ທາງການລາວມີໜ້າທີ່ ຊອກຫາທ່ານສົມບັດ


2013.03.27
f-ngo ສ່ວນນຶ່ງ ຂອງບຸຄຄົນ ທີ່ເຂົ້າຮ່ວມ ການເສວະນາ ຫົວຂໍ້ ສິດທິມະນຸສຍະຊົນ ໃນປະຊາຄົມ ອາຊຽນ ກໍຣະນີ ການສູນຫາຍ ຂອງ ທ່ານສົມບັດ ສົມພອນ ແລະ ສົມຊາຍ ນິລະໄພຈິຕ (ຊ້າຍ) ທ.ວິທູນ ເພີ່ມພົງສາຈະເຣີນ ນັກພັທນາ ດ້ານ ສິ່ງແວດລ້ອມ (ກາງ) ຍານາງ ອັງຄະນາ ນີຣະໄພຈິຕ ປະທານຄນະ ດໍາເນີນງານ ຍຸຕິທັມ ເພື່ອສັນຕິພາບ (ຂວາ) ນາງປຣະທັບຈິຕ ນີຣະໄພຈິຕ ພິທີກອນ ຂອງການ ເສວະນາ
RFA

ພັລຍາ ຂອງ ທ່ານ ສົມບັດ ສົມພອນ ສົ່ງຄໍາຖແລງ ເຖິງ NGO ໄທ ໃນໂອກາດ ຄົບຮອບ 100 ວັນ ທີ່ ທ່ານ ສົມບັດ ໄດ້ຫາຍໄປ ແບບບໍ່ມີ ຮ່ອງຮອຍ.

ເມື່ອຕອນເຊົ້າ ຂອງ ວັນທີ 27 ມີນາ 2013 ມູນນິທິ ຍຸດຕິທັມ ເພື່ອ ສັນຕິພາບ, ໂຄງການຟື້ນຟູ ນິເວດ ໃນ ພູມີພາກ ແມ່ນໍ້າຂອງ ແລະ ອົງການ ນິຣິໂທດກັມ Amnesty ໃນໄທ ຮ່ວມກັນຈັດ ເສວະນາ ບັນຫາ ໃນຫົວຂໍ້ ສິດທິມະນຸດ ໃນອາຊຽນ, ສຶກສາ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານສົມບັດ ແລະ ທ່ານ ສົມຊາດ ນີລະໄພຈິດ. ໃນນັ້ນ ໄດ້ມີການ ອ່ານຈົດໝາຍ ຂອງ ມາດາມ ອຶ້ງຊຸຍເມັ້ງ ພັລຍາຂອງ ທ່ານ ສົມບັດ ສົມພອນ ທີ່ຂຽນ ສົ່ງເຖິງ ອົງການ NGO ໃນໄທ ເພື່ອຊ່ວຍ ເປັນສື່ກາງ, ໃນໂອກາດ ຄົບຮອບ 100 ວັນ ທີ່ ທ່ານ ສົມບັດ ສົມພອນ ຫາຍສາບສູນໄປ. ໃນຈົດໝາຍ ມີຕອນນຶ່ງ ຂຽນວ່າ:

"ຕາມຖແລງການ ຂອງ ທາງຣັຖບານລາວ ຍັງໄດ້ກ່າວຫາ ວ່າ ທ່ານ ສົມບັດ ອາດຖືກ ລັກພາຕົວ ຍ້ອນ ຂໍ້ຂັດແຍ່ງ ທາງ ທຸຣະກິດ ສ່ວນຕົວ. ແຕ່ເຖິງແນວໃດ ກໍຕາມ ສໍາລັບ ມາດາມ ແລ້ວ ກໍຍັງຖືວ່າ ເປັນຄວາມ ຮັບຜິດຊອບ ຂອງ ທາງການລາວ ໃນການ ຕິດຕາມ ຫາຕົວ ພວກຄົນ ທີ່ເປັນຕົ້ນເຫດ ຊອກຫາ ທ່ານ ສົມບັດ ແລະ ສົ່ງກັບຄືນ ມາຫາເມັຽ ແລະ ຄອບຄົວ ຢ່າງປອດພັຍ".

ໃນຈົດໝາຍ ຂອງມາດາມ ອຶ້ງຊຸຍ ເມັງ ເວົ້າຕື່ມວ່າ 100 ວັນ ຫລັງຈາກ ເຫດການນັ້ນ ເຈົ້າໜ້າທີ່ ທາງການ ຍັງຫາຕົວ ທ່ານ ສົມບັດ ສົມພອນ ບໍ່ພົບ ແລະ ຍັງບໍ່ສາມາດ ຣະບຸ ກຸ່ມຄົນ ທີ່ລັກພາ ຕົວທ່ານ ໄດ້ເທື່ອ ທັ້ງໆທີ່ ສປປລາວ ເປັນປະເທດ ທີ່ມີຕາໜ່າງ ຄວາມ ໝັ້ນຄົງ ທີ່ມີຄຸນພາບ ຮວມເຖິງ ຣະບົບກວດກາ ຄວບຄຸມ ໄປຈົນຮອດ ການປົກຄອງ ຂັ້ນບ້ານ ຊຶ່ງຣະບົບ ເຫລົ່ານັ້ນ ສາມາດຕິດຕາມ ຮ່ອງຮອຍ ການເຂົ້າອອກ ຂອງທຸກຄົນໄດ້. ແຕ່ຖແລງການ ຂອງ ຣັຖບານ ເວົ້າຢໍ້າວ່າ ເຈົ້າໜ້າທີ່ ໄດ້ເຮັດທຸກທາງ ແຕ່ກໍບໍ່ ເກີດຜົລ. ເມື່ອໄດ້ຮັບ ການຢືນຢັນ ເຊັ່ນນັ້ນ ນາງກໍວ່າ ບໍ່ມີ ທາງເລືອກ ອື່ນອີກ ນອກຈາກ ໄວ້ວາງໃຈ ໃນ ການສືບສວນ ຂອງ ຣັຖບານລາວ ຕໍ່ໄປ.

ເຖີງຢ່າງໃດ ກໍຕາມ ຜູ້ຕາງໜ້າ ການເສວະນາ ໃນຄັ້ງນີ້ ເວົ້າວ່າ ທາງອົງການ ກໍໄດ້ ພຍາຍາມ ເຊື້ອເຊີນ ມາດາມ ອຶ້ງຊຸຍເມັງ ໃຫ້ເດີນທາງ ມາຮ່ວມນໍາ ແຕ່ປາກົດ ວ່າ ມາດາມ ບໍ່ສະດວກ ໃນບາງຢ່າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.