ຣັຖບານລາວ ຍັງດ້ອຍດ້ານ ສິດທິມະນຸດ
2020.12.09

ຣັຖບານລາວ ຍັງບໍ່ນັບຖືສິດທິມະນຸດ ເທົ່າທີ່ຄວນ ເປັນຕົ້ນຍັງຈຳກັດ ສິດເສຣີພາບໃນການ ປາກເວົ້າ ອອກຂ່າວ ຫລາຍຢູ່; ດັ່ງ ນັກສຶກສາລາວ ຄົນນຶ່ງ ຢູ່ມະຫາວິທຍາໄລ ແຫ່ງຊາດ ລາວ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ທັນວາ ນີ້ວ່າ.
“ຄືຮູ້ຫັ້ນແຫຼະເນາະ, ບ້ານເຮົານັ້ນ, ເວົ້າໄດ້ແຕ່ໃນວົງແຄບ ເວົ້າວົງກວ້າງມັນກໍເວົ້າບໍ່ໄດ້. ອັນນີ້ສະແດງອອກປັ໋ບ, ລະກໍມີຜົລໂລດ. ເວົ້າເຣື່ອງສິດທິເສຣີພາບ ຍັງບໍ່ປານໃດ ໃຫ້ທາງຂັ້ນ ເທິງເພິ່ນ ເປີດໃຈກວ້າງກວ່ານີ້ ໜ່ອຍນຶ່ງ ບໍ່ແມ່ນວ່າ ສິຕັດສິນເລີຍຢ່າງດຽວ ກໍຄືຈັ່ງຊີ້ແຫຼະນີ໋ ຄືຢູ່ລາວ ຄົນບໍ່ມີກໍຄືຕາຍເລີຍ. ຢູ່ໄທຍ ເຫັນບໍ່ ເຂົາເຈົ້າຍັງມີການຊ່ວຍເຫຼືອກັນ ເຮັດນັ້ນເຮັດນີ້ ຈັ່ງຊີ້ນ່າ.”
ເຣື່ອງການລະເມີດສິດທີມະນຸດ ຢູ່ ສປປລາວ ທ່ານ ສົມຈິດ ສຸວັນນະຄີລີ ຮອງປະທານອົງ ການອໍານາດປະຊາຊົນລາວ ທີ່ສະຫະຣັຖ ອາເມຣິກາ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ທັນວາ ນີ້ວ່າ, ຍັງລະເມີດຫລາຍ ກົດໝາຍກໍມີຢູ່ ແຕ່ເພິ່ນບໍ່ປະຕິບັດ.
“ສິດທິຢູ່ໃນລາວເພິ່ນຍັງຣະເມີດ. ກົດໝາຍກະມີຢູ່, ແຕ່ວ່າບໍ່ໄດ້ປະຕິບັດ, ເຮົາເຫັນຫລາຍໆສິ່ງກ່ຽວກັບ ເຣື່ອງການຍາດເອົາດິນດອນ ຕອນຫຍ້າຂອງປະຊາຊົນບໍ ຄັນປະຊາຊົນເວົ້າ ຕໍ່ວ່າຕໍ່ຂານບໍ ກໍຈັບຂະເຈົ້າບີບບີ້ຂົ່ມເຫັງຂະເຈົ້າ ອັນນີ້ມັນບໍ່ຖືກ. ລະກະມີຫຼາຍຢ່າງ ເຊັ່ນວ່າ ນາງໝວຍ ທີ່ລາວ ເວົ້າມາຫັ້ນນ່າ ໂດຍທີ່ວ່າບໍ່ໄດ້ຜິດກົດໝາຍຫຍັງໝົດ ແຕ່ວ່າກະຍັງ ໄປຈັບລາວຫັ້ນນ່າ. ຢູ່ໃນລາວນີ໋ ເພິ່ນຍັງຣະເມີດສິດທິມະນຸດ ແຮງຢູ່. ມີຢູ່ກົດໝາຍ ແຕ່ບໍ່ໄດ້ປະຕິບັດ.”
ເມື່ອເວົ້າເຖິງການແກ້ໄຂບັນຫາ ສິດທິມະນຸດໃນລາວ, ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການພັນທະມິດ ເພື່ອ ປະຊາທິປະໄຕໃນລາວ ທີ່ມີສູນກາງຢູ່ປະເທດເຢັຽຣະມັນ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ຕອນນຶ່ງວ່າ:
“ເນື່ອງໃນໂອກາດ ວັນສິດທິມະນຸດສາກົລ ຄົບຮອບ 72 ປີນີ້ ສໍາລັບສະພາບການສິດທິມະນຸດ ຢູ່ໃນສປປລາວນີ້ ເຫັນວ່າທາງການ ສປປລາວ ບໍ່ໄດ້ມີການນັບຖືສິດທິມະນຸດ ແຕ່ປະການໃດ ແຕ່ກົງກັນຂ້າມ ທາງການສປປລາວ ຣະເມີດສິດທິມະນຸດ ຢ່າງຮ້າຍແຮງ ທີ່ສຸດ. ປະຊາຊົນບໍ່ມີສີດໃນການອອກຂ່າວ ໃນການສະແດງຄວາມຄິດເຫັນ, ຕໍ່ຄວາມຜິດພາດ ໃນການປົກຄອງ. ບັນຫາໃຫຍ່ຫຼວງທີ່ ວ່າພັກຣັຖ ໄດ້ບັງຄັບ ບໍ່ໃຫ້ປະຊາຊົນມີປາກ ຫລືວ່າ ຕໍ່ວ່າຮ້ອງຂໍ ຄວາມເປັນທັມ ຢ່າງໃດ. ຜູ້ທີ່ສະແດງຄວາມຄິດເຫັນ ຖືກຈັບກຸມ ແລະ ຖືກລົງໂທດ ຢ່າງຮ້າຍແຮງ. ຕົວຢ່າງທີ່ໃຫ້ເຫັນກໍຄື ການຈັບກຸມນາງໝວຍ ຫຼື ຮວຍເຮືອງ ໄຊຍະບູລີ ທີ່ພຽງແຕ່ ອອກຄໍາຄິດ ຄໍາເຫັນເພື່ອຮຽກຮ້ອງ ເອົາການຊ່ວຍເຫລືອ ທີ່ປະຊາຊົນຖືກພັຍພິບັດ ນໍ້າຖ້ວມຢູ່ພາກໃຕ້ຂອງລາວ ກໍຍັງຖືກຈັບກຸມ ແລະ ລົງໂທດ ເຖິງ 5 ປີ. ອັນນັ້ນແມ່ນບັນຫາ ທີ່ ຮ້າຍແຮງທີ່ສຸດ ຢູ່ ໃນ ສປປລາວ.”
ກ່ຽວກັບເຣື່ອງທີ່ວ່ານີ້ ທ່ານ Phil Robertson ຮອງ ຜູ້ອໍານວຍການ ອົງການ Human Rights Watch ປະຈໍາພູມີພາກ ເອເຊັຽ- ປາຊີຟິກ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ທັນວາ ນີ້ວ່າປະເທດລາວ ບໍ່ໄດ້ນັບຖືສິດທິມະນຸດ, ບໍ່ໄດ້ເປັນປະຊາທິປະຕັຍ.
“ປະເທດລາວ ບໍ່ໄດ້ນັບຖື ສິດທິມະນຸດ ບໍ່ໄດ້ເປັນປະຊາທິປະຕັຍ ຍ້ອນພົລເມືອງລາວ ທີ່ອອກມາສະແດງຄວາມຄິດເຫັນ ຖືກຈັບກຸມ ຫລືຖືກເຮັດໃຫ້ຫາຍສາບສູນ, ດີແທ້ຣັຖບານລາວ ຕ້ອງປັບປຸງນະໂຍບາຍ ແລະ ທັສນະຄະຕິ ໃຫ້ປະຊາຊົນມີສ່ວນຮ່ວມໃນການ ຕັດສິນໃຈເພື່ອໃຫ້ປະເທດລາວ ເປັນ ປະຊາທິປະຕັຍ ແລະ ມີສິດທິມະນຸດ ຢ່າງແທ້ຈິງ."
ອາຈານສອນ ມະຫາວິທຍາລັຍ ແຫ່ງຊາດລາວ ກ່າວວ່າຕົນຄິດວ່າປະເທດລາວ ເປັນປະຊາທິປະຕັຍ, ຟັງສຽງສ່ວນຫຼາຍ ແລະ ພົລເມືອງມີສິດ ໃນການສະແດງຄວາມຄິດຄວາມເຫັນ
“ລົງໄປແຕ່ລະບ້ານ ຄິດວ່າເປັນປະຊາທິປະຕັຍ ກໍເອົາສຽງສ່ວນນ້ອຍ ຂຶ້ນກັບສຽງສ່ວນຫລາຍ ຄົນລາວມີສິດທິ ໃນການອອກ ຄວາມຄິດຄວາມເຫັນ.”
ແຕ່ຫລັງຈາກທີ່ຕົນໄດ້ລົງພື້ນທີ່ ວິຈັຍຢູ່ບ້ານ ໜອງພະຍາ ເມືອງໄຊທານີ ນະຄອນຫລວງວຽງຈັນແລ້ວ ພັດພົບວ່າ ແທ້ຈິງແລ້ວ ປະຊາຊົນພາຍໃນບ້ານ ບໍ່ມີສ່ວນຮ່ວມ ໃນການຊື້ຂາຍ ດິນທາງອ້ອມ ຂອງບ້ານ, ເຮັດໃຫ້ນາຍທຶນ ໄດ້ຊື້ດິນ ນັ້ນ.
ການແຜ່ຣະບາດຂອງເຊື້ອພຍາດ ໂຄວິດ-19 ບໍ່ພຽງແຕ່ກະທົບໃສ່ ສິດທິໃນການໄດ້ຮັບການ ບໍຣິການດ້ານສຸຂພາບ, ການຮັກສາ ສຸຂພາບ ເທົ່ານັ້ນ ແຕ່ຫາກຍັງກະທົບເຖິງ ສິດທິມະນຸດ ແລະ ຕໍ່ການພັທນາ ເສຖກິດ-ສັງຄົມ ຂອງ ປະເທດນໍາດ້ວຍ, ອີງຕາມ ຣາຍງານຂ່າວວຽງຈັນທາມ ວັນທີ 9 ທັນວາ ນີ້.
ມື້ວັນທີ 10 ທັນວາ 2020 ເປັນວັນສິດທິມະນຸດ ສາກົລ ຄົບຮອບ 72 ປີ. ສິດ ທິມະນຸດສາກົລ ປະກອບດ້ວຍ ສິດທິພື້ນຖານ ຫຼາຍຢ່າງຮວມທັງ;
-ສິດສເມີພາບ ແລະ ອິສຣະພາບ ຈາກ ການຖືກຈໍາແນກ.
-ສິດໃນການມີຊີວິດ, ເສຣີພາບ, ແລະ ຄວາມປອດພັຍສ່ວນຕົວ.
-ເປັນອິສຣະ ຈາກການທໍຣະມານ ແລະ ການປະຕິບັດບໍ່ດີຕໍ່.
-ສິດສເມີພາບ ຕໍ່ໜ້າກົດໝາຍ.
-ສິດໃນການພິຈາຣະນາຄະດີ ທີ່ ຍຸຕິທັມ.
-ສິດໃນຄວາມເປັນສ່ວນຕົວ.
-ສິດເສຣີພາບ ໃນການເຊື່ອຖື ຫລື ບໍ່ເຊື່ອຖືສາສນາ
-ເສຣີພາບໃນການສະແດງຄວາມຄິດເຫັນ.