ເຣື້ອງທີ່ເກັບບັນທຶກໄວ້
2022-05-14
ການພົວພັນຮ່ວມມືຮອບດ້ານ ຮວມທັງດ້ານການເມືອງ ລະຫວ່າງ ສປປ ລາວ ແລະວຽດນາມ ຍັງແໜ້ນແຟ້ນຢູ່ຄືເກົ່າ ເຖິງແມ່ນວ່າຜູ້ນໍາລາວ ຈະອ່ຽງໄປຫາຈີນ ເປັນຕົ້ນທາງດ້ານເສຖກິຈ ເພື່ອຫວັງຈະໄດ້ຮັບການຊ່ອຍເຫລືອ ຈາກຈີນຫຼາຍຂຶ້ນ.
2022-05-13
ສະຫະຣັຖອາເມຣິກາ ປະກາດໃຫ້ການຊ່ອຍເຫຼືອ ແກ່ປະເທດອາຊ້ຽນ 150 ລ້ານໂດລ້າຣ໌, ນອກຈາກນັ້ນ, ຍັງເພີ່ມການຮ່ວມມືກັນ ອີກຫຼາຍດ້ານ ໂດຍສະເພາະແມ່ນ ໂຄງຮ່າງພື້ນ, ພລັງງານສະອາດ ເປັນຕົ້ນ.
2022-05-12
ນັກເຄື່ອນໄຫວ ດ້ານການເມືອງ ລາວ, ກັມພູຊາ, ພະມ້າ, ວຽດນາມ, ໄທຍ ໄດ້ຈັດການປະທ້ວງ ຜູ້ນຳອາຊ້ຽນ ບາງປະເທດ ທີ່ມາປະຊຸມສຸດຍອດ ຜູ້ນຳອາຊ້ຽນ-ສະຫະຫະຣັຖ ທີ່ນະຄອນຫລວງ ວໍຊິງຕັນ, ດີ.ຊີ. (Washington, DC) ປະເທດສະຫະຣັຖອາເມຣິກາ ຊຶ່ງຜູ້ປະທ້ວງ ຮຽກຮ້ອງໃຫ້ ປະຊາຊົນໃນຊາດນັ້ນໆ ມີສິດເສຣີພາບ.
2022-05-10
ທາງການແຂວງອຸດົມໄຊ ກວດພົບພະນັກງານ ພັກ-ຣັຖ ສໍ້ຣາສບັງຫຼວງ, ສ້າງຄວາມເສັຍຫາຍ ໃຫ້ການຈັດຕັ້ງ ແລະ ບຸກຄົນຈຳນວນຫຼາຍ ດ້ວຍເຫດນີ້ ທາງການແຂວງອຸດົມໄຊ ຈຶ່ງໄດ້ລົງໂທດ ຜູ້ຣະເມີດກົດໝາຍດັ່ງກ່າວ ແຕ່ກໍບໍ່ມີການເປີດເຜີຍ ຢ່າງຈະແຈ້ງວ່າ ຜູ້ທີ່ຖືກລົງໂທດນັ້ນ ເປັນໃຜ, ມີຕຳແໜ່ງໜ້າທີ່ ແລະລົງໂທດແບບໃດແທ້.
2022-05-05
ສື່ສັງຄົມອ໋ອນລາຍນ໌ ໄດ້ເຂົ້າມາມີບົດບາດ ໃນການສແດງອອກ ທາງຄວາມຄິດ, ຄວາມເຫັນ ຂອງປະຊາຊົນລາວ ໂດຍສະເພາະກຸ່ມຄົນໜຸ່ມ-ສາວ ຜູ້ທີ່ມີຄວາມຫ່ວງໃຍ ໃນສັງຄົມລາວ ແລະການບໍຣິຫານບ້ານເມືອງ ຂອງຄະນະຣັຖບານ, ເຈົ້າໜ້າທີ່ຣັຖ ເຮັດໃຫ້ເກີດມີການປັບປຸງ ໃນລະບົບເທື່ອລະໜ້ອຍ ແຕ່ກໍເປັນອັນຕຣາຍ ຕໍ່ຜູ້ສແດງອອກ ແລະວິພາກ-ວິຈານ ຄວາມຜິດພາດ ຂອງຣັຖບານ ເຊັ່ນກັນ.
2022-05-05
ປະຊາຊົນ 5 ຄົນທີ່ຖືກທະຫານ ຄ້າຍ 513 ຈັບໄປ ຕັ້ງແຕ່ວັນທີ 10 ເມສາ ທີ່ຜ່ານມາ ຍ້ອນເກີດການຖຽງກັນ ເຣື່ອງຂໍ້ຂັດແຍ່ງທີ່ດິນ ກັບທະຫານ ແລະຖືກທະຫານຄວບຄຸມໂຕ ໄປກອງບັນຊາການທະຫານ ນະຄອນຫຼຼວງວຽງຈັນ ຈົນມາເຖິງຕອນນີ້ ກໍຍັງບໍ່ຮັບການປ່ອຍໂຕເທື່ອ.
2022-05-04
ອົງການຂ່າວ ບໍ່ມີພົມແດນ ຈັດໃຫ້ປະເທດລາວ ຢູ່ໃນອັນດັບທີ່ 161 ຈາກທັງໝົດ 180 ປະເທດທົ່ວໂລກ ທີ່ສື່ມວນຊົນ ມີເສຣີພາບໃນການສເນີຂ່າວ ໃນປີ 2022 ນີ້, ຊຶ່ງປະກົດວ່າ ປີນີ້ລາວໄດ້ອັນດັບ ທີ່ດີກວ່າປີ 2021 ແຕ່ຄວາມເປັນຈິງແລ້ວ ສື່ມວນຊົນລາວ ກໍ່ຍັງບໍ່ມີເສຣີພາບ ໃນການສເນີຂ່າວ ຕາມຄວາມເປັນຈິງ.
2022-04-28
ການປະຕິບັດຕາມກົດໝາຍ ໃນປະເທດລາວ ຖືວ່າເປັນບັນຫາທ້າທາຍສຳລັບ ຜູ້ບັງຄັບໃຊ້ກົດໝາຍ, ເຈົ້າໜ້າທີ່ຣັຖ, ຜູ້ຮັກສາຄວາມຍຸຕິທັມ ເພາະວ່າຫຼາຍກໍຣະນີ ປະຊາຊົນເປັນຜູ້ຖືກລົງໂທດ ຕາມກົດໝາຍຝ່າຍດຽວ ໃນຂະນະທີ່ຜູ້ທີ່ຢູ່ນອກເໜືອ ໄປຈາກປະຊາຊົນ ຫຼືເຈົ້າໜ້າທີ່ຣັຖ ຈະບໍ່ຖືກລົງໂທດ ຫາກມີການລະເມີດກົດໝາຍ ຖ້າເວົ້າອີກແນວນຶ່ງ ບຸກຄົນຜູ້ມີອຳນາດ ກົດໝາຍອາດຈະເຂົ້າບໍ່ເຖິງ ເມື່ອເຮັດຄວາມຜິດ.
2022-04-23
ການຈ່າຍຄ່າຊົດເຊີຍ ຜູ້ໄດ້ຮັບຜົລກະທົບ ຈາກໂຄງການຣົຖໄຟ ຊັກຊ້າ ແລະ ຫຍຸ້ງຍາກຫລາຍ ພ້ອມທັງ ການກຳນົດລາຄາ ບໍ່ສົມເຫດສົມຜົລ ແຕ່ປະຊາຊົນ ກໍຈຳໃຈ ຍອມຮັບເອົາ.
2022-04-20
ໃນປີ 2021 ທີ່ຜ່ານມາ ປະເທດລາວ ຖືກຈັດຢູ່ໃນອັນດັບທີ 128 ໃນດ້ານຄວາມໂປ່ງໄສ ຈາກທັງໝົດ 180 ປະເທດ ລວມທັງ ເຂດປົກຄອງໂຕເອງ ແລະ ການທີ່ລາວຖືກຈັດ ຢູ່ໃນອັນດັບທີ 128 ນັ້ນ ເປັນເຣື່ອງຈິງ ເມື່ອປຽບທຽບໃສ່ ສະພາບການໂຕຈິງ ທີ່ເກີດຂຶ້ນໃນປະເທດລາວ ຊຶ່ງໂດຍລວມແລ້ວ ການປຕິບັດກົດໝາຍ ຢູ່ປະເທດລາວ ຍັງອ່ອນແອຢູ່ ຈະເຫັນວ່າ ຍັງມີການສໍ້ຣາສ ບັງຫຼວງຫຼາຍຢູ່.
2022-04-19
ຊາວບ້ານ 5 ຄົນ ທີ່ຖືກທະຫານຈັບ ຍັງບໍ່ໄດ້ຮັບການປ່ອຍໂຕເທື່ອ ເຖິງແມ່ນວ່າ ທາງສມາຊິກ ຄອບຄົວໄດ້ໄປຍື່ນໜັງສື ຕໍ່ກະຊວງປ້ອງກັນປະເທດ ໃນວັນທີ 18 ເມສາ ນີ້ ເພື່ອຂໍໃຫ້ປ່ອຍໂຕ ແລະສິ່ງທີ່ທາງຍາຕິພີ່ນ້ອງ ໄດ້ຮັບອະນຸຍາດ ຄືສາມາດໃຫ້ ສົ່ງເຂົ້າ-ສົ່ງນ້ຳ ໄດ້ເທົ່ານັ້ນ, ກໍເຮັດໃຫ້ເປັນຫ່ວງ ເພາະວ່າຍາຕິພີ່ນ້ອງ ບໍ່ໄດ້ມີໂອກາດເຫັນ ຜູ້ທີ່ຖືກຈັບໄປ ທັງ 5 ຄົນນັ້ນ.
2022-04-14
ການລະເມີດສິດທິມະນຸສ ໃນປະເທດຢູເຄຣນ ເປັນນຶ່ງໃນຫົວຂໍ້ ທີ່ສະຫະຣັຖອາເມຣິກາ ໃຫ້ຄວາມສຳຄັນ ໃນວັນຖແລງຂ່າວ ອອກບົດຣາຍງານ ດ້ານສິດທິມະນຸສ ປະຈຳປີ ໃນຂະນະທີ່ ບັນຫາສິດທິມະນຸສໃນລາວ ສະຫະຣັຖອາເມຣິກາ ໄດ້ເວົ້າເຖິງ ການບັງຄັບ ບຸກຄົນໃຫ້ຫາຍສາບສູນ, ການສັງຫານຊາວ ເຜົ່າມົ້ງ ແລະ ສະພາບຄຸກທີ່ແອອັດ.
2022-04-13
ນັບແຕ່ປີ 2016 ມາ ຍ້ອນມີການສໍ້ຣາສບັງຫລວງ, ລາວຈຶ່ງສູນເສັຍເງິນໄປຫລາຍກວ່າ 700 ລ້ານໂດລາຣ໌ສະຫະຣັຖ, ອົງການກວດກາແຫ່ງຣັຖ ໄດ້ສລຸບວຽກງານກວດກາແຕ່ປີ 2016 ເຖິງປັດຈຸບັນ, ກວດພົບ ແລະລົງວິນັຍສະມາຊິກພັກ 3,690 ຄົນ ທີ່ສໍ້ຣາສບັງຫລວງ ແລະລະເມີດລະບຽບ ວິນັຍຕ່າງໆ.
2022-04-08
ເຣີ່ມແຕ່ ປີ 2016-2022 ນີ້ ອົງການກວດກາ ພັກ-ຣັຖ ໄດ້ລົງໂທດ ສະມາຊິກພັກ ແລະພະນັກງານຣັຖ ທີ່ສໍ້ຣາສບັງຫຼວງ ສ້າງຄວາມເສັຍຫາຍ ໃຫ້ກັບງົບປະມານຣັຖ ຈຳນວນຫຼາຍພັນຄົນ.
2022-04-07
ຈຳນວນໂຕເລກ ໂຄຕ້າ (Quota) ຣັຖກອນໃໝ່ ອອກມາແລ້ວ ແຕ່ກໍຍັງສ້າງຄວາມກັງວົນໃຈ ໃຫ້ກັບຄຣູອາສາສມັກ ທີ່ສອນນັກຮຽນ ມາຫຼາຍປີ ຊຶ່ງກໍບໍ່ເຄີຍໄດ້ຮັບ ບັນຈຸເປັນຣັຖກອນ, ຈົນຄຣູບາງຄົນຖອນໂຕອອກຈາກ ການເປັນຄຣູອາສາສມັກ.