ຄອບຄົວ ທ.ສົມບັດ ສົມພອນ ຈະມີພິທີ ຣຳລຶກ
2020.12.10

ໃນຕອນເຊົ້າ ຂອງວັນອາທິດ ວັນທີ 13 ທັນວາ ທີ່ຈະມາເຖິງນີ້, ສະມາຊິກຄອບຄົວ ທ່ານ ສົມບັດ ສົມພອນ ມີກຳນົດຈະຮ່ວມກັນ ຈັດພິທີທາງສາສນາ ທີ່ວັດປ່ານາຄູນນ້ອຍ, ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ເພື່ອຣຳລຶກ ເຖິງທ່ານ ສົມບັດ ໃນວາຣະ ຄົບຮອບ 8 ປີ ທີ່ທ່ານຖືກກຸ່ມຄົນບໍ່ດີ ລັກພາໂຕຂຶ້ນຣົດໄປ ແລະ ຖືກເຮັດໃຫ້ຫາຍສາບສູນ ຈົນເທົ່າສູ່ມື້ນີ້.
ສະມາຊິກຄອບຄົວ ທ່ານ ສົມບັດ ສົມພອນ ໄດ້ກ່າວຕໍ່ ຜູ້ສື່ຂ່່າວ ວິທຍຸເອເຊັຽເສຣີ ໃນວັນທີ 8 ທັນວາ ວ່າພິທີດັ່ງກ່າວ ຈະຈັດເປັນ ແບບນ້ອຍໆ ໃນລັກສນະຄອບຄົວ ຕາມຄວາມເຊື່ອ ທາງພຸທສາສນາ ດັ່ງທີ່ເຄີຍເຮັດມາ ໃນແຕ່ລະປີ.
“ງານປີນີ້ ກະຄືປີກາຍເນາະ ເຮົາກະເນັ້ນເຮັດບຸນໃຫ້ເພິ່ນ ເພາະວ່າທາງຄອບຄົວເຮົາ ສະດວກແບບນັ້ນເນາະ. ຄິດວ່າຢາກເຮັດ ບຸນເປັນຫຼັກ ຕາມປະເພນີ ຕາມວັທນະທັມລາວຫັ້ນແຫຼະ ລະກະທີ່ແນ່ໆ ກະເພື່ອໃຫ້ຄົນບໍ່ລືມ ເພິ່ນຫັ້ນເນາະ. ເຮົາກະລ້ຽງພຣະ ລ້ຽງເພນ, ກະມີກອງບຸນເລັກນ້ອຍ ຫັ້ນແຫຼະ ຕາມສັດທາ ຂອງ ຍາຕິພີ່ນ້ອງເຮົາເອງ.”
ຍານາງ ກ່າວຕື່ມວ່າ ພິທີດັ່ງກ່າວ ແມ່ນເປີດກວ້າງ ໃຫ້ຜູ້ທີ່ຮູ້ຈັກຮັກແພງ ທ່ານ ສົມບັດ ສົມພອນ ສາມາດມາຮ່ວມນຳໄດ້ ແລະ ກໍຖື ເອົາໂອກາດນີ້ ເພື່ອໃຫ້ກຳລັງໃຈ ແລະ ອົບອຸ່ນຈິຕໃຈ ຂອງ ມາດາມ ອຶ້ງ ຊຸ່ຍ-ເມັ້ງ, ພັລຍາ ທ່ານ ສົມບັດ ສົມພອນ ທີ່ຕ້ອງພັດ ພາກຈາກສາມີ ອັນເປັນບຸກຄົນ ທີ່ສຸດຮັກແສນແພງ ຂອງ ມາດາມ ໄປ.
“ອັນນີ້ເຮົາກະເປີດກວ້າງ ກະແລ້ວແຕ່ເນາະ ເພາະຜູ້ໃດຢາກມາຮ່ວມນຳເນາະ ອັນນີ້ກະເຮົາກະເປີດກວ້າງ. ຄືປີກາຍນີ້ກະຈະມີຜູ້ ໃກ້ຊິດ ແຫຼະ ຜູ້ໃດຮັກແພງ ກະມາສະແດງຄວາມ ອົບອຸ່ນນຳເນາະ. ເພາະວ່າຫຼັກໆກະແມ່ນ ເພື່ອຜູ້ຢູ່ນີ້ນຳແຫຼະ ຄືປ້າເພິ່ນອີ່ຫຍັງນ່າ ລະກະມາອົບອຸ່ນເພິ່ນ, ຈັ່ງຊີ້ນ່າ.”
ນັບເປັນເວລາເກືອບ 8 ປີ ແລ້ວ ທີ່ ທ່ານ ສົມບັດ ສົມພອນ, ນັກພັທນາອາວຸໂສດີເດັ່ນ ດ້ານການພັທນາທີ່ຍືນຍົງ ຜູ້ໄດ້ຮັບຣາງວັນ ແມັກໄຊໄຊ ອັນມີກຽດເຊີດຊູຍິ່ງ, ໄດ້ຖືກກຸ່ມຄົນບໍ່ດີ ລັກພາໂຕຂຶ້ນຣົດກະບະ ຢູ່ຕໍ່ໜ້າປ້ອມຍາມ ຕຳຣວດຈະຣາຈອນ ກົງກັນຂ້າມກັບ ວິທຍາລັຍເຕັກນິກ-ການຊ່າງ ລາວ-ເຢັຽຣະມັນ ເທິງຖນົນທ່າເດື່ອ ໃຈກາງນະຄອນຫຼວງວຽງຈັນ ເມື່ອຕອນປະມານ 6 ໂມງແລງ ຂອງວັນທີ 15 ເດືອນ ທັນວາ ປີ 2012 ແລະ ຖືກບັງຄັບໃຫ້ຫາຍສາບສູນ ຕັ້ງແຕ່ນັ້ນມາ.
ຈົນຮອດສູ່ມື້ນີ້, ກໍບໍ່ມີໃຜ ແລະ ພາກສ່ວນໃດໆ ຮູ້ເຖິງຊະຕາກັມ ຂອງ ທ່ານວ່າ ຍັງປອດພັຍຢູ່ ຫຼືແນວໃດ.