ຣັຖບານລາວບ່າຍບ່ຽງ ເຣື້ອງ ທ.ສົມບັດ ຕລອດ

ຈໍາປາທອງ
2020.12.15
ຣັຖບານລາວບ່າຍບ່ຽງ ເຣື້ອງ ທ.ສົມບັດ ຕລອດ 54 ອົງການສິດທິມະນຸດ ທົ່ວໂລກ, ໄດ້ຮ່ວມກັນ ລົງນາມອອກຖແລງການຮຽກຮ້ອງ ຕໍ່ຣັຖບານລາວ, ໃຫ້ເປີດເຜີຍທີ່ຢູ່ ແລະ ຊະຕາກັມ ຂອງ ທ່ານ ສົມບັດ ສົມພອນ
Sombath.org

ວັນທີ 15 ທັນວາ 2020 ມື້ ຄົບຮອບ 8 ປີ ທີ່ ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນ ຜູ້ອາວຸໂສ ຂອງລາວ ຖືກບັງຄັບໃຫ້ ຫາຍສາບສູນ, ຊຶ່ງ ໃນວາຣະດັ່ງກ່າວ 54 ອົງການດ້ານ ສິດທິມະນຸດ ທົ່ວໂລກ, ໄດ້ຮ່ວມກັນ ລົງນາມອອກຖແລງການຮຽກຮ້ອງຕໍ່ ຣັຖບານລາວ, ໃຫ້ເປີດເຜີຍທີ່ຢູ່ ແລະ ຊະຕາກັມ ຂອງ ທ່ານ ສົມບັດ ສົມພອນ; ດັ່ງ ທ່ານ Andrea Giorgetta ຜູ້ອໍານວຍການ ຫ້ອງການ ສະຫະພັນສາກົນ ເພື່ອ ສິດທິມະນຸດ, ປະຈໍາຂົງເຂດເອເຊັຍຕາເວັນອອກສ່ຽງໃຕ້, ຫລື FIDH ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ທີ່ຜ່ານມາ, ຣັຖບານລາວໄດ້ສະແດງໃຫ້ເຫັນເຖິງການເມີນເສີຍ, ຢຸດການສືບສວນສອບສວນ ກ່ຽວກັບການຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ. ເຖິງແມ່ນວ່າ ຣັຖບານລາວ ຈະບໍ່ຍອມຮັບກໍຕາມ, ແຕ່ມັນກໍເຖິງເວລາອັນສົມຄວນແລ້ວ, ທີ່ຣັຖບານລາວ ຈະອະນຸຍາດ ໃຫ້ອົງການສືບສວນສອບສວນ ຣະຫວ່າງປະເທດ ເຂົ້າໄປຊ່ອຍໃນການສືບສວນ ສອບສວນ ຫາກ ຣັຖບານລາວ ບໍຣິສຸດໃຈ, ບໍ່ມີຫຍັງປົກປິດ ມັນກໍບໍ່ມີເຫດຜົລຫຍັງ ທີ່ຈະບໍ່ໃຫ້ອົງການຣະຫວ່າງປະເທດ ເຂົ້າໄປຊ່ອຍສືບຫາ ການຫາຍສາບສູນໄປ ຂອງ ທ່ານ ສົມບັດນັ້ນ.”

ຖແລງການດັ່ງກ່າວ ຣະບຸວ່າ ຄວາມລົ້ມເຫລວ ຂອງຣັຖບານລາວ, ໃນການຄົ້ນຫາຄວາມຈິງ ຢ່າງລະອຽດ ກ່ຽວກັບກໍຣະນີການ ບັງຄັບໃຫ້ທ່ານ ສົມບັດ ສົມພອນ ຫາຍສາບສູນ ແລະຜູ້ຕົກເປັນເຫຍື່ອ ອີກຫລາຍຄົນນັ້ນ, ລ້ວນແລ້ວແຕ່ເກີດຈາກຣັຖບານລາວ ຂາດຄວາມມຸ້ງໝັ້ນ ທີ່ຈະຮັບຜິດຊອບ ຕໍ່ບັນຫາດັ່ງກ່າວຢ່າງແທ້ຈິງ.

ໃນການທົບທວນເປັນໄລຍະ ຂອງສະພາສິດທິມະນຸດ ສະຫະປະຊາຊາດ ຫລື UPR ກ່ຽວກັບບັນຫາສິດທິມະນຸດ ຢູ່ ສປປລາວ ເມື່ອເດືອນມິຖຸນາ 2020, ຣັຖບານລາວ ປະຕິເສດ, ບໍ່ຮັບຂໍ້ສເນີທັງ 5 ຂໍ້ ທີ່ຮຽກຮ້ອງໃຫ້ມີການສືບສວນສອບສວນ, ທີ່ເໝາະສົມ ກ່ຽວກັບ ກໍຣະນີການບັງຄັບ ໃຫ້ ທ່ານ ສົມບັດ ສົມພອນ ຫາຍສາບສູນ. ພ້ອມກັນນັ້ນ ຣັຖບານລາວ ຍັງປະຕິເສດຂໍ້ສເນີ ແນະອີກ 8 ຂໍ້ ທີ່ໃຫ້ມີການສືບສວນສອບສວນ ທຸກກໍຣະນີການບັງຄັບ ໃຫ້ບຸກຄົນຫາຍສາບສູນ ຢູ່ ປະເທດລາວ.

ເຖິງວ່າຣັຖບາລລາວ ຈະຍອມຮັບວ່າ ການຄົ້ນຫາພົລເມືອງລາວ ທີ່ຫາຍສາບສູນໄປ ເຊັ່ນ, ທ່ານ ສົມບັດ ສົມພອນ ເປັນໜ້າທີ່ຂອງ ຣັຖບາລລາວ, ແຕ່ການຄົ້ນຫານັ້ນ ແມ່ນລົ້ມເຫລວ ຍ້ອນບໍ່ມີຄວາມມຸ້ງໝັ້ນ ແລະບໍ່ເອົາໃຈໃສ່ປະຕິບັດ ແລະທັງລົ້ມເຫລວ ໃນການ ຊີ້ແຈງຂໍ້ມູນ, ກ່ຽວກັບເຣື່ອງການເອົາໃຈໃສ່ ຂອງເຈົ້າໜ້າທີ່ ໃນການຄົ້ນຫາທີ່ຢູ່ ແລະຊາຕາກໍາຂອງ ທ່ານ ສົມບັດ ສົມພອນ.

ແລະ ຣັຖບາລລາວ ກໍຍັງບໍ່ທັນໃຫ້ສັດຕະຍາບັນ ສົນທິສັນຍາສາກົນ ວ່າດ້ວຍການປົກປ້ອງ ທຸກຄົນຈາກການຖືກບັງຄັບໃຫ້ ຫາຍສາບສູນ, ຊຶ່ງ ຣັຖບາລລາວລົງນາມມາໄດ້ 12 ປີ ຄືແຕ່ມື້ວັນທີ 29 ກັນ ຍາ 2008 ຊຶ່ງເປັນ 1 ໃນ 9 ສົນທິສັນຍາສາກົນ, ວ່າດ້ວຍສິດທິມະນຸດ ຂອງສະຫະປະຊາຊາດ ດັ່ງ ທີ່ທ່ານ Andrea Giorgetta ກ່າວວ່າ:

"ທ່ານກ່າວວ່າ “ຣັຖບາລລາວຫຼິ້ນເກມກ່ຽວກັບເຣື່ອງນີ້ຫລາຍເທື່ອແລ້ວ, ພວກເຂົາວ່າບໍ່ສາມາດອອກກົດໝາຍນີ້, ໃຊ້ພາຍໃນ ປະເທດໄດ້ ຈົນກວ່າຈະມີການ ໃຫ້ສັດຕະຍາບັນ ສົນທິສັນຍາສາກົນ, ວ່າດ້ວຍການປົກປ້ອງທຸກຄົນ ຈາກການບັງຄັບໃຫ້ ຫາຍສາບສູນ. ເມື່ອເຮົາຕັ້ງຄໍາຖາມກັບໄປວ່າ ເປັນຍ້ອນຫຍັງຈຶ່ງຍັງບໍ່ໃຫ້ສັດຕະຍາບັນ ສົນທິສັນຍານັ້ນ ຣັຖບາລລາວກໍຈະ ຕອບວ່າບໍ່ມີຄວາມພ້ອມ, ພວກເຂົາຈະຫຼິ້ນເກມແບບນີ້ ແລະມັນກໍເຮັດໃຫ້ການນໍາຄວາມຍຸຕິທັມ ໃຫ້ຜູ້ຕົກເປັນເຫຍື່ອ ແລະ ຄອບຄົວຂອງພວກເຂົາເຈົ້າ ລ່າຊ້າ ໄປນໍາ.”

ເຖິງເວລາຈະຜ່ານໄປໄດ້ 8 ປີແລ້ວ, ແຕ່ອົງການຈັດຕັ້ງສາກົນ, ເພື່ອສິດທິມະນຸດ ທີ່ໄດ້ລົງນາມໃນ ຖແລງການສະບັບດັ່ງກ່າວ ຍັງຈະຮຽກຮ້ອງໃຫ້ມີການຈັດຕັ້ງໜ່ວຍງານ ສືບສວນ ສອບສວນ ທີ່ ອິສຣະ ແລະເປັນກາງ ໄປປະຕິບັດໜ້າທີ່ຄົ້ນຫາຄວາມຈິງ ຢູ່ປະເທດລາວ ເພື່ອຊອກຮູ້ທີ່ຢູ່ ແລະຊາຕາກັມຂອງ ທ່ານ ສົມບັດ ສົມພອນ ແລະໜ່ວຍງານທີ່ວ່ານີ້ ຄວນໄດ້ຮັບການຊ່ອຍເຫຼືອ ດ້ານເຕັກນິກ ແລະຄວາມຮູ້ວິຊາສະເພາະ ເພື່ອເຮັດໃຫ້ການປະຕິບັດງານ ມີປະສິດທິພາບ ແລະ ເປັນມືອາຊີບຕາມມາຕຖານສາກົນ.

ແລະຮຽກຮ້ອງຣັຖບາລລາວ ໃຫ້ສັດຕະຍາບັນສົນທິສັນຍາສາກົນ, ວ່າດ້ວຍການປົກປ້ອງທຸກຄົນຈາກການຖືກບັງຄັບໃຫ້ຫາຍສາບສູນ ເພື່ອນໍາເອົາເນື້ອໃນຂອງສົນທິສັນຍານັ້ນ ໄປກໍານົດເປັນກົດໝາຍຂອງລາວ, ແລະບັງຄັບໃຊ້ສົນທິສັນຍາດັ່ງກ່າວ, ແລະໃຫ້ຣັຖບາລ ລາວຍອມຮັບສິດແລະໜ້າທີ່ ຂອງຄະນະກັມການປົກປ້ອງທຸກຄົນ ຈາກການບັງຄັບໃຫ້ ຫາຍສາບສູນ, ໃນການຮັບແລະພິຈາຣະນາ ຄໍາຮ້ອງ ຫລືຂໍ້ມູນຕ່າງໆຈາກ ຜູ້ທີ່ກ່ຽວຂ້ອງກັບຄົນ ທີີ່ຖືກບັງຄັບໃຫ້ຫາຍສາບສູນ ຕາມມາດຕຣາ 31 ຂອງສົນທີສັນຍາສາກົນນັ້ນ.

ທ່ານກ່າວວ່າ ພວກເຮົາອົງການສິດທິມະນຸດ ຂໍຢືນຄຽງຂ້າງ ຜູ້ຕົກເປັນເຫຍື່ອຂອງການຖືກບັງຄັບໃຫ້ ຫາຍສາບສູນໃນ ປະເທດລາວ ແລະ ຄອບຄົວຂອງພວກເຂົາເຈົ້າ, ແລະ ຈະຍັງຮຽກຮ້ອງໃຫ້ມີການສືບສວນສອບສວນ ຄົ້ນຫາຄວາມຈິງ ທີ່ເປັນອິສຣະ ເປັນກາງ ແລະ ມີປະສິດທິພາບ ໄປຈົນກວ່າວ່າ ຜູ້ກໍ່ອາຊຍາກັມຮຸນແຮງ ເຊັ່ນນີ້ ຈະອອກມາສະແດງໂຕ ແລະຮັບຜິດຊອບຕາມຂະບວນ ການພິຈາຣະນາ ທີ່ເປັນທັມ, ບໍ່ວ່າບຸກຄົນນັ້ນຈະດໍາຣົງຕໍາແໜ່ງໃດ ຫລື ຢູ່ໃນຖະນະໃດກໍຕາມ.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກົມສົນທິສັນຍາ ແລະ ກົດໝາຍກະຊວງການຕ່າງປະເທດ, ເພື່ອຂໍຮູ້ເຣື່ອງການ ໃຫ້ສັດຕະຍາບັນສົນທິສັນຍາສາກົລ ດັ່ງກ່າວ, ແຕ່ເຈົ້າໜ້າທີ່ ເວົ້າວ່າ, ຈະບໍ່ຕອບຄໍາຖາມ ຜ່ານທາງໂທຣະສັບ.

ປັດຈຸບັນ ປະເທດລາວ ມີບຸກຄົນທີ່ຖືກບັງຄັບໃຫ້ຫາຍສາບສູນ ທີ່ຍັງບໍ່ຮູ້ຊາຕາກັມ ຢ່າງໜ້ອຍ 11 ຄົນ ຄື; ທ່ານ ສົມບັດ ສົມພອນ ແລະອີກ 10 ຄົນ ຄື; ນາງ ກິ່ງແກ້ວ, ນາງ ສົມຈິດ, ທ້າວ ຊູບິນ, ທ້າວ ຊູອານ, ທ້າວ ສິນປາຊອງ, ທ້າວ ຄໍາໂສນ, ທ້າວໂນ, ທ້າວ ສົມຄິດ, ທ້າວ ຊູຣິກນາ ແລະ ທ່ານ ສົມພອນ ຂັນຕິສຸກ.

ໃນປະເທດໄທຍ ການຫາຍສາບສູນຂອງນັກເຄື່ອນໄຫວ ຄົນລ່າສຸດ ຄື; ທ້າວ ອ໊ອດ ໄຊຍະວົງ ຊຶ່ງຖືກພົບເຫັນກ່ອນຫາຍສາບສູນ ຢູ່ບາງກອກເມື່ອວັນທີ 26 ສິງຫາ 2019 ແລະ ມາຮອດມື້ນີ້ກໍຍັງບໍ່ມີຄວາມຄືບໜ້າ ເຣື່ອງການສືບສວນສອບສວນຈາກທາງການ ໄທຍເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

khamphone
Dec 16, 2020 07:11 PM

Dear. the world of humen right, Amnesty international , especially the United States of America. We are the Lao people in vientiane very concern about humen right issue in Laos. Mr Somebat somephone's case has be denied the Lao PDR did not tell the trueth . As we known that Mr somebat somephone has been killed quitely at the Dongdok district.