ລາວບໍ່ໄດ້ຂໍເອົາ ມວ້າຕວ້າເທີ້
2013.03.28
ທາງການໄທ ເວົ້າວ່າ ທາງການລາວ ບໍ່ໄດ້ ຕິດຕໍ່ ຂໍເອົາ ມວ້າຕວ້າເທີ້ ອະດີດ ນາຍທະຫານ ລາວເຜົ່າມົ້ງ.
ກ່ຽວກັບ ຄວາມຄືບໜ້າ ຂອງ ທ່ານ ມວ້າຕວ້າເທີ້ ຊາວລາວ ເຜົ່າມົ້ງ ອະດີດ ນາຍທະຫານ ກອງທັບ ຣາຊອານາຈັກ ລາວ ທີ່ ມີຂ່າວວ່າ ອາດຖືກ ສົ່ງກັບຄືນ ໄປລາວ ນັ້ນ ທາງ ເຈົ້າໜ້າທິີ່ ກະຊວງ ການຕ່າງ ປະເທດໄທ ຕອບຄໍາຖາມ ຈາກ ເອເຊັຽເສຣີ ວ່າ ທີ່ຜ່ານມາ ບໍ່ມີການ ຕິດຕໍ່ ຂໍໃຫ້ສົ່ງກັບ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
"ຍັງ ຍັງບໍ່ທັນມີ ຍັງບໍ່ມີເລີຽ ຖ້າ ເປັນກົນໄກ ອື່ນ ຂ້າພະເຈົ້າ ກໍບໍ່ຮູ້ ແຕ່ບໍ່ໄດ້ ຜ່ານກະຊວງ ການ ຕ່າງປະເທດ ເທົ່າທີ່ ຜ່ານມານະ".
ທ່ານບອກຕື່ມວ່າ ທາງກະຊວງ ການຕ່າງ ປະເທດ ກໍໄດ້ ແຕ່ຕິດຕາມ ຂ່າວ ທາງສື່ມວນຊົນ ເທົ່ານັ້ນ. ເມື່ອຖາມວ່າ ທາງ ສະຫະຣັຖ ອະເມຣິກາ ໄດ້ຕິດຕໍ່ ມາຍັງ ກະຊວງ ການຕ່າງ ປະເທດໄທ ຫລືບໍ່ ທ່ານກໍບອກ ວ່າ:
"ຍັງບໍ່ມີ ບໍ່ຮູ້ວ່າ ເພິ່ນຈະຕິດຕໍ່ ມາຫລືບໍ່ ແຕ່ເທົ່າທີ່ ຜ່ານມາ ຍັງບໍ່ໄດ້ ຕິດຕໍ່ມາ ເທື່ອ ບໍ່ມີຫຍັງ ເທື່ອ".
ເມື່ອຖາມວ່າ ມີອົງການ ຕ່າງປະເທດ ໃດແດ່ບໍ່ ຕິດຕໍ່ ມາຍັງກະຊວງ ການຕ່າງປະເທດ ເພື່ອສະແດງ ຄວາມເປັນຫ່ວງ ແລະ ຂໍບໍ່ໃຫ້ສົ່ງ ມວ້າຕວ້າເທີ້ ກັບຄືນລາວ, ທ່ານກໍຕອບ ວ່າ ບໍ່ມີໆ ໄດ້ຍິນແຕ່ວ່າ ມີປະເທດນຶ່ງ ແຕ່ບໍ່ຮູ້ວ່າ ອອກເປັນ ຮູບໃດ. ດັ່ງທີ່ ຣາຍງານ ໄປແລ້ວນັ້ນ ວ່າ ທ່ານ ມວ້າຕວ້າເທີ້ ເປັນອະດີດ ນາຍທະຫານ ຊາວລາວ ເຜົ່າມົ້ງ ສັງກັດຢູ່ ໃນກອງ ບັນຊາການ ອະດີດ ທ່ານມື້ລາງ ນາຍພົນ ວັງປາວ ກອງທັບ ແຫ່ງ ຣາຊອານາຈັກ ລາວ ພາຍໃຕ້ ການສນັບສນູນ ຂອງ ອົງການ ສືບ ຣາຊການລັບ ສະຫະຣັຖ ຫລື ຊີໄອເອ ທີ່ ເຮັດສົງຄາມ ລັບ ໃນລາວ ໃນປາງ ສົງຄາມ ວຽດນາມ ເມື່ອປະມານ 40 ກ່ອນ. ໃນເວລານີ້ ທ່ານ ມວ້າຕວ້າເທີ້ ຖືກກັກຂັງ ຢູ່ຕໍາຣວດ ກວດຄົນເຂົ້າເມືອງ ທີ່ ບາງກອກ ໃນຖານຊາວ ຕ່າງປະເທດ ເຂົ້າເມືອງ ຜິດກົດໝາຍ.
ຫລາຍອົງການ ຕ່າງປະເທດ ມີຄວາມ ເປັນຫ່ວງ ຢ້ານວ່າ ທາງການໄທ ຈະສົ່ງ ມວ້າຕວ້າເທີ້ ໃຫ້ລາວ ແລະ ຢ້ານຖືກ ປະຫັດ ປະຫານ. ຣາຍງານ ອົງການຂ່າວ ເອພີ ວັນທີ 26 ມີນາ ທີ່ອ້າງຕາມ ຄໍາເວົ້າຂອງ ທ່ານ Phil Robertson ຮອງ ຜູ້ອໍານວຍການ ອົງການ ສິ້ງຊອມ ສິດທິມະນຸດ Human Rights Watch ປະຈໍາ ພູມີພາກ ເອເຊັຽ ວ່າ ຣັຖບານໄທ ຄວນຮັບຮູ້ ວ່າ ທ່ານ ມວ້າຕວ້າເທີ້ ຄົງຈະຖືກ ທາງການລາວ ປະຫັດ ປະຫານ ຖ້າຫາກວ່າ ຖືກສົ່ງກັບລາວ, ແລະວ່າ ຄວນເຄົາລົບ ສິດທິ ຂອງ ມວ້າຕວ້າເທີ້ ໃນການ ຂໍລີ້ໄພ ການເມືອງ ໃນປະເທດໄທ ໂດຍ ອານຸຍາດ ໃນທັນທີ ທັນໃດ ໃຫ້ລາວ ເຂົ້າເຖິງຫ້ອງການ ຂ້າຫລວງໃຫ່ຽ ສະຫະປະຊາຊາຕ ດ້ານອົພຍົບ UNHCR.
ຣາຍງານ ຂອງອົງການ ຂ່າວເອພີ ເວົ້າຕໍ່ໄປວ່າ ເຈົ້າໜ້າທີ່ ກະຊວງ ການຕ່າງປະເທດ ສະຫະຣັຖ ໄດ້ເວົ້າເຣື້ອງ ນີ້ນໍາ ທາງການໄທ ວ່າ ບຸກຄົນທີ່ ຢູ່ໃນຖານະເປັນ ເປົ້າໝາຍ ອ່ອນໄຫວ ຄວນ ອະນຸຍາດ ໃຫ້ເຂົ້າເຖິງ ອົງການ ຂ້າຫລວງໃຫ່ຽ ສະຫະປະຊາຊາຕ ເພື່ອໄດ້ ຮັບການ ປົກປ້ອງ ເທົ່າທີ່ຄວນ.