ນັກເຄື່ອນໄຫວການເມືອງ ປະທ້ວງ ຜູ້ນຳອາຊ້ຽນ ບາງປະເທດ ທີ່ ວໍຊິງຕັນ ດີ.ຊີ.

ອຸ່ນແກ້ວ
2022.05.12
ນັກເຄື່ອນໄຫວການເມືອງ ປະທ້ວງ ຜູ້ນຳອາຊ້ຽນ ບາງປະເທດ ທີ່ ວໍຊິງຕັນ ດີ.ຊີ. ນັກເຄື່ອນໄຫວ ດ້ານການເມືອງ ຫຼາຍປະເທດ ຈັດຂະບວນປະທ້ວງ ຜູ້ນຳອາຊ້ຽນ ບາງປະເທດ ທີ່ເຂົ້າຮ່ວມປະຊຸມ ສຸດຍອດຜູ້ນຳອາຊ້ຽນ-ສະຫະຣັຖ ຢູ່ຕໍ່ໜ້າທຳນຽບຂາວ ແລະເດີນໄປ ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ ດີ.ຊີ., ຮູບຖ້າຍ: ວັນທີ 12 ພຶສພາ 2022.
RFA

ນີ້​ຄືສຽງຮ້ອງຄຳຂວັນ ໃນເວລາຂອງນັກຄື່ອນໄຫວ ທາງການເມືອງທີ່ມາປະທ້ວງ ຜູ້ນຳອາຊ້ຽນ ທີ່ມາຮ່ວມກອງປະຊຸມສຸດຍອດ ຜູ້ນຳອາຊ້ຽນ-ສະຫະຣັຖ ໂດຍ ມີຄວາມໝາຍວ່າ:

ພວກເຮົາ ຕ້ອງການ ເສຣີພາບ ດຽວນີ້”.

ບັນ​ດາ ນັກເຄື່ອນໄຫວ ທາງດ້ານການເມືອງ ທີ່ເປັນຄົນລາວ, ກັມພູຊາ, ພະມ້າ, ວຽດນາມ ແລະ ໄທຍ ປະມານ 200 ຄົນ ໄດ້ພາກັນຈັດ​​ປະທ້ວງ ຜູ້ນຳອາຊ້ຽນທີ່ເຂົ້າມາຮ່ວມກອງປະຊຸມ ສຸດຍອດຜູ້ນຳອາຊ້ຽນ-ສະຫະຣັຖ ເຊິ່ງກອງປະຊຸມດັ່ງກ່າວ ມີກຳນົດການຈັດຂຶ້ນໃນວັນທີ 12-13 ພຶພາ 2022.

ການ​ຊຸມນຸມປະທ້ວງ ຂອງນັກເຄື່ອນໄຫວ ໄດ້ມີຂຶ້ນຢູ່ອານຸສາວະລີວໍຊິງຕັນ ໃນວັນທີ 12 ພຶດພາ ແລະ ຜູ້ທ້ວງໄດ້ພາກັນຍ່າງໄປ ປະທ້ວງຢູ່ຕໍ່ໜ້າ ກະຊວງການຕ່າງປະເທດ ສະຫະຣັຖ ໂດຍຜູ້ປະທ້ວງໄດ້ຮຽກຮ້ອງໃຫ້ ຜູ້ນຳປະເທດອາຊ້ຽນ ບາງປະເທດ ໃຫ້ປົກຄອງປະເທດ ດ້ວຍປະຊາທິປະໄຕ, ໃຫ້ເຄົຣົບສິດທິມະນຸສ ແລະ ໃຫ້ໃຫ້ປະຊາຊົນມີສິດ-ເສຣີພາບ.

ໂຕ​ແທນຜູ້ປະທ້ວງ ທ່ານນຶ່ງ ໄດ້ກ່າວວ່າ:

ມັນເປັນເວລາທີ່ຍິ່ງໃຫຍ່ ທີ່ພວກເຮົາ ກຳພູຊາ, ພະມ້າ, ລາວ, ໄທຍ ແລະ ວຽດນາມ ມາລຸກຂຶ້ນສາມັກຄີກັນ ເພື່ອຕໍ່ສູ້ ເພື່ອຄົນຢູ່ໃນປະເທດຂອງພວກເຮົາ.”

ຍາງ ນາງ​ ບຸນຈັນ ເສນທະວົງ ທີ່ປຶກສາ ຈາກອົງການ ພລັງຮ່ວມຊາດລາວ/ສູນສຶກສາ ແລະ ຄົ້ນຄວ້າກ່ຽວກັບລາວ ແລະ ເອເຊັຽ ເຊິ່ງເປັນຜູ້ນຶ່ງທີ່ມາຮ່ວມປະທ້ວງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ເພື່ອມາຮ້ອງໃຫ້ປະທານາທິບໍດີ ສະຫະຣັຫັ້ນ ໃຫ້ບໍ່ຮັບຮູ້ຣັບານທີ່ບໍ່ຖືກຕ້ອງຂອງພະມ້າເນາະ ເພາະວ່າ ເຂົາເຈົ້າເຮັດຮັປະຫານ ໂຄ່ນລົ້ມຣັບານທີ່ຖືກຕ້ອງ ໃນເດືອນ 2 ປີ 2021.

IMG_0469.JPG
ນັກເຄື່ອນໄຫວ ດ້ານການເມືອງ ຫຼາຍປະເທດ ຈັດຂະບວນປະທ້ວງ ຜູ້ນຳອາຊ້ຽນ ບາງປະເທດ ທີ່ເຂົ້າຮ່ວມປະຊຸມ ສຸດຍອດຜູ້ນຳອາຊ້ຽນ-ສະຫະຣັຖ ຢູ່ຕໍ່ໜ້າທຳນຽບຂາວ ແລະເດີນໄປ ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ ດີ.ຊີ., ຮູບຖ້າຍ: ວັນທີ 12 ພຶສພາ 2022.

ໃນ​ສ່ວນຂອງປະເທດລາວ ຍານາງ ບຸນຈັນ ໄດ້ກ່າວວ່າ:

ໃນສ່ວນຂອງປະເທດລາວ ເພິ່ນກະມາປະຊຸມເປັນປົກຕິ ແຕ່ວ່າເພິ່ນກະຊິໄດ້ຍິນສຽງຮຽກຮ້ອງຈົ້ມວ່າ ຂອງປະຊາຊົນ ທີ່ວ່າຕ້ານກັບຣະບອບເດັດການ ເພາະວ່າ ດຽວນີ້ ພວກເຮົາຮຽກຮ້ອງວ່າ ເພາະວ່າ ຢູ່ໃນປະເທດອາຊ້ຽນນີ້ ບໍ່ໃຫ້ມີຣະບົບຜະເດັດການ ໃຫ້ນັບຖືສິທິມະນຸສ ແລະ ໃຫ້ປ່ຽນຣະບອບປົກຄອງໄປເປັປະຊາທິປະໄຕ.”

ນອກ​ຈາກນີ້ ເມື່ອນັກຂ່າວຖາມວ່າ ຢາກຈະສົ່ງສານຫຍັງເຖິງຜູ້ນຳອາຊ້ຽນ ລວມທັງຜູ້ນຳລາວ ທີ່ມາຮ່ວມກອງປະຊຸມຄັ້ງນີ້,  ​ຍານາງ ບຸນຈັນ ຕອບວ່າ:

ຢາໃຫ້ປະເທດອາຊ້ຽນຫັ້ນ ປັບປຸງຫຼືວ່າ ປະຕິຮູບລະບອບປົກຄອງໄປສູ່ປະຊາທິປະໄຕ ທີ່ນັບຖື ແລະ ເຄົາຣົບສິດທິມະນຸສຂອງປະຊາຊົນ ເພາະວ່າ ສິ່ງນີ້ເປັນສິ່ງທີ່ຖືກຕ້ອງ ແລະ ຍຸຕິທັມ ເພາະວ່າ ເປັນກົດໝາຍຂອງສາກົ.”

ທ່ານ Rithy Uong ຈາກພັກກູ້ຊາດກັມພູຊາ CNRP ທີ່ຢູ່ສະຫະຣັຖ ແລະ ການາດາ ທີ່ມາປະທ້ວງ ໄດ້ກ່າວວ່າ:

ພວກເຮົາມານີ້ ເພື່ອຮຽກຮ້ອງ ໃຫ້ ປະທານາທິບໍດີ ໂຈ ບາຍເດັນ ໄດ້ຮູ້ວ່າ ພວກເຮົາປະຊາຊົນຊ້ຽນ ຕ້ອງການປະຊາທິປະໄຕ ພາຍໃນປະເທດ ແຕ່ບໍ່ແມ່ນອຳນາດະເດັດການ ນີ້ຄືສານທີ່ພວກເຮົາຢາກຈະສົ່ງເຖິ່ງ.”

ສຳ​ລັບຣາຍການກອງປະຊຸມ ໃນວັນທີ 12 ພຶພາ, ປະທານາທິບໍດີ ໂຈ ບາຍເດັນ (Joe Biden) ໄດ້ຕ້ອຮັບບັນດາຜູ້ນຳອາຊ້ຽນ ຢູ່ທຳນຽບຂາວ ຫຼື ຕຶກທີ່ທຳການປະທານາທິບໍດີ ສະຫະຣັ.

ສະ​ເພາະຣາຍການປະຊຸມໃນວັນທີ 13 ພຶພາ, ຍານາງ ຄະມາລາ ແຮຣ໌ຣິສ (Kamala Harris) ຮອງປະທານາທິບໍດີ ຈະປະຊຸມກັບ ບັນດາຜູ້ນຳອາຊ້ຽນ ກ່ຽວກັບເຣື່ອງການດຳເນີນງານ ກ່ຽວກັບສະພາບອາກາດ, ການຫັນປ່ຽນລັງງານທີ່ສະອາດ ແລະ ໂຄງສ້າງພື້ນຖານທີ່ຍືນຍົງ ມີລາວ, ໄທຍ ແລະ ຟິລິປິນສ໌ ຈະກ່າວຄຳປາສັຍ. ນອກຈາກນີ້ ປະທານາທິບໍດີ ໂຈ ບາຍເດັນ (Joe Biden) ແລະ ຜູ້ນຳອາຊ້ຽນ ຈມີການປະຊຸມ ແລກປ່ຽນຂໍ້ຄິດເຫັນ ກ່ຽວກັບບັນຫາລະດັບພາກພື້ນ ແລະ ສາກົ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.