕິພາບ ແຫ່ງ ປະເທດໄທ
RFA

ປະຊາສັງຄົມ ໄທ ຈາກ ຫລາຍອົງການ ຈະສົ່ງຫນັງສື ໄປຍັງ ນາຍົກ ຣັຖມົນຕຣີໄທ ເພື່ອຮ້ອງຮຽນ ຂໍໃຫ້ຕາງໜ້າ ເປັນຕົວແທນ ປຶກສາ ຫາລື ກັບ ຣັຖບານລາວ ກ່ຽວກັບ ເຣື້ອງ ການຫາຍໄປ ຂອງ ທ່ານ ສົມບັດ ສົມພອນ.

ຍານາງ ອັງຄະນາ ນີລະໄພຈິດ ປະທານ ຄນະກັມມະການ ມູນນິທິ ຍຸຕິທັມ ເພື່ອ ສັນຕິພາບ ແຫ່ງ ປະເທດໄທ ກ່າວວ່າ, ປັດຈຸບັນ ກຸ່ມ ປະຊາສັງຄົມໄທ ຈາກ ຫລາຍອົງການ ໄດ້ຮ່ວມຕົວກັນ ລົງຊື່ ເພື່ອຍື່ນຫນັງສື ຕໍ່ໄປຍັງ ນາຍົກ ຣັຖມົນຕຣີໄທ ຍານາງ ຍີ່ງລັກ ຊິນນະວັດ ເພື່ອຂໍໃຫ້ ເປັນຕົວແທນ ຕາງໜ້າ ໄປໂອ້ລົມ ກັບ ຣັຖບານລາວ ກ່ຽວກັບ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ. ຍານາງ ກ່າວ ໃນຕອນນຶ່ງວ່າ:

"ພາກ ປະຊາຊົນ ແລະ ພາກ ປະຊາສັງຄົມ ໄດ້ຮ່ວມກັນ ລົງຊື່ ໃນຈົດຫມາຍ ເພື່ອທີ່ຈະຍື່ນຕໍ່ ຍານາງຍິ່ງລັກ ເປັນໂຕແທນ ຮ້ອງຂໍໃຫ້ ສປປລາວ ແກ້ໄຂ ຄະດີ ນາຍ ສົມບົດ ຢ່າງເປັນທັມ ແລະ ກໍນຳຕົວ ນາຍສົມບັດ ສົ່ງຄືນຄອບຄົວ".

ນາງກ່າວ ຕໍ່ໄປວ່າ ສປປລາວ ໄດ້ລົງນາມໃນ ອະນຸສັນຍາ ຣະຫວ່າງ ປະເທດ ວ່າດ້ວຍການ ປ້ອງກັນ ຄົນຫາຍສາບສູນ ແບບບັງຄັບ ແຕ່ເຫດການ ຂອງ ທ່ານສົມບົດ ສະແດງເຖິງ ຄວາມຫລົ້ມແຫລວ ຂອງ ຣັຖບານລາວ ໃນການ ປະຕິບັດ ຕໍ່ສັນຍາ ດັ່ງກ່າວ ເຫດການ ຄັ້ງນີ້ ເປັນການ ສົ່ງສັນຍານ ເຖິງ ຜູ້ນຳອາຊຽນ ທັງຫລາຍ ວ່າ ການຮວມຕົວ ເຂົ້າເປັນ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015 ນີ້ ຈະບໍ່ມີ ຄວາມຫມາຍ ຫຍັງຫມົດ ຖ້າຫາກວ່າ ສິດທິມະນຸດ ໃນອາຊຽນ ຍັງບໍ່ຖືກ ຄຸ້ມກັນ ແລະ ປົກປ້ອງ.

ເມື່ອວັນທີ 26 ມິນາ ຜ່ານມານີ້ ທ່ານ John Kerry ຣັຖມົນຕຣີ ການ ຕ່າງປະເທດ ສະຫະຣັຖ ກໍໄດ້ຮຽກຮ້ອງ ໃຫ້ ຣັຖບານລາວ ເລັ່ງລັດ ການສືບສວນ ຊອກຫາ ທ່ານ ສົມບັດ ແລະ ກັງວົນ ກ່ຽວກັບ ຂໍ້ມູນ ທີ່ບໍ່ ກະຈ່າງແຈ້ງ ຈາກ ຣັຖບານລາວ ທີ່ ອອກເຜີຍແພ່ ໃຫ້ ຊາວໂລກຮູ້, ແລະ ທາງການ ສະຫະຣັຖ ກໍໄດ້ສເນີ ຈະໃຫ້ ການຊ່ອຍເຫລືອ ສືບສວນ ແຕ່ ທາງການລາວ ກໍບໍ່ໃຫ້ ຄວາມສົນໃຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.